ໄຟໄໝ້ ຕຶກກະຊວງ ກຕສ ບໍ່ໄດ້ສົ່ງຜົນເສຍຫາຍ ຕໍ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ

27/06/2024 14:22
Email Print 374
ຂປລ ຂປລ. ວັນ​ທີ 27 ມິຖຸນາ 2024 ນີ້, ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ​ແຈ້ງ​ເຖິງບັນດາການຈັດຕັ້ງ, ບໍລິສັດ ຫລື ຜູ້ປະກອບການ ຕະຫລອດເຖິງພໍ່ແມ່ປະຊາຊົນທົ່ວສັງຄົມ ກ່ຽວກັບການເກີດອຸບັດເຫດອັກຄີໄພ (ໄຟໄໝ້) ຕຶກອາຄານ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ໃນເຂດສໍານັກງານນາຍົກລັດຖະມົນຕີ) ​ເຊິ່ງ​ເຫັດ​ການ​ດັ່ງກ່າວ, ບໍ່ໄດ້ສົ່ງຄວາມເສຍຫາຍແຕ່ຢ່າງໃດຕໍ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ.

ຂປລ. ວັນ​ທີ 27 ມິຖຸນາ 2024 ນີ້, ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ​ແຈ້ງ​ເຖິງບັນດາການຈັດຕັ້ງ, ບໍລິສັດ ຫລື ຜູ້ປະກອບການ ຕະຫລອດເຖິງພໍ່ແມ່ປະຊາຊົນທົ່ວສັງຄົມ ກ່ຽວກັບການເກີດອຸບັດເຫດອັກຄີໄພ (ໄຟໄໝ້) ຕຶກອາຄານ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ໃນເຂດສໍານັກງານນາຍົກລັດຖະມົນຕີ) ​ເຊິ່ງ​ເຫັດ​ການ​ດັ່ງກ່າວ, ບໍ່ໄດ້ສົ່ງຄວາມເສຍຫາຍແຕ່ຢ່າງໃດຕໍ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ.

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ​ໄດ້​ໃຫ້​ຮູ້​ວ່າ: ອຸບັດເຫດໄຟ​ໄໝ້ຕຶກອາຄານ ຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ບ້ານນາໄຮ່ດຽວ ເມືອງຈັນທະບູລີນະຄອນຫຼວງວຽງຈັນ, ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2024 ​ເຊິ່ງພາຍຫລັງເກີດເຫດ, ເຈົ້າໜ້າທີ່ມອດໄຟ ໄດ້ລະດົມກຳລັງເຂົ້າດຳເນີນ ການມອດໄຟໄດ້ຢ່າງທັນການ. ດ້ວຍເຫດນີ້, ຈຶ່ງຮັບປະກັນຄວາມປອດໄພ ໄດ້ຮ້ອຍສ່ວນຮ້ອຍ (100%) ໃຫ້ແກ່ພະນັກງານທຸກຄົນ ທີ່ປະຈໍາການຢູ່ໃນອາຄານດັ່ງກ່າວ, ລວມທັງອຸປະກອນທາງດ້ານໄອທີ, ຂໍ້ມູນ ແລະ ເອກະສານທັງໝົດ ແມ່ນບໍ່ໄດ້ຮັບຄວາມເສຍຫາຍແຕ່ປະການໃດ, ມີພຽງໂຕະຕັ່ງ ແລະ ເຄື່ອງຮັບໃຊ້ຈຳນວນໜຶ່ງ ຢູ່ຫ້ອງປະຊຸມບ່ອນເກີດເຫດທີ່ຢູ່ຊັ້ນ 2 ແລະ ຫ້ອງການ 1 ຫ້ອງ ຢູ່ຊັ້ນ 3 ເທົ່ານັ້ນທີ່ໄດ້ຮັບຄວາມເສຍຫາຍ. ສ່ວນສາເຫດຂອງການເກີດອັກຄີໄພຄັ້ງນີ້, ພາກສ່ວນສືບສວນ-ສອບສວນ ຈະແຈ້ງໃຫ້ຊາບຕາມພາຍຫລັງ.

ອີກຄັ້ງໜຶ່ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍຢັ້ງຢືນວ່າ: ເຫດການຄັ້ງນີ້, ບໍ່ໄດ້ສົ່ງຄວາມເສຍຫາຍແຕ່ຢ່າງໃດຕໍ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ.

KPL

ຂ່າວອື່ນໆ

ads
ads

Top