ການອະນຸລັກສັດນໍ້າ-ສັດປ່າ ແມ່ນພັນທະ ແລະ ໜ້າທີ່ຂອງທົ່ວສັງຄົມ

03/07/2024 10:13
Email Print 206
ຂປລ ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດ ປ່າຊະນິດອື່ນໆ.

    *ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດ ປ່າຊະນິດອື່ນໆ. ສັດດັ່ງກ່າວ ແມ່ນມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດລາວເຮົາ.

    ສະນັ້ນ, ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ປວງ ໃນການປະກອບສ່ວນປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າ ທີ່ເປັນມູນມໍລະດົກຂອງຊາດລາວໃຫ້ມີຄວາມອຸດົມສົມບູນຕະຫລອດໄປນັ້ນພັກ ແລະ ລັດຖະບານໄດ້ກຳນົດເອົາວັນທີ 13  ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ, ວັນສໍາຄັນດັ່ງກ່າວນີ້ກໍໄດ້ກົງກັບວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປວງຊົນລາວທັງຊາດ ຊຶ່ງໃນແຕ່ລະປີ ພວກເຮົາກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກສັດນໍ້າ-ສັດປ່າ ແນໃສ່ເພີ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດປົກປັກຮັກສາລະ ບົບນິເວດໃຫ້ມີຄວາມສົມດູນ ແລະ ຍືນຍົງ.

     ພ້ອມດຽວກັນນີ້, ກໍເພື່ອຈາລຶກບຸນຄຸນຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ. ໃນປີຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບບັນດາອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ- ສັດປ່າແຫ່ງຊາດ ໂດຍມີປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການລວມທັງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວພັນປາ, ແນວພັນສັດນໍ້າ ແລະ ສັດປ່າ ຢ່າງເປັນຂະບວນຟົດຟື້ນ ຊຶ່ງຈໍານວນປາ ແລະ ສັດນໍ້າທີ່ໄດ້ປ່ອຍຄືນສູ່ທຳມະຊາດມີຈຳນວນຫລາຍລ້ານໂຕຊຶ່ງມີທັງປະເພດສັດປ່າປະເພດນົກ, ສັດເລືອ ຄານ ແລະ ສັດປະເພດອື່ນໆ. ປັດຈຸບັນ ໃນທົ່ວປະເທດມີສູນ, ສະຖານີທີ່ຜະລິດລູກປາຂອງລັດຈໍານວນ 53 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນຫລາຍກວ່າ 130 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ 352 ແຫ່ງສາມາດສະໜອງແນວພັນປາ ໃຫ້ສັງຄົມ  ໄດ້ໂດຍພື້ນຖານຈໍານວນ 383 ລ້ານໂຕ (ສະໜອງໄດ້ 72% ຂອງແຜນການ), ມີຟາມລ້ຽງສັດປ່າ, ສູນຂະຫຍາຍພັນສັດປ່າຫລາຍກວ່າ 10 ແຫ່ງ.

    ບັນດາສູນດ່ັງກ່າວໄດ້ຄ້ົນຄວ້າທົດລອງລ້ຽງ ແລະ ຂະຫຍາຍພັນສັດປ່າ ແລະ ປາພື້ນເມືອງໄດ້ຫລາຍຊະນິດ, ທົ່ວປະເທດມີວັງສະຫງວນປາ ຈໍານວນ 1.050 ກວ່າວັງ, ໃນນັ້ນ ມີຄະນະຄຸ້ມຄອງວັງສະຫງວນແລ້ວ 819 ວັງ ແລະ ມີເຂດອະນຸລັກພັນ ສັດປ່າແຫ່ງຊາດ 1 ເຂດ.ສະເພາະແຜນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ໃນປີ 2024 ນີ້ ທາງຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫລ່ງນໍ້າຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າໃຫ້ໄດ້ທັງໝົດ 64 ລ້ານໂຕ. ຂະນະດຽວກັນການຈັດຕັ້ງປະຕິບັດວຽກງານອະນຸລັກສັດນໍ້າ-ສັດປ່າ ຈະບັນລຸຕາມແຜນການທີ່ວາງໄວ້ນັ້ນພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະ ຊົນ ໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມ ແຮງຮ່ວມໃຈເຂົ້າໃສ່ການພັດທະ ນາ, ຄຸ້ມຄອງ, ອະນຸລັກຮັກສາ ສັດ ນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນ, ແນ ໃສ່ເພີ່ມຄວາມອຸດົມສົມບູນທາງ ດ້ານຊະນິດພັນ ແລະ ຈໍານວນປະຊາ ກອນຂອງສັດນໍ້າ ແລະ ສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດ ຂອງຊາດໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນລູກເຊັ່ນຫລານຂອງພວກເຮົາຕະຫລອດໄປ.

