ເອີຣົບ-ແບນຊິກ ຊຸກຍູ້ການຂົນສົ່ງເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ໄປຍັງເຂດ ກາຊາ

01/07/2024 16:23
Email Print 168
ຂປລ ຄະນະກຳມະການ ເອີຣົບ (EC) ແລະ ແບນຊິກ ໄດ້ຈັດການ ຂົນສົ່ງ ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ຄັ້ງໃໝ່ ຈາກ ແບນຊິກ ໄປຍັງ ເຂດ ກາຊາ ໂດຍຜ່ານ ຊອກດານີ.

ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ເມື່ອບໍ່ດົນມານີ້, ຄະນະກຳມະການ ເອີຣົບ (EC) ແລະ ແບນຊິກ ໄດ້ຈັດການ ຂົນສົ່ງ ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ຄັ້ງໃໝ່ ຈາກ ແບນຊິກ ໄປຍັງ ເຂດ ກາຊາ ໂດຍຜ່ານ ຊອກດານີ. ໂດຍການຂົນສົ່ງ ໃນຄັ້ງນີ້ ໄດ້ຮັບການ ຊ່ວຍເຫລືອ ຈາກ ອຳນາດ ການປົກຄອງ ນະຄອນຫລວງ ບຣຸກແຊນ ແລະ ກະຊວງປ້ອງກັນ ປະເທດ ແບນຊິກ.

        ເຄື່ອງຊ່ວຍເຫລືອດັ່ງກ່າວ ລວມມີ 240 ໂຕນ ໂດຍ ອົງການກຸສົນ Human Smile ລະດົມມາໄດ້, ໃນນັ້ນ ລວມມີ ເຄື່ອງບັນເທົາທຸກ ປະເພດຕ່າງໆ. ໂດຍ EC ໄດ້ໜູນຊ່ວຍ ການຂົນສົ່ງເຄື່ອງ ແລະ ຈ່າຍຄ່າຂົນສົ່ງ ເຄື່ອງຊ່ວຍເຫລືອ ດັ່ງກ່າວ. ໂດຍຄາດວ່າ, ເຄື່ອງຊ່ວຍເຫລືອນີ້ ຈະຂົນສົ່ງ ຜ່ານທາງທະເລ ໄປຍັງ ຊອກດານີ ແລະ ມອບໃຫ້ສະມາຄົມ ການກຸສົນ Hashemite ຂອງ ຊອກດານີ ກ່ອນທີ່ຈະຂົນສົ່ງ ໄປຍັງເຂດ ກາຊາ. ນີ້ຖືວ່າ ເປັນການຊ່ວຍເຫລືອ ຫລ້າສຸດ, ເປັນການຕື່ມໃສ່ ເຄື່ອງຊ່ວຍເຫລືອ ຫລາຍກວ່າ 2.600 ໂຕນ ທີ່ໄດ້ຂົນສົ່ງ ດ້ວຍເຮືອບິນ ຈຳນວນ 55 ຖ້ຽວ ຂອງ ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ອີຢູ. /

KPL

ຂ່າວອື່ນໆ

ads
ads

Top