ທ່ານ ມາຊຸດ ເປເຈສກຽນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີອີຣານຄົນໃໝ່

07/07/2024 13:41
Email Print 364
ຂປລ ທ່ານ ມາຊຸດ ເປເຈສກຽນ ໄດ້ຮັບ ບັດເຫັນດີ ທັງໝົດ 16.384.403 ບັດ ໃນການປ່ອນບັດ ຮອບທີ 2 ຂອງ ການເລືອກຕັ້ງ ປະທານາທິບໍດີ, ນຳໜ້າ ຜູ້ສະໝັກ ຮັບເລືອກຕັ້ງອີກ ທ່ານ ໜຶ່ງ,ໄດ້ຮັບ ໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ,ກາຍເປັນ ປະທານາທິບໍດີ ຄົນໃໝ່ ຂອງອີຣານ.

   ຂປລ.ຕາມນັກຂ່າວ CMG ໄດ້ຮັບຊາບ ຂໍ້ມູນວ່າ: ທ່ານ ມາຊຸດ ເປເຈສກຽນ ໄດ້ຮັບ ບັດເຫັນດີ ທັງໝົດ 16.384.403 ບັດ ໃນການປ່ອນບັດ ຮອບທີ 2 ຂອງການເລືອກຕັ້ງ ປະທານາທິບໍດີ, ນຳໜ້າ ຜູ້ສະໝັກ ຮັບເລືອກຕັ້ງອີກ ທ່ານ ໜຶ່ງ,ໄດ້ຮັບ ໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ,ກາຍເປັນ ປະທານາທິບໍດີ ຄົນໃໝ່ ຂອງອີຣານ. ສຳລັບ ທ່ານ ມາຊຸດ ເປເຈສກຽນ ເກີດເມືອເດືອນ ກັນຍາປີ 1954, ແມ່ນນັກການເມືອງ ຝ່າຍປະຕິຮູບ ຂອງອີຣານ. ທ່ານ ເຄີຍເປັນແພດໝໍ ພະແນກ ພາຍນອກ ດ້ານຫົວໃຈ, ເຄີຍດຳລົງ ຕຳແໜ່ງ ອະທິການບໍດີ ມະຫາວິທະຍາໄລ ແພດສາດ ຕັບຣິສ, ລັດຖະມົນຕີ ກະຊວງ ສາທາລະນະສຸກ ອີຣານ ແລະ ຕຳແໜ່ງອື່ນໆ. ນອກນີ້, ທ່ານ ຍັງເຄີຍ ດຳລົງຕຳແໜ່ງ ສະມາຊິກສະພາ ກໍຄື ຮອງປະທານ ຜູ້ທີໜຶ່ງ ຂອງສະພາ ອີຣານ ເປັນຕົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top