5906

ltrkcsj '-kf Ia [Iv'gvq k dq f\kplt[a [xa [x5 's]kplt[a [ ms] gzu pczj {sk]n dkoza o0tspkp,t8y 04/d,lr c]t ,t8y 05/][ ;j kfh ;p lv9 .ow]pt.\j l gdq ks]u ,u czo0tspkp 8ts]kfrt]a ''ko 16 j lxx ]k; vvxl g-n j v,-b ,s]kpgvdtlkole7a o 37'dko;a fmtotme[h kogdu f0v'0h vp x6 d9y fleob d I5 j o|5 j ,oh vp Ia dsv, c]t gvdvh k';a fmtotme.o-kf lkov;prvo;a olh k'8A 'ra d dv,,6 oy f9u o 7q [Iv[ 103 xu dv'xt-5 ,g9Q k|h kmu j vk;5 3lvk-Po[;dlk, ;j kfh ;pdko8h kovk-tpkde0h k,-kf 7A 'mu 21 lxx ]k; gxa og9Q krk[9a fdv'xt-5 , g9Q k|h kmu j vk;5 3lc,j oE0v'{pu j x5 j o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 01.07.2024 ປີທີ 23 ສະບັບທີ 5.962 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 lts]v';a olh k'8A 'lkprq ;ra odkom6 f ]k;{lxx gdq ks]u 7q [Iv[ 50 xu -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K ທ່ານ ສະເຫລີມໄຊ ກົມມະສິດ ຂປລ. ອົງການໄອຍະການປະ ຊາຊົນສູງສຸດ (ອອປສ) ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງ ພັກ ສະໄໝທີ XI ແລະ ເອກະສານ ສຳຄັນອື່ນໆຈຳນວນໜຶ່ງ, ໃນວັນ ທີ 27 ມິຖຸນາ 2024 ພາຍໃຕ້ການ ເປັນປະທານຂອງສະຫາຍໄຊຊະນະ ໂຄດພູທອນ ກໍາມະການສູນກາງ ພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ມີຄະນະປະຈຳພັກ, ຄະ ນະບໍລິຫານງານພັກ, ຄະນະໜ່ວຍ ພັກ, ຄະນະກົມ ແລະ ຄະນະພະແນກ ຂອງອົງການໄອຍະການປະຊາຊົນ ສູງສຸດ ເຂົ້າຮ່ວມ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ພ້ອມ ກັນເຊື່ອມຊຶມເອກະສານສຳຄັນຂອງ ພັກ, ການຈັດຕັ້ງປະຕິບັດແຜນພັດ ຂປລ. ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຮ່ວມກັບລັດວິສາ ຫະກິດໄຟຟ້າ ສ ເກົາຫລີ (KEPຂປລ. ສະພາແຫ່ງຊາດ ປະ ກາດຮັບຮອງເອົາກົດໝາຍ ສະບັບ ປັບປຸງຈໍານວນຫລາຍສະບັບໃນວາ ລະປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນ ທີ 28 ມິຖຸນາ 2024 ພາຍໃຕ້ການ ເປັນປະທານຂອງທ່ານ ຈະເລີນ ເຢຍເປາວເຮີ ຮອງປະທານສະພາ ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ຄົບຮອບ 50 ປີ ຈັດຂຶ້ນໃນ ຕອນຄໍ່າວັນທີ 27 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ, ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສາທາລະນະ ລັດປະຊາຊົນປະຊາທິປະໄຕ ເກົາຫລີ ປະຈຳ ສປປ ລາວ, ມີບັນດາຫົວໜ້າ ກົມ, ຮອງກົມຈາກບັນດາກະຊວງທີ່ ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າ ຮ່ວມ. ຂປລ. ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສອາຊຽນບວກ ສາມວ່າດ້ວຍການຕ້ານອາຊະຍາ ກຳຂ້າມຊາດ ຄັ້ງທີ 21 ຈັດຂຶ້ນໃນ ວັນທີ 27 ມິຖຸນາ 2024, ພາຍໃຕ້ ຂປລ. ສະມາຄົມສົ່ງເສີມການອະ ນຸລັກສິລະປະວັນນະຄະດີ (ສອສວ) ຖະແຫລງຂ່າວກ່ຽວກັບໂຄງການ ວັດທະນະທຳບ້ານເກີດຂອງຂ້ອຍ: ງານບຸນ, ປະເພນີ ແລະ ພິທີກຳ ໃນ ວັນທີ 27 ມິຖຸນາ 2024 ໂດຍທ່ານ ນາງ ສຸນັນທາ ກັນລະຍາ ປະທານ ສະມາຄົມ ສອສວ ໄດ້ໃຫ້ຮູ້ວ່າ: ໂຄງ ການດັ່ງກ່າວ, ສ້າງຂຶ້ນ ເພື່ອຢາກດຶງ ອຸດົມຄະຕິ, ສະຕິປັນຍາ ແລະ ຕົວຕົນ ກ່ຽວກັບວັດທະນະທຳ ຂອງນັກປະ ພັນໜຸ່ມອອກມາ ເພື່ອສົ່ງທອດ ແລະ ປູກຈິດສໍານຶກ ໃຫ້ແກ່ຜູ້ອ່ານຮຸ່ນໜຸ່ມ ນ້ອຍໄດ້ຮູ້ຈັກ, ເຂົ້າໃຈ, ຮັກຫອມ ແລະ ເອກອ້າງວັດທະນະທໍາໃນຊາດ ຂອງຕົນ. ພ້ອມນີ້, ໂຄງການດັ່ງກ່າວ, ຍັງ ສະຫາຍ ໄຊຊະນະ ໂຄດພູທອນ CO) ຈັດສຳມະນາພາຍໃຕ້ຫົວຂໍ້ “ພະລັງງານໄຟຟ້າ ລາວ-ເກົາຫລີ” ໄດ້ຄັດເລືອກຜູ້ເຂົ້າຮ່ວມຜ່ານບົດ ຄັດຫຍໍ້ທີ່ສົ່ງມາຈາກນັກຂຽນໜຸ່ມ 20 ທ່ານ ຈາກຫລາຍທ້ອງຖິ່ນ, ຫລາຍຊົນເຜົ່າໃນລາວທີ່ມີຄວາມ ຮັກ ແລະ ເຂົ້າໃຈກ່ຽວກັບວັດທະ ນະທຳບ້ານເກີດຂອງຕົນມາຮ່ວມ ຝຶກອົບຮົມ ເພື່ອຮຽນຮູ້ກ່ຽວກັບ ການຂຽນແບບສ້າງສັນ, ມີແນວຄິດ ວິຈານ ແລະ ຄວາມຮູ້ພື້ນຖານໃນ ການຈັດພິມ ເພື່ອການພັດທະນາ ການຂຽນ ແລະ ເນື້ອເລື່ອງຂອງຕົນ. ນອກນັ້ນ, ຍັງຈະໄດ້ຄັດເລືອກນັກ ແຕ້ມ 6 ທ່ານ ມາຮ່ວມຝຶກອົບຮົມທີ່ ນະຄອນຫລວງວຽງຈັນ ເພື່ອການ ແຕ້ມຮູບປະກອບເລື່ອງ ແລະ ຄວາມ ຮູ້ພື້ນຖານໃນການຈັດພິມ ເຊິ່ງແນ່ ຂປລ. ໃນໄລຍະທີ່ ສປປ ລາວ ເປັນປະທານຮ່ວມກອງປະຊຸມເຈົ້າ ໜ້າທີ່ອາວຸໂສແມ່ນໍ້າຂອງ-ຍີ່ປຸ່ນ ທີ່ ບາງກອກປະເທດ ໄທ, ໃນຕອນບ່າຍ  ອ່ານຕໍ່ໜ້າ 2 ຈຸດປະສົງຂອງການຈັດກອງປະ ຊຸມໃນຄັ້ງນີ້ ເພື່ອເຜີຍແຜ່ເອກະສານ ສຳຄັນເປັນ ຕົ້ນແມ່ນ ເຜີຍແຜ່ແຈ້ງ ການຂອງຄະນະຈັດຕັ້ງສູນກາງພັກ ເລກທີ 122/ຄຈສພ ລົງວັນທີ 15 ພຶດສະພາ 2024, ເອກະສານຄວາມ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຂປລ. ທະນາຄານແຫ່ງ ສປປ ລາວ(ທຫລ) ຈັດກອງປະຊຸມເຜີຍ ແຜ່, ປຶກສາຫາລືການຜັນຂະຫຍາຍ ມະຕິ 04/ກມສພ ແລະ ມະຕິ 05/ ລບ ວ່າດ້ວຍເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະ ໃໝ່ ເປັນແຜນວຽກປະຕິບັດຕົວຈິງ ຂອງຂະແໜງການທະນາຄານໃນ ວັນທີ 28 ມິຖຸນາ 2024 ໂດຍການ ເປັນປະທານຂອງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ເລຂາຄະນະບໍລິ ຫານງານພັກ ທຫລ, ຜູ້ວ່າການ ທຫລ, ມີຄະນະບໍລິຫານງານພັກ ທຫລ, ຄະນະໜ່ວຍພັກ, ຄະນະພັກ ຮາກຖານ, ຄະນະກົມ-ທຽບເທົ່າ, ສາ ຂາປະຈໍາພາກ ທຫລ ແລະ ຕາງໜ້າ ຈາກບັນດາທະນາຄານທຸລະກິດລັດ ເຂົ້າຮ່ວມ. ການເປັນປະທານຂອງ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງ ວ່າການກະຊວງປ້ອງກັນຄວາມ ສະຫງົບ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ວັນທີ 26 ມິຖຸນາ 2024ສປປລາວ ຍັງໄດ້ເປັນເຈົ້າພາບຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດ ການຮ່ວມມືດ້ານເສດຖະກິດ ແມ່ ນໍ້າ ອິຣະວະດີ-ແມ່ນໍ້າເຈົ້າພະຍາແມ່ນໍ້າຂອງ (ACMECS), ເນື່ອງ ຈາກ ສປປ ລາວ ເປັນປະທານຂອບ ການຮ່ວມມືACMECS ໂດຍການ ເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສ ACແຫ່ງຊາດ, ພາຍຫລັງທີ່ບັນດາກົດ ໝາຍດັ່ງກ່າວ ໄດ້ຖືກສະເໜີຕໍ່ກອງ ປະຊຸມເພື່ອໃຫ້ບັນດາສະມາຊິກສະ ພາແຫ່ງຊາດ ຄົ້ນຄວ້າປະກອບຄຳ ຄິດເຫັນໃນແຕ່ລະໝວດ, ແຕ່ລະ ມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ສົມບູນ, ຮັດກຸມ ແລະ ສາມາດນຳໄປ ຈັດຕັ້ງປະຕິບັດກັບຂະແໜງການທີ່ ກ່ຽວຂ້ອງໄດ້ຢ່າງມີປະສິດພາບ ແລະ ປະສິດທິຜົນໃນຕໍ່ໜ້າ. ກົດໝາຍສະບັບປັບປຸງທີ່ສະພາ ແຫ່ງຊາດ ປະກາດຮັບຮອງໃນຄັ້ງ ນີ້ປະກອບມີ: ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫລວງ, ກົດໝາຍວ່າດ້ວຍການປົກປັກຮັກ  ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 28 ມິຖຸນາ 2024 ນີ້, ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງຄະນະກໍາມະ ການສູນກາງພັກກອມມູນິດຈີນ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມ ມູນິດຈີນ ຄົບຮອບ 103 ປີ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນສ້າງຕັ້ງພັກກອມ ມູນິດຈີນ ຄົບຮອບ 103 ປີ, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ສະມາຊິກພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍປະ ຊາຊົນລາວບັນດາເຜົ່າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດ ມາຍັງຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກ ພັກ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ. ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດ ໄລຍະຜ່ານມາ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ ຂອງພັກກອມມູນິດຈີນ, ພັກ ໄດ້ນຳພາປະຊາຊົນຈີນ ອ້າຍນ້ອງ ຜ່ານ ຜ່າບັ້ນທົດສອບທີ່ີຫຍຸ້ງຍາກ, ລຳບາກຂ້ຽວຂາດນານາປະການ ຈົນສໍາ ເລັດພາລະກິດປົດປ່ອຍຊາດ ແລະ ຍາດໄດ້ຜົນສຳເລັດອັນມະຫັດສະຈັນ ໂອກາດດັ່ງກ່າວ,ທ່ານສະເຫລີມ ໄຊ ກົມມະສິດ ໄດ້ມີຄຳເຫັນວ່າ: ສປປ ລາວ ແລະ ສປປ ເກົາຫລີ ໄດ້ ສ້າງຕັ້ງສາຍພົວພັນການທູດໃນ ວັນທີ 24 ມິຖຸນາ 1974, ພາຍໃຕ້

g9Q k|h kmu j vk;5 3lvk-Po[;dvq flt8ik]u sk]n 8h kovk-tpkde0h k,-kf lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 01/07/2024 xtgmf]k; ສປປ ລາວ ເປັນເຈົ້າພາບ.... ອອປສ ເຊື່ອມຊຶມ... ທຫລ ເຜີຍແຜ່-ຫາລື... ສານອວຍພອນ... ກອງປະຊຸມເຈົ້າໜ້າທີ່ອາວຸໂສ... ສະພາແຫ່ງຊາດ ຮັບຮອງ... ສະຫລອງວັນສ້າງຕັ້ງ... ຂປລ. ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສອາຊຽນບວກ ອົດ ສະຕຣາລີວ່າດ້ວຍອາຊະຍາກຳຂ້າມ ຊາດ ຄັ້ງທີ 18 ໄດ້ຈັດຂຶ້ນ ໃນວັນທີ 27 ມິຖຸນາ 2024 ໂດຍການເປັນ ປະທານຮ່ວມຂອງ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ສປປ ລາວ, ມີທ່ານ ເຄຣກ ແມັກເຄີເລິນ ຮອງເລຂາທິການຮັບຜິດຊອບວຽກ ງານຄວາມໝັ້ນຄົງສາກົນ, ກົດໝາຍ ແລະ ກົງສຸນ ກະຊວງການຕ່າງປະ ເທດ ແລະ ການຄ້າ ອົດສະຕຣາລີ ມີ ຫົວໜ້າເຈົ້າໜ້າທີ່ອາວຸ ໂສອາຊຽນ ແລະ ຕີມໍແລັດສະເຕ ຮັບຜິດຊອບ ວຽກງານຕ້ານອາຊະຍາກໍາຂ້າມ ຊາດ, ຮອງເລຂາທິການໃຫຍ່ອາ ຊຽນ ຮັບຜິດຊອບດ້ານການເມືອງ ແລະ ຄວາມໝັ້ນຄົງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາ ລືຫລາຍບັນຫາ ໂດຍສະເພາະບັນ ຫາກ່ຽວຂ້ອງກັບການຮ່ວມມືລະ ຫວ່າງ ອາຊຽນ-ອົດສະຕຣາລີ ໃນ ການຕ້ານອາຊະຍາກໍາຂ້າມຊາດ ໃນນັ້ນລວມມີການລາຍງານກ່ຽວ ກັບການຈັດຕັ້ງປະຕິບັດບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ອາຊຽນ ແລະ ລັດຖະບານອົດສະຕາລີ ວ່າ ດ້ວຍການຮ່ວມມືວ່າດ້ວຍການຕ້ານ ການກໍ່ການຮ້າຍສາກົນ. ນອກນັ້ນ, ຍັງຈະໄດ້ທົບທວນຄືນຄວາມຄືບ ໜ້າຂອງການຈັດຕັ້ງປະຕິບັດແຜນ ວຽກກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ອົດສະຕຣາລີ ວ່າດ້ວຍ ການຮ່ວມມືເພື່ອຕ້ານອາຊະຍາກຳ ຂ້າມຊາດ ໄລຍະປີ 2022-2025. ກອງປະຊຸມຄັ້ງນີ້, ຍັງເປັນເວທີເປີດ ໂອກາດໃຫ້ມີການພົບປະ ແລະ ແລກ ປ່ຽນທັດສະນະ, ແບ່ງປັນການປະ ຕິບັດທີ່ດີ ແລະ ແລກປ່ຽນປະສົບ ການໃນການຕ້ານອາຊະຍາກໍາຂ້າມ ຊາດ, ປຶກສາຫາລືກ່ຽວກັບການ ຈັດຕັ້ງປະຕິບັດໂຄງການທີ່ສໍາເລັດ ແລ້ວ, ໂຄງການທີ່ກຳລັງດຳເນີນຢູ່ ແລະ ການສະເໜີໂຄງການໃໝ່ພາຍ ໃຕ້ແຜນວຽກຂອງກອງປະຊຸມປຶກ ສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ ບວກອົດສະຕຣາລີ ວ່າດ້ວຍການ ຕ້ານອາຊະຍາກຳຂ້າມຊາດ ແລະ ບົດບັນທືຶກຄວາມເຂົ້າໃຈ ລະຫວ່າງ ເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ອົດ ສະຕຣາລີກ່ຽວກັບການຮ່ວມມືຕ້ານ ອາຊະຍາກາຂ້າມຊາດ. ທັງໝົດນັ້ນ, ສະແດງໃຫ້ເຫັນ ເຖິງການຮ່ວມມືທີ່ແໜ້ນແຟ້ນ ແລະ ການສະໜັບສະໜູນຊ່ວຍເຫລືອອັນ ແຮງກ້າ ທີ່ເຈົ້າໜ້າທີ່ອາວຸໂສອາ ຊຽນ ຮັບຜິດຊອບວຽກງານຕ້ານອາ ຊະຍາກໍາຂ້າມຊາດ ໄດ້ຮັບຈາກປະ ເທດອົດສະຕຣາລີ ແລະ ການຮ່ວມ ມືລະຫວ່າງເຈົ້າໜ້າທີ່ອາວຸໂສອາ ຊຽນແລະ ອົດສະຕຣາລີຕ້ານອາຊະ ຍາກຳຂ້າມຊາດຕະຫລອດຫລາຍ ປີຜ່ານມາ ໄດ້ມີການເຕີບໃຫຍ່ຂະ ຫຍາຍຕົວພໍສົມຄວນ ໂດຍຜ່ານການ ສະໜັບສະໜູນຊ່ວຍເຫລືອຈາກປະ ເທດອົດສະຕຣາລີ ຢ່າງສະເໝີຕົ້ນ ສະເໝີປາຍ ຈຶ່ງສາມາດຈັດຕັ້ງປະຕິ ບັດຫລາຍໂຄງການ ເພື່ອແກ້ໄຂບັນ ຫາເຄັ່ງຮ້ອນທີ່ເກີດຈາກອາຊະຍາ ກຳຂ້າມຊາດ. ຂ່າວ: ກິດຕາ,ພາບ: ອ່າຍຄຳ ການຊີ້ນຳ-ນຳພາຂອງ ປະທານໄກ ສອນ ພົມວິຫານ ຜູ້ນຳທີ່ແສນເຄົາ ລົບຮັກຂອງປະຊາຊົນລາວ ແລະ ປະທານ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ. ສາຍພົວພັນຂອງສອງປະເທດ ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມ ພູນຄູນສ້າງມາເປັນແຕ່ລະໄລຍະ ໂດຍການນໍາພາຂອງບັນດາອະດີດ ຜູ້ນຳຂອງສອງປະເທດ, ໃນປັດຈຸບັນ ໄດ້ຮັບການສືບທອດໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະ ເທດ ແຫ່ງ ສປປ ລາວ ແລະ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກ ແຮງງານເກົາຫລີ, ປະທານກິດຈະ ການແຫ່ງລັດ ແຫ່ງ ສປປ ເກົາຫລີ. ຕະຫລອດໄລຍະ 5 ທົດສະວັດທີ່ ຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳ ອັນສະຫລາດສ່ອງໃສຂອງການ ນຳທັງສອງປະເທດ, ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອແຫ່ງ ຄວາມສາມັກຄີ ແລະ ການຮ່ວມມື ອັນດີງາມລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ໄດ້ ຮັບການເສີມຂະຫຍາຍ ຈົນເຖິງປັດ ຈຸບັນ, ອັນໄດ້ປະກອບສ່ວນສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ຕົນ ໂດຍສະເພາະ, ໃນຊຸມປີຜ່ານມາ ນີ້, ສອງຝ່າຍໄດ້ສືບຕໍ່ຮັກສາກົນ ໄກການຮ່ວມມື ເເລະ ປະສານງານ ກັນຢ່າງໃກ້ຊິດໃນການຊຸກຍູ້ການ ພົວພັນຮ່ວມມືສອງຝ່າຍ ກໍຄືການ ສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາ ກົນ ເຊິ່ງສະແດງອອກໃນການແລກ ປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນການນຳພັກລັດ ຂອງສອງປະເທດ ຢ່າງເປັນປົກ ກະຕິ, ອັນພົ້ນເດັ່ນ ກໍຄືການຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງສະຫາຍ ກິມ ເຊິງ ນາມ ກໍາມະ ການສໍາຮອງກົມການເມືອງ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນ ກາງພັກແຮງງານເກົາຫລີ ໃນລະ ຫວ່າງວັນທີ 28-31 ມີນາ 2024 ທີ່ຜ່ານມາ ແລະ ການແລກປ່ຽນ ສານອວຍພອນເຊິ່ງກັນ ແລະ ກັນ ໃນໂອກາດວັນສໍາຄັນຕ່າງໆ. ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມ ຫວັງວ່າ ສອງປະເທດ ລາວ-ສປປ ເກົາຫລີ ຈະສືບຕໍ່ການຮ່ວມມືປະ ສານງານຂອງສະຖານທູດຂອງທັງ ສອງປະເທດ ເພື່ອຊຸກຍູ້ ເເລະ ເສີມ ຂະຫຍາຍສາຍພົວພັນຮ່ວມມືຂອງ ສອງປະເທດໃຫ້ກ້າວສູ່ລວງເລິກ ຍິ່ງໆຂຶ້ນ ເພື່ອສືບຕໍ່ສະໜັບສະໜູນ ເເລະ ຊ່ວຍເຫລືອເຊິ່ງກັນ ເເລະ ກັນ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອນໍາເອົາຜົນປະໂຫຍດມາສູ່ປະ ຊາຊົນສອງຊາດ ພວກເຮົາ ແລະ ເພື່ອການປະກອບສ່ວນເຂົ້າໃນການ ຮັກສາສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນແລະ ສາກົນ. ພ້ອມທັງຕາງໜ້າໃຫ້ພັກລັດ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈແລະຮູ້ບຸນຄຸນມາຍັງ ພັກ-ລັດ ແລະ ປະຊາຊົນ ສປປ ເກົາ ຫລີ ອ້າຍນ້ອງທີ່ໄດ້ໃຫ້ການສະໜັບ ສະໜູນ, ຊ່ວຍເຫລືອແກ່ພາລະກິດ ການປະຕິວັດຂອງລາວ ໃນເມື່ອ ກ່ອນ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງລາວ ໃນປັດຈຸບັນ. ພ້ອມນີ້, ທ່ານ ລີ ຢົງ ຊົນ ກໍໄດ້ມີ ຄຳເຫັນວ່າ: ສະຖານທູດ ສປປ ເກົາຫລີ ຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນຕະພາບທີ່ເປັນມູນເຊື້ອທີ່ສ້າງ ຕັ້ງຂຶ້ນໂດຍການນຳໃນເມື່ອກ່ອນໃຫ້ ກ້າວຂຶ້ນສູ່ລະດັບສູງອັນໃໝ່ສົມ ກັບຄວາມມຸ່ງມາດປາຖະໜາ ຂອງ ຜູ້ນຳສອງປະເທດ ແລະ ຕາມຄວາມ ຮຽກຮ້ອງຕ້ອງການຂອງຍຸກສະ ໄໝໃໝ່. ປັດຈຸບັນສາຍພົວພັນມິດ ຕະພາບຂອງສອງປະເທດໄດ້ກ້າວ ເຂົ້າສູ່ໄລຍະອັນໃໝ່ແຫ່ງການພັດ ທະນາ ພາຍໃຕ້ການເອົາໃຈໃສ່ອັນ ເລິກເຊິ່ງ ຂອງສະຫາຍເລຂາທິການ ໃຫຍ່ຂອງສອງປະເທດ. ໃນຊຸມປີ ຜ່ານມານີ້, ການພົວພັນສອງຝ່າຍໄດ້ ຮັບການຮັດແໜ້ນຢ່າງສະໝໍ່າສະເໝີ ແລະ ເຊື້ອໝັ້ນວ່າການພົວພັນຮ່ວມ ມືດັ່ງກ່າວ, ຈະສືບຕໍ່ໄດ້ຮັບການຮັດ ແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ດ້ວຍຄວາມພະຍາຍາຮ່ວມກັນຂອງ ສອງປະເທດ. ພ້ອມນີ້, ທ່ານ ລີ ຢົງ ຊົນ ຍັງ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາ ຊົນເກົາຫລີ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ພັກ-ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ທີ່ໄດ້ໃຫ້ ການສະໜັບສະໜູນ, ຊ່ວຍເຫລືອ ແກ່ພາລະກິດການຕໍ່ສູ້ຂອງປະຊາ ຊົນ ເກົາຫລີ ໃນເມື່ອກ່ອນ ແລະ ປັດ ຈຸບັນ ກໍຄື ພາລະກິດສ້າງສາພັດທະ ນາປະເທດຊາດ ສັງຄົມນິຍົມທີ່ຮັ່ງ ມີ, ເຂັ້ມແຂງ. ພ້ອມນັ້ນ, ສະຖານທູດ ສປປ ເກົາຫລີປະຈຳ ສປປ ລາວ ຈະ ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບກະ ຊວງການຕ່າງປະເທດ ເພື່ອສືບຕໍ່ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃນອະນາຄົດ. ຂ່າວ: ທະນູທອງ,ພາບ: ຂັນໄຊ ທີ່ມີຄວາມໝາຍປະຫວັດສາດໃນ ການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນ ພິເສດຂອງຈີນ ໃນຍຸກສະໄໝໃໝ່. ພັກປະຊາຊົນ ປະຕິວັດລາວ ຕີ ລາຄາສູງ ແລະ ຂໍສະແດງຄວາມ ຊົມເຊີຍຢ່າງສຸດອົກສຸດໃຈຕໍ່ບັນດາ ຜົນສໍາເລັດອັນໃຫຍ່ຫລວງ, ຮອບ ດ້ານທີ່ພັກ, ລັດຖະບານ ແລະ ປະ ຊາຊົນຈີນອ້າຍນ້ອງຍາດມາໄດ້ ຕະຫລອດໄລຍະທີ່ຜ່ານມາ ໂດຍສະ ເພາະແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ກໍຄືການສູ້ ຊົນສ້າງສັງຄົມນິຍົມທີ່ທັນສະໄໝ ແບບຈີນ ເຊິ່ງໄດ້ເປັນບົດຮຽນອັນລໍ້າ ຄ່າ ແລະ ເປັນກໍາລັງໃຈຢ່າງແຮງກ້າ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໃນການສືບຕໍ່ດໍາເນີນພາ ລະກິດປົກປັກຮັັກສາ ແລະ ສ້າງສາ ພັດທະນາປະເທດຊາດສູ່ຈຸດໝາຍ ສັງຄົມນິຍົມໃນໄລຍະໃໝ່. ພວກຂ້າພະເຈົ້າມີຄວາມເອກ ອ້າງທະນົງໃຈ ແລະ ປິຕິຍິນດີເປັນ ຢ່າງຍິ່ງທີ່ເຫັນວ່າ, ພາຍໃຕ້ການຊີ້ ນໍາ ນໍາພາຢ່າງໃກ້ຊິດ ຂອງ 2 ສູນ ກາງພັກ ລາວ-ຈີນ, ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຈີນ ນັບມື້ນັບໄດ້ ຮັບການເສີມຂະຫຍາຍ ແລະ ແຕກ ດອກອອກຜົນຢ່າງບໍ່ຢຸດຢັ້ງ, ການ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍທັງທາງ ກວ້າງ ແລະ ເຂົ້າສູ່ລວງເລິກຢ່າງ ເປັນຮູບປະທໍາ, ນໍາເອົາຜົນປະໂຫຍດ ຕົວຈິງ ມາສູ່ປະຊາຊົນສອງຊາດ ພວກເຮົາໄດ້ຢ່າງແທ້ຈິງ. ເນື່ອງໃນໂອກາດອັນສະຫງ່າລາ ສີນີ້, ພວກຂ້າພະເຈົ້າຂໍອວຍພອນ ໃຫ້ພັກກອມມູນິດຈີນ ຈົ່ງສືບຕໍ່ຍາດ ໄດ້ຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າ ເກົ່າໃນພາລະກິດແຫ່ງການພັດທະ ນາປະເທດຊາດ ຕາມເສັ້ນທາງສັງ ຄົມນິຍົມທີ່ມີສີສັນພິເສດ ຂອງຈີນ, ປະສົບຜົນສໍາເລັດ ແລະ ບັນລຸເປົ້າ ໝາຍໃນການສ້າງ ສປ ຈີນ ເປັນປະ ເທດສັງຄົມນິຍົມທີ່ທັນສະໄໝຮອບ ດ້ານ, ເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ປອງດອງ ແລະ ສວຍງາມ. ຂໍອວຍພອນໃຫ້ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ, ການຮ່ວມ ມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈົ່ງສືບຕໍ່ໄດ້ຮັບການເສີມ ຂະຫຍາຍຍິ່ງໆຂຶ້ນ ແລະ ນໍາເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຈີນ ໃຫ້ນັບມື້ນັບ ຫລາຍຂຶ້ນ. ສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍ ສະຫະກອນ, ກົດໝາຍວ່າດ້ວຍສະ ຫະກອນທີ່ເປັນຢາ, ກົດໝາຍວ່າ ດ້ວຍສະພາແຫ່ງຊາດ, ກົດໝາຍວ່າ ດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ, ກົດ ໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເອສໄອວີ/ພະຍາດເອດ, ກົດໝາຍວ່າດ້ວຍ ອາກອນມູນຄ່າ ເພີ່ມ, ກົດໝາຍວ່າດ້ວຍການສະກັດ ກັ້ນແລະຕ້ານອັກຄີໄພ ແລະກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ. ການພິຈາລະນາ ແລະ ຮັບຮອງ ເອົາກົດໝາຍຈຳນວນດັ່ງກ່າວນີ້ ເຖິງວ່າເວລາສັ້ນ, ເນື້ອໃນຂອງກົດ ໝາຍແມ່ນກວ້າງຂວາງ, ເລິກເຊິ່ງ ແຕ່ດ້ວຍຄວາມຮັບຜິດຊອບສູງຂອງ ບັນດາສະມາຊິກສະພາແຫ່ງຊາດ ໃນຖານະເປັນຕົວແທນແຫ່ງສິດອຳ ນາດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າແລະດ້ວຍຄວາມ ເປັນເຈົ້າການຂອງຄະນະຮັບຜິດ ຊອບສ້າງ ແລະ ປັບປຸງກົດໝາຍ ກໍ ຄື ພະນັກງານ-ລັດຖະກອນທີ່ກ່ຽວ ຂ້ອງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນດາກົດໝາຍເຫລົ່າ ນີ້ ສຳເລັດຜົນຢ່າງຈົບງາມຕາມ ແຜນການທີ່ໄດ້ກຳນົດໄວ້,ທັງຮັບປະ ກັນປະສິດທິພາບ ແລະ ປະສິດທິຜົນ ເປັນຢ່າງດີ. ຂ່າວ: ສົມຫວັງ,ພາບ: ຂັນໄຊ ສປປ ລາວ, ມີຫົວໜ້າເຈົ້າໜ້າທີ່ ອາວຸໂສປະເທດບວກສາມ ສປ ຈີນ, ຢີ່ປຸ່ນ ແລະ ສ ເກົາຫລີ, ປະເທດສະ ມາຊິກອາຊຽນ ແລະ ຕີມໍແລັດສະເຕ ຮັບຜິດຊອບວຽກງານຕ້ານອາຊະ ຍາກໍາ, ຮອງເລຂາທິການໃຫຍ່ອາ ຊຽນດ້ານການເມືອງ ແລະ ຄວາມ ໝັ້ນຄົງເຂົ້າຮ່ວມ. ທ່ານ ພົຕ ສຸລິນະ ແກ້ວປະເສີດ ໄດ້ກ່າວວ່າ: ອາຊຽນ ແລະ ປະເທດ ບວກສາມ ໄດ້ມີສາຍພົວພັນຮ່ວມມື ອັນດີເປັນເວລາຍາວນານມີການ ຮ່ວມມືໃນຫລາຍຂົງເຂດ ບໍ່ວ່າຈະ ເປັນທາງດ້ານເສດຖະກິດ, ວັດທະ ນະທໍາ-ສັງຄົມ ແລະ ຄວາມໝັ້ນ ຄົງລວມທັງການຮ່ວມມື ໃນການ ຕ້ານອາຊະຍາກໍາຂ້າມຊາດປະກອບ ສ່ວນຮັບປະກັນຄວາມສະຫງົບປອດ ໄພໃນພາກພື້ນ ແລະ ສາກົນ ເຊິ່ງ ກອງປະຊຸມໃນຄັ້ງນີ້, ຈະໄດ້ປຶກສາ ຫາລືໃນຫລາຍຫົວຂໍ້ທີ່ສຳຄັນ ເປັນ ຕົ້ນ ການຈັດຕັ້ງປະຕິບັດແຜນວຽກ ງານຮ່ວມມືລະຫວ່າງອາຊຽນແລະ ປະເທດບວກສາມ(ໄລຍະປີ2023- 2027) ກ່ຽວກັບອົງປະກອບທີ່ ພົວພັນເຖິງການຕ້ານອາຊະຍາກໍາ ຂ້າມຊາດ, ການຈັດຕັ້ງປະຕິບັດ ແຜນວຽກກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນບວກສາມວ່າດ້ວຍ ການຕ້ານອາຊະຍາກາຂ້າມຊາດ (ໄລຍະປີ 2024-2027) ລວມທັງ ບັນຫາອື່ນໆທີ່ກ່ຽວຂ້ອງ. ນອກ ຈາກນີ້, ໃນກອງປະຊຸມຍັງໄດ້ປຶກ ສາຫາລືກ່ຽວກັບການເປັນປະເທດ ປະສານງານ ແລະ ປະທານຮ່ວມ ຂອງປະເທດບວກສາມ. ຜົນຂອງກອງປະຊຸມປຶກສາຫາ ລືຄັ້ງນີ້, ຈະກາຍເປັນພື້ນຖານອັນ ສໍາຄັນໃນການສືບຕໍ່ເສີມຂະຫຍາຍ ການຮ່ວມມື ລະຫວ່າງປະເທດບວກ ສາມ ແລະ ອາຊຽນ ເພື່ອຕ້ານອາຊະ ຍາກາຂ້າມຊາດ ໃນຕໍ່ໜ້າປະກອບ ສ່ວນໃນການຮັກສາຄວາມສະຫງົບ ປອດໄພ, ສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມຢູ່ບັນດາປະ ເທດໃນພາກພື້ນ ແລະ ໃນໂລກ. ຂ່າວ: ກິດຕາ ເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເອກະສານຍົກສູງ ຄວາມສາມາດນໍາພາ ແລະ ຄວາມ ເປັນແບບຢ່າງນຳໜ້າຂອງພັກ, ເອ ກະສານຕັ້ງໜ້າຝຶກຝົນຫລໍ່ຫລອມ ຄຸນທາດການເມືອງ ແລະ ຄຸນສົມ ບັດສິນທຳປະຕິວັດ, ເອກະສານເດັດ ດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນ ຖັນແຖວພະນັກງານ, ສະມາຊິກພັກ; ສະເໜີເອກະສານຜັນຂະຫຍາຍມະ ຕິ 04/ກມສພ ລົງວັນທີ 11 ເມສາ 2024 ແລະ ມະຕິ 05/ລບ ລົງວັນ ທີ 21 ພຶດສະພາ 2024 ກ່ຽວກັບ ການສ້າງເສດຖະກິດເອກະສານ ເປັນເຈົ້າຕົນເອງໃນໄລຍະໃໝ່; ລາຍ ງານສະພາບການຜັນຂະຫຍາຍມະ ຕິ 04/ກມສພ ແລະ ມະຕິ 05/ລບ ເຂົ້າໃນວຽກງານຂອງ ທຫລ (ໂດຍ ສັງເຂບ) ແລະ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄໝທີ XI ຂອງສູນກາງພັກ. ເອກະສານທີ່ນໍາມາເຜີຍແຜ່ຄັ້ງ ນີ້, ແມ່ນມີຄວາມສໍາຄັນ ແລະ ຈໍາ ເປັນທີ່ສຸດ ເພື່ອສ້າງຄວາມເຂົ້າໃຈ ທີ່ເລິກເຊິ່ງໃຫ້ແກ່ຄະນະພັກ-ຄະນະ ນໍາຢູ່ແຕ່ລະຮາກຖານພັກ ທີ່ຂຶ້ນກັບ ອົງຄະນະພັກ ທຫລ ທີ່ຈະໄດ້ນໍາເອົາ ເນື້ອໃນຈິດໃຈເອກະສານດັ່ງກ່າວ ໄປຄົ້ນຄວ້າຜັນເຊື່ອມຊຶມ ແລະ ຜັນ ຂະຫຍາຍເຂົ້າສູ່ເນື້ອໃນກອງປະຊຸມ ໃຫຍ່ຂອງແຕ່ລະຮາກຖານພັກໃຫ້ ມີຄຸນນະພາບ. ຂ່າວ-ພາບ: ສົມພິດ ທຳມະວົງ ທະນາ ເສດຖະກິດ-ສັງຄົມ, ແຜນງົບ ປະມານ, ແຜນເງິນຕາ 6 ເດືອນຕົ້ນ ປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2024 ຕິດພັນກັບການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແລະ ຍົກໃຫ້ເຫັນ ແຈ້ງສິ່ງທ້າທາຍ, ກາລະໂອກາດ ແລະ ການແກ້ໄຂບັນຫາຮີບດ່ວນ ເປັນຕົ້ນການແກ້ໄຂຄວາມເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ແກ້ໄຂ ອັດຕາເງິນເຟີ້, ອັດຕາແລກປ່ຽນ, ແກ້ໄຂໜີ້ສິນແລະສ້າງສະພາບແວດ ລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການ ລົງທຶນ ແລະ ການດຳເນີນທຸລະກິດ, ລວມເຖິງການແກ້ໄຂທຸກການທ່ວງ ດຶງ, ຂອດຂັ້ນ, ລະບຽບການ, ກົດ ໝາຍທີ່ຍັງເປັນອຸປະສັກກີດຂວາງ, ຊັກຊ້າ, ບໍ່ໂປ່ງໃສ ໃຫ້ຕົກໄປ, ການຍູ້ ແຮງການຄຸ້ມຄອງການລົງທຶນ ໃຫ້ ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ, ຍູ້ແຮງການຜະລິດ ເປັນສິນຄ້າ, ຄຸ້ມຄອງລາຄາສິນຄ້າ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ. ຈາກນັ້ນ, ກອງປະຊຸມຍັງໄດ້ເຜີຍ ແຜ່ມະຕິຂອງກົມການເມືອງສູນ ກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍ ສະຫາຍຫົວໜ້າ ອອປສ ໄດ້ຍົກໃຫ້ ເຫັນຄວາມຈຳເປັນໃນການອອກ ມະຕິ, ແນວຄິດຊີ້ນຳການສ້າງເສດ ຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການເພີ່ມທະວີແກ້ໄຂຄວາມຫຍຸ້ງ ຍາກ ດ້ານເສດຖະກິດການເງິນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ການ ຜະລິດ, ການບໍລິການ, ລະບົບການ ເງິນ-ເງິນຕາ ແລະ ການຄຸ້ມຄອງບໍ ລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວ ທີ່ໜັກແໜ້ນ ເພື່ອຕອບສະໜອງ ໃຫ້ແກ່ການປົກປັກຮັກສາປະເທດ ຊາດ ແລະ ການພັດທະນາທີ່ຍືນຍົງ, ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນ ພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງ ແລະ ຄວາມໝັ້ນຄົງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ພ້ອມນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ເນັ້ນໃຫ້ສະມາ ຊິກພັກ,ພະນັກງານ-ລັດຖະກອນອົງ ການໄອຍະການປະຊາຊົນສູງສຸດ ຈົ່ງພ້ອມກັນເປັນເຈົ້າການ, ທຸ້ມເທສະ ຕິປັນຍາ, ເຫື່ອແຮງ, ຍົກສູງຄວາມ ຮັບຜິດຊອບການເມືອງ ເພື່ອນຳພາຊີ້ນໍາ ໃນການຈັດຕັ້ງປະຕິບັດໃຫ້ຖືກ ທິດ,ປັບປຸງແກ້ໄຂຂໍ້ຄົງຄ້າງຜ່ານ ມາ, ເສີມຂະຫຍາຍດ້ານດີ ແລະ ສືບ ຕໍ່ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໂດຍສ້າງເປັນແຜນງານ, ໂຄງການ ແລະ ກິດຈະກໍາລະອຽດຕາມມະ ຕິກອງປະຊຸມໃຫຍ່ສະມາຊິກພັກອົງ ການໄອຍະການປະຊາຊົນສູງສຸດ ຄັ້ງທີ 8, ຜັນຂະຫຍາຍແຜນງານ, ໂຄງການເຂົ້າເປັນກິດຈະກໍາປະຈໍາ ວັນໃຫ້ຖືກຕ້ອງແລະສອດຄ່ອງຕາມ ກົດລະບຽບຂອງພັກ, ກົດໝາຍຂອງ ລັດ ແລະ ທິດຊີ້ນໍາທາງຂັ້ນເທິງວາງ ອອກໃນແຕ່ລະໄລຍະ ໃຫ້ເປັນລະ ບົບຕໍ່ເນື່ອງ, ມີປະສິດທິພາບ, ເຕີບ ໃຫຍ່ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ ຢຸດຢັ້ງ ເຮັດໃຫ້ອົງການໄອຍະການ ປະຊາຊົນຍົກສູງຄຸນນະພາບການ ຕິດຕາມກວດກາການປະຕິບັດກົດ ໝາຍ ແລະ ການປະຕິບັດສິດກ່າວ ຟ້ອງ ຂອງອົງການໄອຍະການປະ ຊາຊົນຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ ເຮັດໃຫ້ປະ ເທດຊາດ ມີສະຖຽນລະພາບທາງ ດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ. ຂ່າວ: ກິດຕາ MECS ຂອງ ສປປ ລາວ, ມີເຈົ້າ ໜ້າທີ່ອາວຸໂສ ຈາກ ກໍາປູເຈຍ, ມຽນ ມາ, ໄທ, ສສ ຫວຽດນາມ ແລະ ຄະ ນະຕິດຕາມເຂົ້າຮ່ວມຢ່າງ. ກອງປະຊຸມຄັ້ງນີ້, ເພື່ອທົບທວນ ຄືນຜົນການຈັດຕັ້ງປະຕິບັດແຜນແມ່ ບົດ ACMECS 2019-2023 ແລະ ວາງທິດທາງໃນຕໍ່ໜ້າ ເພື່ອກະ ກຽມຮ່າງແຜນແມ່ບົດ ACMECS 5 ປີຕໍ່ໜ້າຂອງຂອບການຮ່ວມມື ACMECS. ພ້ອມດຽວກັນ, ກໍໄດ້ ປຶກສາຫາລື ແລະ ລາຍງານຜົນ ຂອງການຈັດຕັ້ງປະຕິບັດຂອງກອງ ເລຂາ ACMECS ຊົ່ວຄາວຫລັງ ຈາກສ້າງຕັ້ງສໍາເລັດໃນຕົ້ນປີ2024 ທີ່ຜ່ານມາ ແລະ ສະແດງຄວາມຊົມ ເຊີຍຕໍ່ຄວາມຄືບໜ້າ ການຈັດຕັ້ງປະ ຕິບັດບັນດາໂຄງການທີ່ໄດ້ຮັບທຶນ ຈາກຄູ່ຮ່ວມພັດທະນາເປັນຕົ້ນແມ່ນ ຍີ່ປຸ່ນ ແລະ ສ ເກົາຫລີ. ນອກນັ້ນ, ໃນທີ່ປະຊຸມຍັງໄດ້ປຶກສາຫາລືກ່ຽວ ກັບການກະກຽມຄວາມພ້ອມ ໃນ ການຈັດກອງປະຊຸມສຸດຍອດ ACMECS ຄັ້ງທີ 10 ທີ່ ສປປ ລາວ ຈະເປັນເຈົ້າພາບໃນທ້າຍປີ 2024 ໂດຍສະເພາະແມ່ນການກະກຽມ ທາງດ້ານເນື້ອໃນ ເປັນຕົ້ນ ຮ່າງຖະ ແຫລງການວຽງຈັນ ແລະ ການກະ ກຽມດ້ານພະລາທິການຕ່າງໆ ເພື່ອ ຮັບປະກັນໃຫ້ການນໍາຂັ້ນສູງຂອງ ປະເທດສະມາຊິກທີ່ຈະເດີນທາງ ເຂົ້າຮ່ວມກອງປະຊຸມ ACMECS ຄັ້ງທີ 10. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນໄປ ບົນພື້ນຖານໄມຕີຈິດມິດຕະພາບ ແລະ ສາມາດບັນລຸຕາມຈຸດປະສົງ ເປົ້າໝາຍທີ່ວາງໄວ້ ແນໃສ່ການກະ ກຽມໃຫ້ແກ່ການເປັນເຈົ້າພາບຈັດ ກອງປະຊຸມສ ຸດຍອດACMECS ຄັ້ງທີ 10 ພາຍໃຕ້ການເປັນປະທານ ຂອງ ສປປ ລາວ ໃນທ້າຍປີ 2024 ໃຫ້ປະສົບຜົນສໍາເລັດອັນຈົບງາມ. ຂ່າວ-ພາບ: ກຕທ

RkJQdWJsaXNoZXIy MTc3MTYxMQ==