ອາຊຽນເພີ່ມທະວີການຮ່ວມມື ດ້ານການເຊື່ອມຈອດ

08/07/2024 17:32
Email Print 1606
ຂປລ ຂປລ. ໃນປີ 2024, ພາກພຶ້ນອາຊຽນ ກໍຄື ພາກພື້ນອື່ນຂອງໂລກ ຍັງສືບຕໍ່ຜະເຊີນກັບບັນດາສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ເຖິງວ່າເສດຖະກິດພາກພື້ນກໍາລັງ ມີການຟື້ນຕົວຂຶ້ນເທື່ອລະກ້າວ ຈາກຜົນກະທົບນາໆປະການ, ແຕ່ການຟື້ນຕົວດັ່ງກ່າວ, ຍັງມີຄວາມບອບບາງ.



ຂປລ. ໃນປີ
2024, ພາກພຶ້ນອາຊຽນ ກໍຄື ພາກພື້ນອື່ນຂອງໂລກ ຍັງສືບຕໍ່ຜະເຊີນກັບບັນດາສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ເຖິງວ່າເສດຖະກິດພາກພື້ນກໍາລັງ ມີການຟື້ນຕົວຂຶ້ນເທື່ອລະກ້າວ ຈາກຜົນກະທົບນາໆປະການ, ແຕ່ການຟື້ນຕົວດັ່ງກ່າວ, ຍັງມີຄວາມບອບບາງ. ນອກຈາກນັ້ນ, ບັນຫາການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທຳມະຊາດ, ບັນຫາຄວາມໝັ້ນຄົງແບບເກົ່າ, ແບບໃໝ່ ແລະ ບັນຫາອື່ນໆ ຍັງສືບຕໍ່ເປັນສິ່ງທ້າທາຍ. ດັ່ງນັ້ນ, ອາຊຽນຈະຕ້ອງເພີ່ມທະວີການຮ່ວມມື ດ້ານການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງອາຊຽນ ໂດຍຜ່ານການສົ່ງເສີມການຮ່ວມມື ພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ; ເພີ່ມທະວີການເຊື່ອມຈອດດ້ານພື້ນ ຖານໂຄງລ່າງ, ການຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາ, ການເຊື່ອມໂຍງທາງດ້ານເສດ ຖະກິດ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນໃຫ້ຫລາຍຂຶ້ນ ແລະ ການເສີມຂະຫຍາຍ ການພົວພັນຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກ ຄຽງຄູ່ກັບການຮັກສາບົດບາດສໍາຄັນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມື ພາກພື້ນທີ່ພວມຜັນປ່ຽນ ແລະ ອື່ນໆ.​

ການເຊື່ອມຈອດ ມີບົດບາດສຳຄັນຢ່າງຍິ່ງ ໃນການສະໜັບສະໜູນ ຂະບວນການສ້າງປະຊາຄົມອາຊຽນ ທີ່ມີການເຊື່ອມໂຍງ ເຊິ່ງປະກອບດ້ວຍເສົາຄ້ຳ ການເມືອງ-ຄວາມໝັ້ນຄົງ, ເສົາຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ ໂດຍສະເພາະ ການສົ່ງເສີມການເຊື່ອມໂຍງ ເສດຖະກິດ ພາກພື້ນ, ຄວາມສາມາດໃນການແຂ່ງຂັນ ຂອງອາຊຽນ ແລະ ການ​ຟື້ນ​ຟູ​ຈາກຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດ​ໂຄ​ວິດ-19 ​ກໍຄື ການສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍທີ່ເພີ່ມຂຶ້ນ. ພາຍ​ໃຕ້​ ການເພີ່ມທະວີການ​ເຊື່ອມ​ຈອດ”, ສປປ ລາວ ຈະສຸມໃສ່ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບູ​ລິ​ມະ​ສິດ​ ຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ, ການສ້າງອະນາຄົດແບບ ມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ, ການຫັນປ່ຽນເພື່ອກ້າວ ໄປສູ່ດີຈິຕອນໃນອະນາຄົດ, ວັດທະນະທໍາ ແລະ ສິລະປະ, ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ.

ສຳລັບການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ ໃນຂົງ​ເຂດ​ບຸ​ລິ​ມະ​ສິດນີ້, ຈະສຸມໃສ່ລົງເລິກການເຊື່ອມຈອດໃນຂົງເຂດຕ່າງໆ ເຊັ່ນ: ການກໍານົດລະບຽບຫລັກການ ໃຫ້ສອດຄ່ອງກັນ, ການຍົກເລີກສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ ແລະ ເພີ່ມທະວີການເຊື່ອມຈອດ ທາງດ້ານຕ່ອງໂສ້ການສະໜອງ ພາຍໃນອາຊຽນ ​ເຊິ່ງຈະເປັນການເຮັດໃຫ້ອາຊຽນ ມີກໍາລັງແຮງ ແລະ ເຂັ້ມແຂງຍິ່ງຂຶ້ນ ເມື່ອເສດຖະກິດພາກພື້ນ ມີການເຊື່ອມຈອດກັນຫລາຍຂຶ້ນ, ບັນດາໜ້າວຽກບຸລິມະສິດ ທາງດ້ານເສດຖະກິດ ພາຍໃຕ້ບຸລິມະສິດນີ້ ແມ່ນປິ່ນອ້ອມການເຊື່ອມໂຍງ ທາງດ້ານເສດຖະກິດ. ນີ້ຈະເປັນການສົ່ງເສີມການເຊື່ອມຈອດ ດ້ານເສດຖະກິດ ລະຫວ່າງ ອາຊຽນ ແລະ ກັບບັນດາຄູ່ຮ່ວມມືຂອງອາຊຽນໃຫ້ເຂັ້ມແຂງຂຶ້ນ; ການເຊື່ອມຈອດທີ່ເຂັ້ມແຂງ ໂດຍສະເພາະ ດ້ານການຄ້າ ແລະ ການລົງທຶນ, ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ລະຫວ່າງ ປະເທດສະມາຊິກອາຊຽນ, ການສ້າງຄວາມເຂັ້ມແຂງ ໂດຍຜ່ານການຈະເລີນເຕີບໂຕ ແລະ ສະຖຽນລະພາບທາງດ້ານເສດຖະກິດ.

ສໍາລັບ ບັນດາໜ້າວຽກບູລິມະສິດ ເພື່ອສະໜັບສະໜູນການເຊື່ອມໂຍງ ແລະ ການເຊື່ອມຈອດທາງດ້ານເສດຖະກິດ ປະກອບມີ: ຖະແຫລງການອາຊຽນ ວ່າດ້ວຍ ການເພີ່ມທະວີການເຊື່ອມຈອດ ຕ່ອງໂສ້ການສະໜອງ; ໃຫ້ສໍາເລັດການທົບທວນ ເພື່ອຍົກລະດັບສັນຍາຂອບ ການຮ່ວມມື ດ້ານຊັບສິນ ທາງປັນຍາອາຊຽນ; ໃຫ້ສໍາເລັດການເຈລະຈາຍົກລະດັບ ສັນຍາການຄ້າເສລີອາຊຽນ-ຈີນ ສະບັບທີ 3 ຢ່າງມີເນື້ອໃນ; ເຮັດໃຫ້ອານຸສັນຍາ ສະບັບທີສອງ ຂອງສັນຍາວ່າດ້ວຍ ການສ້າງເຂດການຄ້າເສລີ ອາ ຊຽນ-ອົດສະຕຣາລີ-ນິວຊີແລນ ມີຜົນບັງຄັບໃຊ້ ແລະ ປັບປຸງຄືນຍຸດທະສາດ ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ແລະ ສົ່ງເສີມການຈະເລີນເຕີບໂຕ ດ້ານເສດຖະກິດແບບຍືນຍົງ ແລະ ມີສ່ວນຮ່ວມຢ່າງທົ່ວເຖິງ ໃນພາກພື້ນອາຊຽນ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

    • ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      9/1/2025 10:04:37 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດສະຫະພັນລັດ ມາເລເຊຍ (Federation of Malaysia) ຫລືເອີ້ນວ່າ ມາເລເຊຍ (Malaysia) ຄົບຮອບ 50 ປີ(31/8/1975-31/8/2025) ໂດຍມີນະຄອນຫລວງຊື່ວ່າ ກົວລາລຳເປີ(Kualalampur), ມາເລເຊຍ ຕັ້ງຢູ່ໃນເຂດເສັ້ນສູນສູດປະກອບດ້ວຍດິນແດນສອງສ່ວນ ໂດຍມີທະເລຈີນໃຕ້ ຂັ້ນລະຫວ່າງ ມາເລເຊຍ ຕາເວັນຕົກ ແລະ ມາເລເຊຍຕາເວັນອອກ

    • ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13ອາຊຽນ ASEAN

      ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

      8/4/2025 2:09:30 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການ ກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມ ກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານ ໃນຂະແໜງກະສິກຳ

    • ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ

      7/30/2025 2:51:44 PM

      ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ມາລີວັນ ພົມແສງສະ ຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເວທີ ສົນທະນາບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ ແລະ ເວທີສົນທະນານະໂຍບາຍ ພະລັງງານອາຊຽນ

ads
ads

Top