ຂປລ
ຂປລ. ທ້າຍອາທິດຜ່ານມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ການເຂົ້າພົບປະຂອງ ທ່ານ ໂຢເກສ໌ວາ ສັງວານ (Yogerhwar Sangwan) ເອກອັກຄະລັດຖະທູດອິນເດຍ ປະຈຳລາວ

ຂປລ. ທ້າຍອາທິດຜ່ານມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ການເຂົ້າພົບປະຂອງ ທ່ານ ໂຢເກສ໌ວາ ສັງວານ (Yogerhwar Sangwan) ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ພ້ອມຄະນະ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍ ດ້ານການຄ້າອຸດສາຫະກຳ ແລະ ການລົງທຶນດ້ານຕ່າງໆ ລະຫວ່າງ ລາວ ແລະ ອິນເດຍ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນເລື້ອໆ.
ການຮ່ວມມືດ້ານການຄ້າ ໃນປີ 2024 ມີສິນຄ້າຂອງລາວ ທີ່ສົ່ງອອກໄປອິນເດຍ ມູນຄ່າ 51.149.184 ໂດລາສະຫະລັດ ແລະ ສິນຄ້ານໍາເຂົ້າຈາກອິນເດຍ ມູນຄ່າ 32.023.048 ໂດລາສະຫະລັດ, ສິນຄ້າຫລັກທີ່ລາວສົ່ງອອກ ປະກອບມີ: ຄຳປະສົມ, ຄຳແທ່ງ, ເຄື່ອງໃຊ້ໄຟຟ້າ, ອຸປະກອນເຄື່ອງ ໃຊ້, ຜະລິດຕະພັນປະສົມເຄມີສຳເລັດຮູບ, ຊືນ, ເຄື່ອງທີ່ເຮັດ ດ້ວຍຊືນ, ໄມ້ແປຮູບ, ເຄື່ອງສຳເລັດຮູບ, ເກີບ ແລະ ອື່ນໆ. ສ່ວນສິນຄ້າຫລັກທີ່ລາວນໍາເຂົ້າ ປະກອບມີ: ຜະລິດຕະພັນການຢາ (ເພສັດຊະກຳ), ພາຫະນະທາງບົກ (ນອກຈາກລົດ ໄຖນາ ແລະ ລົດຈັກ), ອາຫານສັດ, ໜັງດິບ, ໜັງຟອກ, ຜະລິດຕະພັນດິນເຜົາ, ເສັ້ນທາງສັງເຄາະ, ເພັດ ແລະ ອື່ນໆ ກົນໄກການຄ້າລະຫວ່າງລາວ-ອິນເດຍ ສ່ວນໃຫຍ່ແມ່ນປະຕິບັດ ພາຍໃຕ້ຂອບສັນຍາ ອາຊຽນບວກອິນເດຍ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນ ແລະ ສະເໜີການຮ່ວມມືສອງຝ່າຍໃນຕໍ່ໜ້າ ເປັນຕົ້ນ ສະເໜີໃຫ້ມີການແລກປ່ຽນຂໍ້ມູນ ລະຫວ່າງນັກທຸລະກິດ ລາວ-ອິນເດຍ ຢ່າງເປັນປະຈຳ ຜ່ານສະຖານ ທູດ ຫລື ກອງປະຊຸມພົບປະສອງປະເທດ ເພື່ອດຶງດູດນັກລົງທຶນສອງປະເທດ ໃຫ້ນັບມື້ຫລາຍຂຶ້ນ ແລະ ເພື່ອຊອກຫາຊ່ອງທາງ ໃນການສົ່ງອອກສິນຄ້າຂອງລາວ ໄປຍັງຕະຫລາດອິນເດຍ, ສະເໜີໃຫ້ມີການແລກປ່ຽນບົດຮຽນ ເພື່ອສຶກສາຄວາມເປັນໄປໄດ້ ໃນການຮ່ວມມືພັດທະນາ ອຸດສາຫະກຳປຸງແຕ່ງ ສິນຄ້າກະສິກຳ, ອຸດສາຫະກຳ, ໄອທີ ແລະ ອື່ນໆ, ສະເໜີພິຈາລະນາການສ້າງແຜນ ສົ່ງເສີມການຕະຫລາດ ເປັນຕົ້ນ ການອຳນວຍຄວາມສະດວກ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ໃນງານສຳຄັນຕ່າງໆ ຢູ່ອິນເດຍ ເຊັ່ນ: ກົນຈັກ, ພັດທະນາປຸງແຕ່ງສິນຄ້າກະສິກຳ, ການແປຮູບສິນຄ້າ ແລະ ນະວັດຕະກຳໃໝ່.
ຂ່າວ: ວຽງຈັນໃໝ່
KPL