ຂປລ
ຂປລ. ເມື່ອບໍ່ດົນມານີ້, ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ ປະທານສະມາຄົມມິດຕະພາບ ມຽນມາ-ລາວ ເພື່ອຕີລາຄືນກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ມຽນມາ ແລະ ມຽນມາ-ລາວ ໃນໄລຍະຜ່ານມາ.

ຂປລ. ເມື່ອບໍ່ດົນມານີ້, ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ ປະທານສະມາຄົມມິດຕະພາບ ມຽນມາ-ລາວ ເພື່ອຕີລາຄືນກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ມຽນມາ ແລະ ມຽນມາ-ລາວ ໃນໄລຍະຜ່ານມາ.
ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະນໍາກັນກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມໃນຕໍ່ໜ້າ ກໍຄື ການສ້າງຕັ້ງກົນໄກ ຈຸດປະສານງານຂອງສະມາຄົມ ເພື່ອອໍານວຍຄວາມສະດວກ ໃນການປະສານງານກັນ ໃຫ້ມີຄວາມວ່ອງໄວກວ່າເກົ່າ, ຊຸກຍູ້ການຮ່ວມມືຕາມບໍລິເວນຊາຍແດນ ໂດຍສະເພາະແມ່ນ ການນໍາໃຊ້ຂົວມິດຕະພາບສອງປະເທດ ໃຫ້ໄດ້ຮັບຜົນປະໂຫຍດຍິ່ງໆຂຶ້ນ, ການຄ້າ-ການລົງທຶນ, ການແລກປ່ຽນວັດທະນາທໍາ-ກິລາ ລະຫວ່າງ ອໍານາດການປົກຄອງທ້ອງຖິ່ນ, ການໄປມາຫາສູ່ ຂອງປະຊາຊົນ ລຽບຕາມຊາຍແດນ, ການແລກປ່ຽນຮຽນພາສາມຽນມາ ແລະ ພາສາລາວ. ພິເສດ, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ຊຸກຍູ້ໃຫ້ ສອງສະມາຄົມ ມີການແລກປ່ຽນ ການຢ້ຽມຢາມກັນຢ່າງປົກກະຕິ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງສອງສະມາຄົມມິດຕະພາບ ລາວ-ມຽນມາ ມີຫລາຍສີສັນ, ຫລາຍຮູບແບບ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ໂດຍສະເພາະ ການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ສູງເດັ່ນ ຍິ່ງໆຂຶ້ນ.

ນັບແຕ່ສອງຝ່າຍ ລາວ-ມຽນມາ ໄດ້ສ້າງຕັ້ງສະມາຄົມນີ້ຂຶ້ນໃນປີ 2002 ເຫັນວ່າ ມີບາດກ້າວຂະຫຍາຍຕົວ ແລະ ໄດ້ຮັບການເສີມສ້າງເປັນກ້າວໆມາ ຕາມສະພາບເງື່ອນໄຂຂອງສອງຝ່າຍ, ມີການປະ ສານສົມທົບແລກປ່ຽນຂໍ້ມູນຂ່າວສານ, ພົວພັນຮ່ວມມືກັນຢ່າງເປັນປົກກະຕິ, ມີການຊຸກຍູ້ ແລະ ເປັນຂົວຕໍ່ໃນການພົວພັນຮ່ວມມືຂະແໜງການຕ່າງໆ ຕາມພາລະບົດບາດ ກໍຄື ການເຄື່ອນໄຫວ ວຽກງານການທູດປະຊາຊົນ ຊຶ່ງຜົນສໍາເລັດໃນໄລຍະຜ່ານມາ ກໍແມ່ນການລົງນາມບົດບັນທຶກຮ່ວມກັນ ກ່ຽວກັບ ການສ້າງເມືອງແຮກສ່ຽວ ລະຫວ່າງ ເມືອງຫລວງພະບາງ (ສປປ ລາວ) ກັບ ເມືອງບາການ (ສສ ມຽນມາ) ແນໃສ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ, ແລກປ່ຽນວັດທະນາທຳ ແລະ ເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດໃຫ້ນັບມື້ຫລາຍຂຶ້ນ.
ຂ່າວ-ພາບ: ກຕທ
KPL