ສະຖານທູດລາວ ປະຈຳ ຫວຽດນາມ ສະຫລຸບ ວຽກຄຸ້ມຄອງການສຶກສາລາວ ສົກປີ 2023-2024

16/07/2024 18:17
Email Print 2543
ຂປລ ຂປລ. ເມື່ອບໍ່ດົນມານີ້, ສະ​ຖານເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ​ຈັດກອງ​ປະ​ຊຸມ ​ສະຫລຸບ​ວຽກ​ງານ ການ​ຄຸ້ມ​ຄອງ​ການ​​ສຶກ​ສາ​ລາວ ສົກ​​ປີ 2023-2024 ແລະ ວາງ​ທິດ​ທາງແຜນ​ການ ສົກ​ປີ 2024-2025 ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກິວລອງ ແຂວງຫວິງລອງ ສ​ສ ຫວຽດ​ນາມ ໂດຍມີ ທ່ານ ສຳ​ລານ ພັນ​ຄະ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ແຫ່ງ ສປປ ລາວ, ທ່ານ ຄຳ​ຕັນ ສົມ​ວົງ ທີ່​ປຶກ​ສາ​ສຶກ​ສາ-ວັດ​ທະ​ນະ​ທຳ ສະ​ຖານ​ທູດ​ລາວ​ ປະ​ຈຳ ສ​ສ ຫວຽດ​ນາມ, ທ່ານ ຫງວຽນ ວັນ​ຟຸກ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ​ພະ​ນັກ​ງານ​ຫວຽດ​ນາມ, ທ່ານ ຫງວຽນ ທິກວຽນ​ແທັກ ຮອງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຫວິງ​ລອງ, ມີຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກິວລອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມຈັດກອງປະຊຸມສະຫລຸບວຽກງານ ການຄຸ້ມຄອງການ​​ສຶກສາລາວ ສົກ​​ປີ 2023-2024 ແລະ ວາງທິດທາງແຜນການ ສົກປີ 2024-2025 ຢູ່ໂຮງຮຽນມະຫາວິທະຍາໄລ ກິວລອງ ແຂວງຫວິງລອງ ສສ ຫວຽດນາມ ໂດຍມີ ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ທ່ານ ຄຳຕັນ ສົມວົງ ທີ່ປຶກສາສຶກສາ-ວັດທະນະທຳ ສະຖານທູດລາວ ປະຈຳ ສສ ຫວຽດນາມ, ທ່ານ ຫງວຽນ ວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງພະນັກງານຫວຽດນາມ, ທ່ານ ຫງວຽນ ທິກວຽນແທັກ ຮອງປະທານສະພາປະຊາຊົນແຂວງຫວິງລອງ, ມີຜູ້ອຳນວຍການໂຮງຮຽນມະຫາວິທະຍາໄລ ກິວລອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ສະຫລຸບ, ຕີລາຄາຄືນສະພາບການຄຸ້ມຄອງ, ການເຄື່ອນໄຫວ ແລະ ການ ຮໍ່າຮຽນຂອງນັກສຶກສາລາວ ທີ່ກຳລັງສຶກສາຮ່ຳຮຽນ ຢູ່ຕາມສະຖານການສຶກສາຕ່າງໆ ທົ່ວປະເທດ  ສສຫວຽດນາມ ໃນສົກປີ 2023-2024 ທີ່ຜ່ານມາ ແລະ ກຳ​ນົດທິດທາງແຜນການເຄື່ອນໄຫວ ໃນ​ສົກປີ2024-2025 ເຊິ່ງເປັນສົກຮຽນທີ່ມີຄວາມໝາຍສຳຄັນ ເພື່ອສືບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ ໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໃນແຕ່ໄລ​ຍະ​ ຂອງກະຊວງສຶກສາທິການ ແລະ ກິລາ​ຂອງ​ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງພະນັກງານຂອງຫວຽດນາມ.

