ປະເທດ ສ.ປປ ເກົາຫລີ

25/06/2024 17:27
Email Print 532
ຂປລ ປະເທດສາທາ ລະນະລັດປະຊາທິປະໄຕ ປະຊາຊົນ ເກົາຫລີ (Democratic People's Republic of Korea: DPRK) ຫລື ເອີ້ນວ່າ ສ.ປປ ເກົາຫລີ (North Korea), ມີນະຄອນຫລວງຊື່ວ່າ: ພຽງຢາງ(Pyong yang) ສປປເກົາຫລີ ເປັນປະເທດໜຶ່ງ ທີ່ຕັ້ງຢູ່ໃນອາຊີ ຕາເວັນອອກ ມີຊາຍແດນຕິດກັບ ຈີນ ແລະ ສ.ເກົາຫລີ. ມີເນື້ອທີ່ທັງໝົດ 121.125 ກິໂລແມັດ ກວມເອົາປະຊາກອນ ປະມານ 26,07 ລ້ານຄົນ(ໃນປີ 2022); ປະຊາຊົນສ່ວນໃຫຍ່ນັບຖື ສາສະໜາພຸດ ແລະ ລັດທິຂົງຈື້

ປະ​ເທດສາ​ທາ ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນ ເກົາ​ຫລີ (Democratic People's Republic of Korea: DPRK) ຫລື ເອີ້ນ​ວ່າ​ ສ.ປ​ປ ເກົາ​ຫລີ (North Korea), ມີນະຄອນຫລວງຊື່ວ່າ: ພຽງຢາງ(Pyong yang) ສປປເກົາຫລີ ເປັນປະເທດໜຶ່ງ ທີ່ຕັ້ງຢູ່ໃນອາຊີ ຕາເວັນອອກ ມີຊາຍແດນຕິດກັບ ຈີນ ​ແລະ ສ.ເກົາຫລີ. ມີເນື້ອທີ່ທັງໝົດ 121.125 ກິໂລແມັດ ກວມເອົາປະຊາກອນ ປະມານ 26,07 ລ້ານຄົນ(ໃນປີ 2022); ປະຊາຊົນສ່ວນໃຫຍ່ນັບຖື ສາສະໜາພຸດ ແລະ ລັດທິຂົງຈື້; ໃຊ້ພາສາ ເກົາຫລີ ເປັນພາສາທາງການ; ຫົວໜ່ວຍສະ​ກຸນ​ເງິນ​ວອນ. ແລະ ປະເທດ ສ ປ​ປລາວ ໄດ້​ສ້າງ​ຕັ້ງ ​ສາຍ​ພົວ​ພັນ ​​ການ​ທູດຮ່ວມ​ກັນ​ ນັບຕັ້ງ​ແຕ່​ວັນ​ທີ 24.06.1974 ເປັນຕົ້ນມາ. ​ຫລັງຈາກນັ້ນ ທັງສອງ​ຝ່າຍ ໄດ້ເອົາ​ໃຈ​ໃສ່​ ເພີ່ມທະວີພັດ​ທະ​ນາ ​ສາຍ​ພົວ​ພັນ​ຮ່ວມ​ມືກັນ ໃຫ້ຈະເລີນເຕີບໃຫຍ່ ແລະ ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນເລື້ອຍໆ. ສ່ວນວັນຊາດແມ່ນ ວັນທີ 9 ກັນຍາ.  

ເສດຖະກິດ ສປປເກົາຫລີ ໄດ້ຈະເລີນເຕີບໂຕຂຶ້ນ ຢ່າງຕໍ່ເນື່ອງ, ໂດຍມີ ການປັບປຸງ ຈັດສັນພະລັງງານ ເພື່ອຮອງຮັບຄວາມຕ້ອງການ, ເພີ່ມປະສິດທິພາບ ໃນການຜະລິດຫລາຍຂື້ນ ທັງພາກກະສິກຳ, ອຸດສາຫະກຳ ແລະ ການຄ້າ ລະຫວ່າງປະເທດ ເຮັດໃຫ້ ລວມຍອດຜະລິດ ຕະພັນພາຍໃນ(GDP) ບັນລຸ 26,7 ລ້ານໂດລາສະຫະລັດ (ໃນປີ 2020); ສະເລ່ຍຕໍ່ຫົວຄົນ 1.000 ກວ່າໂດລາສະຫະລັດຕໍ່ປີ; ອັດຕາການຈະເລີນເຕີບໂຕ ທາງດ້ານເສດຖະກິດ-4,5% ຕໍ່ປີ.  ມູນຄ່າການສົ່ງອອກ  90 ລ້ານໂດລາສະຫະລັດຕໍ່ປີ ເຊັ່ນ: ແຮ່ທາດ, ຜະລິດຕະພັນໂຮງງານ; ສ່ວນມູນຄ່າການນຳເຂົ້າ 770 ລ້ານໂດລາ ສະຫະລັດຕໍ່ປີ, ປະເພດ ປິໂຕລ່ຽມ , ເຄື່ອງກົນຈັກ ແລະ ອຸປະກອນຕ່າງໆ. ສ່ວນປະເທດຄູ່ການຄ້າ ທີ່ສຳຄັນຄື: ຈີນ, ສ.ເກົາຫລີ ແລະ ອື່ນໆຕາມລຳດັບ.