ໂດຍ: ພິດສະໄໝ

KPL

ຂ່າວອື່ນໆ

    • ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້ບົດ-ສາລະຄະດີ

      ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້

      7/5/2024 6:30:03 PM

      ຮູບເງົາ “ຜາດໍາຄໍາໄອ່” ໂດຍຜູ້ກໍາກັບຊື້ດັງໝໍ່າຈົກມົກ ຈາກປະເທດເພື່ອນບ້ານ ທີ່ນາງ ສຸພາພອນ ສົມວິຈິດ ຫລື ນຸ້ຍ ມິສຢູນິເວີສຄົນ ທໍາອິດຂອງປະເທດລາວຮ່ວມສະແດງໃນບົດນາງເອກຈະເຂົ້າ ສາຍໃນໂຮງຮູບເງົາລາວ-ໄທ ວັນທີ 25 ກໍລະກົດ 2024 ນີ້.

    • ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າບົດ-ສາລະຄະດີ

      ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າ

      7/5/2024 4:16:06 PM

      ໃນມາດຕາ 22 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ປີ 2007 ໄດ້ລະບຸໄວ້ວ່າ: ການຈັດປະເພດ ຫລື ບັນຊີແມ່ນການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈຳນວນສັດ.

    • ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມບົດ-ສາລະຄະດີ

      ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມ

      7/5/2024 4:07:55 PM

      ປັດຈຸບັນຫລາຍທ້ອງຖິ່ນໄດເລັ່ງພັດທະນາວຽກງານທີ່ຕິດພັນກັບສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນປ່າໄມ້, ຊັບພະຍາກອນນ້ຳດ້ວຍການສົ່ງເສີມໃຫ້ມີສ່ວນຮ່ວມປົກປັກຮັກສາ ຊັບພະຍາກອນເຫລົ່ານີ້ຢູ່ທ້ອງຖິ່ນຕົນໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ສະພາບແວດລ້ອມມີຄວາມອຸດົມສົມບູນຍືນຍົງຕະຫລອດໄປ ທັງເປັນການກອບສ່ວນຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດຕາມແຜນການຂອງລັດຖະບານວາງໄວ້.

    • ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈບົດ-ສາລະຄະດີ

      ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈ

      7/4/2024 8:02:19 AM

      ໃນສະພາບເສດຖະກິດຫຍຸ້ງຍາກ ແລະ ເງິນເຟີ້ແບບນີ້ ການຊົມໃຊ້ຜະລິດຕະພັນລາວ ແມ່ນອີກວິທີໜຶ່ງທີ່ທຸກຄົນສາມາດເຮັດໄດ້ໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດ ຂອງປະເທດເຮົາໃຫ້ມີບາດກ້າວດີຂຶ້ນ ເຖິງວ່າຈະບໍ່ໄດ້ຮັບໝາກຜົນຮ້ອຍເປີເຊັນ ແຕ່ຖ້າທຸກຄົນຮ່ວມແຮງຮ່ວມໃຈກັນກໍ່ຈະເຮັດໃຫ້ສະພາບ ຄວາມຫຍຸ້ງຍາກຜ່ານພົ້ນໄປໄດ້.

    • ອຸມົງ-ອຸໂມງ,  ອຸບມຸງ-ອູບມຸງບົດ-ສາລະຄະດີ

      ອຸມົງ-ອຸໂມງ, ອຸບມຸງ-ອູບມຸງ

      7/4/2024 7:40:21 AM

      ຄໍາໃນພາສາລາວ ມີຄວາມໝາຍຄ້າຍຄືກັນນັ້ນມີຫລາຍ, ຄໍາຈໍານວນໜຶ່ງເວລາເວົ້າມັກຈະແຍກຍາກວ່າຂຽນແນວໃດ ເພາະບາງທີຟັງຄືບໍ່ມີຕົວສະກົດ ຫລື ຄໍາພະຍາງໜ້າມີຕົວສະກົດທີ່ມີພື້ນສຽງຄ້າຍຄື ຫລື ໃກ້ຄຽງກັບພະຍັນຊະນະແກນຂອງພະຍາງຖັດໄປທີ່ລວມເປັນຄໍາດຽວກັນ.

ads
ads

Top