ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

05/07/2024 13:59
Email Print 358
ຂປລ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.



ຂປລ. ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)  ຮ່ວມກັບ  ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້,ທ່ານ ນາງ ມານີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ  ໄດ້ໃຫ້ຮູ້ວ່າ: ການທ່ອງທ່ຽວລາວ ເປັນຂະແໜງການໜຶ່ງ ທີ່ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງລັດຖະບານລາວ ຖືເອົາເປັນຂະແໜງ ເສດຖະກິດໜຶ່ງທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໃນຊຸມປີຜ່ານມາ ມີນັກທ່ອງທ່ຽວສາກົນມາທ່ຽວ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ນັກທ່ອງທ່ຽວຈີນ ແມ່ນຕະຫລາດທ່ອງທ່ຽວໜຶ່ງທີ່ສຳຄັນ ຂອງການທ່ອງທ່ຽວລາວ ແລະ ຈັດເປັນອັນດັບທີ 3 ທັດຈາກນັກທ່ອງທ່ຽວໄທ ແລະ ຫວຽດນາມ. ສະນັ້ນ, ເພື່ອເສີມຂະຫຍາຍການຕະຫລາດທ່ອງທ່ຽວລາວ ດຶງດູດນັກທ່ອງທ່ຽວຈີນ ມາທ່ຽວລາວ ໃຫ້ນັບມື້ນັບເພີ່ມຂຶ້ນ ຂະແໜງການທ່ອງທ່ຽວລາວ ຈະຕ້ອງສືບຕໍ່ອຳນວຍຄວາມສະດວກ, ກະກຽມບັນດາເງື່ອນໄຂຕ່າງໆ ເພື່ອຮອງຮັບການຂະຫຍາຍຕົວ ຂອງຕະຫລາດດັ່ງກ່າວ. ໃນ 4 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວຈີນ ມາທ່ຽວລາວ 351.419 ເທື່ອຄົນ ເພີ່ມຂຶ້ນ 67% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2023 ຄາດຄະເນວ່າຮອດທ້າຍປີ 2024 ຈະບັນລຸໄດ້ 8 ເເສນ ເທື່ອຄົນ.




ການລົງນາມບົດບັນທຶກສະບັບນີ້
, ຈະເປັນບາດກ້າວທີ່ສຳຄັນ ປະກອບສ່ວນເຂົ້າໃນການຈັດປີທ່ອງທ່ຽວ ລາວ 2024. ພ້ອມກັນນີ້, ຈະເປັນໂອກາດທີ່ດີສໍາລັບການພັດທະນາ ສົ່ງເສີມການຕະຫລາດຂອງລາວ ໃນຕະຫລາດ ນັກທ່ອງທ່ຽວຈີນ, ພັດທະນາ ຜະລິດຕະພັນການທ່ອງທ່ຽວ, ການບໍລິການທ່ອງທ່ຽວ, ສົ່ງເສີມໂຄສະນາການທ່ອງທ່ຽວ, ພັດທະນາບຸກຄະລາກອນທ່ອງທ່ຽວ, ລວມທັງການນຳໃຊ້ເຕັກໂນໂລຊີ ໃນຂະແໜງການທ່ອງທ່ຽວ ໂດຍສະເພາະ ຮູບແບບໂຄສະນາການທ່ອງທ່ຽວລາວ ໃນລະບົບດິຈີຕອນ, ແອັບວີແຊັດ, ອາລີເພ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວຈີນ ທີ່ຈະເດີນທາງມາທ່ຽວລາວ .

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສູນບັນຊາການຊ້ອມຮົບຮ່ວມ ກອງທັບລາວ-ຈີນ ຫາລືແຜນຊ້ອມຮົບໃຫ້ມີຄວາມຮັບປະກັນຮອບດ້ານການເມືອງ

      ສູນບັນຊາການຊ້ອມຮົບຮ່ວມ ກອງທັບລາວ-ຈີນ ຫາລືແຜນຊ້ອມຮົບໃຫ້ມີຄວາມຮັບປະກັນຮອບດ້ານ

      7/8/2024 1:04:49 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະຮັບຜິດຊອບສູນຊີ້ນໍາຮ່ວມ, ສູນບັນຊາການຊ້ອມຮົບຮ່ວມ ສອງກອງທັບລາວ-ຈີນ ພ້ອມດ້ວຍອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ຈັດກອງປະ ຊຸມປຶກສາຫາລືແລກປ່ຽນບົດຮຽນ ແລະ ເອກະພາບເນື້ອໃນແຜນການຊ້ອມຮົບ ໃຫ້ມີຄວາມຮັບປະກັນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວ

      7/8/2024 12:59:29 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຊຸດທີ II ໃນວັນທີ 8 ກໍລະກົດ 2024 ຢູ່ອົງການປົກຄອງນະຄອນຫລວງວຽງຈັນ

    • ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນການເມືອງ

      ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນ

      7/8/2024 9:37:05 AM

      ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ມາຮອດປັດຈຸບັນເຂດເລືອກຕັ້ງທີ 13 ກໍ່ຄືສະພາປະຊາຊົນແຂວງສະຫວັນນະເຂດ ຂອງພວກຂ້າພະເຈົ້າໄດ້ເອົາໃຈໃສ່ໃນການຈັດຕັ້ງການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ບັນດາມະຕິທີ່ ສພຊ - ສພຂ ໄດ້ຮັບຮອງເອົາ.

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

ads
ads

Top