ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໝັ້ນຄົງຕະຫລອດການ

11/07/2024 10:09
Email Print 747
ຂປລ ສອງປະເທດລາວ ແລະ ຫວຽດນາມ ມີຄວາມຜູກພັນສະໜິດແໜ້ນກັນມາຢ່າງຍາວນານ ຍ້ອນວ່າໄດ້ຮ່ວມຊາຕາກໍາປະຫວັດສາດ, ນັບແຕ່ທ້າຍສັດຕະວັດ 19 ເປັນຕົ້ນມາ, ສອງຊາດໄດ້ພ້ອມກັນດໍາເນີນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ຄືພວກລ່າເມືອງຂຶ້ນຝຣັ່ງ, ຟາດຊິດຍີ່ປຸ່ນ ແລະ ຈັກກະພັດອາເມລິກາ ເພື່ອກອບກູ້ ແລະ ປົກປັກຮັກສາປະເທດຊາດ

     * ສອງປະເທດລາວ ແລະ ຫວຽດນາມ ມີຄວາມຜູກພັນສະໜິດແໜ້ນກັນມາຢ່າງຍາວນານ ຍ້ອນວ່າໄດ້ຮ່ວມຊາຕາກໍາປະຫວັດສາດ, ນັບແຕ່ທ້າຍສັດຕະວັດ 19 ເປັນຕົ້ນມາ, ສອງຊາດໄດ້ພ້ອມກັນດໍາເນີນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ຄືພວກລ່າເມືອງຂຶ້ນຝຣັ່ງ, ຟາດຊິດຍີ່ປຸ່ນ ແລະ ຈັກກະພັດອາເມລິກາ ເພື່ອກອບກູ້ ແລະ ປົກປັກຮັກສາປະເທດຊາດ, ໂດຍສະເພາະແມ່ນການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ທີ່ໂຫດຫ້ຽມທີ່ສຸດຂອງຍຸກສະໄໝ, ສອງຊາດໄດ້ຮ່ວມສໍາພັນສູ້ຮົບຄຽງບ່າຄຽງໄຫລ່ກັນ ເພື່ອຕີເອົາຊະນະສັດຕູເທື່ອລະກ້າວ, ຕີຖອຍທຸກພາກສ່ວນ, ທຸກກົນອຸບາຍຂອງພວກສັດຕູ, ກ້າວຂຶ້ນຍາດເອົາໄຊຊະນະອັນຍິ່ງໃຫຍ່, ປະຫວັດສາດໄດ້ຜູກແຫນ້ນຊາຕາກໍາ ຂອງສອງຊາດໃນການຕ່ໍສູ້ສັດຕູໂຕດຽວກັນ ແລະ ໄດ້ວາງຈຸດປະສົງເປົ້າໝາຍລວມຂອງສອງຊາດ.

    ດັ່ງນັ້ນ, ສອງປະເທດໄດ້ພ້ອມກັນສູ້ຮົບ ແລະ ພ້ອມກັນຍາດເອົາໄຊຊະນະ ນັ້ນແມ່ນການສະແດງອອກ ຂອງຄວາມສາມັກຄີ, ນໍ້າໃຈມິດຕະພາບທີ່ມີປະສິດທິຜົນຂອງການປະຕິວັດສອງປະເທດລາວ-ຫວຽດນາມ. ໃນໄລຍະການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ໂດຍສະເພາະໃນຊຸມປີ 1959-1960 ຜູ້ນໍາຂອງສອງປະເທດໄດ້ຮ່ວມກັນວາງແນວທາງຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດ ເພື່ອຕີເອົາຊະນະຈັກກະພັດຜູ້ຮຸກຮານ, ໃນເວລາດຽວກັນນັ້ນ ປະທານ ໂຮ່ຈີ່ມິງ ໄດ້ຢັ້ງຢືນໃຫ້ເຫັນວ່າ: ສາຍພົວພັນລະຫວ່າງສອງພັກທີ່ມີອຸດົມການກອມມູນິດອັນດຽວກັນ, ລະຫວ່າງສອງປະເທດສັງຄົມນິຍົມນໍາກັນແລ້ວ, ຍັງມີສາຍພົວພັນອັນສະໜິດສະໜົມແບບເປັນກັນເອງ ເຊິ່ງບໍ່ຄືປະເທດຕ່າງໆໃນໂລກ, ພ້ອມກັນນີ້ເພິ່ນຍັງໄດ້ເວົ້າວ່າ “ພວກເຮົາຕ້ອງເວົ້າວ່າ: ສາຍພົວພັນພິເສດ ຈິ່ງຈະຖືກຕ້ອງ”.

