ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມ ສະຫະພັນ ຣັດເຊຍ

30/06/2025 13:32
Email Print 132
ຂປລ ຂປລ. ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະ ຊວງການ ຕ່າງປະເທດ ແຫ່ງ ສ ຣັດເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ຣັດເຊຍ ຢ່າງເປັນທາງການ



ຂປລ. ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະ ຊວງການ ຕ່າງປະເທດ ແຫ່ງ ສ ຣັດເຊຍ
, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ຣັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ ຮັບການພັດທະນາຍິ່ງໆຂຶ້ນ.




ໃນວັນທີ
26 ມິຖຸນາ 2025 ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ ຊຶ່ງເປັນການຢ້ຽມຢາມ ສ ຣັດເຊຍ ຄັ້ງທໍາອິດ ພາຍຫລັງ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ. ການພົບປະຄັ້ງນີ້, ຖືເປັນນິມິດໝາຍອັນດີ ໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ ແລະ ຣັດເຊຍ ໃຫ້ສືບຕໍ່ແໜ້ນແຟ້ນຍິ່ງຂຶ້ນ ບົນພື້ນຖານການ ເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງ ໃນຂົງເຂດອາຊີ-ປາຊີຟິກ.




ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທັງໃນຂອບການ ຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ເຊິ່ງໄດ້ເພີ່ມທະວີ ຮັດແໜ້ນຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ
, ການພົວພັນມິດຕະພາບ ແລະ ການຮ່ວມມືອັນ ເປັນມູນເຊື້ອມາແຕ່ດົນນານ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ເຫັນດີໃຫ້ເພີ່ມທະວີ ການພົວພັນສອງຝ່າຍ ໃນຫລາຍຂົງເຂດໃນອະນາຄົດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອຜົນປະໂຫຍດຮ່ວມກັນ.

ໃນຂອບການພົວພັນຫລາຍຝ່າຍ, ສປປ ລາວ ແລະ ສ ຣັດເຊຍ ໄດ້ຕີລາຄາສູງ ແລະ ສືບຕໍ່ຮ່ວມມືກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຮັບປະກັນ ການສົ່ງເສີມສັນຕິພາບ, ສະຖຽນລະພາບ ໃນທົ່ວໂລກ.




ໃນຕອນທ້າຍ
, ທ່ານລັດຖະມົນຕີໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ແລະ ປະຊາຊົນ ຣັດເຊຍ ທີ່ປະສົບຜົນສໍາເລັດຢ່າງຈົບງາມ ໃນການເຫລີມ ສະຫລອງ ວັນມະຫາສົງຄາມ ຄົບຮອບ 80 ປີ ແຫ່ງ ໄຊຊະນະປົກປ້ອງປິຕຸພູມ ຂອງສະຫະພາບໂຊວຽດ ໃນວັນທີ 9 ພຶດສະພາ 2025 ຜ່ານມາ. ພ້ອມນັ້ນ, ທ່ານ ຍັງໄດ້ຢືນຢັນວ່າ ໃນໄລຍະທ້າຍປີ 2025 ນີ້, ສປປ ລາວ ແລະ ສ ຣັດເຊຍ ຈະໄດ້ສືບຕໍ່ຈັດກິດຈະກຳຮ່ວມກັນເພື່ອສະເຫລີມສະຫລອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top