ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດ

03/07/2024 10:03
Email Print 162
ຂປລ ທຸກໆບັນຫາສຳຄັນທີ່ປະຊາຊົນສະເໜີຕໍ່ຜູ້ແທນ ກໍຄືສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຂອງຕົນ ທີ່ລົງພົບປະຜ່ານມາລ້ວນແຕ່ໄດ້ສະເໜີໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄປຍັງລັດຖະບານ ເພື່ອພິຈາລະນາແກ້ໄຂ ແລະ ຈັດສັນງົບປະມານພັດທະນາສິ່ງທີ່ຈຳເປັນ ຕິດພັນກັບການຊີວິດການເປັນຢູ່ ສຸມໃສ່ເຮັດໃຫ້ການດຳລົງຊີວິດໄດ້ຮັບການປັບປຸງດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ.

   *ທຸກໆບັນຫາສຳຄັນທີ່ປະຊາຊົນສະເໜີຕໍ່ຜູ້ແທນ ກໍຄືສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຂອງຕົນ ທີ່ລົງພົບປະຜ່ານມາລ້ວນແຕ່ໄດ້ສະເໜີໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄປຍັງລັດຖະບານ ເພື່ອພິຈາລະນາແກ້ໄຂ ແລະ ຈັດສັນງົບປະມານພັດທະນາສິ່ງທີ່ຈຳເປັນ ຕິດພັນກັບການຊີວິດການເປັນຢູ່ ສຸມໃສ່ເຮັດໃຫ້ການດຳລົງຊີວິດໄດ້ຮັບການປັບປຸງດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ. ຕະຫລອດໄລຍະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ແຕ່ວັນທີ 10 ມິຖຸນາຫາ 2 ກໍລະກົດ 2024 ນີ້, ແມ່ນມີບັນຍາກາດຟົດຟື້ນ, ບັນດາ ສສຊ ລ້ວນແຕ່ເອົາໃຈໃສ່ນຳເອົາຄຳສະເໜີຂອງປະຊາຊົນເຂດເລືອກຕົນຢູ່ໃນກອງປະຊຸມສະພາ ທັງສຸມສະຕິເຫື່ອແຮງຄົ້ນຄວ້າ ປະກອບຄຳຄິດຄຳເຫັນຕໍ່ບັນຫາເສດຖະກິດ-ສັງຄົມ, ບັນຫາເງິນເຟີ້, ປາກທ້ອງຂອງສັງຄົມ, ກົດໝາຍ ແລະ ອື່ນໆ.

    ຂະນະທີ່ ທ່ານ ນາງ ສວຍເພັດ ທອງສົມບັດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ກໍມີຄໍາເຫັນຕໍ່ບົດລາຍງານຂອງລັດຖະບານບາງວຽກວ່າ: ສຳລັບວຽກການຈັດຕັ້ງປະຕິບັດບັນດາຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະການສ້າງຄອບຄົວພົ້ນທຸກ, ບ້ານພົ້ນທຸກ, ຄອບຄົວພັດທະນາ ເຊິ່ງປີ 2023 ມີຄອບຄົວພົ້ນທຸກກວມເອົາ 83.83% ບ້ານພົ້ນທຸກກວມເອົາ 69.69% ແລະ ເມືອງພົ້ນທຸກກວມເອົາ 48% ຖືວ່າເປັນຕົວເລກທີ່ດີ, ແຕ່ເຖິງຢ່າງໃດກໍຕາມນ້ັນແມ່ນຕົວເລກສະເລ່ຍ ເມື່ອເບິ່ງຕົວຈິງແລ້ວເຫັນວ່າຍັງມີບາງແຂວງ ຕົວເລກຄວາມທຸກຍາກຍັງສູງ ໂດຍສະເພາະແມ່ນແຂວງຫົວພັນ ເຊິ່ງປັດຈຸບັນນີ້ ອັດຕາສ່ວນຄອບຄົວທຸກຍາກຍັງກວມເອົາ 44,39%ບ້ານ ທຸກຍາກກວມເອົາ 67,82%. ໃນນີ້, ບ້ານທີ່ບໍ່ມີໄຟຟ້າຊົມໃຊ້ຍັງມີ 44 ບ້ານ ກວມເອົາ 6,08% ການນໍາໃຊ້ໂທລະສັບ, ອິນເຕີເນັດບາງບ້ານຍັງມີຄວາມຫຍຸ້ງຍາກ, ເມືອງທຸກຍາກກວມເອົາຮ້ອຍສ່ວນຮ້ອຍໝາຍຄວາມວ່າ 10 ເມືອງ ໃນແຂວງຫົວພັນ ຍັງເປັນເມືອງທຸກຍາກ. ແນວໃດກໍຕາມ ຢູ່ໃນມະຕິກອງປະຊຸມສະພາແຫ່ງຊາດຊຸດທີ VIII ໄດ້ຮັບຮອງວ່າສ້າງເມືອງຊ່ອນ ແຂວງຫົວພັນ ແລະ ເມືອງນອງ ແຂວງ ສະຫວັນນະເຂດ ໃຫ້ເປັນເມືອງພົ້ນທຸກ, ແຕ່ມາຮອດປັດຈຸບັນສຳລັບ ເມືອງຊ່ອນ ຍັງບໍ່ທັນໄດ້ພົ້ນທຸກເຊິ່ງຜ່ານມາລັດຖະບານກໍຄືທ້ອງຖິ່ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ແຕ່ກໍຍັງມີຂໍ້ຫຍຸ້ງຍາກຫລາຍບັນຫາ ເຊິ່ງຈຸດສຸມບຸລິມະສິດຂອງສູນກາງ ແລະ ທ້ອງຖິ່ນ ໄດ້ກໍານົດຢ່າງຈະແຈ້ງແລ້ວ ແຕ່ການຈັດຕັ້ງປະຕິບັດຕົວຈິງ ການພັດທະນາຍັງບໍ່ເປັນໄປຕາມ ຈຸດສຸມທີ່ໄດ້ກໍານົດໄວ້ ເປັນຕົ້ນການ ສຸມທຶນຮອນເຂົ້າໃສ່ວຽກງານດັ່ງ ກ່າວ ອາດເປັນຍ້ອນວ່າມີທຶນຮອນ ໜ້ອຍ ເຮັດໃຫ້ການແບ່ງປັນມີຄວາມ ຫຍຸ້ງຍາກ, ການຈັດຕັ້ງຂັ້ນຮາກຖານ ບາງບ້ານຍັງບໍ່ທັນເຂັ້ມແຂງ, ກົນໄກການປະສານງານຂັ້ນຕ່າງໆບາງຄັ້ງບໍ່ທັນໂລ່ງລ່ຽນ ໂດຍສະເພາະແມ່ນເຂດຫ່າງໄກສອກຫລີກ. ທ່ານ ນາງ ສວຍເພັດ ທອງສົມບັດ ກ່າວ.

     ທ່ານ ນາງ ສວຍເພັດ ທອງສົມ ບັດກ່າວຕື່ມວ່າ: ຜ່ານການຕິດຕາມກວດກາ ແລະ ພົບບັນຫາຕົວຈິງຄືດັ່ງກ່າວ ຈຶ່ງຂໍສະເໜີໃຫ້ຈັດສັນງົບປະມານໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ຫລາຍຂຶ້ນຕື່ມ ທັງແຍກເປັນບ້ວງ ສະເພາະໄດ້ກໍຍິ່ງເປັນການດີ ແລະ ໃຫ້ເບິ່ງຄືນແຂວງທີ່ທຸກຍາກຫລາຍຄືແຂວງຫົວພັນ, ຂໍໃຫ້ເບິ່ງຕາມສະພາບຄວາມເປັນຈິງບໍ່ຢາກໃຫ້ຈັດສັນ ເປັນເອກະພາບກັນເພາະຜ່ານມາແຂວງຫົວພັນ ກໍໄດ້ຮັບທຶນແຕ່ວ່າໜ້ອຍ ຖ້າທຽບໃສ່ຄວາມທຸກຍາກ ເພາະອັດຕາສ່ວນກວມສູງ ແລະ ຜ່ານມາການອະນຸມັດທຶນຍັງຊັກຊ້າ ເຮັດໃຫ້ການຈັດຕັ້ງປະຕິບັດຂອງບັນດາໂຄງການບ່ໍໄປຕາມກໍານົດເວລາ; ສຳລັບທຶນພັດທະນາເມືອງຊ່ອນ ຜ່ານມາລັດຖະບານກໍຈັດສັນໃຫ້ແຕ່ຍັງບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການ. ໃນນັ້ນ, ໄດ້ມາແລ້ວສ່ວນຫລາຍແມ່ນເອົາໄປຊໍາລະໜີ້ເກົ່າ ອັນທີ່ຈະມາພັດທະນາໃໝ່ແມ່ນເຫລືອໜ້ອຍ ຈຶ່ງຂໍໃຫ້ລັດຖະບານຊ່ວຍຕື່ມເພື່ອໃຫ້ເມືອງຊ່ອນຫລຸດພົ້ນອອກຈາກເມືອງທຸກຍາກ ໄດ້ຕາມມະຕິຂອງສະພາແຫ່ງຊາດວາງໄວ້; ພ້ອມນີ້ ການພັດທະນາແຕ່ ລະຈຸດສຸມ ຄວນຫັນເອົາພະນັກງານ ລົງຊ່ວຍຮາກຖານທ້ອງຖິ່ນຕື່ມ ແລະ ຜູ້ຈະລົງໄປ ກໍຕ້ອງຄົບມາດຕະ ຖານເງື່ອນໄຂ, ພ້ອມນີ້ ຕ້ອງໄດ້ປັບ ປຸງກົນໄກການປະສານງານແຕ່ລະ ຂັ້ນ ແຕ່ລະຂະແໜງການໃຫ້ໄປໃນ ລວງດຽວກັນ ເພື່ອສ້າງເງື່ອນໄຂ ສະດວກຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກດີຂຶ້ນກວ່າເກົ່າ. ຂະນະທີ່ພາຍຫລັງສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງນີ້, ບັນດາ ສສຊ ໃນແຕ່ລະເຂດທົ່ວປະເທດ ກໍພ້ອມທີ່ຈະນຳເອົາຜົນສຳເລັດກອງປະຊຸມລົງເຜີຍແຜ່ສູ່ຜູ້ມີສິດເລືອກຕັ້ງ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດຮັບຮູ້ຢ່າງທົ່ວເຖິງ.

ບົດໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວການເມືອງ

      ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

      7/5/2024 1:59:15 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ

      7/5/2024 1:49:39 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ໂຄໂລນເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ (H.E. Mrs. Colonne Appuhamillage Chaminda Inoka Colonne) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ.

    • ທູດລາວປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມການເມືອງ

      ທູດລາວປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ

      7/5/2024 1:44:55 PM

      ຂປລ. ວັນທີ 3 ມິຖຸ​ນາ 2024 ຜ່ານມາ, ທີ່ນະ​ຄອນຫລວງ ຮ່າ​ໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອ​ກ ອັກຄະ​ລັດ​ຖະ​ທູດ ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະໄດ້ເຂົ້າຢ້ຽມ​ຂ່ຳ​ນັບທ່ານ ພົນ​ເອກ ຟານ ວັນຢາງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສ​ສ ຫວຽດ​ນາມ.

ads
ads

Top