    ເປັນສິ່ງທີ່ຈະແຈ້ງ ແລ້ວວ່າສາຍພົວພັນ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ບໍ່ແມ່ນເກີດຂຶ້ນເອງ, ແຕ່ຫາກເກີດຂຶ້ນໃນຂະບວນວິວັດອັນຍາວໄກ ບົນເສັ້ນທາງແຫ່ງການຕ່ໍສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ ທ່ີເຕັມໄປດ້ວຍການເສຍສະລະ ທັງຊີວິດ ແລະ ເລືອດເນື້ອ ລະຫວ່າງ ກອງທັບ ແລະ ປະຊາຊົນຂອງສອງຊາດ. ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ມີຄວາມດູດດື່ມເລິກເຊິ່ງແໜ້ນແຟ້ນໝັ້ນຄົງ ແລະ ມີຊີວິດຊີວາ ທີ່ເຕັມໄປດ້ວຍຄວາມເຫລື້ອມໃສ ເຊິ່ງຫາສາຍພົວພັນໃດໃນໂລກນີ້ປຽບທຽບໄດ້ຍາກເຊິ່ງປະທານ ໂຮ່ຈີ່ມິງ ໄດ້ກັ່ນຕອງພັນລະນາສາຍພົວພັນລາວ- ຫວຽດນາມ ໃນບົດກາວີທີ່ມີຊື່ສຽງຂອງເພິ່ນວ່າ: “ຮັກແພງກັນໝາຍໝັ້ນຫລາຍສັນພູກໍປີນໄຕ່ຫລາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍມຸ່ງໄປສອງຊາດລາວ-ຫວຽດນາມ ໄດ້ຝັງຮັກຢູ່ໃນໃຈຮົງຮ່າທັງແມ່ຂອງບ່ໍເລິກປຸນປານໄດ້”, ພ້ອມນີ້ ປະທານ ສຸພານຸວົງ ໄດ້ເວົ້າວ່າ: “ລາວ ແລະ ຫວຽດນາມ ເປັນປະເທດເພື່ອນບ້ານໃກ້ຄຽງ, ເປັນບ້ານພ່ີເມືອງນ້ອງທີ່ໃກ້ຊິດຕິດພັນ ກັນຮ່ວມສາຍພູຫລວງອັນດຽວ, ຮ່ວມແມ່ນໍ້າລໍາດຽວປະຊາຊົນສອງຊາດພວກເຮົາ ໄດ້ຮ່ວມສຸກຮ່ວມທຸກນໍາກັນມາຕັ້ງແຕ່ດົນນານ, ພວກເຮົາໄດ້ຮ່ວມຊາຕາກໍາອັນດຽວກັນ, ມີສັດຕູຕົວດຽວກັນ, ເຄີຍອຸ້ມຊູຊ່ວຍເຫລືອກັນໃນຍາມສ້າງຊາດກໍຄືໃນຍາມກູ້ຊາດ. ມິດຕະພາບລະຫວ່າງສອງປະເທດ ລາວ-ຫວຽດນາມ ແມ່ນຍິ່ງໃຫຍ່, ບໍ່ມີບົດເພງ ຫລື ກາບກອນໃດໆຈະພັນລະນາໃຫ້ຄົບຖ້ວນໄດ້ເປັນມິດຕະພາບທີ່ສູງກວ່າຈອມພູ, ຍາວກວ່າລໍາແມ່ນໍ້າ, ກວ້າງກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມກວ່າກິ່ນດອກໄມ້.. . ມິດຕະພາບອັນສູງເດັ່ນນີ້ແມ່ນປະຊາຊົນທັງສອງຊາດພວກເຮົາໄດ້ເສີມສ້າງຂຶ້ນດ້ວຍນໍ້າຈິດນໍ້າໃຈ. ສະນັ້ນ ຈຶ່ງຈະບໍ່ມີສັດຕູມານຮ້າຍໃດໆມາແຕະຕ້ອງມ້າງເພໄດ້.

ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top