ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານ

01/07/2024 11:53
Email Print 171
ຂປລ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນ ປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ




ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ
7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນ ປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານຄືນ ການປັບປຸງກົດໝາຍ ວ່າດ້ວຍການທ່ອງທ່ຽວ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານຄືນການປັບປຸງກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ພ້ອມກັນລົງຄະແນນສຽງ ຮັບຮອງເອົາ ກົດໝາຍສະບັບປັບປຸງ 2 ສະບັບ ດັ່ງກ່າວ, ດ້ວຍຄະແນນສຽງ ເຫັນດີເປັນສ່ວນຫລາຍ.



ສຳລັບ ກົດໝາຍວ່າດ້ວຍການທ່ອງທ່ຽວ ພາຍຫລັງ ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຈະເປັນເຄື່ອງມື ແລະ ບ່ອນອີງ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານ ການທ່ອງທ່ຽວ ໃຫ້ມີຄວາມທັນສະໄໝ
, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ມີຄວາມຄ່ອງຕົວ, ແທດເໝາະ ແລະ ສອດຄ່ອງກັບການຂະຫຍາຍຕົວ ຂອງເສດຖະກິດ; ອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນ, ການພັດທະນາ, ການຄຸ້ມຄອງ, ການຊຸກຍູ້ສົ່ງເສີມກິດຈະການການທ່ອງທ່ຽວ ລວມທັງການແກ້ໄຂບັນຫາຕ່າງໆ ໃຫ້ມີຄວາມສະດວກ ວ່ອງໄວ ແລະ ໂປ່ງໃສຍິ່ງຂຶ້ນ. ພ້ອມນີ້, ຍັງຈະເຮັດໃຫ້ພາກລັດ ແລະ ພາກທຸລະກິດ ມີໂອກາດໃນການເຂົ້າຮ່ວມແຂ່ງຂັນ ດ້ານການທ່ອງທ່ຽວ, ການຄ້າ, ການລົງທຶນ, ສ້າງຄວາມເຊື່ອໝັ້ນ, ດຶງດູດເອົານັກນັກລົງທຶນ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຫລາຍຂຶ້ນ, ເຮັດໃຫ້ການເຄື່ອນໄຫວ ວຽກງານທ່ອງທ່ຽວ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ລະຫວ່າງພາກລັດ ແລະ ພາກທຸລະກິດ ມີຄວາມເປັນ ເອກະພາບໃນທາງປະຕິບັດ.

ສ່ວນກົດໝາຍວ່າດ້ວຍການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ ພາຍຫລັງ ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາາງການ ຈະເຮັດໃຫ້ລະດັບ ການປົກປ້ອງຫົວໜ່ວຍ ທີ່ມີໜ້າທີ່ລາຍງານ ຈາກອາຊະຍາກຳທາງດ້ານການເງິນສູງຂຶ້ນ, ຈະເພີ່ມຄວາມເຊື່ອໝັ້ນ ຕໍ່ລະບົບເສດຖະກິດ-ການເງິນ ຂອງນັກລົງທຶນ ແລະ ນໍາໄປສູ່ການ ເຕີບໂຕທີ່ດີຂຶ້ນ ຂອງພາກທຸລະກິດ. ນອກຈາກນີ້, ຈະເຮັດໃຫ້ມີບ່ອນອີງ ດ້ານນິຕິກຳໃນການຄຸ້ມຄອງ, ຕິດຕາມກວດກາ ການເຄື່ອນໄຫວວຽກງານ ການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ແລະ ຊ່ວຍເຮັດໃຫ້ລະບົບການເງິນ ຂອງ ສປປ ລາວ ມີຄວາມສົມດຸນຂຶ້ນກວ່າເກົ່າ ແລະ ສາມາດເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດການເມືອງ

      ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດ

      7/3/2024 10:03:26 AM

      ທຸກໆບັນຫາສຳຄັນທີ່ປະຊາຊົນສະເໜີຕໍ່ຜູ້ແທນ ກໍຄືສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຂອງຕົນ ທີ່ລົງພົບປະຜ່ານມາລ້ວນແຕ່ໄດ້ສະເໜີໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄປຍັງລັດຖະບານ ເພື່ອພິຈາລະນາແກ້ໄຂ ແລະ ຈັດສັນງົບປະມານພັດທະນາສິ່ງທີ່ຈຳເປັນ ຕິດພັນກັບການຊີວິດການເປັນຢູ່ ສຸມໃສ່ເຮັດໃຫ້ການດຳລົງຊີວິດໄດ້ຮັບການປັບປຸງດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ.

    • ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດການເມືອງ

      ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ

      7/2/2024 5:26:59 PM

      ຂປລ. ກອງປະຊຸມກວດກາຄວາມສ່ອດຄ່ອງ ທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໄດ້ຈັດ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີຜູ້ຕາງໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ແລະ ພະນັກ ງານ ກ່ຽວຂ້ອງເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນການເມືອງ

      ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນ

      7/2/2024 5:19:43 PM

      ຂປລ. ໃນວັນທີ 1 ກໍລະກົດ 2024 ຜ່ານ​ມາ, ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ລົງຊີ້ນໍາ-ກວດກາ ວຽກງານ ກະກຽມຊ້ອມຮົບຮ່ວມລາວ-ຈີນ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງມິດຕະພາບ 2024", ມີບັນດາຄະນະຊີ້ນໍາລວມ, ອະນຸກໍາມະການດ້ານຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາການເມືອງ

      ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາ

      7/2/2024 5:11:16 PM

      ຂປລ. ໃນວັນທີ 2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ.

    • ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍການເມືອງ

      ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍ

      7/2/2024 5:01:15 PM

      ຂປລ. ຊຸດຝຶກອົບຮົມ ວຽກງານສ້າງຄວາມເຂັ້ມແຂງທາງດ້ານກົດໜາຍ ໃຫ້ແກ່ພະນັກງານອົງ ການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການສຶບສວນ-ສອບສວນ ຈັດ​ຂຶ້ນ​ໃນ​ວັນ​ທີ 1-3 ກໍລະ ກົດ 2024 ຢູ່​ແຂວງ​ຄຳ​ມ່ວນ

ads
ads

Top