ສະພາແແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບ

01/07/2024 13:13
Email Print 173
ຂປລ ຂປລ. ສະພາແຫ່ງຊາດ ໄດ້ພິຈາລະນາ ຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍຫລັງ ທີ່ສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນຂອງແຕ່ລະຮ່າງກົດໝາຍ ຢ່າງລະອຽດຖີ່ຖ້ວນ.



ຂປລ. ສະພາແຫ່ງຊາດ ໄດ້ພິຈາລະນາ ຮັບຮອງເອົາກົດໝາຍ ຈໍານວນ
13 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍຫລັງ ທີ່ສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນຂອງແຕ່ລະຮ່າງກົດໝາຍ ຢ່າງລະອຽດຖີ່ຖ້ວນ. ຫລັງຈາກນັ້ນ, ຄະນະຮັບຜິດຊອບແຕ່ ລະຮ່າງກົດໝາຍ ໄດ້ປັບປຸງຮ່າງກົດໝາຍ ຕາມຄໍາເຫັນຂອງ ບັນດາມາຊິກສະພາແຫ່ງຊາດ ແລະ ໄດ້ລົງຄະແນນສຽງ ຮັບຮອງເອົາແຕ່ລະກົດໝາຍ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ. ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 11 ສະບັບ.

ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ໄດ້ຖະແຫລງ ຜົນການພິຈາລະນາຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບ ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ນີ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາແຕ່ວັນທີ 10 ມິຖຸນາ 2024 ເປັນຕົ້ນມາ, ກອງປະຊຸມໄດ້ຄົ້ນຄວ້າ ພິຈາລະນາຮັບຮອງເອົາເນື້ອໃນ ທີ່ສໍາຄັນຫລາຍບັນຫາ ແລະ ໄດ້ຮັບຟັງລາຍງານ ການກະກຽມວຽກງານ ຮອບ ດ້ານໃຫ້ແກ່ ການປັບປຸງ ລັດຖະທຳມະນູນ ສະບັບປີ 2015 ແຕ່ນີ້ຫາກາງປີ 2025 ເຊິ່ງບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບກັນ ເພື່ອປັບປຸງລັດຖະທຳມະນູນ ສະບັບດັ່ງກ່າວ ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດປະຕິບັດໄດ້ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ແທດເຖິງຕົວຈິງ.

ສຳລັບ ກົດໝາຍສ້າງໃໝ່ 2 ສະບັບ ທີ່ໄດ້ຮັບຮອງ ປະກອບ​ມີ: ກົດໝາຍວ່າດ້ວຍສະຫະກອນ ແລະ ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ. ສ່ວນກົດໝາຍປັບປຸງ 11 ສະບັບມີ ກົດໝາຍວ່າດ້ວຍການຕ້ານ ການສໍ້ລາດບັງຫລວງ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍການທ່ອງທ່ຽວ ແລະ ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.

ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບນີ້, ແມ່ນຜົນສໍາເລັດທີ່ສໍາຄັນ ໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025, ທັງເປັນການປະກອບສ່ວນສໍາຄັນ ໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາ ລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດ ເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍເຫລົ່ານັ້ນ ເຖິງວ່າໄດ້ ຮັບຮອງເອົາແລ້ວກໍຕາມ ກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ສົມທົບກັບ ບັນດາກໍາມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ຄະນະຮັບ ຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງປັບປຸງ, ຮຽບຮຽງໃຫ້ສໍາເລັດສົມບູນ ເພື່ອລາຍງານຄະ ນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາ ອອກລັດຖະດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມລະບຽບການທີ່ກໍານົດໄວ້.

​ໂອກາດ​ນີ້, ທ່ານ ຈະເລີນ ເຍຍປາວເຮີ ຍັງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການ, ເຈົ້າໜ້າທີ່, ພະນັກງານ ຂອງລັດ, ລັດວິສາຫະກິດ, ບໍລິສັດເອກະຊົນ ຕະຫລອດຮອດທຸກຊັ້ນ ຄົນໃນສັງຄົມ ຈົ່ງເອົາໃຈໃສ່ ຄົ້ນຄວ້າ, ເຜີຍແຜ່, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຂອງກົດໝາຍ, ເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາກົດໝາຍເຫລົ່ານັ້ນ ໃຫ້ເກີດມີໝາກຜົນເປັນຈິງ, ຫັນເປັນສະຕິ ແລະ ແບບແຜນດໍາລົງຊີວິດຂອງແຕ່ລະຄົນ, ຄອບຄົວ, ການຈັດຕັ້ງ, ຫົວໜ່ວຍວິສາຫະກິດ ທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນ ໃຫ້ບັນດາກົດໝາຍ ທີ່ໄດ້ຮັບຮອງໄປແລ້ວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດ ເຂົ້າສູ່ຊີວິດຕົວຈິງຂອງສັງຄົມ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດການເມືອງ

      ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດ

      7/3/2024 10:03:26 AM

      ທຸກໆບັນຫາສຳຄັນທີ່ປະຊາຊົນສະເໜີຕໍ່ຜູ້ແທນ ກໍຄືສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຂອງຕົນ ທີ່ລົງພົບປະຜ່ານມາລ້ວນແຕ່ໄດ້ສະເໜີໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄປຍັງລັດຖະບານ ເພື່ອພິຈາລະນາແກ້ໄຂ ແລະ ຈັດສັນງົບປະມານພັດທະນາສິ່ງທີ່ຈຳເປັນ ຕິດພັນກັບການຊີວິດການເປັນຢູ່ ສຸມໃສ່ເຮັດໃຫ້ການດຳລົງຊີວິດໄດ້ຮັບການປັບປຸງດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ.

    • ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດການເມືອງ

      ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ

      7/2/2024 5:26:59 PM

      ຂປລ. ກອງປະຊຸມກວດກາຄວາມສ່ອດຄ່ອງ ທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໄດ້ຈັດ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີຜູ້ຕາງໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ແລະ ພະນັກ ງານ ກ່ຽວຂ້ອງເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນການເມືອງ

      ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນ

      7/2/2024 5:19:43 PM

      ຂປລ. ໃນວັນທີ 1 ກໍລະກົດ 2024 ຜ່ານ​ມາ, ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ລົງຊີ້ນໍາ-ກວດກາ ວຽກງານ ກະກຽມຊ້ອມຮົບຮ່ວມລາວ-ຈີນ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງມິດຕະພາບ 2024", ມີບັນດາຄະນະຊີ້ນໍາລວມ, ອະນຸກໍາມະການດ້ານຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາການເມືອງ

      ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາ

      7/2/2024 5:11:16 PM

      ຂປລ. ໃນວັນທີ 2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ.

    • ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍການເມືອງ

      ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍ

      7/2/2024 5:01:15 PM

      ຂປລ. ຊຸດຝຶກອົບຮົມ ວຽກງານສ້າງຄວາມເຂັ້ມແຂງທາງດ້ານກົດໜາຍ ໃຫ້ແກ່ພະນັກງານອົງ ການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການສຶບສວນ-ສອບສວນ ຈັດ​ຂຶ້ນ​ໃນ​ວັນ​ທີ 1-3 ກໍລະ ກົດ 2024 ຢູ່​ແຂວງ​ຄຳ​ມ່ວນ

ads
ads

Top