ສປປ ລາວ ຖືເອົາໂພຊະນາການ ເປັນວຽກ ບຸລິມະສິດ ໃນການພັດທະນາຊັບສິນດ້ານມະນຸດ

27/06/2024 14:05
Email Print 385
ຂປລ ຂປລ. ​ໃນກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ວັນ​ທີ 26 ມິຖຸນາ 2024 ຜ່ານ​ມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງ​ຄໍາ​ໝັ້ນ​ສັນຍາ ໃນ​ການ​ແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ ແລະ ​ຄວາມສຳຄັນຂອງວຽກງານ​ໂພຊະນາ​ການ ໂດຍ​ຖື​ເອົາວຽກ​ດັ່ງກ່າວ​ເປັນ​ບຸລິມະສິດ​ຕົ້ນຕໍ​ ໃນ​ການພັດທະນາຊັບສິນດ້ານມະນຸດ .

ຂປລ. ​ໃນກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ວັນ​ທີ 26 ມິຖຸນາ 2024 ຜ່ານ​ມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງ​ຄໍາ​ໝັ້ນ​ສັນຍາ ໃນ​ການ​ແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ ແລະ ​ຄວາມສຳຄັນຂອງວຽກງານ​ໂພຊະນາ​ການ ໂດຍ​ຖື​ເອົາວຽກ​ດັ່ງກ່າວ​ເປັນ​ບຸລິມະສິດ​ຕົ້ນຕໍ​ ໃນ​ການພັດທະນາຊັບສິນດ້ານມະນຸດ .

          ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ ​ແລະ ​ໃນ​ໂອກາດ​ນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດທະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວເຖິງຄວາມສໍາຄັນ ຂອງໂພຊະນາການ ເພື່ອສ້າງເສດຖະກິດທີ່ເຂັ້ມແຂງ ແລະ ທົນທານ, ພ້ອມຍັງສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ ລັດຖະບານ ເເຫ່ງ ສປປ ລາວ ​ໃນ​ການ​ປັບປຸງ​ວຽກງານໂພ​ຊະ​ນາ​ການ, ພັດທະນາຊັບສິນດ້ານມະນຸດ ເເລະ ຮັບປະກັນ​ການ​ເຕີບ​ໂຕ​ ດ້ານ​ເສດຖະກິດ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງປະເທດ ​ເຊິ່ງ ລັດຖະບານ ສປປ ລາວ ມີຄວາມໝາຍໝັ້ນຢ່າງເຕັມທີ່ ຕໍ່ການຈັດຕັ້ງປະຕິບັດນະໂຍບາຍ ດຳເນີນງານແບບຮອບດ້ານ ເພື່ອຮັບມືກັບສະພາບ ການຂາດໂພຊະນາການ ໂດຍການມີສ່ວນຮ່ວມຂອງຫລາຍຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນ, ພາກສ່ວນສັງຄົມ ແລະ ຄູ່ຮ່ວມພັດທະນາ.

ພ້ອມ​ນີ້, ທ່ານ ນາງ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າ ອົງການອຸຍ​ນີ​ເຊບ ປະຈຳ ສປປ ລາວ, ກໍໄດ້ກ່າວເຖິງຄວາມສຳຄັນ ຂອງການລົງທຶນດ້ານໂພຊະນາການ ຕໍ່ການພັດທະນາປະເທດຊາດ ວ່າ: ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາຂອງ ສປປ ລາວ ໃນອະນາຄົດ ແມ່ນຂຶ້ນຢູ່ກັບສິ່ງທີ່ພວກເຮົາປະຕິບັດໃນມື້ນີ້. ໃນ​ໄລຍະ​ທີ່​ມີ​ຄວາມທ້າທາຍນີ້, ມັນເປັນສິ່ງສໍາຄັນທີ່ສຸດ ທີ່ພວກເຮົາຕ້ອງຮັບປະກັນວ່າ ​ເງິນທຸກໆໂດລາ ຫລື ທຸກໆກີບ ແມ່ນໄດ້ຖືກນຳໃຊ້ຢ່າງເໝາະສົມ ໃນວຽກງານດ້ານໂພຊະນາການ. ການ​ລົງ​ທຶນ​ດ້ານ​ໂພ​ຊະ​ນາ​ການ​ເດັກ​ ກໍຄື ການ​ລົງ​ທຶນ​ໃນ​ອະ​ນາ​ຄົດ​ຂອງ​ປະ​ເທດ ແລະ ພວກເຮົາຈໍາເປັນຕ້ອງສຸມໃສ່ ການປະຕິບັດທີ່ມີປະສິດທິຜົນສູງທີ່ສຸດ, ໃຫ້ສາມາດເຂົ້າເຖິງ ເດັກທຸກໆຄົນໃນທົ່ວປະເທດ.

