5911

lv'ltrkcsj '-kf ]k;{s;Pfok, Ia fc|h odkoIj ;,,n lv'/j kp dt-;' 4;m c]t dj 5 ,[= ]y la f miy [dko7h k -P'wI lx 9u o Ij ;,,n fh kodkomj v'mj P; gxu f-h v,Iq [Ij ;, ]k;{9u o 3]h de[a ',y f8trk[ 2024 [= ]y la f ]k;mu -y d,kgou dko7h k 0kg0Q k{0kvvd lt|a [lt|6 o-kleg]a fI6 [ lnj ,;o-q odv'ma [xt-k-q o]k; /b dvq [Iq , ;Pd;y -kltgrkt 16 j ll s;Pfok, c9h 'dkodt-;'dko8j k'xtgmf gxu foe.-h vk7koovory glf3I'\= c,j c]t gfa dgdu f.\j [h ko|v'rtpk gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 08.07.2024 ປີທີ 23 ສະບັບທີ 5.967 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 dkooe0A ol6 ' csj ' lxx ]k; 8h voIa [Iv'xtmkoltrkcsj '-kfs;Pfok, Iv'okpq d]a f4t,q o8u 8h voIa [ m6 f8j k'xtgmf g0Q k1h P,0j eoa [ -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ສະຫາຍ ໂຕ ເລິ່ມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມ ຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 11-12 ກໍລະກົດ 2024 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ຂໍ່ານັບຂອງສະຫາຍຫງວຽນຄັກດິ້ງ ກຳມະການສູນກາງພັກກອມມູນິດ ຫວຽດນາມ, ຮອງປະທານສະພາ ແຫ່ງຊາດ ພ້ອມຄະນະ ໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ສະຫາຍ ທອງລຸນ ສີສຸລິດ ໄດ້ ກ່າວສະແດງຄວາມຕ້ອນຮັບຢ່າງ ອົບອຸ່ນ, ພ້ອມທັງຕີລາຄາສູງຕໍ່ການ ມາຢ້ຽມຢາມຂອງສະຫາຍຫງວຽນ ຄັກ ດິ້ງ ພ້ອມດ້ວຍຄະນະໃນຄັ້ງນີ້, ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບ ອັນດູດດື່ມ ຂອງບັນດາສະຫາຍການ ນໍາຂັ້ນສູງຂອງພັກ, ສະພາແຫ່ງ ຊາດ, ລັດຖະບານ ແລະ ປະຊາຊົນ ຂປລ. ພິທີເປີດຊ້ອມຮົບຮ່ວມ ລາວ-ຈີນ ໃນຫົວຂໍ້ “ໂລ້ກໍາບັງມິດ ຕະພາບ -2024” ເປີດຂຶ້ນຢ່າງເປັນ ທາງການ ໃນວັນທີ 5-18 ກໍລະກົດ 2024 ຢູ່ວິທະຍາຄານນາຍທະ ຫານບົກດົມມະດຳ ໂດຍການເປັນ ປະທານຂອງສະຫາຍພົນໂທວົງຄຳ ພົມມະກອນ ກຳມະການສູນກາງ ພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ, ມີສະ ຫາຍ ນາງ ຟາງ ຫົງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປຈີນປະຈໍາລາວ, ມີສະຫາຍ ພົນຕີ ເຈີ້ງ ກົວເຢ່ ຮອງຜູ້ບັນຊາການ ກອງປະຈຳ ຮົງກົງ ເຂດສູ້ຮົບໃຕ້ ກອງທັບປົດປ່ອຍປະຊາຊົນຈີນ, ມີ ຄະນະນຳກະຊວງ, 4ກົມໃຫຍ່,ຫ້ອງ ວ່າການກະຊວງປ້ອງກັນປະເທດ, ອົງການປົກຄອງທ້ອງຖິ່ນ, ມີນາຍ ສະຫາຍ ທອງລຸນ ສີສຸລິດ (ຂວາ) ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂປລ.ໃນວັນທີ4ກໍລະກົດ2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ຕ້ອນ ຮັບການເຂົ້າຢ້ຽມອໍາລາຂອງທ່ານ ທ່ານ ສະເຫລີມໄຊ ກົມມະສິດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ໂຄໂລນ ເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ ທູດ ສີລັງກາ ປະຈໍາ ສປປ ລາວ ຂປລ. ພິທີພົບປະສອງຝ່າຍ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສຫວຽດນາມ ຈັດຂຶ້ນໃນວັນ ທີ 4 ກໍລະກົດ 2024 ເພື່ອປຶກສາຫາ ລືຫລາຍບັນຫາສຳຄັນທີ່ຈະຕ້ອງ ໄດ້ຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດ ໃຫ້ບັນລຸຕາມຄາດໝາຍ ເຊິ່ງຝ່າຍ ຂປລ. ພິທີເປີດນຳໃຊ້ອາຄານ ນອນພິເສດ ໂຮງໝໍແມ່ ແລະ ເດັກ ເກີດໃໝ່ ບ້ານໜອງພະຍາ ເມືອງ ໄຊທານີ ຈັດຂຶ້ນ ໃນວັນທີ 6 ກໍລະ ກົດ 2024 ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແລະ ທ່ານ ສີວັນໄຊ ຈັນທະວົງສັກ ຫົວໜ້າອໍານວຍການໂຮງໝໍແມ່ ລາວ ນຳໂດຍ ສະຫາຍ ຈະເລີນ ເຍຍ ປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ແລະ ພົນທະຫານ ສອງກອງທັບ ລາວ-ຈີນ ເຂົ້າຮ່ວມ. ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຮອງຫົວ ໜ້າຄະນະຊີ້ນຳລວມການຊ້ອມຮົບ ຮ່ວມລາວ-ຈີນ ໄດ້ໃຫ້ຮູ້ວ່າ: ການ ເຄື່ອນໄຫວຊ້ອມຮົບ “ໂລ້ກໍາບັງມິດ ຕະພາບ -2024” ຄັ້ງນີ້, ແນໃສ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງຊາດ, ສອງພັກ, ສອງ ກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ, ໃຫ້ນັບມື້ເພີ່ມ ທະວີຄວາມໜັກແໜ້ນ, ໝັ້ນຄົງທະ ນົງແກ່ນຍິ່ງໆຂຶ້ນ ໂດຍສະເພາະແມ່ນ ການຮ່ວມມືທາງດ້ານການທະ ຫານ, ສ້າງຄວາມເຊື່ອໝັ້ນທັງເປັນ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ສປ ຈີນ ລົງນາມ ບົດບັກທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານການທ່ອງທ່ຽວໃນ ວັນທີ 5 ກໍລະກົດ 2024, ຕາງໜ້າ ຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາ ການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ຫວັງ ຫົວ ໜ້າການຕະຫລາດພາກພື້ນກຸ່ມບໍລິ ສັດທຣິບການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພິຍານ. ໃນໂອກາດນີ້, ທ່ານ ນາງ ມານີ ສາຄອນ ທຳມະວົງໄຊ ຮອງຫົວ ໜ້າກົມໂຄສະນາການທ່ອງທ່ຽວກະ ຊວງ ຖວທ ໄດ້ໃຫ້ຮູ້ວ່າ: ການທ່ອງ ທ່ຽວລາວ ເປັນຂະແໜງການໜຶ່ງ ທີ່ມີການເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ເຊິ່ງລັດຖະບານລາວ ຖື ເອົາເປັນຂະແໜງເສດຖະກິດໜຶ່ງທີ່ ສຳຄັນ ໃນການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ. ໃນຊຸມປີຜ່ານ ມາມີນັກທ່ອງທ່ຽວສາກົນມາທ່ຽວ ສປປລາວນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ຂປລ. ສູນວິທະຍຸກະຈາຍສຽງ ໂທລະພາບກອງທັບປະຊາຊົນ ຫວຽດນາມ ເປີດຊຸດອົບຮົມວຽກ ງານວິທະຍຸກະຈາຍສຽງໂທລະ ພາບໃຫ້ແກ່ພະນັກງານກອງທັບປະ ຊາຊົນລາວ ຢູ່ສູນ 871 ນະຄອນ ຫລວງຮ່າໂນ້ຍ ສສ ຫວຽດນາມ ໃນ ວັນທີ 4 ກໍລະກົດ 2024 ຜ່ານມາ ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ຟານແອ່ງຫວຽດ ຮອງອໍານວຍການວິທະຍຸໂທລະ ພາບກອງທັບປະຊາຊົນຫວຽດ ນາມ, ມີສະຫາຍ ພັນໂທ ບຸນທະວີ ໜູຈັນດີ ຫົວໜ້າຄະນະນັກຝຶກອົບຮົມ ວິຊາສະເພາະວຽກງານສື່ມວນຊົນ ກອງທັບປະຊາຊົນລາວ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ເລແທ່ງຫວິ່ງ ຫົວໜ້າບັນນາທິການວິທະຍຸໂທລະ ພາບກອງທັບປະຊາຊົນຫວຽດນາມ ໄດ້ກ່າວວ່າ: ຊຸດອົບຮົມຄັ້ງນີ້, ແນ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/07/2024 xtgmf]k; ການນຳຂັ້ນສູງ... ສອງສະພາແຫ່ງຊາດ... ຮອງນາຍົກລັດຖະມົນຕີ... ສື່ມວນຊົນກອງທັບ... ຂປລ. ໃນວັນທີ 3 ກໍລະກົດ 2024 ທີ່ນຄອນຫລວງວຽງຈັນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງສະຫາຍ ຮວງ ກາຣໂລດສ ເຟຣນັງ ເດັດສ ຮົວເຣັດສ໌ (Juan Carlos Fernandes Juárez) ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂບລິວາຣຽນ ເວເນຊູເອລາ ຄົນໃໝ່ ປະຈຳ ສປປ ລາວ ທີ່ມີສໍານັກງານສະຖານທູດ ຕັ້ງຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ. ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຊົມເຊີຍຕໍ່ສະຫາຍ ຮວງ ກາຣໂລດສ ທີ່ໄດ້ຮັບມອບໝາຍ ໜ້າທີ່ເປັນເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ເວເນ ຊູເອລາ ຄົນໃໝ່ ປະຈຳ ສປປ ລາວ ພ້ອມທັງຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ເວເນຊູເອລາ ກໍຄື ລະ ຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກສັງຄົມນິຍົມເອກະພາບ ເວເນຊູເອລາ ຕະຫລອດໄລຍະຜ່ານ ມາ ແລະ ສະແດງຄວາມເຊື່ອໝັ້ນ ວ່າ ສະຫາຍເອກອັກຄະລັດຖະທູດ ຄົນໃໝ່ຈະສືບຕໍ່ໃຫ້ການຮ່ວມມືແລະ ປະສານສົມທົບຢ່າງແໜ້ນແຟ້ນກັບ ຄະນະພົວພັນຕ່າງປະເທດສູນກາງ ພັກ ໃນການປະຕິບັດໜ້າທີ່ເປັນຂົວຕໍ່ ປະສານງານລະຫວ່າງພັກ,ລັດຂອງ ສອງປະເທດ ລາວ-ເວເນຊູເອລາ ເວົ້າລວມ, ເວົ້າສະເພາະບັນດາອົງ ການຈັດຕັ້ງຂອງພັກ, ອົງການຈັດ ຕັ້ງມະຫາຊົນຂອງລາວ ແລະ ເວເນ ຊູເອລາ ເພື່ອປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວເວເນຊູເອລາ ໃຫ້ນັບມື້ມີປະສິດທິ ຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນ. ສະຫາຍ ຮວງ ກາຣ ໂລດສ ກໍໄດ້ ສະແດງຄວາມຂອບໃຈເປັນຢ່າງ ສູງ ທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ສະຫາຍຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ໃນໂອກາດທີ່ ໄດ້ມາຮັບໜ້າທີ່ ເປັນເອກອັກຄະລັດ ຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ເວເນຊູເອລາ ຄົນໃໝ່ ປະຈຳ ສປປລາວແລະມີຄວາມຍິນດີຈະປະ ກອບສ່ວນປະຕິບັດໜ້າທີ່ການທູດ ໃນການເປັນຂົວຕໍ່ປະສານສົມທົບ ກັບຄະນະພົວພັນຕ່າງປະເທດສູນ ກາງພັກປະຊາຊົນປະຕິວັດລາວ ກໍຄື ບັນດາກະຊວງ,ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງລາວ ເພື່ອປະ ກອບສ່ວນເຂົ້າໃນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວເນຊູເອລາລາວ ໃຫ້ນັບມື້ແຕກດອກອອກຜົນ ຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສອງຝ່າຍເຫັນດີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານ ພັກ, ລັດ ກໍຄື ການທູດປະຊາຊົນໃຫ້ ຫລາຍຂຶ້ນ ແລະ ກ້າວໄປສູ່ການເຊັນ MOU ຮ່ວມກັນ, ສຶກສາຄວາມເປັນ ໄປໄດ້ເຖິງທ່າແຮງບົ່ມຊ້ອນ ເພື່ອສົ່ງ ເສີມການຮ່ວມມື ໃນຂະແໜງການ ຕ່າງໆ ເຊັ່ນ: ຂົງເຂດການຄ້າ, ການ ລົງທຶນ, ການສຶກສາ, ກະສິກໍາ, ວັດ ທະນະທໍາ, ທ່ອງທ່ຽວ, ບໍ່ເເຮ່ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ຂະ ຫຍາຍຕົວຍິ່ງໆຂຶ້ນ. ຂ່າວ: ຄະນະພົວພັນຕ່າງປະເທດສູນ ກາງພັກ sq ;|h k7totrq ;ra o8j k'xtgmfl6 odk'ra d 8h voIa [m6 fg;go-6 gv]k 7q o.\j ສະຫາຍ ທອງສະຫວັນ ພົມວິຫານ (ຂວາ) ຫວຽດນາມອ້າຍນ້ອງມາສູ່ປະຊາ ຊົນລາວບັນດາເຜົ່າ. ພ້ອມກັນນີ້,ຍັງ ເປັນໂອກາດດີໃຫ້ແກ່ສະພາແຫ່ງ ຊາດ ກໍຄື ຄະນະກໍາມະການລະດັບ ຊາດ ປັບປຸງລັດຖະທໍາມະນູນໄດ້ ແລກປ່ຽນບົດຮຽນກ່ຽວກັບການ ປັບປຸງລັດຖະທໍາມະນູນ ສະບັບ ປີ 2015 ຂອງ ສປປ ລາວ ໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດສັງຄົມຂອງປະເທດ, ທັງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໂດຍສະ ເພາະລະຫວ່າງສອງອົງການນິຕິ ບັນຍັດຂອງສອງປະເທດ ໃຫ້ນັບມື້ ເຂົ້າສູ່ລວງເລິກ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ. ສະຫາຍທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນ ແລະ ອວຍພອນໄຊ ອັນປະເສີດໄປຍັງ ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ໂຕ ເລິມ ກໍາມະການກົມການເມືອງສູນກາງ ພັກກອມມູນິດຫວຽດນາມ, ປະທານ ປະເທດ. ພ້ອມທັງໄດ້ອວຍພອນ ໃຫ້ການຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍຮອງປະທານສະພາ ແຫ່ງຊາດຫວຽດນາມ ພ້ອມດ້ວຍ ຄະນະ ຢູ່ ສປປ ລາວ ໃນຄັ້ງນີ້ຈົ່ງມີ ຜົນສໍາເລັດຢ່າງຈົບງາມ. ໃນໂອກາດນີ້, ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ, ພ້ອມທັງລາຍງານໃຫ້ ຊາບຈຸດປະສົງຂອງການມາຢ້ຽມ ຢາມ ສປປ ລາວ, ລາຍງານໂດຍຫຍໍ້ ຜົນສໍາເລັດສຳມະນາວິທະຍາສາດ ກ່ຽວກັບການປັບປຸງລັດຖະທຳມະ ນູນ ແລະ ບົດຮຽນການຄົ້ນຄວ້ານິ ຕິບັນຍັດ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ສະພາ ແຫ່ງຊາດ ແຫ່ງ ສປປ ລາວ ແລະ ການພົບປະສອງຝ່າຍກັບສະຫາຍ ຈະເລີນ ເຍຍປາວເຮີ ກຳມະການ ສູນກາງພັກ, ຮອງປະທານສະພາ ແຫ່ງຊາດ ຕື່ມອີກ. ໂອກາດດຽວກັນ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຄັກ ດິ້ງ ກໍາມະ ການສູນກາງພັກ, ຮອງປະທານສະ ພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດເດີນ ທາງມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-5 ກໍລະກົດ 2024 ນີ້ ເພື່ອເຮັດວຽກ ຮ່ວມກັບສະພາແຫ່ງຊາດລາວ. ນາງ ໂຄໂລນເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ (H.E. Mrs. Colonne Appuhamillage Chaminda Inoka Colonne) ເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ປະຊາທິ ປະ ໄຕ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດນີ້, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ດີລະຫວ່າງສອງ ປະເທດ ໃນຕະຫລອດໄລຍະ 59 ປີ ຜ່ານມາ ທີ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈາກມີ ການແລກປ່ຽນສານສະແດງຄວາມ ຊົມເຊີຍໃນໂອກາດສໍາຄັນຕ່າງໆ ແລະ ມີການພົບປະຂອງການນໍາ ຂັ້ນສູງຂອງສອງປະເທດໃນໂອກາດ ເຂົ້າຮ່ວມກອງປະຊຸມສາກົນຕ່າງໆ ຢ່າງເປັນປົກກະຕິ, ພ້ອມທັງໄດ້ສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງ ຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດ ຖະທູດ ສີລັງກາ ທີ່ໄດ້ສໍາເລັດໜ້າທີ່ ການທູດຂອງຕົນໃນໄລຍະ3ປີກວ່າ ຢູ່ ສປປ ລາວ ເຊິ່ງໄດ້ປະກອບສ່ວນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ສີລັງກາ ໃຫ້ ກ້າວຂຶ້ນສູ່ລະດັບສູງ ພ້ອມທັງໄດ້ປະ ກອບສ່ວນສະໜັບສະໜູນ ແລະ ຊ່ວຍເຫລືອການພັດທະນາເສດຖະ ກິດ-ສັງຄົມ ຢູ່ ສປປ ລາວ. ພ້ອມກັນນີ້, ທ່ານເອກອັກຄະລັດ ຖະທູດ ສີລັງກາ ໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ພາຍຫລັງກັບຄືນປະເທດແລ້ວຕົນ ຈະສືບຕໍ່ສະໜັບສະໜູນ ແລະ ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ. ໃນວັນດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ໂມຮໍາມັດ ລຸດຟໍ ຣາມານ (H.E. Mohammad Lutfor Rahman) ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງສາທາລະນະລັດ ປະຊາ ຊົນ ບັງກະລາເທດ ປະຈໍາ ສປປ ລາວຄົນໃໝ່. ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ສະແດງ ຄວາມຊົມເຊີຍຕໍ່ທ່ານ ໂມຮໍາມັດ ລຸດຟໍ ຣາມານ ທີ່ໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ແຫ່ງສາທາ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມຮໍາມັດ ລຸດຟໍ ຣາມານ ທູດ ບັງກະລາເທດ ປະຈໍາ ສປປ ລາວ ຄົນໃໝ່ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຄັກ ດິ້ງ ກໍາມະການສູນ ກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-5 ກໍລະກົດ 2024 ນີ້. ໂອກາດດັ່ງກ່າວ, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ສະແດງ ຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ສະຫາຍ ຫງວຽນ ຄັກ ດິ້ງ ທີ່ໄດ້ນຳພາຄະນະເດີນທາງມາ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງລາຍງານໃຫ້ຝ່າຍຫວຽດ ນາມຊາບກ່ຽວກັບສະພາບການພົ້ນ ເດັ່ນ ຂອງ ສປປ ລາວ, ການເຄື່ອນ ໄຫວຂອງສະພາແຫ່ງຊາດລາວ, ພ້ອມທັງສະແດງຄວາມພາກພູມ ໃຈທີ່ເຫັນວ່າ ສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ຍັງສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງສະແດງ ອອກໃນການແລກປ່ຽນການຢ້ຽມ ຢາມ ຂອງຄະນະຜູ້ແທນການນໍາຂັ້ນ ສູງລະຫວ່າງ ສອງພັກ, ສອງລັດນັບ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງ ເປັນປົກກະຕິ ແລະ ຕໍ່ເນື່ອງ. ສອງ ຝ່າຍໄດ້ເພີ່ມທະວີຮັດແໜ້ນສາຍພົວ ພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ທີ່ໄດ້ຮັບການສ້າງຕັ້ງ ແລະ ຖະນຸຖະໜອມ ໂດຍຮຸ່ນການ ນໍາທຳອິດ ຂອງສອງປະເທດ. ການ ຮ່ວມມືດ້ານການຄ້າ, ການລົງທຶນ, ຄົມມະນາຄົມຂົນສົ່ງໄດ້ມີຄວາມຄືບ ໜ້າ ສະແດງອອກໃນ 6 ເດືອນຕົ້ນ ປີ 2024 ບໍລິມາດການແລກປ່ຽນ ສິນຄ້າບັນລຸໄດ້ 779.6 ລ້ານໂດລາ ສະຫະລັດ, ຫວຽດນາມ ກໍຈັດຢູ່ໃນ ອັນດັບແຖວໜ້າຂອງຜູ້ລົງທຶນຕ່າງ ປະເທດຢູ່ ສປປ ລາວ ລວມມີ 241 ໂຄງການ, ມູນຄ່າທຶນຈົດທະບຽນ ທັງໝົດ 5,47 ຕື້ໂດລາສະຫະລັດ ແລະ ທຶນການຊ່ວຍເຫລືອລ້າປະຈໍາ ປີ 2024 ມູນຄ່າ 719,2 ຕື້ກວ່າດົງ ແກ່ການພັດທະນາຊັບພະຍາກອນ ມະນຸດຢູ່ ສປປ ລາວ. ສະຫາຍ ຈະເລີນ ເຍຍປາວເຮີ ຍັງໄດ້ຍົກໃຫ້ເຫັນການພົວພັນຮ່ວມ ມືລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ຫວຽດນາມ ເຊິ່ງໄດ້ຮັບການເສີມຂະຫຍາຍທັງ ທາງກວ້າງ ແລະ ທາງເລິກສະເໝີ ມາ.