ນອກຈາກນັ້ນ ຍັງມີສະຖານທີ່ສວຍງາມຫລາຍແຫ່ງ ເຊັ່ນ ສະຖານີລົດໄຟໃຕ້ດິນ ທີ່ສວຍງາມຕິດອັນດັບ 1 ໃນ 10 ຂອງໂລກ ມີຄວາມເລີກເຖິງ 110 ແມັດ; ສະໜາມກິລາເມຍເດຍ ບັນຈຸຄົນ ໄດ້ເຖິງ 1,5 ແສນຄົນ;  ມັນຢອງເດ ວັງເຍົາວະຊົນໃຫຍ່ທີ່ສຸດ ໃນປະເທດມີຫ້ອງຮຽນເຖິງ 120 ຫ້ອງ ແລະ ອື່ນໆ./.

ໂດຍ: ດາວັນ

KPL

ຂ່າວອື່ນໆ

    • 	ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      7/1/2024 11:33:22 AM

      ປະເທດ ສະຫະພັນລັດ ມາເລເຊຍ (Federation of Malaysia) ຫລື ເອີ້ນວ່າ ມາເລເຊຍ(Malaysia) ມີນະຄອນຫລວງ ຊື່ວ່າ ກົວລາລຳເປີ(Kualalampur), ຕັ້ງຢູ່ໃນເຂດເສັ້ນສູນສູດ ປະກອບດ້ວຍ ດິນແດນ ສອງສ່ວນ ໂດຍມີ ທະເລຈີນໃຕ້ຂັ້ນ ລະຫວ່າງ ມາເລເຊຍຕາເວັນຕົກ ແລະ ມາເລເຊຍຕາເວັນອອກ, ມີເນື້ອທີ່ລວມ 329.847 ກິໂລຕາແມັດ ໃຫຍ່ເປັນອັນດັບ 5 ຂອງ ປະເທດສະມາຊິກ ອາຊຽນ, ກວມເອົາ ປະຊາກອນ ເກືອບ34 ລ້ານຄົນ

    • ລາວ ຈະຈັດເທສະການດົນຕີ ອາຊຽນ-ສ ເກົາຫລີ ປະຈຳປີ 2024ອາຊຽນ ASEAN

      ລາວ ຈະຈັດເທສະການດົນຕີ ອາຊຽນ-ສ ເກົາຫລີ ປະຈຳປີ 2024

      7/1/2024 10:27:23 AM

      ເປັນຂ່າວດີສໍາລັບ ສປປ ລາວ ແລະ ອາຊຽນ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ຕ້ອນຮັບການເປັນປະທານອາຊຽນ ປີ 2024 ນີ້ໃຫ້ມີບັນຍາກາດຟົດຟື້ນ.

    • ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດອາຊຽນ ASEAN

      ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດ

      6/27/2024 2:06:53 PM

      ຂປລ. ກອງປະຊຸມວົງແຄບ ບັນດາເຈົ້າໜ້າທີ່ອາວຸໂສປະເທດ ສະມາຊິກອາຊຽນ ທີ່ຮັບຜິດ ຊອບວຽກງານອາຊະຍາກໍາຂ້າມຊາດ ເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024

    • ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24ອາຊຽນ ASEAN

      ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

      6/26/2024 1:50:56 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.

    • ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດອາຊຽນ ASEAN

      ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ

      6/26/2024 1:46:19 PM

      ຂປລ. ໃນວັນທີ 26 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາ ຂ້າມຊາດ ຄັ້ງທີ 24 ເຊິ່ງນໍາໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ປະທານກອງປະຊຸມ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຂອງ ສປປ ລາວ.

ads
ads

Top