ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມື

27/06/2024 13:59
Email Print 342
ຂປລ ຂປລ. ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຶເງະ ໂຢຊິຟຸມິ (Mr. TSUGE Yoshifumi), ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.



ຂປລ. ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຶເງະ ໂຢຊິຟຸມິ (Mr. TSUGE Yoshifumi), ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທັງສະແດງ ຄວາມເຊື່ອໝັ້ນວ່າ ການເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ຮອງລັດຖະມົນຕີ ສຶເງະ ໂຢຊິຟຸມິ ໃນຄັ້ງນີ້ ຈະປະ ກອບສ່ວນສໍາຄັນເຂົ້າໃນການສືບຕໍ່ ເສີມຂະຫຍາຍການຮ່ວມມື ເຮັດວຽກຮ່ວມກັນຢ່າງໃກ້ຊິດ ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ຍີ່ປຸ່ນ ກໍຄື ການສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນ ດີງາມຂອງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຢ່າງບໍ່ຢຸດຢັ້ງ. ໃນຂະນະດຽວກັນ, ທ່ານ ຮອງລັດຖະມົນຕີ ສຶເງະ ໂຢຊິຟຸມິ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງໃຫ້ຊາບເຖິງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.





 ຈາກນັ້ນ, ກໍໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສຶເງະ ໂຢຊິຟຸມິ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ພ້ອມດ້ວຍຄະນະ ທັງສອງຝ່າຍເຂົ້າຮ່ວມ. ໃນການພົບປະ, ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນ ຮ່ວມມືດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ແລະ ການຮ່ວມມືອັນດີງາມ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ຕະຫລອດໄລຍະເວລາ 7 ທົດສະວັດທີ່ຜ່ານມາ ແລະ ການຮ່ວມມືທີ່ໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ລະຫວ່າງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ບົນພື້ນຖານຄວາມເຂົ້້າອົກເຂົ້້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.


 ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານຂອງສອງປະເທດ ກໍຄື ສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາ ຍິ່ງໆຂຶ້ນ. ຝ່າຍລາວ ໄດ້ແຈ້ງໃຫ້ຊາບເຖິງຄວາມພ້ອມ ໃນການຈັດກອງປະຊຸມກ່ຽວ ຂ້ອງຕ່າງໆ ໃນໂອກາດເປັນປະທານອາຊຽນ 2024 ນີ້ ແລະ ຍັງໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາ ຊົນຍີ່ປຸ່ນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ເພື່ອພັດທະນາບັນດາຂົງ ເຂດບູລິມະສິດ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ, ພິເສດ ກໍແມ່ນການຊ່ວຍເຫລືອ ແລະ ສະ ໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ນີ້.


ສອງຝ່າຍ ຍັງເຫັນດີເປັນເອກະພາບ ໃນການສືບຕໍ່ຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ພ້ອມທັງເຫັນດີສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອກະກຽມສະເຫລີມສະຫລອງ ວັນສໍາຄັນຕ່າງໆ ຂອງສອງປະເທດ ໃນປີ 2025 ທີ່ຈະມາເຖິງນີ້ ໂດຍສະເພາະ ການກະກຽມສະເຫລີມສະ ຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ແລະ ຄົບຮອບ 60 ປີ ທີ່ຍີ່ປຸ່ນໄດ້ສົ່ງອາສາສະໝັກ ມາປະຈໍາຢູ່ ສປປ ລາວ ເປັນຄັ້ງທໍາອິດ ໃຫ້ມີເນື້ອໃນ ແລະ ມີຜົນ ສໍາເລັດຕາມລະດັບຄາດໝາຍ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນໃນ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອສົ່ງເສີມ ການພັດທະນາຂອງຂົງເຂດ ແລະ ພາກພື້ນ ໂດຍສະເພາະ ການສືບຕໍ່ສົ່ງເສີມການຮ່ວມມື ໃນຂອບອາຊຽນ-ຍີ່ປຸ່ນ, ແມ່ຂອງ-ຍີ່ປຸ່ນ ແລະ ຂອບການຮ່ວມມືອື່ນໆ ທີ່ກ່ຽວຂ້ອງ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຍິ່ງຂຶ້ນ.

