ອຸດສະຫະກຳ ການທ່ອງທ່ຽວ ສາມາດ ຟື້ນຟູສະພາບຊິວິດການເປັນຂອງປະຊາຊົນ

08/07/2024 17:46
Email Print 372
ຂປລ ຂປລ. ປັດຈຸບັນ, ບົດບາດຂອງອຸດສະຫະກຳການທ່ອງທ່ຽວ ມີຄວາມສຳຄັນຕໍ່ການພັດທະນາ ສາເສດຖະກິດ, ຟື້ນຟູສະພາບ ຊິວິດການເປັນຂອງປະຊາຊົນ, ພ້ອມ​ນີ້ ທຸລະກິດຂະແໜງບໍລິການ ຍັງຊ່ວຍສືບຕໍ່ຂະຫຍາຍການພັດທະນາຄວາມກ້າວໜ້າ ທາງດ້ານເສດຖະກິດ ແລະ ສັງຄົມຂອງປະເທດ ກໍຄື ພາກພື້ນຕ່າງໆໃນໂລກ.




ຂປລ. ປັດຈຸບັນ, ບົດບາດຂອງອຸດສະຫະກຳການທ່ອງທ່ຽວ ມີຄວາມສຳຄັນຕໍ່ການພັດທະນາ ສາເສດຖະກິດ
, ຟື້ນຟູສະພາບ ຊິວິດການເປັນຂອງປະຊາຊົນ, ພ້ອມ​ນີ້ ທຸລະກິດຂະແໜງບໍລິການ ຍັງຊ່ວຍສືບຕໍ່ຂະຫຍາຍການພັດທະນາຄວາມກ້າວໜ້າ ທາງດ້ານເສດຖະກິດ ແລະ ສັງຄົມຂອງປະເທດ ກໍຄື ພາກພື້ນຕ່າງໆໃນໂລກ.

ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ໃຫ້ທັດສະນະ ໂອກາດເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງ ສະມາຄົມສົ່ງເສີມການ ທ່ອງທ່ຽວດ້ານວັດທະນະທຳ ລາວ-ຈີນ ແລະ ຄະນະຜູ້ແທນສະພາການທ່ອງທ່ຽວຈີນ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ, ບົດບາດອຸດສະຫະກຳການທ່ອງທ່ຽວ ມີຄວາມສຳຄັນຢ່າງຫລວງຫລາຍ ບໍ່ພຽງແຕ່ໃນການພັດທະນາສາເສດຖະກິດ, ຟື້ນຟູສະພາບຊິວິດການເປັນຂອງປະຊາຊົນ. ພ້ອມ​ນີ້, ທຸລະກິດຂະແໜງບໍລິການ ຍັງຊ່ວຍສືບຕໍ່ຂະຫຍາຍການພັດທະນາ ຄວາມກ້າວໜ້າທາງ ດ້ານເສດຖະກິດ ແລະ ສັງຄົມຂອງປະເທດ ກໍຄື ພາກພື້ນຕ່າງໆໃນໂລກ; ເປັນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ທີ່ຍືນຍົງ ແລະ ສະພາບແວດລ້ອມອັນດີເລີດ ໃຫ້ແກ່ການພັດທະນາທຸລະກິດ, ການຮ່ວມມືດ້ານການຄ້າ-ການລົງທຶນ ຈົນເຖິງການສົ່ງເສີມການທອ່ງທ່ຽວ ທີ່ມີລັກສະນະ ກ້າວກະໂດດ ແລະ ເປັນຕົວແບບ ໂດຍສະເພາະ ໃນຍຸກແຫ່ງການພັດທະນາ ຕາມທິດສີຂຽວ ​ເຊິ່ງລັດຖະບານ ໄດ້ໃຫ້ຄວາມສຳຄັນ, ທັງເປັນບຸລິມະສິດ ແລະ ຈຸດສຸມຂອງການພັດທະນາ, ການມີຄວາມຮັບຜິດຊອບຕໍ່ສັງຄົມ, ສິ່ງແວດລອ້ມ ກໍຄື ການດຳລົງຊິວິດ ຂອງປະຊາຊົນ ຕາມແຕ່ລະທ້ອງຖິ່ນ ແຕ່ລະວັດທະນະທຳ ທີ່ມີຄວາມຫລາກຫລາຍ ຢູ່ໃນສອງປະເທດ ລາວ-ຈີນ, ເວົ້າລວມແມ່ນຢູ່ໃນເຂດລຸ່ມນ້ຳຂອງ ແລະ ຈີນຕອນໃຕ້.

ການອອກນະໂຍບາຍ ຍົກເວັ້ນວີຊາຝ່າຍດຽວ ແກ່ນັກທ່ອງທ່ຽວ ຈາກ ສປ ຈີນ ແລະ ຫລາຍປະເທດ ໄດ້ເພີ່ມຄວາມສະດວກດ້ານວີຊາ ແລະ ເພີ່ມໄລຍະການພັກເຊົາ ຢ້ຽມຢາມ ສປປ ລາວ ຂອງນັກທອ່ງທ່ຽວ ໂດຍມີການປະສານງານຈາກທຸກພາກສ່ວນກ່ຽວຂ້ອງ, ການຕັດສິນໃຈເຫລົ່ານີ້ ຈະຊ່ວຍໃຫ້ທຸລະກິດ ທີ່ຕິດພັນກັບຂະແໜງບໍລິການການທ່ອງທ່ຽວໃນບ້ານເຮົາ ກໍຄື ຈາກ ສປ ຈີນ. ການພົບປະ ລະຫວ່າງ ສະມາຄົມສົ່ງເສີມການ ທ່ອງທ່ຽວດ້ານວັດທະນະທຳ ລາວ-ຈີນ ແລະ ຄະນະຜູ້ແທນສະພາການທ່ອງທ່ຽວຈີນ ​ໃນ​ຄັ້ງ​ນີ້, ເປັນໂອກາດອັນດີເລີດ ​ເພື່ອ​ພ້ອມກັນປັບປຸງ, ພັດທະນາການບໍລິ ການໃຫ້ມີມາດຕະຖານ ທັງດ້ານຄຸນນະພາບ ​ແລະ ປະລິມານ, ດ້ານຫລັກອະນາໄມ, ຄວາມສະອາດ, ຄວາມປອດໄພຂອງນັກທ່ອງທ່ຽວ; ຮັກສາໄວ້ ຊຶ່ງຄວາມງົດງາມຂອງວັດທະນະທຳ ຮີດຄອງປະເພນີ ແລະ ແບບແຜນການດຳລົງຊິວິດ ອັນດີງາມຂອງທ້ອງຖິ່ນ, ຊຸມຊົນ, ບ້ານ ທີ່ຢູ່ຄູ່ພວກເຮົາມາຢ່າງຍາວນານ ອັນຈະເປັນການປະກອບສ່ວນສືບຕໍ່ພັດທະນາ ການທ່ອງທ່ຽວສີຂຽວຂອງປະເທດເຮົາ ​ເຊິ່ງຈະຍິ່ງເພີ່ມດ້ານຄຸນຄ່າ ແລະ ໄດ້ຮັບຜົນປະໂຫຍດຍາວນານ ບໍ່​ວ່າ​ຈະ​ເປັນທຸລະກິດທ່ອງທ່ຽວ ມາດຕະຖານສາກົນ, ທຸລະກິດຂະໜາດນ້ອຍ, ຂະໜາດກາງ, ຈຸນລະວິສະຫະກິດ ໃນຂະແໜງທ່ອງທ່ຽວ, ຫັດຖະກຳ, ກະສິກຳ, ຜູ້ຜະລິດສິນຄ້າ ທີ່ເປັນເອກະລັກຂອງບ້ານ, ຊຸມຊົນ, ທ້ອງຖິ່ນ ໃຫ້ແກ່ຜູ້ມາຢ້ຽມຢາມ; ຮັບ ປະກັນການຮັກສາລິຂະສິດ ດ້ານການຄ້າ ກໍຄື ພູມປັນຍາຂອງທ້ອງຖິ່ນ, ຂອງປະຊາຊົນ ອັນເປັນເອກະລັກປະຈຳຊາດ ແລະ ຄວາມຮັ່ງມີດ້ານວັດທະນະທຳ.

ທ່ານ ທະນົງສິນ ກັນລະຍາ ຍັງ​ກ່າວ​ອີກ​ວ່າ: ສະເພາະການສົ່ງເສີມ ການທ່ອງທ່ຽວລາວ-ຈີນ, ສຄອຊ ແມ່ນໄດ້ມີສ່ວນຮ່ວມກັບພາກລັດຖະບານ ໃນການສ້າງແຜນກິດຈະກໍາ ການຕ້ອນຮັບນັກທ່ອງທ່ຽວ ຈາກ ສປ ຈີນ ໂດຍການສົມທົບກັບພາກທຸລະກິດ ທີ່ທັງເປັນສະມາຊິກ ແລະ ບໍ່ເປັນສະມາຊິກຂອງ ສຄອຊ ໃນການສ້າງລາຍການ(ໂປຣແກຣມ)ການທ່ອງທ່ຽວ ແລະ ການຮ່ວມມືຂອງພາກທຸລະກິດຂອງສອງປະເທດ ໃນຂະແໜງການທ່ອງທ່ຽວຫລາຍຂຶ້ນ. ນອກນັ້ນ, ຍັງໄດ້ມີການປະສານສົມທົບກັບ ຫ້ອງການຜູ້ຕາງໜ້າການຄ້າຕ່າງປະເທດ ທີ່ປະຈໍາຢູ່ບາງແຂວງຂອງ ສປ ຈີນ ຊ່ວຍໃນການໂຄສະນາແລະ ສົ່ງເສີມການ ຮ່ວມມືໃນຂະແໜງທ່ອງທ່ຽວອີກດ້ວຍ; ມີການຮ່ວມມືກັບການບິນລາວ ຂະຫຍາຍ ເສັ້ນທາງການບິນໃນບາງຂົງເຂດສູ່ ສປ ຈີນ ເພີ່ມຂຶ້ນ ເພື່ອຕອບສະໜອງ ຄວາມຕ້ອງການຂອງຕະຫລາດ, ສ້າງສິ່ງອໍານວຍສະດວກ ໃນການເດີນທາງ ໃຫ້ແກ່ນັກທ່ອງທ່ຽວ ກໍຄື ຜູ້ເດີນທາງຈາກທັງ 2 ປະເທດ.    

ຂໍ້​ມູນ-ພາບ: ຣັດສະໝີ ດວງສັດຈະ

KPL

ຂ່າວອື່ນໆ

ads
ads

Top