ສົກສຶກສາ 2024-2025 ມຊ ຈະຮັບ ເອົານັກສຶກສາໃໝ່ເຂົ້າຮຽນ 5.920 ຄົນ

17/07/2024 16:48
Email Print 2652
ຂປລ ຂປລ. ໃນສົກສຶກສາ 2024-2025 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນຈະຮັບເອົານັກສຶກສາໃໝ່ ເຂົ້າຮຽນຈຳນວນ 5.920 ຄົນ ເຊິ່ງຈະຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024 ນີ້. ປັດຈຸບັນ, ມຊ ມີຫລັກສູດການຮຽນທັງໝັດ 244 ຫລັກສູດ.




ຂປລ. ໃນສົກສຶກສາ
2024-2025 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນຈະຮັບເອົານັກສຶກສາໃໝ່ ເຂົ້າຮຽນຈຳນວນ 5.920 ຄົນ ເຊິ່ງຈະຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024 ນີ້. ປັດຈຸບັນ, ມຊ ມີຫລັກສູດການຮຽນທັງໝັດ 244 ຫລັກສູດ. 

ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດກ່ຽວກັບການກະກຽມຄວາມພ້ອມ ໃນການຈັດການສອບເສັງຄັດເລືອກ ເອົານັກສຶກສາເຂົ້າຮຽນ ໃນສົກສຶກສາດັ່ງກ່າວ ໃນວັນທີ 16 ກໍລະກົດ 2024 ວ່າ:  ມະຫາວິທະຍາໄລແຫ່ງຊາດ ຈະສອບ ເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ປະຈໍາສົກສຶກສາ 2024-2025 ໃນຕົ້ນເດືອນສິງຫາ 2024 ນີ້, ປັດຈຸບັນໂດຍລວມແລ້ວການກະກຽມຄວາມພ້ອມ ຈັດການສອບເສັງ ແມ່ນດໍາເນີນໄປຕາມແຜນທີ່ວາງໄວ້, ພ້ອມຂໍອະນຸມັດໂຕເລກໂກຕ້າ ຮັບນັກສຶກສາໃໝ່ ນໍາກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍ ມຊ ໄດ້ເລີ່ມເປີດຮັບນັກສຶກສາມາລົງທະບຽນ ຜ່ານທາງອອນລາຍແຕ່ວັນທີ 8 ກໍລະກົດ-7 ສິງ ຫາ 2024, ເປີດໃຫ້ມາຮັບບັດເຂົ້າຫ້ອງສອບເສັງ ແຕ່ວັນທີ 15 ກໍລະກົດ-7 ສິງຫາ 2024,  ສະຖານ ທີ່ ສະໂມສອນໃຫຍ່ ມຊ (ວິທະຍາເຂດດົງໂດກ), ຈະຕິດລາຍຊື່ນັກສອບເສັງໃສ່ຫ້ອງສອບເສັງ ໃນວັນທີ 9 ສິງຫາ 2024 ແລະ ຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024 ທີ່ຈະມາເຖິງ. ໃນຂະນະທີ່ ສົກສຶກສາ 2024-2025 ນີ້, ມຊ ມີແຜນຮັບເອົານັກສຶກສາໃໝ່ ເຂົ້າຮຽນຈຳນວນ 5.920 ຄົນ.



ທ່ານ ເດຊານຸລາດ ແສນດວງເດດ ຍັງໃຫ້ຮູ້ຕື່ມວ່າ: ຜ່ານມາ, ມຊ ມີໂຕເລກຜູ້ສະໝັກຫລາຍກວ່າໂຕເລກທີ່ຮັບໄດ້, ພຽງແຕ່ວ່າເສັງແລ້ວບໍ່ໄດ້ຕາມຄາດໝາຍ ເພາະນັກສອບເສັງເລືອກ ບາງສາຂາຫລາຍເກີນກໍານົດ ແລະ ບາງສາຂາໜ້ອຍເກີນຄາດໝາຍ. ສໍາລັບນັກຮຽນຈົບ ມ
7 ນອກຈາກນັກຮຽນທີໄດ້ໂກຕ້າທຶນລັດຖະບານ ສັບຊ້ອນມາແຕ່ແຂວງແລ້ວ, ທຸກຄົນສະໝັກເຂົ້າຮຽນ ມຊ ຕ້ອງຜ່ານການສອບເສັງ, ຖ້າບໍ່ມາເສັງແມ່ນບໍ່ອະນຸຍາດໃຫ້ເຂົ້າຮຽນອີກ ເນື່ອງຈາກວ່າພວກເຮົາຕ້ອງການຮັກສາຄຸນນະພາບ ການສອບເສັງແມ່ນຂັ້ນຕອນການກັ່ນຕອງ, ຖ້າຫາກຕໍ່າກວ່າ ເກນມາດຕະຖານ ກໍຈະເຮັດໃຫ້ການສອນ-ການຮຽນຫຍຸ້ງຍາກ ອາດຈະບໍ່ມີຄຸນນະພາບ. ໃນນັ້ນ, ມຊ ຍັງໄດ້ເພີ່ມການເອົາໃຈໃສ່ ໂຄສະນາ-ປະຊາສໍາພັນ ໃຫ້ພໍ່ແມ່ນັກຮຽນ ແລະ ນັກຮຽນຮັບຮູ້, ເຂົ້າໃຈກ່ຽວກັບວິຊານັ້ນໆວ່າ ຮຽນຈົບແລ້ວສາມາດ ປະກອບສາຂາອາຊີບ ໃດໄດ້ແດ່ ແລະ ໃນສົກປີຕໍ່ໄປ ມຊ ຍັງມີແຜນປັບປຸງຫລັກສູດທີ່ມີຄົນສົນໃຈ ສະໝັກເຂົ້າມາຮຽນໜ້ອຍຕື່ມອີກ ໂດຍຈະພັດທະນາຫລັກສູດເຫລົ່ານັ້ນ ໃຫ້ມີຄວາມຫລາກຫລາຍທັກສະ ໃນການປະກອບອາຊີບ (ເປັນລັດຖະກອນຂະແໜງການໃດໜຶ່ງກໍໄດ້ ຫລື ປະກອບການເອງ ເປັນອາຊີບໃດໜຶ່ງກໍໄດ້).



ຮູບແບບຈັດການສອບເສັງຄັດເລືອກ ເອົານັກສຶກສາສົກສຶກສາ ມຊ ປີນີ້, ຈະໄດ້ສອບເສັງໃນຮູບແບບ ປົກກະຕິຄືປີຜ່ານມາ ໂດຍອີງຕາມແຈ້ງການຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ສ່ວນການສອບເສັງແມ່ນ ໄດ້ແບ່ງອອກເປັນ
2 ກຸ່ມຄື: ກຸ່ມ A ສາຍວິທະຍາສາດທໍາມະຊາດ, ວິຊາສອບເສັງມີ: ຄະນິດສາດ A + ຟິຊິກ​ສາດ, ພາສາລາວ + ວັນນະຄະດີ + ເຄມີ​ສາດ + ຊີວະສາດ + ພາສາອັງກິດ ແລະ ກຸ່ມ B ສາຍວິທະຍາສາດສັງຄົມ, ວິຊາສອບເສັງມີ: ຄະນິດສາດ B + ພາສາ​ລາວ + ວັນນະຄະດີ, ພູມສາດ + ປະຫວັດສາດ + ພາສາອັງກິດ. ຄາດວ່າຈະປະກາດຜົນ ການສອບເສັງ ໃນວັນທີ 9 ກັນຍາ 2024 ແລະ ຈະລົງທະບຽນຮຽນ ໃນວັນທີ 10-27 ກັນຍາ 2024.



