ກອງປະຊຸມສຸດຍອດຄັງປັນຍາໂລກຄັ້ງທີ 8 ໄຂຂຶ້ນຢູ່ນະຄອນຫລວງປັກກິ່ງ

05/07/2024 17:52
Email Print 299
ຂປລ ກອງປະຊຸມ ສຸດຍອດ ຄັງປັນຍາໂລກ ຄັ້ງທີ 8 ພາຍໃຕ້ ການເປັນເຈົ້າພາບ ຂອງສູນແລກປ່ຽນ ເສດຖະກິດສາກົນຈີນ ໄດ້ໄຂຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ໃນວັນທີ 4 ກໍລະກົດນີ້.

   ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ສຸດຍອດ ຄັງປັນຍາໂລກ ຄັ້ງທີ 8 ພາຍໃຕ້ ການເປັນເຈົ້າພາບ ຂອງສູນແລກປ່ຽນ ເສດຖະກິດສາກົນຈີນ ໄດ້ໄຂຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ໃນວັນທີ 4 ກໍລະກົດນີ້. ໂດຍມີ ຜູ້ຕາງໜ້າ 400 ກວ່າຄົນ ຈາກ 20 ກວ່າປະເທດ ແລະ ເຂດແຄວ້ນ ໃນທົ່ວໂລກ ໄດ້ປຶກສາຫາລື ໂດຍປິ່ນອ້ອມ ຫົວຂໍ້ຕ່າງໆ ເຊັ່ນ: ສິ່ງທ້າທາຍ ສໍາຄັນ ໃນການພັດທະນາ ຂອງໂລກ ເປັນຕົ້ນ. ຫົວຂໍ້ຕົ້ນຕໍ ຂອງກອງປະຊຸມ ສຸດຍອດຄັງປັນຍາໂລກຄັ້ງນີ້ ແມ່ນປະເຊີນໜ້າກັບ ປັດໄຈທີ່ບໍ່ແນ່ນອນ ຫລາຍຢ່າງໂດຍກົງ, ຮ່ວມກັນສ້າງ ອະນາຄົດ ທີ່ສົດໃສຂອງ ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top