ໃນສົກປີ 2023-2024 ມີນັກຮຽນ​, ນັກສຶກສາລາທີ່ກຳລັງສຶກສາຮ່ຳຮຽນຢູ່ ສສ ຫວຽດນາ ທັງໝົດ 10.190 ຄົນ, ຍິງ 4.277 ຄົນ. ໃນນັ້ນ, ສາຍປົກຄອງມີ 8.478 ຄົນ, ຍິງ 3.911 ຄົນ; ສາຍປ້ອງກກັນຄວາມສະຫງົບ 827 ຄົນ, ຍິງ 335 ຄົນ ແລະ ປ້ອງກັນຊາດ 885 ຄົນ, ຍິງ 31 ຄົນ; ທຶນລັດຖະບານມີ 3.417 ຄົນ, ຍິງ 1.431 ຄົນ;  ທຶນຮ່ວມມືລະຫວ່າງແຂວງ  4.244 ຄົນ, ຍິງ 2.221 ຄົນ; ທຶນສ່ວນຕົວ 1.058 ຄົນ, ຍິງ 561 ຄົນ ແລະ ຜູ້ໃຫ້ທຶນອື່ນໆ 141 ຄົນ, ຍິງ 64 ຄົນ. ສຳເລັດການສຶກສາ ແລະ ກັບຄືນປະເທດທັງໝົດ 476 ຄົນ, ຍິງ 256 ຄົນ.

ຂ່າວ-ພາບ: ສະຖານທູດລາວ ປະຈຳຫວຽດນາມ

 

 

KPL

ຂ່າວອື່ນໆ

    • ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນສຶກສາ-ກິລາ

      ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນ

      9/5/2024 2:37:51 PM

      ຂປລ. ພິທີລົງນາມ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ສະຫະພັນອາຫານໃນໂຮງຮຽນ (School Meals Coalition) ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່່ງການເຂົ້າຮ່ວມສະຫະພັນດັ່ງກ່າວ, ​ແມ່ນແນໃສ່ເສີມສ້າງ ຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກ ໂດຍຜ່ານແຜນງານອາຫານ ໃນໂຮງຮຽນແບບຄົບວົງຈອນ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດ

      9/4/2024 4:47:13 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມເຜີຍແຜ່ແຜນ ການວຽກງານປ້ອງກັນພາຍໃນ ແລະ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 3 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອານ ທົ່ວໂຮງຮຽນເຂົ້າຮ່ວມ.

    • ຮຽນໜັງສືສຶກສາ-ກິລາ

      ຮຽນໜັງສື

      9/3/2024 1:33:11 PM

      ສົກຮຽນໃໝ່ 2024-2025 ໄດ້ ເລີ່ມຂຶ້ນແລ້ວ, ພໍດີວັນທີ 2 ກັນຍາ ຖືກກັບມື້ບຸນເຂົ້າປະດັບດິນ, ຫລາຍທ້ອງຖ່ິນເຂດແຂວງ ມີຝົນແຕ່ເຊ້ົາມືດ ເປັນໄປຕາມລະດູການທາງທໍາມະຊາດ. ກ່ອນມື້ເຂົ້າສູ່ສົກຮຽນໃໝ່, ບັນດາສະຖານການສຶກສາ ກໍ່ໄດ້ຫ້າງຫາກະ ກຽມຄວາມພ້ອມພຽງດ້ານຕ່າງໆຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດປະຕິບັດໜ້າທີ່ສິດສອນ-ຮໍ່າຮຽນ ໄປຕາມເປົ້າໝາຍທີ່ວາງໄວ້.

    • ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025

      9/2/2024 2:50:32 PM

      ຂປລ. ໃນສົກຮຽນ 2024-2025 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະ ດ້ານພື້ນຖານໂຄງລ່າງ ເປັນຕົ້ນຫ້ອງຮຽນ, ໂຕະຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ

    • ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025ສຶກສາ-ກິລາ

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

      9/2/2024 2:36:56 PM

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

ads
ads

Top