ນອກນັ້ນ,ຍັງມີການພົວພັນຮ່ວມ ມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢ່າງໜັກແໜ້ນໃນເວທີລັດຖະ ສະພາພາກພື້ນ ແລະ ສາກົນ ເປັນຕົ້ນ ກອງປະຊຸມໃຫຍ່ AIPA, IPU, APFF ແລະ ອື່ນໆ. ສຳລັບທິດທາງແຜນການພົວ ພັນຮ່ວມມື ລະຫວ່າງສອງສະພາ ແຫ່ງຊາດ ໃນຕໍ່ໜ້າສະຫາຍ ຈະເລີນ ເຍຍປາວເຮີ ສະເໜີໃຫ້ສືບຕໍ່ຈັດ ຕັ້ງປະຕິບັດເນື້ອໃນຈິດໃຈຂອງ ບົດບັນທຶກວ່າດ້ວຍການຮ່ວມມື (MOU) ລະຫວ່າງ ສອງສະພາ ແຫ່ງ ຊາດ ລາວ-ຫວຽດນາມ, ລະ ຫວ່າງ ສອງຄະນະເລຂາທິການສະ ພາແຫ່ງຊາດລາວ ແລະ ກໍາມາທິ ການທີ່ກ່ຽວຂ້ອງ ໃຫ້ເປັນຮູບປະ ທຳ; ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິ ບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງລະຫວ່າງສອງລັດຖະບານ ກໍຄື ຜົນຂອງກອງປະຊຸມຂອງການ ນໍາຂັ້ນສູງ ຂອງສອງພັກ, ສອງລັດ ແລະ ບັນດາໂຄງການຮ່ວມມືຂອງ ສອງປະເທດ; ຈະສືບຕໍ່ຊຸກຍູ້ການ ພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າແລະການລົງທຶນລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວສູງ ຂຶ້ນ ສົມຄູ່ກັບການພົວພັນຮ່ວມມື ດ້ານການເມືອງ; ສືບຕໍ່ຮ່ວມມືກັນ ສ້າງປຶ້ມ 50 ປີ ແຫ່ງສາຍພົວພັນລະ ຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວແລະສະພາແຫ່ງຊາດແຫ່ງສສ ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ ເພື່ອເປັນມໍລະດົກ ໃຫ້ຄົນຮຸ່ນໜຸ່ມໄດ້ສຶກສາ, ສືບທອດ ແລະ ປົກປັກຮັກສາສາຍພົວພັນແບບ ພິເສດລາວ-ຫວຽດນາມມີໜຶ່ງດຽວ ໃນໂລກ ໃຫ້ໝັ້ນຄົງຕະຫລອດໄປ; ສືບຕໍ່ໃຫ້ບົດຮຽນດ້ານການສ້າງນິຕິ ກໍາຕ່າງໆ ທີ່ຕິດພັນກັບການສ້າງ ແລະ ປັບປຸງກົດໝາຍ ໃຫ້ສະມາຊິກ ສະພາແຫ່ງຊາດ ແລະ ບັນດາຂະ ແໜງການທີ່ກ່ຽວຂ້ອງ ເພື່ອສ້າງ ລັດໃຫ້ຄຸ້ມຄອງດ້ວຍກົດໝາຍ, ພ້ອມ ນີ້ ຍັງໄດ້ສະເໜີໃຫ້ສືບຕໍ່ຝຶກອົບຮົມ ພາສາຫວຽດນາມ ແກ່ພະນັກງານ ຂອງສະພາແຫ່ງຊາດລາວ ໃນຊຸດ ຕໍ່ໄປ ແລະ ສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັນ ໃນການເຄື່ອນໄຫວ ໃນອົງການລັດຖະສະພາພາກພື້ນສາກົນ ແລະ ໃນທ້າຍເດືອນຕຸລາ 2024 ທີ່ຈະມາເຖິງນີ້, ສະພາແຫ່ງ ຊາດລາວ ຈະເປັນເຈົ້າພາບຈັດກອງ ປະຊຸມໃຫຍ່ໄອປາ (AIPA) ຄັ້ງທີ 45, ຫວັງຢ່າງຍິ່ງວ່າສະພາແຫ່ງ ຊາດຫວຽດນາມ ຈະສືບຕໍ່ໃຫ້ການ ຮ່ວມມື, ສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ໃນການປະຕິບັດ ພັນທະສາກົນ ໃຫ້ມີຜົນສໍາເລັດ. ພ້ອມນີ້, ສະຫາຍ ຈະເລີນ ເຍຍ ປາວເຮີ ຍັງໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ ຫລວງຮອບດ້ານທີ່ປະຊາຊົນຫວຽດ ນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດ ຫວຽດນາມ ໃນພາລະກິດພັດທະນາປະເທດຊາດ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີXIII ຂອງພັກກອມມູນິດຫວຽດນາມ, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2021-2025). ພິເສດ, ແມ່ນ ຜົນສໍາເລັດຂອງການດໍາເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV ໃນທ້າຍເດືອນຜ່ານມາ, ເຖິງແມ່ນວ່າໃນສະພາບການພາກ ພື້ນ ແລະ ສາກົນ ສືບຕໍ່ຜັນແປໄປ ຢ່າງສັບສົນແລະຄາດຄະເນໄດ້ຍາກ ແຕ່ ສສ ຫວຽດນາມ ສືບຕໍ່ພັດທະ ນາເສດຖະກິດ-ສັງຄົມໄດ້ຢ່າງໜັກ ແໜ້ນ, ເສດຖະກິດ ສືບຕໍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ ເຮັດໃຫ້ປະເທດ ຊາດ ມີສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ,ສັງຄົມ ມີຄວາມສະຫງົບປອດໄພ, ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບ ການປັບປຸງດີຂຶ້ນເລື້ອຍໆ, ການພົວ ພັນການຕ່າງປະເທດ ໄດ້ຮັບການ ເປີດກວ້າງ, ບົດບາດອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນ ຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຂ່າວ: ທະນູທອງ ພາບ: ຂັນໄຊ ໃສ່ເຮັດໃຫ້ພະນັກງານສື່ມວນຊົນ ກອງທັບປະຊາຊົນລາວ ຍົກສູງລະ ດັບຄວາມຮູ້ດ້ານເຕັກນິກ, ວິຊາ ການ, ການຂຽນບົດຂ່າວ ແລະ ບົດ ລະນະລັດ ປະຊາຊົນ ບັງກະລາເທດ ປະຈໍາ ສປປ ລາວ ຄົນໃໝ່. ພ້ອມທັງ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບແລະການຮ່ວມມືທີ່ດີລະຫວ່າງ ລາວ ແລະ ບັງກະລາເທດ ທີ່ໄດ້ຮັບ ການເສີມຂະຫຍາຍເປັນກ້າວໆມາ ນັບແຕ່ສ້າງຕັ້ງສາຍພົວພັນການ ທູດນໍາກັນ ໃນປີ 1988. ພ້ອມນັ້ນ, ກໍໄດ້ສະແດງຄວາມຫວັງວ່າທ່ານ ເອກອັກຄະລັດຖະທູດຈະສືບຕໍ່ປະ ກອບສ່ວນສົ່ງເສີມການພົວພັນຮ່ວມ ມືສອງຝ່າຍໃຫ້ມີຜົນສໍາເລັດອັນໃໝ່ ໃນຕໍ່ໜ້າ ໂດຍສະເພາະແມ່ນການ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ (IT). ພ້ອມກັນນີ້, ທ່ານເອກອັກຄະລັດ ຖະທູດ ບັງກະລາເທດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ໄດ້ໃຫ້ຄໍາໝັ້ນສັນຍາ ວ່າ ຕົນຈະເຮັດສຸດຄວາມສາມາດ ໃນໄລຍະດໍາລົງຕໍາແໜ່ງເປັນເອກ ອັກຄະລັດຖະທູດ ບັງກະລາເທດ ປະຈໍາ ສປປ ລາວ ໃນການສ້າງ ເງື່ອນໄຂທີ່ດີ ເພື່ອສົ່ງເສີມການຮ່ວມ ມືສອງຝ່າຍ ກໍຄື ການຮ່ວມມືກັບອາ ຊຽນ ເພື່ອປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງສອງປະ ເທດ ໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ກຕທ ລາຍງານ, ໜ້າທີ່ຂັ້ນຕອນການສ້າງ ແຜນການຜະລິດສຳລັບລາຍການ ຂຽນຂ່າວ, ປະສົບການໃນການປະ ຕິບັດພາກສະໜາມ, ຊີ້ນໍາເຕັກນິກ ການຖ່າຍແລະ ເກັບຂໍ້ມູນຂ່າວສານ, ການອອກຂ່າວທາງອອນລາຍ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ ສື່ມວນຊົນຂອງກອງທັບປະຊາຊົນ ລາວ ໄດ້ຮັບການພັດທະນາດີຂຶ້ນ, ສາມາດເຮັດສໍາເລັດໜ້າທີ່ການ ເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້, ປະກອບສ່ວນເສີມ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດ ນາມ ໂດຍສະເພາະສູນວິທະຍຸກະ ຈາຍສຽງກອງທັບປະຊາຊົນຫວຽດ ນາມແລະກອງວິທະຍຸ, ໂທລະພາບ, ໜັງສືພິມກອງທັບກອງທັບປະຊາ ຊົນລາວ ໃຫ້ໝັ້ນຄົງທະນົງແກ່ນຊົ່ວ ກາລະນານ. ຊຸດຝຶກກອົບຮົມໃນຄັ້ງນີ້, ຈະ ໄດ້ດໍາເນີນໄປເປັນເວລາ 90 ວັນ ຈຶ່ງຈະສໍາເລັດຕາມແຜນການ ຂ່າວ: ໂຈ່ລີ້ ວົງໄຊ

xtgmf]k; 3 08/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me lts;a ootg0f gvq k.9.lj cdh w07eltg|u 0v'xt-k-q o ບົດໂດຍ: ມາລີດາ ໂດຍ: ເຂົ້າຈານນໍ້າ ແຫລ່ງຂໍ້ມູນຈາກ: ແຂວງບໍ່ແກ້ວ ບົດສະເໜີ ໂດຍ:ວັນໄຊ ຕະວິນຍານ 7n ola foE{la fxj k l6j me,t-kf lt,k7q ,7e7y f lh k'vk-u [ .sh xt-k-q o[h kocdj o7erQ om5 d * ໂດຍເຫັນໄດ້ເຖິງຄຸນປະໂຫຍດ ຂອງສັດນໍ້າ ແລະ ສັດປ່າຕໍ່ການດໍາ ລົງຊີວິດໃນທຳມະຊາດ ຢ່າງຢືນ ຍົງ. ພັກ ແລະ ລັດຖະບານ ລາວເຮົາ ໄດ້ວາງນະໂຍບາຍ, ອອກກົດໝາຍ ແລະ ນິຕິກໍາຕ່າງໆ ເພື່ອສົ່ງເສີມ ການລ້ຽງ, ການຂະຫຍາຍພັນ ແລະ ການຊົມໃຊ້ແບບຍືນຍົງ. ໄປພ້ອມ ກັບການອະນຸລັກ ສັດນໍ້າ-ສັດປ່າ ປະເພດຫວງຫ້າມ, ເກືອບຫ້າມ ການລ່າສັດແບບຊະຊາຍ ຫລື ຫ້າມ ລ່າໃນລະດູສັດວ່າງໄຂ່... ເມື່ອຮອດ ວັນທີ 13 ກໍລະກົດ ຂອງທຸກໆປີ ລັດຖະບານລາວເຮົາ ໄດ້ກໍານົດໃຫ້ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ຊຶ່ງປີນີ້ ໄດ້ໝູນວຽນມາຄົບຮອບ 27 ປີ (13 ກໍລະກົດ 1997-13 ກໍລະ ກົດ 2024)ທັງນີ້ເພື່ອແນໃສ່ສ້າງ ສະຕິໃນການປົກປັກຮັກສາ, ພັດ ທະນາ ແລະ ຄືນຄວາມອຸດົມສົມບູນ ໃຫ້ກັບທໍາມະຊາດ ກໍຄືເປັນແຫລ່ງ ອາຫານໃຫ້ປະຊາຊົນລາວບັນດາ ເຜົ່າ. ເພື່ອຈັດຕັ້ງຜັນຂະຫຍາຍເນື້ອ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ VI ແລະແຜນພັດທະນາເສດຖະກິດສັງຄົມ ຂອງລັດຖະບານ 5 ປີ ຄັ້ງທີ IX ແຕ່ປີ 2021-2025, ການປະ ຕິບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນໃຫ້ເປັນຮູບປະ ທໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຜັນຂະຫຍາຍອອກ ເປັນຄໍາສັ່ງ, ແຈ້ງການ ໃຫ້ບັນດາກົມກ່ຽວຂ້ອງ ໃນຂັ້ນສູນກາງ, ອົງການປົກຄອງ ຂັ້ນທ້ອງຖິ່ນ ຕະຫລອດຮອດຜູ້ປະ ກອບການ ແລະ ປະຊາຊົນລາວບັນ ດາເຜົ່າໃນຂອບເຂດທົ່ວປະເທດ ເພີ່ມຄວາມເອົາໃຈໃສ່ ຕໍ່ວຽກງານ ການພັດທະນາການອະນຸລັກ, ການ ຄຸ້ມຄອງ ແລະ ນໍາໃຊ້ສັດນໍ້າ-ສັດປ່າ ໃຫ້ມີຄວາມຍືນຍົງ ເພື່ອປະກອບ ສ່ວນເຂົ້າໃນການຄໍ້າປະກັນດ້ານ ສະບຽງອາຫານ ແລະ ໂພຊະນາ ການພ້ອມທັງສ້າງລາຍຮັບໃຫ້ປະ ຊາຊົນລາວໃຫ້ນັບມື້ຫລາຍຂຶ້ນ. ດ້ວຍຄວາມເອົາໃຈໃສ່ຂອງ ພັກ-ລັດຖະບານ, ມາຮອດປັດຈຸບັນ, ປະເທດລາວເຮົາມີສູນ, ສະຖານີທີ່ ຜະລິດລູກປາຂອງລັດ ຈໍານວນ 53 ແຫ່ງ, ຟາມຜະລິດລູກປາ ຂອງ ເອກະຊົນ ຫລາຍກວ່າ 130 ແຫ່ງ ແລະ ການຜະລິດລູກປາແບບຄອບ ຄົວມີ 352 ແຫ່ງ ສາມາດສະໜອງ ແນວພັນປາໃຫ້ສັງຄົມໄດ້ໂດຍ ພື້ນ ຖານ ຈໍານວນ 383 ລ້ານໂຕ (ສະ ໜອງໄດ້ 72 ສ່ວນຮ້ອຍຂອງແຜນ ການ), ມີຟາມລ້ຽງສັດປ່າສູນຂະ ຫຍາຍພັນສັດປ່າ ຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນ ຄວ້າທົດລອງລ້ຽງ, ຂະຫຍາຍພັນ ສັດປ່າ ແລະ ປາພື້ນເມືອງໄດ້ຫລາຍ ຊະນິດ ຊຶ່ງໃນທົ່ວປະເທດ ມີວັງສະ ຫງວນປາ ຈໍານວນ 1.050 ກວ່າວັງ ໃນນັ້ນມີຄະນະຄຸ້ມຄອງວັງສະຫງວນ ແລ້ວ 819 ວັງ ແລະ ມີເຂດອະນຸລັກ ພັນສັດປ່າແຫ່ງຊາດ 01 ເຂດ. ໃນປີ 2022 ຜ່ານມາ, ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບ ບັນດາອົງການປົກຄອງທ້ອງຖິ່ນ ຂອງແຂວງໃນຂອບເຂດທົ່ວປະເທດ ໄດ້ຈັດກິດຈະກໍາ ໃນວັນປ່ອຍປາ ແລະ ອະນຸລັກ ສັດນ້ໍາ-ສັດປ່າ ແຫ່ງ ຊາດ ໂດຍມີປະຊາຊົນ, ພໍ່ຄ້າຊາວ ຂາຍ, ຜູ້ປະກອບການ ລວມທັງອົງ ການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າ ຮ່ວມ ແລະ ໃຫ້ການສະໜັບສະໜູນ ແນວພັນປາ, ແນວພັນສັດນໍ້າ ແລະ ສັດປ່າ ທີ່ໄດ້ປ່ອຍທັງໝົດແມ່ນ 61,3 ລ້ານໂຕ.ນອກນັ້ນຍັງໄດ້ປ່ອຍ ສັດປ່າ ປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆຄືນສູ່ທໍາມະ ຊາດຈໍານວນ 200 ກວ່າໂຕ. ສະ ເພາະການປ່ອຍປາ, ສັດນໍ້າ ແລະ ສັດປ່າ ໃນປີ 2023 ຜ່ານມານີ້ ໃນ ທົ່ວປະເທດ ປ່ອຍປາ, ສັດນໍ້າ ແລະ ສັດປ່າ ເພື່ອຄືນຄວາມອຸດົມສົມບູນ ສູ່ທໍາມະຊາດ ແລະ ລົງສູ່ແຫລ່ງນໍ້າ ຕ່າງໆ ໄດ້ທັງໝົດ 62 ລ້ານໂຕ ແລະ ປ່ອຍສັດປ່າຄືນສູ່ທໍາມະຊາດຫລາຍ ກວ່າ 300 ໂຕ. ສໍາລັບ ປີ 2024 ນີ້ ຄາດວ່າຈະປ່ອຍປາໃຫ້ໄດ້ 64 ລ້ານໂຕ. ເຖິງແນວໃດກໍຕາມ, ເພື່ອປົກປັກ ຮັກສາສັດນໍ້າ-ສັດປ່າບໍ່ໃຫ້ມີການ ດັບສູນ, ໃຫ້ມີການຂະຫຍາຍພັນ, ສາມາດຕອບສະໜອງຄວາມຕ້ອງ ການດ້ານອາຫານຂອງປະຊາຊົນ ບັນດາເຜົ່າໃຫ້ມີຄວາມໝັ້ນຄົງຢ່າງ ຕໍ່ເນື່ອງແລະມີຄວາມສົມດູນກັບລະ ບົບນິເວດທາງທໍາມະຊາດ. ພວກ ເຮົາທຸກຄົນຈົ່ງສ້າງສະຕິເຄົາລົບ ກົດໝາຍ,ຄໍາສັ່ງ,ລະບຽບການກ່ຽວ ກັບການຊົມໃຊ້, ຮູ້ຫວງແຫນ, ອະນຸ ລັກ, ປົກປັກຮັກສາແບບຍືນຍົງ. ຄືນສັດນໍ້າ-ສັດປ່າສູ່ທໍາມະຊາດໃຫ້ ຫລາຍຂຶ້ນ ເຮັດໃຫ້ສັດນໍ້າ-ສັດປ່າ ມີຄວາມອຸດົມສົມບູນສ້າງໃຫ້ເປັນ ທ່າແຮງທາງດ້ານເສດຖະກິດ-ສັງ ຄົມຂອງປະເທດຊາດ. ປະຊາຊົນ ເຊິ່ງນອກຈາກການບຸກ ບືນສູ້ຊົນຂອງເຂົາເຈົ້າແລ້ວ ທັງ ພາກລັດ-ເອກະຊົນ, ອົງການຈັດຕັ້ງ ທາງສັງຄົມ ຕ້ອງໄດ້ປະກອບສ່ວນ ຊ່ວຍເພີ່ມຕື່ມບາງດ້ານ ໂດຍສະ ເພາະແມ່ນພື້ນຖານໂຄງລ່າງທີ່ຈຳ ເປັນ, ແນວພັນ, ດ້ານເຕັກນິກ-ວິຊາ ການ ເພື່ອສ້າງເງື່ອນໄຂສະດວກໃຫ້ ແກ່ການປະກອບອາຊີບທີ່ມີລາຍຮັບ ໝັ້ນຄົງ ຈຶ່ງສາມາດແກ້ໄຂຄວາມ ທຸກຍາກໃຫ້ຫລຸດລົງເທື່ອລະກ້າວ. ຢ່າງໃດກໍດີ ດັ່ງເມື່ອມໍ່ໆນີ້ສະມາຄົມ ຄໍາຄິດ ປະຈໍາແຂວງບໍ່ແກ້ວ ໄດ້ນຳ ເອົາພໍ່ແມ່ພັນແບ້ໄປມອບໃຫ້ປະຊາ ຊົນກຸ່ມລ້ຽງແບ້ ຢູ່ບ້ານແກ່ນຄໍາ ເມືອງຜາອຸດົມ ເຊິ່ງເປັນອີກໜຶ່ງທິດ ທາງໃນການປະກອບສ່ວນຊ່ວຍ ເຫລືອແກ້ໄຂຄວາມທຸກຍາກ, ປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ກຸ່ມລ້ຽງແບ້ບ້ານດັ່ງກ່າວໃຫ້ດີຂຶ້ນ. ການມອບແບ້ຄັ້ງນີ້, ຕາງໜ້າມອບ ໂດຍທ່ານນາງພອນໄຊມະນີວົງໄຊ * ນັບວ່າ ເປັນອີກໜຶ່ງຄວາມດີ ໃຈຂອງປະຊາຊົນບ້ານແກ່ນຄຳ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ ຈະໄດ້ມີອາຊີບຢ່າງໝັ້ນຄົງ ແລະ ມີ ລາຍຮັບມາແກ້ໄຂຄວາມທຸກຍາກ ແລ້ວ, ພາຍຫລັງສະມາຄົມຄຳຄິດ ປະຈຳແຂວງໄດ້ນຳເອົາພໍ່ແມ່ພັນ ແບ້ໃຫ້ລ້ຽງ ໂດຍສະເພາະແມ່ນກຸ່ມ ລ້ຽງແບ້ບ້ານດັ່ງກ່າວ 66 ໂຕ. ການແກ້ໄຂຄວາມທຸກຍາກ ຂອງ ເປົ້າໝາຍບ້ານແກ່ນຄໍາຄັ້ງນີ້, ມີທັງ ໝົດ18 ຄອບຄົວ, ມີແບ້66 ໂຕ. ໃນ ນັ້ນ, ມີແບ້ແມ່ 62 ໂຕ, ແບ້ຜູ້ 2 ໂຕ ລວມມູນຄ່າກວ່າ 107 ລ້ານກີບ. ພາຍຫລັງມອບ-ຮັບຜ່ານມາ ທີມງານຂອງເມືອງໄດ້ລົງຕິດຕາມ ແບ້ທີ່ເປັນພະຍາດຕາມລະການ 8 ຄັ້ງ, ພ້ອມໄດ້ສະໜອງຢາໃຫ້ກຸ່ມ ລ້ຽງແບ້ດັ່ງກ່າວ 1 ຄັ້ງ. ປະທານສະມາຄົມຄໍາຄິດປະຈໍາ ແຂວງບໍ່ແກ້ວ,ມີທ່ານນາງຈັນທອນ ພອນສະລິ ຫົວໜ້າຫ້ອງການແຮງ ງານ ແລະ ສະຫວັດດີການ-ສັງຄົມ ເມືອງ ພ້ອມດ້ວຍວິຊາການຈາກ ຫ້ອງການກ່ຽວຂ້ອງເມືອງ ແລະ ພໍ່ ແມ່ປະຊາຊົນກຸ່ມລ້ຽງແບ້ຂອງບ້ານ ແກ່ນຄໍາ ເຂົ້າຮ່ວມ. ທ່ານນາງ ພອນໄຊ ມະນີວົງໄຊ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງສະມາຄົມຄໍາຄິດ ທີ່ສະໜອງທຶນໃນການຈັດຊື້ສັດ ລ້ຽງ ເພື່ອສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ມີໃຈຮັກມັກອາຊີບການປູກການລ້ຽງ ພ້ອມທັງຮຽກຮ້ອງໃຫ້ພໍ່ ແມ່ປະຊາຊົນກຸ່ມລ້ຽງແບ້ ເອົາໃຈ ໃສ່ພັດປ່ຽນກັນ ເບິ່ງແຍງ-ດູແລ ສັດ ລ້ຽງຢ່າງໃກ້ຊິດ ເປັນປົກກະຕິ ເພື່ອ ປ້ອງກັນ ທັງຫລີກລ້ຽງບໍ່ໃຫ້ມີການ ສູນເສຍ ແລະ ເກີດພະຍາດຕາມລະ ດູການບວກໃສ່ຮັກສາຄວາມສາ ມັກຄີກັນພາຍໃນກຸ່ມ ເພື່ອເຮັດໃຫ້ ກຸ່ມລ້ຽງແບ້ດັ່ງກ່າວ ມີຄວາມຍືນ ຍົງ, ໄດ້ຮັບຜົນປະໂຫຍດໃຫ້ຫລາຍ ທີ່ສຸດ ແລະ ກາຍເປັນກຸ່ມຕົວແບບ ໃຫ້ບ້ານອື່ນ. ແບ້ທີ່ນຳມາມອບໃຫ້ຄອບຄົວກຸ່ມ ພາບປະກອບ * ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ມາຮອດ ປັດຈຸບັນເຂດເລືອກຕັ້ງທີ 13 ກໍ່ຄື ສະພາປະຊາຊົນແຂວງສະຫວັນ ນະເຂດ ຂອງພວກຂ້າພະເຈົ້າໄດ້ ເອົາໃຈໃສ່ໃນການຈັດຕັ້ງການລົງ ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະ ນາເຜີຍແຜ່ລັດຖະທຳມະນູນ, ກົດ ໝາຍ, ບັນດາມະຕິທີ່ ສພຊ - ສພຂ ໄດ້ຮັບຮອງເອົາ ແລະ ບັນດານິຕິກຳ ໃຕ້ກົດໝາຍຈຳນວນໜຶ່ງແມ່ນເລີ່ມ ຈັດຕັ້ງປະຕິບັດພາຍຫລັງສຳເລັດ ການດຳເນີນກອງປະຊຸມຂອງສະ ພາແຫ່ງຊາດ, ສະພາປະຊາຊົນ ແຂວງທຸກຄັ້ງໂດຍສະມາຊິກສະພາ ແຫ່ງຊາດໄດ້ເຄື່ອນໄຫວຮ່ວມກັບ ບັນດາທ່ານສະມາຊິກສະພາປະຊາ ຊົນແຂວງທີ່ປະຈຳເຂດເລືອກຕັ້ງ ເມືອງ-ນະຄອນໄດ້ຈັດຕັ້ງການເຜີຍ ແຜ່ນຳເອົາຜົນສຳເລັດຂອງກອງ ປະຊຸມລົງສູ່ຜູ້ມີສິດເລືອກຕັ້ງໄດ້ ຮັບຊາບຢ່າງທົ່ວເຖິງ ໃນ 416 ຈຸດ ກວມເອົາ 267 ກຸ່ມບ້ານ, 41 ກົມ ກອງແລະ15ເທສະບານເມືອງ,ນະ ຄອນເຊິ່ງມີຜູ້ມີສິດເລືອກຕັ້ງເຂົ້າ ຮ່ວມຮັບຟັງທັງໝົດ 52 ພັນກວ່າ ຄົນ, ຍິງ 21 ພັນກວ່າຄົນ; ຕິດພັນ ກັບການລົງເຄື່ອນໄຫວສະມາຊິກ ສະພາແຫ່ງຊາດທີ່ປະຈໍາຢູ່ສູນກາງ ແລະ ທ້ອງຖິ່ນກໍ່ໄດ້ນໍາເອົາເຄື່ອງອຸ ປະໂພກ-ບໍລິໂພກມອບໃຫ້ຫ້ອງວ່າ ການເມືອງແລະປະຊາຊົນເຂດຫ່າງ ໄກສອກຫລີກເປັນຕົ້ນ: ແນວພັນ ເຂົ້າ, ຄອມພິວເຕີຕັ້ງໂຕະ, ເຄື່ອງປິນ ເຕີ, ລຳໂພງ, ຊຸດໂທລະໂຄງ, ອຸປະ ກອນປ້ອງກັນພະຍາດໂຄວິດ 19, ອຸ ປະກອນການຮຽນ, ອຸປະກອນການ ແພດ, ອຸປະກອນກິລາ, ຜ້າຫົ່ມ, ເຄື່ອງນຸ່ງ, ເຂົ້າສານ, ອາຫານສໍາ ເລັດຮູບ ແລະ ເງິນສົດອີກຈໍານວນ ໜຶ່ງລວມເປັນມູນຄ່າທັງໝົດ 923 ລ້ານກີບ. ພ້ອມດຽວກັນນັ້ນ ກໍ່ຍັງ ໄດ້ຮັບເອົາຄໍາສະເໜີຂອງປະຊາຊົນ ທີ່ສະເໜີເຂົ້າມາຫລາຍກ່ຽວ ການ ພັດທະນາເສດຖະກິດ-ສັງຄົມ, ພື້ນ ຖານໂຄງລ່າງ, ປະກົດການຫຍໍ້ທໍ້ ເກີດຂຶ້ນໃນສັງຄົມ, ຜົນກະທົບຈາກ ໂຄງການກໍ່ສ້າງທີ່ມີຜົນກະທົບຕໍ່ ສິ່ງແວດລ້ອມ, ສັງຄົມ ແລະ ຊີວິດ ການເປັນຢູ່ຂອງພໍ່ແມ່ປະຊາຊົນ ເພື່ອນຳໄປສົມທົບກັບອົງການປົກ ຄອງແຂວງ ແລະ ພາກສ່ວນກ່ຽວ ຂ້ອງເພື່ອພິຈາລະນາແກ້ໄຂ. ຕໍ່ກັບ ບັນຫາດັ່ງກ່າວ ບັນດາທ່ານສະມາ ຊິກສະພາແຫ່ງຊາດປະຈຳເຂດ ເລືອກຕັ້ງ ແລະ ສະມາຊິກສະພາປະ ຊາຊົນແຂວງປະຈຳເຂດເລືອກຕັ້ງ ເມືອງ-ນະຄອນຕ້ອງເພີ່ມທະວີການ ສ້າງແຜນການຕິດຕາມກວດກາ ຢ່າງມີຈຸດສຸມ ໂດຍສະເພາະການ ກຳນົດຫົວຂໍ້, ຂັ້ນຕອນວິທີການຕິດ ຕາມກວດກາ ໃຫ້ມີຄວາມຊັດເຈນ, ຄົ້ນຄ້ວາກຳແໜ້ນເນື້ອໃນຂອງກົດ ໝາຍ ໂດຍສົມທົບກັບພາກສ່ວນ ຕ່າງໆຕາມສິດແລະໜ້າທີ່ໄດ້ກໍານົດ ໄວ້ ຢ່າງເຕັມສ່ວນ ໃນນາມເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ແນ ໃສ່ຊຸກຍູ້ ແລະ ເກັບກໍາຂໍ້ມູນສະພາບ ການປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ຖືສໍາຄັນການເຄົາລົບ, ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດ, ການຈັດ ຕັ້ງຜັນຂະຫຍາຍມະຕິຂອງກອງປະ ຊຸມສະພາແຫ່ງຊາດ ແລະ ສະພາປະ ຊາຊົນແຂວງ ຖືເອົາການໂຄສະນາ ເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍລົງສູ່ທຸກຊັ້ນຄົນ ໃຫ້ກວ້າງຂວາງເພື່ອປຸກລະດົມມີ ສະຕິເຄົາລົບກົດໝາຍຮັບປະກັນ ໄດ້ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ,ທຸກພາກສ່ວນ ເປັນເຈົ້າການມີສ່ວນຮ່ວມ, ໃຫ້ການ ຮ່ວມມືແລະປະກອບສ່ວນທາງ ດ້ານສະຕິປັນຍາ, ເຫື່ອແຮງໃນການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດເວົ້າລວມເວົ້າສະ ເພາະເພື່ອເຮັດໃຫ້ສັງຄົມພາຍໃນ ແຂວງສະຫວັນນະເຂດ ມີຄວາມ ສະຫງົບປອດໄພ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍເພື່ອສ້າງເງື່ອນ ໄຂເອື້ອຍອຳນວຍໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ຂະຫຍາຍຕົວຕໍ່ເນື່ອງ.

RkJQdWJsaXNoZXIy MTc3MTYxMQ==