ສປຈີນ-ສິງກະໂປ ຊຸກຍູ້ຄວາມຮ່ວມມື ດ້ານດີຈິຕອນ

01/07/2024 16:22
Email Print 164
ຂປລ ສຳນັກບໍລິຫານ ຂໍ້ມູນແຫ່ງຊາດ ຈີນ ຖະແຫລງ ວ່າ: ຈີນ ແລະ ສິງກະໂປ ໄດ້ສະແດງ ຄວາມມຸ່ງໝັ້ນ ຈະສົ່ງເສີມຄວາມຮ່ວມມື ທາງດ້ານດີຈີຕອນ ລະຫວ່າງ ກອງປະຊຸມກົນໄກ ການເຈລະຈາ ນະໂຍບາຍ ດີຈີຕອນ ທະວີພາຄີ ຄັ້ງທີ 1 ຢູ່ ເມືອງຝູໂຈວ ແຂວງຝູຈຽນ ທາງພາກຕາເວັນອອກສຽງໃຕ້ຂອງຈີນ ເມື່ອບໍ່ດົນມານີ້.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ວັນທີ 30 ເດືອນມິຖຸນາ, ​ສຳນັກ​ບໍລິຫານ ຂໍ້​ມູນ​ແຫ່ງ​ຊາດ ຈີນ ຖະ​ແຫລ​ງ ​ວ່າ: ຈີນ ​ແລະ ສິງກະ​ໂປ ໄດ້ສະ​ແດງ​ ຄວາມ​ມຸ່ງ​ໝັ້ນ ຈະ​ສົ່ງ​ເສີມ​ຄວາມ​ຮ່ວມ​ມື ທາງ​ດ້ານດີ​ຈີ​ຕອນ ລະຫວ່າງ​ ກອງ​ປະຊຸມ​ກົນ​ໄກ ການ​ເຈລະຈາ ນະ​ໂຍບາຍ ດີ​ຈີ​ຕອນ ທະວີ​ພາຄີ ຄັ້ງ​ທີ 1 ຢູ່ ​ເມືອງຝູໂຈວ ແຂວງຝູຈຽນ ທາງພາກຕາເວັນອອກສຽງໃຕ້ຂອງຈີນ ເມື່ອບໍ່ດົນມານີ້. ໂດຍ​ທັງ​ສອງ​ຝ່າຍ​ ໄດ້ເຫັນ​ດີ ​ຈະ​ໃຊ້ກົນ​ໄກ ​ເບື້ອງ​ຕົ້ນ ​ເປັນ​ພື້ນ​ທີ່ ສະໜັບສະ​ໜູນ ການ​ແລກປ່ຽນ ​ແລະ ຄວາມ​ຮ່ວມ​ມື ທາງ​ດີ​ຈີ​ຕອນ.

          ຈຸດປະສົງຕົ້ນຕໍ ຂອງ ກອງ​ປະຊຸມ​ ດັ່ງກ່າວ ​ເພື່ອ​ແລກ​ປ່ຽນ ລະຫວ່າງ​ ຜູ້​ມີ​ສ່ວນ​ຮ່ວມ ຈາກ​ລະດັບ​ຕ່າງໆ ທັງ​ໜ່ວຍ​ງານ ລັດຖະບານ ມະຫາ ວິທະຍາ​ໄລ, ສະ​ຖາ​ບັນ​ວິ​ໄຈ ​ແລະ ຜູ້​ປະກອບ​ການ. ນອກ​ນີ້ ທັງ​ສອງ​ຝ່າຍ ຍັງ​ໄດ້ປຶກສາ​ຫາລື ຂີດຄວາມສາມາດ ໃນການ​ຮ່ວມ​ມື​ ດ້ານ​ຕ່າງໆ ​ລວມ​ເຖິງພາກ​ທຸລະ​ກິດ​ ເພື່ອຊຸກຍູ້​ການ​ໝູນວຽນ​ ຂໍ້​ມູນຂ້າມ​ຊາຍ​ແດນ ​ຂອງ ຜູ້​ປະກອບ​ການ ປູກຝັງ ອຸດສາຫະກຳ ​ແລະ ຮູບ​ແບບ​ໃໝ່​ ຂອງ ​ເສດຖະກິດ ດີ​ຈີ​ຕອນ ​ແລະ ສົ່ງ​ເສີມ ການ​ພັດທະນາ ທີ່​ມີ ​ຄຸນ​ນະພາ​ບສູງ ຂອງ ​ການ​ຄ້າ ດີ​ຈີ​ຕອນ./.

KPL

ຂ່າວອື່ນໆ

ads
ads

Top