ທູດລາວປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ

05/07/2024 13:44
Email Print 311
ຂປລ ຂປລ. ວັນທີ 3 ມິຖຸ​ນາ 2024 ຜ່ານມາ, ທີ່ນະ​ຄອນຫລວງ ຮ່າ​ໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອ​ກ ອັກຄະ​ລັດ​ຖະ​ທູດ ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະໄດ້ເຂົ້າຢ້ຽມ​ຂ່ຳ​ນັບທ່ານ ພົນ​ເອກ ຟານ ວັນຢາງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສ​ສ ຫວຽດ​ນາມ.

ຂປລ. ວັນທີ 3 ມິຖຸນາ 2024 ຜ່ານມາ, ທີ່ນະຄອນຫລວງ ຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກ ອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພົນເອກ ຟານ ວັນຢາງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ.

ທ່ານ ນາງ ຄຳເພົາ ເອີນທະວັນ ​​ໄດ້ນຳເອົາຄຳຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄຳອວຍພອນອັນປະ ເສີດ ຂອງການນຳພັກ, ລັດຖະບານ, ລັດຖະມົນຕີກະຊວງປ້ອງກັນປະເທດລາວເຖິງການນຳພັກ, ລັດຖະບານ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນ​​ອົບອຸ່ນ, ​ສະໜິດສະໜົມຂອງ ທ່ານ ພົນເອກ ຟານ ວັນຢາງແລະ ສະແດງຄວາມຂອບໃຈມາຍັງພັກ, ລັດຖະບານ​, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວໃນການປະຕິບັດສອງໜ້າທີ່ຍຸດທະສາດທີ່ພັກ, ລັດແລະ ປະຊາຊົນມອບໝາຍໃຫ້. ໃນໄລຍະຜ່ານມາ, ສອງກະຊວງປ້ອງກັນປະເທດຂອງລາວ ແລະ ຫວຽດນາມ ໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືປະຈຳປີໄດ້ຮັບຜົນສຳເລັດແລະ ປະກົດຜົນເປັນຈິງໃນຫລາຍດ້ານ. ໃນນັ້ນ, ພົ້ນເດັ່ນແມ່ນວຽກງານໂຄສະນາ, ສຶກສາອົບຮົມດ້ານການເມືອງແນວຄິດ, ວຽກງານແລກປ່ຽນຂໍ້ມູນຂ່າວສານດ້ານປ້ອງກັນຊາດ, ວຽກງານຄຸ້ມຄອງຊາຍແດນ, ວຽກງານຝຶກຊ້ອມ ແລະ ອື່ນໆ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຮັບໜ້າທີ່ເປັນເອອັກຄະລັດຖະທູດລາວຄົນໃໝ່ ປະຈຳ ສຫວຽດນາມ ເຊິ່ງຈະປະຕິບັດໜ້າທີ່ເປັນຂົວຕໍ່ປະສານງານກັບພາກສ່ວນຕ່າງຂອງທັງສອງຊາດ ເພື່ອເສີມຂະຫຍາຍສາຍພົວພັນ​​ມິດຕະພາບ ລະຫວ່າງສອງປະເທດລາວ-ຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງ​. ພ້ອມນີ້, ທ່ານຍັງໄດ້ຢືນຢັນວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ໂດຍສະເພາະແມ່ນກະຊວງປ້ອງກັນປະເທດຂອງສອງເທດໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ​, ຮັບປະກັນປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງເພື່ອສ້າງເງື່ອໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.

ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນໄດ້ໃຫ້ຄຳໝັ້ນສັນຍາວ່າ  ຈະປະຕິບັດໜ້າທີ່ສຸດຄວາມສາ ມາດຂອງຕົນ  ໃນການເປັນຂົວຕໍ່ສຳຄັນໃຫ້ແກ່ການຊຸກຍູ້ການຮ່ວມມືຂອງສອງຝ່າຍ ເພື່ອເສີມຂະຫຍາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

KPL

ຂ່າວອື່ນໆ

    • ສູນບັນຊາການຊ້ອມຮົບຮ່ວມ ກອງທັບລາວ-ຈີນ ຫາລືແຜນຊ້ອມຮົບໃຫ້ມີຄວາມຮັບປະກັນຮອບດ້ານການເມືອງ

      ສູນບັນຊາການຊ້ອມຮົບຮ່ວມ ກອງທັບລາວ-ຈີນ ຫາລືແຜນຊ້ອມຮົບໃຫ້ມີຄວາມຮັບປະກັນຮອບດ້ານ

      7/8/2024 1:04:49 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະຮັບຜິດຊອບສູນຊີ້ນໍາຮ່ວມ, ສູນບັນຊາການຊ້ອມຮົບຮ່ວມ ສອງກອງທັບລາວ-ຈີນ ພ້ອມດ້ວຍອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ຈັດກອງປະ ຊຸມປຶກສາຫາລືແລກປ່ຽນບົດຮຽນ ແລະ ເອກະພາບເນື້ອໃນແຜນການຊ້ອມຮົບ ໃຫ້ມີຄວາມຮັບປະກັນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວ

      7/8/2024 12:59:29 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຊຸດທີ II ໃນວັນທີ 8 ກໍລະກົດ 2024 ຢູ່ອົງການປົກຄອງນະຄອນຫລວງວຽງຈັນ

    • ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນການເມືອງ

      ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນ

      7/8/2024 9:37:05 AM

      ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ມາຮອດປັດຈຸບັນເຂດເລືອກຕັ້ງທີ 13 ກໍ່ຄືສະພາປະຊາຊົນແຂວງສະຫວັນນະເຂດ ຂອງພວກຂ້າພະເຈົ້າໄດ້ເອົາໃຈໃສ່ໃນການຈັດຕັ້ງການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ບັນດາມະຕິທີ່ ສພຊ - ສພຂ ໄດ້ຮັບຮອງເອົາ.

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

ads
ads

Top