ທ່ານ ອານເບີໂຕ້ ໂລດີເກ້ ອຳນວຍການພັດທະນາ ຊັບສິນດ້ານມະນຸດ ຂອງຫ້ອງການທະນາ ຄານໂລກ ​ໄດ້​ໃຫ້​ຮູ້ວ່າ: ເພື່ອປັບປຸງໂພຊະນາການຂອງແມ່ຍິງ ແລະ ເດັກ, ມັນຈຳເປັນຕ້ອງມີການລົງທຶນ ໃນຫລາຍໆຂະແໜງການ, ພ້ອມທັງການບໍລິການ ດ້ານໂພຊະນາການທີ່ສໍາຄັນ ໃຫ້ແກ່ຄອບຄົວທີ່ທົ່ວເຖິງ ແລະ ລະບົບການຕິດຕາມວຽກງານ ໂພຊະນາການທີ່ເຂັ້ມແຂງ ເພື່ອປະເມີນຜົນສໍາເລັດຢ່າງຊັດເຈນ.

KPL

ຂ່າວອື່ນໆ

    • ເປີດສະມາຄົມ ທຸລະກິດບໍລິການຈັດຫາງານລາວການເມືອງ

      ເປີດສະມາຄົມ ທຸລະກິດບໍລິການຈັດຫາງານລາວ

      7/1/2024 2:45:40 PM

      ຂປລ. ​ເມື່ອ​ບໍ່​ດົ​ນ​ມາ​ນີ້, ​ໄດ້​ມີ​ພິທີ​ເປີດ ສະມາຄົມທຸລະກິດບໍລິການຈັດຫາງານລາວ ຢ່າງ​ເປັນ​ທາງ​ການ ​ໂດຍ​ມີ ທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ອີນາ ມາຈໍລູນີແຕ ເອກອັກຄະລັດຖະທູດ ສຳນັກງານຜູ້ຕາງໜ້າສະຫະພາບເອີ ຣົບປະຈຳລາວ, ທ່ານ ນາງ ມີແກນ ຈອນສ ເອກອັກຄະລັດຖະທູດ ແຫ່ງປະເທດອົດສະຕຣາລີ ປະຈຳລາວ, ທ່ານ ວຽງປະສິດ ເທບພະສຸດາ ຜູ້ຕາງໜ້າອົງການແຮງງານສາກົນ ປະຈຳສປປລາວ

    • ສະພາແແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບການເມືອງ

      ສະພາແແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບ

      7/1/2024 1:13:07 PM

      ຂປລ. ສະພາແຫ່ງຊາດ ໄດ້ພິຈາລະນາ ຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍຫລັງ ທີ່ສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນຂອງແຕ່ລະຮ່າງກົດໝາຍ ຢ່າງລະອຽດຖີ່ຖ້ວນ.

    • ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45ການເມືອງ

      ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45

      7/1/2024 12:13:55 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 1 ກໍລະກົດ 2024 ນີ້, ສະພາແຫ່ງຊາດ ໄດ້ເປີດນຳໃຊ້ເວັບໄຊ ຂອງກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ​ໄອ​ປາ(AIPA) ຄັ້ງທີ 45 (https://www.aipa45.gov.la)

    • ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີການເມືອງ

      ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີ

      7/1/2024 12:03:43 PM

      ຂປລ. ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງ ສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 135 ປີ (30/6/1889-30/6/2024), ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ໄປຍັງບັນດາການນໍາ, ສະມາຊິກລັດຖະສະພາ ທີ່ເປັນສະມາຊິກຂອງ IPU ທຸກທົ່ວໜ້າ

    • ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານການເມືອງ

      ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານ

      7/1/2024 11:53:09 AM

      ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນ ປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ads
ads

Top