ສຳລັບກຸ່ມ
A ສາຍວິທະຍາສາດທໍາມະຊາດ ປະກອບມີ 8 ຄະນະວິຊາຄື: ຄະນະວິທະຍາສາດສັງຄົມ (ຄວທ), ຄະນະວິທະຍາສາດປ່າໄມ້ (ຄປມ), ຄະນະກະເສດສາດ (ຄກສ), ຄະນະສະຖາປັດ (ຄສປ), ຄະນະວິທະຍາສິ່ງແວດລ້ອມ (ຄສວ), ຄະນະວິສະວະກຳສາດ (ຄວສ), ຄະນະຊັບພະຍາ ກອນນໍ້າ (ຄຊນ) ແລະ ຄະນະສຶກສາສາດ (ຄສສ) (ຄູສາຍທໍາມະຊາດ) ແລະ ກຸ່ມ B ສາຍວິທະ ຍາສາດສັງຄົມ ປະກອບມີ 6 ຄະນະວິຊາຄື: ຄະນະວິທະຍາສາດສັງຄົມ (ຄສຄ), ຄະນະອັກສອນສາດ (ຄອສ), ຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ), ຄະນະວິທະຍາສາດການກີລາ-ກາຍະກຳ (ຄວກ) ແລະ ຄະນະສຶກສາສາດ (ຄສສ) (ຄູສາຍສັງຄົມ). ຄາດວ່າຈະປະກາດຜົນການສອບເສັງ ໃນວັນທີ 9 ກັນຍາ 2024 ແລະ ຈະລົງທະບຽນຮຽນ ໃນວັນທີ 10-27 ກັນຍາ 2024. 

ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ຍັງຮຽກຮ້ອງມາຍັງນັກຮຽນທີ່ເສັງຈົບ ມ7 ປີນີ້ ແລະ ປີຜ່ານໆມາທີ່ບໍ່ທັນໄດ້ເຂົ້າຮຽນ ໃຫ້ຕັດສິນໃຈເລືອກເຂົ້າມາສອບເສັງ ເພື່ອອະນາຄົດຂອງຕົນເອງ ແລະ ຮຽກຮ້ອງຜູ້ປົກຄອງຊ່ວຍແນະນໍາ ລູກ-ຫລານຂອງຕົນມາສຶກສາ ໃຫ້ມີຄວາມຮູ້ກ່ອນ ປະກອບອາຊີບ, ມີວິຊາຊີບຕິດໂຕ ເພື່ອອະນາຄົດທີ່ດີຂອງລູກ-ຫລານ.

ຂໍ້ມູນ-ພາບ: ວັນເພັງ

KPL

ຂ່າວອື່ນໆ

    • ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນສຶກສາ-ກິລາ

      ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນ

      9/5/2024 2:37:51 PM

      ຂປລ. ພິທີລົງນາມ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ສະຫະພັນອາຫານໃນໂຮງຮຽນ (School Meals Coalition) ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່່ງການເຂົ້າຮ່ວມສະຫະພັນດັ່ງກ່າວ, ​ແມ່ນແນໃສ່ເສີມສ້າງ ຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກ ໂດຍຜ່ານແຜນງານອາຫານ ໃນໂຮງຮຽນແບບຄົບວົງຈອນ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດ

      9/4/2024 4:47:13 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມເຜີຍແຜ່ແຜນ ການວຽກງານປ້ອງກັນພາຍໃນ ແລະ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 3 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອານ ທົ່ວໂຮງຮຽນເຂົ້າຮ່ວມ.

    • ຮຽນໜັງສືສຶກສາ-ກິລາ

      ຮຽນໜັງສື

      9/3/2024 1:33:11 PM

      ສົກຮຽນໃໝ່ 2024-2025 ໄດ້ ເລີ່ມຂຶ້ນແລ້ວ, ພໍດີວັນທີ 2 ກັນຍາ ຖືກກັບມື້ບຸນເຂົ້າປະດັບດິນ, ຫລາຍທ້ອງຖ່ິນເຂດແຂວງ ມີຝົນແຕ່ເຊ້ົາມືດ ເປັນໄປຕາມລະດູການທາງທໍາມະຊາດ. ກ່ອນມື້ເຂົ້າສູ່ສົກຮຽນໃໝ່, ບັນດາສະຖານການສຶກສາ ກໍ່ໄດ້ຫ້າງຫາກະ ກຽມຄວາມພ້ອມພຽງດ້ານຕ່າງໆຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດປະຕິບັດໜ້າທີ່ສິດສອນ-ຮໍ່າຮຽນ ໄປຕາມເປົ້າໝາຍທີ່ວາງໄວ້.

    • ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025

      9/2/2024 2:50:32 PM

      ຂປລ. ໃນສົກຮຽນ 2024-2025 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະ ດ້ານພື້ນຖານໂຄງລ່າງ ເປັນຕົ້ນຫ້ອງຮຽນ, ໂຕະຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ

    • ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025ສຶກສາ-ກິລາ

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

      9/2/2024 2:36:56 PM

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

ads
ads

Top