ອາຊຽນ ສືບຕໍ່ເປັນຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນຈາກຕ່າງປະເທດ

24/06/2024 12:57
Email Print 624
ຂປລ ຕາມບົດລາຍງານລົງທຶນ ຕ່າງປະເທດຢູ່ ອາຊຽນ (AIR) ປະກາດ ທ້າຍປີ 2023, ແຫລ່ງເງິນ ລົງທຶນ ໂດຍກົງ ຈາກຕ່າງປະເທດ ຫລື FDI ທີ່ເຂົ້າມາ ອາຊຽນ ບັນລຸ ລະດັບ ສະຖິຕິ 224 ຕື້ໂດລາ ສະຫະລັດ ໃນປີ 2022, ກວມເອົາ 17% ຍອດເງິນລົງທຶນ FDI ທົ່ວໂລກ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ຕາມບົດລາຍງານລົງທຶນ ຕ່າງປະເທດຢູ່ ອາຊຽນ (AIR) ປະກາດ ທ້າຍປີ 2023, ແຫລ່ງເງິນ ລົງທຶນ ໂດຍກົງ ຈາກຕ່າງປະເທດ ຫລື FDI ທີ່ເຂົ້າມາ ອາຊຽນ ບັນລຸ ລະດັບ ສະຖິຕິ 224 ຕື້ໂດລາ ສະຫະລັດ ໃນປີ 2022, ກວມເອົາ 17% ຍອດເງິນລົງທຶນ FDI ທົ່ວໂລກ. ຜົນສຳເລັດນີ້ ຍິ່ງມີຄວາມໝາຍກ່ວາ ໃນສະພາບການ ພື້ນຖານ ເສດຖະກິດໂລກ ພວມປະສົບກັບ ຄວາມຫຍຸ້ງຍາກ, ເຮັດໃຫ້ແຫລ່ງທຶນ FDI ທົ່ວໂລກ ຫລຸດລົງ 12% ຍ້ອນບັນດາ ສິ່ງທ້າທາຍຄື: ວິກິດການ ດ້ານພູມີສາດ ການເມືອງ, ລາຄາ ສະບຽງ ອາຫານ, ພະລັງງານ ເພີ່ມຂຶ້ນສູງ, ຄວາມສ່ຽງຊຸດຊົມ ແລະ ຄວາມກົດດັນ ໜີ້ສິນ ນັບມື້ ນັບເພີ່ມຂຶ້ນ ຢູ່ຫລາຍປະເທດ. ຕາມການຕີລາຄາ ຂອງທ່ານ ສາດສະດາຈານ ລານ ໂກລດິນ(Ian Goldin) ມະຫາວິທະຍາໄລ Oxford (ອັງກິດ), ອະດີດ ຮອງປະທານ ທະນາຄານໂລກແລ້ວ, ອາຊຽນ ມີທ່າໄດ້ປຽບ ສະເພາະ ໃນການດຶງດູດ ແຫລ່ງເງິນລົງທຶນ FDI. ຫລັງຈາກ ການຫັນເປັນໂລກາພິວັດ ຍັງແມ່ນທ່າອ່ຽງຫລັກຂອງໂລກ ແລະ ມັນໄດ້ສະແດງ ໃຫ້ເຫັນຢ່າງຈະແຈ້ງຢູ່ ອາຊຽນ. ອາຊຽນ ກໍ່ໄດ້ຮັບຜົນປະໂຫຍດ ຫລາຍຢ່າງ ຈາກການຫັນເປັນ ໂລກາພິວັດ, ຊ່ວຍຫລຸດຜ່ອນ ອັດຕາ ຄົນທຸກຍາກ ທີ່ພວມດຳເນີນ ດ້ວຍອັດຕາ ທີ່ວ່ອງໄວ, ເຊື່ອມໂຍງ ຢ່າງເລິກເຊິ່ງ ກວ້າງຂວາງ. ປະຊາຊົນ ຄົນຊັ້ນກາງຢູ່ ອາຊຽນ ນັບມື້ ນັບເພີ່ມຂຶ້ນ, ແຫລ່ງຊັບພະຍາກອນ ມະນຸດ ກໍ່ອຸດົມສົມບູນ. ສຸດທ້າຍ ແມ່ນຄວາມສະຖຽນ ລະພາບ, ສັນຕິພາບ ແລະ ບົດບາດ ເປັນໃຈກາງຂອງ ອາຊຽນ ໄດ້ຊ່ວຍໃຫ້ບັນດາ ແຫລ່ງເງິນລົງທຶນໃໝ່ ຫລັ່ງໄຫລເຂົ້າມາ ອາຊຽນ ຢ່າງຕໍ່ເນື່ອງ ແລະ ບໍ່ຢຸດຢັ້ງ ໃນອະນາຄົດ. ຊຸມປີຜ່ານມາ, ສິງກະໂປ ຍາມໃດ ກໍ່ນຳໜ້າ ພາກພື້ນ ກ່ຽວກັບ ປະລິມານ FDI ທີ່ດຶງດູດໄດ້ ເມື່ອກວມເອົາ ຫລາຍກ່ວາ 60% ຍອດທຶນ FDI ເຂົ້າມາ ອາຊຽນ, ເຖິງຢ່າງໃດກໍ່ຕາມ ບັນດາປະເທດ ສະມາຊິກ ກໍ່ບັນລຸໄດ້ ຄວາມກ້າວໜ້າ ທີ່ພົ້ນເດັ່ນ. ປີ 2023, ທຶນ FDI ຈົດທະບຽນເຂົ້າ ສສ ຫວຽດນາມ ບັນລຸກ່ວາ 36,6 ຕື້ໂດລາສະຫະລັດ, ເຊິ່ງເປັນລະດັບສູງ ສະຖິຕິ ໃນຫລາຍປີມານີ້.  ຂໍ້ມູນຂອງ ຄະນະ ກຳມະການ ລົງທຶນ ໄທ (BOI) ກໍ່ສະແດງ ໃຫ້ເຫັນ ໃນປີ 2023 ປະເທດນີ້ ໄດ້ດຶງດູດ FDI ຢູ່ລະດັບ 18,5 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນ 72%ເມື່ອທຽບໃສ່ ປີຕໍ່ປີ. ກ່ອນໜ້ານັ້ນ, ການປ່ອຍເງິນ ລົງທຶນ FDI ເຂົ້າ ອິນໂດເນເຊຍ ໄດ້ບັນລຸ 45,6 ຕື້ໂດລາສະຫະລັດ ໃນປີ 2022, ເຊິ່ງເປັນລະດັບ ສູງທີ່ສຸດ ໃນປະຫວັດສາດ ຂອງປະເທດນີ້. ສ່ວນບັນດາ ຄູ່ຮ່ວມມືຂອງ ອາຊຽນ, ສ.ອາເມລິກາ ຍັງຮັກສາຖານະ ເປັນນັກລົງທຶນ FDI ອັນດັບທີ 1 ຢູ່ພາກພື້ນ, ດ້ວຍຍອດເງິນ ລົງທຶນ ບັນລຸ 37 ຕື້ໂດລາ ສະຫະລັດ ໃນປີ 2023. ທ່ານ ໄບຣອັນ ເມັກຟີດເຕີ(Brian McFeeters )ຮອງປະທານຂັ້ນສູງ ທັງເປັນຜູ້ອຳນວຍ ການຝ່າຍບໍລິຫານ ພາກພື້ນ ອາຊຽນ ຂອງສະພາ ດຳເນີນ ທຸລະກິດ ອາຊຽນ - ສ.ອາເມລິກາ ຫລື USABC ໃຫ້ຮູ້ວ່າ: ມີຫລາຍກ່ວາ 6.200 ວິສາຫະກິດ ອາເມລິກາ ພວມເຄື່ອນໄຫວ ໃນທົ່ວອາຊຽນ ແມ່ນພະຍານຫລັກຖານ ໃຫ້ແກ່ ຄວາມເຊື່ອໝັ້ນ ຂອງວິສາຫະກິດ ອາເມລິກາ ທີ່ມີຕໍ່ການພັດທະນາ ຂອງພາກພື້ນ. ເມື່ອໄລ່ມາຮອດ ປັດຈຸບັນ ຍອດເງິນລົງທຶນ FDI ຂອງ ສ.