ຢູເອັນເຕືອນ ໂລກພວມຫລົ້ມເຫລວ ໃນການບັນລຸເປົ້າໝາຍ ການພັດທະນາ

01/07/2024 16:23
Email Print 163
ຂປລ ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ ສະຫະປະຊາຊາດ (ຢູເອັນ) ປະກາດເຕືອນວ່າ: ສົງຄາມ ແລະ ການຂາດແຄນ ເງິນທຶນ ເປັນອຸປະສັກ ຕໍ່ ຄວາມກ້າວໜ້າ ໃນການບັນລຸ ເປົ້າໝາຍ ການພັດທະນາ ທີ່ ສຳຄັນ ຂອງ ຢູເອັນ ລວມເຖິງ ການດຳເນີນການ ເພື່ອຕໍ່ສູ້ ກັບ ການປ່ຽນແປງ ສະພາບອາກາດ.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ ​ຈາກ ນະຄອນ ນີວຢອກ ປະ​ເທດ ສ.ອາ​ເມ​ລິ​ກາ ​ເມື່ອ​ວັນ​ທີ 30  ມິ​ຖຸນາ​,  ທ່ານ ອັນ​ໂຕ​ນິ​ໂອ ກູ​ເຕ​ເຣສ ​ເລຂາທິການໃຫຍ່ ສະຫະ​ປະຊາ​ຊາດ (ຢູ​ເອັນ) ປະກາດ​ເຕືອນ​ວ່າ: ສົງຄາມ ​ແລະ ການ​ຂາດ​ແຄນ​ ເງິນ​ທຶນ ​ເປັນ​ອຸປະສັກ ​ຕໍ່​ ຄວາມ​ກ້າວໜ້າ ​ໃນ​ການ​ບັນລຸ ​ເປົ້າ​ໝາຍ ການ​ພັດທະນາ ທີ່​ ສຳຄັນ ​ຂອງ ຢູ​ເອັນ ລວມ​ເຖິງ​ ການ​ດຳ​ເນີນ​ການ ​ເພື່ອ​ຕໍ່ສູ້ ກັບ​ ການ​ປ່ຽນ​ແປງ ສະພາບ​ອາກາດ. ​ໂດຍ​ປະ​ເທດ ສະມາຊິກ ຢູ​ເອັນ​ ໄດ້ນໍາ​ເປົ້າ​ໝາຍ ການ​ພັດທະນາ ​ແບບຍືນ​ຍົງ (​ເອສດີ​ຈີ​ເອສ) ມາ​ໃຊ້​ ເມື່ອ​ປີ 2015 ຊຶ່ງ​ປະກອບ​ດ້ວຍ​ ເປົ້າ​ໝາຍ 17 ຂໍ້​ ທີ່​ຈະ​ປ່ຽນແປງ​ໂລກ ໃນ​ປີ 2030, ​ແຕ່​ທ່ານ ອັນ​ໂຕ​ນິ​ໂອ ກູ​ເຕ​ເຣສ ກ່າວ​ວ່າ ​ໂລກ ​ພວມ​ປະສົບ​ກັບ ​ຄວາມ​ຫລົ້ມ​ເຫ​ລວ ​ໃນ​ການ​ບັນລຸ ​ເປົ້າ​ໝາຍ​ເບື້ອງ​ຕົ້ນ.

ໂດຍສະເພາະ ຄວາມ​ຫລົ້ມ​ເຫ​ລວ ​ໃນ​ການຮັກສາ​ ສັນຕິພາບ, ການຜະ​ເຊີນ​ໜ້າ ​ກັບ ​ການ​ປ່ຽນ​ແປງ ສະພາບ​ອາກາດ ​ແລະ ການ​ສົ່ງ​ເສີມ ການ​ເງິນ​ ລະຫວ່າງ​ປະ​ເທດ ພວມກາຍ​ເປັ ​ບ່ອນທຳລາຍ ການ​ພັດທະນາ. ສະ​ນັ້ນ ປະເທດຕ່າງໆ ​ຕ້ອງ​ເລັ່ງ ດຳ​ເນີນ​ການ ​ເພື່ອໃຫ້ ​ບັນລຸ ​ເປົ້າ​ໝາຍ ​ໃນ​ການ​ ພັດທະນາ​ ແບບຍືນ​ຍົງ ​ເນື່ອງ​ຈາກ​ ເປົ້າ​ໝາຍ​ ທີ່​ເປັນ​ໄປ​ຕາມ​ແຜນ ມີ​ພຽງແຕ່ 17% ​ເທ່າ​ນັ້ນ. ໃນ​ຂະນະ​ທີ່ ຄວາມ​ພະຍາຍາມ ​ໃນ​ການ​ເພີ່ມ ບ້ວງເງິນ ​ແລະ ຄວາມ​ສົນ​ໃຈ​ ໃຫ້​ກັບ​ ເປົ້າ​ໝາຍ ແຕ່ຖືກ​ຂັດຂວາງ ​ແລະ ປະສົບ​ຄວາມ​ຫລົ້ມ​ເຫ​ລວ ຫລາຍ​ຄັ້ງ ຈາກ​ ສາ​ເຫດ​ຕ່າງໆ​ ເຊັ່ນ: ການ​ແພ່​ລະບາດ​ຂອງ ພະຍາດ​ໂຄ​ວິດ-19, ສົງຄາມ​ ໃນ​ອູ​ແກຣນ ອື່ນໆ ລວມ​ເຖິງ​ ໄພພິບັດ ທາງ​ສະພາບ​ອາກາດ ທີ່​ຮ້າຍ​ແຮງ ຢ່າງໜັກ ​ແລະ ຄ່າ​ຄອງ​ຊີບ ​ທີ່​ເພີ່ມ​ສູງ​ຂຶ້ນ ຢ່າງ​ວອງ​ໄວ. /

KPL

ຂ່າວອື່ນໆ

ads
ads

Top