ສພຊ ພິຈາລະນາການປັບປຸງ ຮ່າງກົດໝາຍ ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

24/06/2024 14:32
Email Print 577
ຂປລ ຂປລ. ໃນວາລະການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 24 ມິຖຸນາ 2024, ທ່ານ ສຸບັນ ສະວະບຸດ ປະທານກຳມາທິການ ວຽກງານສະມາຊິກສະພາແຫ່ງຊາດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ຈາກນັ້ນບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນກົດໝາຍລະອຽດຈະແຈ້ງ, ຄົບຖ້ວນ



ຂປລ. ໃນວາລະການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ
7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 24 ມິຖຸນາ 2024, ທ່ານ ສຸບັນ ສະວະບຸດ ປະທານກຳມາທິການ ວຽກງານສະມາຊິກສະພາແຫ່ງຊາດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ຈາກນັ້ນບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນກົດໝາຍລະອຽດຈະແຈ້ງ, ຄົບຖ້ວນ, ເຮັດໃຫ້ການກະກຽມ ແລະ ດຳເນີນການເລືອກຕັ້ງ ສະມາຊີກສະພາແຫ່ງຊາດ ແລະ ສະມາຊິກປະຊາຊົນຂັ້ນແຂວງ ມີຄວາມສອດຄູ່ອງ, ຖືກຕ້ອງ, ໂປ່ງໃສ ແລະ ຮັບປະກັນຄວາມຍຸຕິທຳ.



  1. ທ່ານ ສຸບັນ ສະວະບຸດ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ວ່າ: ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວ ທາງດ້ານ ເສດຖະກິດ-ສັງຄົມ ໃນໄລຍະໃໝ່ ກໍຄື ສະພາບການປັບປຸງດ້ານກົງຈັກ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ເນື້ອໃນກົດໝາຍລະອຽດຈະແຈ້ງ
    , ຄົບຖ້ວນ ເຮັດໃຫ້ການກະກຽມ ແລະ ດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງມີຄວາມສອດຄ່ອງ, ຖືກຕ້ອງ, ໂປ່ງໃສ ແລະ ຮັບປະກັນຄວາມຍຸຕິທຳ ໃຫ້ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ເຊິ່ງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 66/ສພຊ ລົງວັນທີ 14 ທັນວາ 2015 ປະກອບດ້ວຍ XI ໝວດ 51 ມາດຕາ, ຜ່ານການຄົ້ນຄວ້າ ຂອງຄະນະຮັບຜິດຊອບ ໄດ້ເພີ່ມໃໝ່ 4 ມາດຕາ, ປັບປຸງ 46 ມາດຕາ ແລະ ຮັກສາເດີມ 5 ມາດຕາ, ສັງ ຮວມແລ້ວ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ປີ 2024 ປະກອບດ້ວຍ XI ໝວດ 55 ມາດຕາ.

ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ ກໍໄດ້ສຸມໃສປະກອບ ຄໍາເຫັນຢ່າງກົງໄປກົງມາ ເປັນຕົ້ນ ທ່ານ ຄຳແພງ ວິລະພັນ ສສຊ ເຂດ 8 ແຂວງຫົວພັນ ກໍໄດ້ສະແດງຄວາມເຫັນດີ ເປັນເອກະພາບ ແລະ ສະໜັບສະໜູນຕໍ່ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍສະບັບດັ່ງກ່າວ, ພ້ອມທັງສະເໜີພາກສ່ວນກ່ຽວຂ້ອງ ອະທິບາຍເພີ່ມຕື່ມ ຢູ່ມາດຕາ 3 ກ່ຽວກັບການອະທິບາຍສັບ ສະພາປະຊາຊົນແຂວງ ໃຫ້ມີຄວາມໝາຍແຕກຕ່າງກັບນິຍາມທີ່ແລ້ວນັ້ນ, ມາດຕາ 7 ສະເໜີໃຫ້ເບິ່ງຄືນ ຜູ້ມີສິດເລືອກຕັ້ງສະມາຊິກສະພາ ແມ່ນພົນລະເມືອງລາວ ທີ່ມີອາຍຸ  18 ປີຂຶ້ນໄປ. ສຳລັບພົນລະເມືອງ ທີ່ໄດ້ຮັບສັນຊາດລາວ ຕາມກົດໝາຍວ່າດ້ວຍສັນຊາດລາວນັ້ນ ແມ່ນຕ້ອງໃຫ້ມີສຳມະໂນຄົວ ຫລື ບັດປະຈໍາຕົວ. ພ້ອມນີ້, ທ່ານ ເພັງນິລັນ ຄໍາພັນເພັງ ສສຊ ເຂດ 7 ແຂວງໄຊຍະບູລີ ໄດ້ປະກອບຄໍາເຫັນໃສ່ມາດຕາ 8 ກ່ຽວກັບຜູ້ຮັບສະໝັກເລືອກຕັ້ງ ທີ່ມີອາຍຸ 21 ປີຂຶ້ນໄປ ໂດຍຕາມທັດສະນະແລ້ວ ແມ່ນມີຄວາມເຫັນດີເປັນເອກະພາບ ເນື່ອງຈາກວ່າວຸທິການສຶກສາ ຢ່າງໜ້ອຍແມ່ນຈົບຊັ້ນສູງ ສາມາດປະກອບວິຊາຊີບໃນສັງຄົມໄດ້ ແລະ ສາມາດເຂົ້າເປັນຜູ້ແທນໄດ້ ເຊິ່ງຖືກຕ້ອງກັບແນວທາງຂອງພັກ ທີ່ໄດ້ຫັນເປັນໜຸ່ມ ໂດຍຢາກໃຫ້ກໍານົດຕື່ມວ່າ ຜູ້ຮັບສະໝັກເລືອກຕັ້ງ ອາຍຸສູງສຸດຈັກປີ ສຳລັບ ສສຊ ແລະ ສສຂ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຜູ້ໜຶ່ງຈະກຳນົດຈັກສະໄໝ, ສ່ວນມາດຕາ 11 ການກຳນົດຈໍານວນສະມາຊິກ ສະພາ ໂດຍຢາກໃຫ້ກຳນົດ ໂຄງປະກອບສັດສ່ວນລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງຂຶ້ນຕື່ມ ແລະ ບັນຫາສຳຄັນອື່ນໆຈໍານວນໜຶ່ງ.

ຂ່າວ: ສົມຫວັງ

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

    • ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ການເມືອງ

      ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້

      10/25/2024 3:24:43 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງ ພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better World Together) ໂດຍການເປັນປະທານ ຂອງ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ

    • ລັດຖະມົນຕີ ກະຊວງ ຜທ ຊຸກຍູ້ ວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນການເມືອງ

      ລັດຖະມົນຕີ ກະຊວງ ຜທ ຊຸກຍູ້ ວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນ

      10/25/2024 3:15:45 PM

      ຂປລ. ​ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານການລົງທຶນ ຂອງເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍໄດ້ຮັບການຕ້ອນຈາກ ທ່ານ ໂຈຄຸນ ປະທານກຸ່ມບໍລິສັດ ພັດທະນາເຂດ ເສດຖະກິດພິເສດບໍ່ເຕ່ນ ພ້ອມດ້ວຄະນະ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

ads
ads

Top