ສປ ຈີນ ເລັ່ງຍົກຍ້າຍປະຊາຊົນຫລາຍກວ່າ 5.700ຄົນ ອອກຈາກເຂດເຂື່ອນແຕກ

08/07/2024 13:46
Email Print 261
ຂປລ ເຈົ້າໜ້າທີ່ ທາງການ ຈີນ ເລັ່ງຍົກຍ້າຍ ປະຊາຊົນ ຫລາຍກວ່າ 5.700ຄົນ ໃຫ້ໄປຢູ່ ເຂດປອດໄພ ຈາກເຫດການເຂື່ອນແຕກ ໂດຍມີ ເຈົ້າໜ້າທີ່ ກູ້ໄພ ຫລາຍກວ່າ 2.300ຄົນ ພວມເລັ່ງເຮັດວຽກ ເພື່ອສ້າງແນວກັ້ນນ້ຳທີ່ 2 ເພື່ອປ້ອງກັນ ນ້ຳຖ້ວມ ດ້ວຍການນຳໃຊ້ ຫີນ ຫລາຍກວ່າ 55.000ໂຕນ ໄປຖົມໃສ່ ຈຸດເຂື່ອນແຕກ ເມື່ອບໍ່ດົນມານີ້

ຂປລ.ຕາມຂ່າວຈາກ CCTV, ເຈົ້າໜ້າທີ່ ທາງການ ຈີນ ເລັ່ງຍົກຍ້າຍ ປະຊາຊົນ ຫລາຍກວ່າ 5.700ຄົນ ໃຫ້ໄປຢູ່ ເຂດປອດໄພ ຈາກເຫດການເຂື່ອນແຕກ ໂດຍມີ ເຈົ້າໜ້າທີ່ ກູ້ໄພ ຫລາຍກວ່າ 2.300ຄົນ ພວມເລັ່ງ ເຮັດວຽກ ເພື່ອສ້າງ ແນວກັ້ນນ້ຳທີ່ 2 ປ້ອງກັນ ນ້ຳຖ້ວມ ດ້ວຍການນຳໃຊ້ ຫີນ ຫລາຍກວ່າ 55.000ໂຕນ ໄປຖົມໃສ່ ຈຸດເຂື່ອນແຕກ ເມື່ອບໍ່ດົນມານີ້ ຊຶ່ງເປັນເຂື່ອນ ກັ້ນທະເລສາບ ດົງທີິ້ງ ເປັນທະເລສາບ ນ້ຳຈືດ ທີ່ໃຫຍ່ທີ່ສຸດ ອັນດັບສອງ ຂອງ ສປ ຈີນ ​ຢູ່​ແຂວງ​ຫູ​ໜານ ໄດ້ເກີດມີຮອຍແຕກ ເປັນທາງຍາວ 226 ແມັດ ຂະຫຍາຍ ອອກຈາກ ຈຸດແຕກ ທຳອິດພຽງ 10 ແມັດ, ແຕ່ຍັງບໍ່ທັນມີ ລາຍງານ ຜູ້ບາດເຈັບ ຫລື ເສຍຊີວິດ ຈາກເຫດການ ໃນຄັ້ງນີ້ ຂະນະນີ້ ນ້ຳ​ທີ່​ອອກ​ມາ ​ຈາກ​ຮອຍ​ແຕກ​ ໄດ້​ໄຫລ​ຜ່ານ ​ເຂົ້າ​ໄປ​ຖ້ວມ ​​ເຮືອນ​ຂອງ​ປະຊາຊົນ ເປັນບໍລິເວນກວ້າງ ໂດຍພື້ນທີ່ ຖືກຜົນກະທົບ ໜັກສຸດ ແມ່ນຢູ່ໃກ້ກັບບ້ານ ຕວນເປີຍ (Tuanbei)ກວມເອົາເນື້ອທີ່ ປະມານ 50 ກິໂລຕາແມັດ.ປັດຈຸບັນ ທຸກໜ່ວຍງານ ທີ່ກ່ຽວຂ້ອງ ເລັ່ງລະດົມກຳລັງ ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ຢ່າງຮີບດ່ວນ./.

 (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top