ພາຍຫລັງສໍາເລັດການພົບປະສອງຝ່າຍ, ສອງຮອງລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ຮ່ວມກັນລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ຈໍານວນ 2 ສະບັບ ຄື: ໂຄງການສະໜອງ ທຶນການສຶກສາ ໃນການພັດທະນາ ຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ມູນຄ່າ 353 ລ້ານເຢນ ແລະ ໂຄງການ ສະໜັບສະໜູນວຽກງານ ແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (UXO Clearance) ມູນຄ່າ 400 ລ້ານເຢນ, ເຊິ່ງການຊ່ວຍເຫລືອ 2 ໂຄງການດັ່ງກ່າວ ເປັນການສະແດງໃຫ້ເຫັນເຖິງຄໍາໝາຍໝັ້ນ ຂອງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ເພື່ອພັດທະນາຂະແໜງການ ທີ່ເປັນບຸລິມະສິດ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ ໂດຍສະເພາະ ການພັດທະນາ ຊັບພະຍາກອນມະນຸດ ໂດຍຜ່ານໂຄງການທຶນ JDS ທີ່ໄດ້ສະໜອງທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງລາວ ໄປສຶກສາຕໍ່ຢູ່ບັນດາມະຫາວິທະຍາໄລຍີ່ປຸ່ນ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ພະນັກງານ-ລັດ ຖະກອນຂອງລາວ ໃນຫລາຍຂະແໜງການເຊັ່ນ: ດ້ານການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ພື້ນ ຖານໂຄງລ່າງ, ເສດຖະກິດ ແລະ ອື່ນໆ. ຂະນະດຽວກັນ, ໂຄງການສະໜັບສະໜູນ ວຽກງານແກ້ໄຂບັນຫາລະເບີດ ບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ກໍແມ່ນໂຄງການບຸລິມະສິດໜຶ່ງທີ່ສໍາຄັນ ເພື່ອເຮັດໃຫ້ການດໍາລົງຊີວິດ, ການ ຜະລິດກະສິກໍາ ແລະ ການພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ມີຄວາມປອດໄພ, ທັງຍັງເປັນການປະກອບ ສ່ວນສໍາຄັນເຂົ້າໃນ ການຈັດຕັ້ງປະຕິບັດ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງແຫ່ງຊາດ ຂອງ ສປປ ລາວ ເປົ້າໝາຍທີ 18 : “ຊີວິດປອດໄພຈາກລະເບີດບໍ່ທັນແຕກໃຫ້ປະກົດຜົນເປັນຈິງ ໃນອະນາຄົດ.

KPL

ຂ່າວອື່ນໆ

    • ເປີດສະມາຄົມ ທຸລະກິດບໍລິການຈັດຫາງານລາວການເມືອງ

      ເປີດສະມາຄົມ ທຸລະກິດບໍລິການຈັດຫາງານລາວ

      7/1/2024 2:45:40 PM

      ຂປລ. ​ເມື່ອ​ບໍ່​ດົ​ນ​ມາ​ນີ້, ​ໄດ້​ມີ​ພິທີ​ເປີດ ສະມາຄົມທຸລະກິດບໍລິການຈັດຫາງານລາວ ຢ່າງ​ເປັນ​ທາງ​ການ ​ໂດຍ​ມີ ທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ອີນາ ມາຈໍລູນີແຕ ເອກອັກຄະລັດຖະທູດ ສຳນັກງານຜູ້ຕາງໜ້າສະຫະພາບເອີ ຣົບປະຈຳລາວ, ທ່ານ ນາງ ມີແກນ ຈອນສ ເອກອັກຄະລັດຖະທູດ ແຫ່ງປະເທດອົດສະຕຣາລີ ປະຈຳລາວ, ທ່ານ ວຽງປະສິດ ເທບພະສຸດາ ຜູ້ຕາງໜ້າອົງການແຮງງານສາກົນ ປະຈຳສປປລາວ

    • ສະພາແແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບການເມືອງ

      ສະພາແແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບ

      7/1/2024 1:13:07 PM

      ຂປລ. ສະພາແຫ່ງຊາດ ໄດ້ພິຈາລະນາ ຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍຫລັງ ທີ່ສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນຂອງແຕ່ລະຮ່າງກົດໝາຍ ຢ່າງລະອຽດຖີ່ຖ້ວນ.

    • ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45ການເມືອງ

      ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45

      7/1/2024 12:13:55 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 1 ກໍລະກົດ 2024 ນີ້, ສະພາແຫ່ງຊາດ ໄດ້ເປີດນຳໃຊ້ເວັບໄຊ ຂອງກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ​ໄອ​ປາ(AIPA) ຄັ້ງທີ 45 (https://www.aipa45.gov.la)

    • ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີການເມືອງ

      ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີ

      7/1/2024 12:03:43 PM

      ຂປລ. ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງ ສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 135 ປີ (30/6/1889-30/6/2024), ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ໄປຍັງບັນດາການນໍາ, ສະມາຊິກລັດຖະສະພາ ທີ່ເປັນສະມາຊິກຂອງ IPU ທຸກທົ່ວໜ້າ

    • ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານການເມືອງ

      ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານ

      7/1/2024 11:53:09 AM

      ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນ ປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ads
ads

Top