ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ການຝຶກອົບຮົມການນຳໃຊ້ລະບົບອະນຸຍາດດຳເນີນທຸລະກິດ ໃນຂະແໜງທ່ອງທ່ຽວ, ການຄຸ້ມຄອງຕິດຕາມກວດກາ
ຂປລ. ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ການຝຶກອົບຮົມການນຳໃຊ້ລະບົບອະນຸຍາດດຳເນີນທຸລະກິດ ໃນຂະແໜງທ່ອງທ່ຽວ, ການຄຸ້ມຄອງຕິດຕາມກວດກາ ແລະ ການບໍລິການໃນຮູບແບບເອເລັກໂຕຣນິກທັນສະໄໝ (ແບບອອນລາຍ) ໃຫ້ພະນັກງານໃນຂະແໜງການທ່ອງທ່ຽວ 8 ແຂວງພາກເໜືອ ໃນວັນທີ 8 ກໍລະກົດ 2024 ທີ່ພະແນກ ຖວທ ແຂວງຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວຽງສະຫວັນ ແກ້ວພັກດີ, ທ່ານ ເພັດສະໝອນ ສຸລິຍະແສງ ຮອງຫົວໜ້າພະແນກ ຖວທ ແຂວງຊຽງຂວາງ ພ້ອມດ້ວຍສຳມະນາກອນຈາກແຂວງຜົງສາລີ, ບໍ່ແກ້ວ, ອຸດົມໄຊ, ຫລວງນໍ້າທາ, ຫົວພັນ, ຫລວງພະບາງ, ໄຊຍະບູລີ ແລະ ແຂວງຊຽງຂວາງ.
ຈຸດປະສົງຂອງ ການຝຶກອົບຮົມ ເພື່ອເປັນການຍົກສູງຄວາມຮູ້ຄວາມສາມາດ ແລະ ສ້າງຄວາມເຂົ້າໃຈກ່ຽວກັບຫລັກການ ແລະ ເຄື່ອງມື ທີ່ນໍາໃຊ້ໃນການສ້າງ ແລະ ປັບປຸງວຽກງານ ການອອກໃບອະນຸຍາດດຳເນີນທຸລະກິດ, ໃນຂະແໜງທ່ອງທ່ຽວ ພ້ອມທັງການຄຸ້ມຄອງຕິດຕາມກວດກາ ແລະ ການບໍລິການ ໃນຮູບແບບເອເລັກໂຕຣນິກທັນສະໄໝ (ແບບອອນລາຍ) ເພື່ອສ້າງຄວາມສະດວກ ແລະ ວອງໄວ ແກ່ການບໍລິການ ແລະ ການດຳເນີນງານ ໃນຂອບເຂດ ຖວທ ໂດຍສະເພາະ ຂົງເຂດການທ່ອງທ່ຽວ.
ການຝຶກອົບຮົມຄັ້ງນີ້, ບັນດານັກສຳມະນາກອນ ຈະໄດ້ຮຽນຮູ້ຄູ່ມືການນຳໃຊ້ລະບົບອະນຸຍາດດຳເນີນທຸລະກິດ ໃນຂະແໜງການທ່ອງທ່ຽວ ໃນຮູບແບບເອເລັກໂຕຣນິກທັນສະໄໝ, ການໃຊ້ເວບໄຊໜ້າບ້ານໂດຍລົງເລິກ ການສະໝັກບັນຊີ, ວິທີປ້ອນຂໍ້ມູນຂໍໃບອະນຸຍາດ ດຳເນີນທຸລະກິດ, ວິທີການປ້ອນຂໍ້ມູນອອກບັດນຳທ່ຽວ; ການໃຊ້ເວບໄຊຈັດຂໍ້ມູນຫລັງບ້ານ ໂດຍລົງເລິກ ການຈັດການໃບອະຍຸຍາດທຸລະກິດ, ການອະນຸມັດໃບອະນຸຍາດ, ການຈັດອັນດັບທຸລະກິດ, ການອັບເດດການຊຳລະເງິນ, ການຈັດຝຶກອົບຮົມນຳທ່ຽວ, ການຈັດການບັດນຳທ່ຽວ, ການຈັດການຜູ້ໃຊ້ລະບົບ ແລະ ການຈັດການຕັ້ງຄ່າລະບົບ.
ພ້ອມນີ້, ຜູ້ເຂົ້າຮ່ວມ ຍັງໄດ້ມີຄໍາຄິດຄຳເຫັນແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນການບໍລິການ ການທ່ອງທ່ຽວ ເພື່ອເຮັດໃຫ້ການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ມີຄວາມເປັນເອກະພາບ ໃນທິດທາງດຽວກັນ.
KPL