ອາເມລິກາ ເຂົ້າ ອາຊຽນ ແມ່ນປະມານ 362 ຕື້ໂດລາສະຫະລັດ. ນອກນີ້ຍັງໄດ້ເນັ້ນໜັກເຖິງ ຕົວເລກນີ້ ຍ້ອນວ່າ ມັນໃຫຍ່ກວ່າ ຍອດຈຳນວນເງິນລົງທຶນ ເຊິ່ງ ສ.ອາເມລິກາ ໄດ້ລົງທຶນຢູ່ 3 ປະເທດຄື: ສປ ຈີນ, ສ.ເກົາຫລີ ແລະ ຍີ່ປຸ່ນ. ປັດຈຸບັນ ບັນດາວິສາຫະກິດ ອາເມລິກາ ມີຄວາມສົນໃຈຕໍ່ ຂົງເຂດເຕັກໂນໂລຢີ ດີຈີຕອນຢູ່ ອາຊຽນ. ໃນອະດີດ, ເຕັກໂນໂລຢີ ອາເມລິກາ ເຄີຍຖືກຫ້າມເຄື່ອນໄຫວ ຢູ່ພາກພື້ນນີ້, ບັນດາຜະລິດຕະພັນດີທີ່ສຸດຂອງ ສ.ອາເມລິກາ ຄື: AI, ສູນຂໍ້ມູນ, ການບໍລິການຊອບແວ ລ້ວນແຕ່ມີການເຄື່ອນໄຫວໃນພາກພື້ນນີ້.ຖ້າ ສ.ອາເມລິກາ ແມ່ນນັກລົງທຶນ FDI ອັນດັບໜຶ່ງຂອງ ອາຊຽນ ນັ້ນ,ສປ  ຈີນ ທີ່ແມ່ນພື້ນຖານ ເສດຖະກິດໃຫຍ່ ອັນດັບທີ 2 ໃນໂລກ ກໍ່ບໍ່ຢາກເສຍອິດທິພົນຜົນ ສະທ້ອນຂອງຕົນ ຢູ່ພາກພື້ນນີ້ ເມື່ອເພີ່ມແຫລ່ເງິນລົງທຶນ FDI ຢູ່ທີ່ນີ້ຂຶ້ນຢ່າງຕໍ່ເນື່ອງ. ປີ 2022, ສປ ຈີນ ໄດ້ລົງທຶນ 15 ຕື້ໂດລາສະຫະລັດ ເຂົ້າ ອາຊຽນ, ເພີ່ມຂຶ້ນກ່ວາ 96% ເມື່ອທຽບໃສ່ກັບປີ 2020, ສຸມໃສ່ ບັນດາ ຂົງເຂດ ທຳການຜະລິດ, ເສດຖະກິດ ດີຈີຕອນ, ພື້ນຖານໂຄງລ່າງ ແລະ ອະສັງຫາ ລິມະຊັບ. ບໍ່ພຽງແຕ່ ສ. ອາເມລິກາ ແລະ ສປ ຈີນ ເທົ່ານັ້ນ, ບັນດາ ຄູ່ຮ່ວມມື ອື່ນໆ ຂອງ ອາຊຽນ ຄື ຍີ່ປຸ່ນ, ສ.ເກົາຫລີ ກໍ່ຖືບັນດາ ປະເທດ ອາຊີ ຕາເວັນອອກ ສ່ຽງໃຕ້ນ ຄືຈຸດນັດພົບ ທີ່ເໝາະສົມ ໃນສະພາບ ການລະບົບ ສະ  ໜອງ ພວມຫັນປ່ຽນ ແລະ ຫລຸດຜ່ອນ ການເອື່ອຍອີງ ຕະຫລາດຈີນ. ຈາກນັ້ນ ທ່ານ ນາງໂອ ຢອງໂຈ( Oh Young-joo) ລັດຖະມົນຕີ ກະຊວງ ວິສາຫະກິດ ຂະໜາດນ້ອຍ-ກາງ ແລະ Startup ສ.ເກົາຫລີ ໃຫ້ຂໍ້ສັງເກດວ່າ: ຕ້ອງດຶງດູດ ການເຂົ້າຮ່ວມ ຂອງບັນດາ ວິສາຫະກິດ ຂະໜາດກາງ-ນ້ອຍ ເຂົ້າລະບົບ ສະໜອງ. ມີຫລາຍບໍລິສັດ ສ.ເກົາຫລີ ມາລົງທຶນຢູ່ ອາຊຽນ ສ່ວນຫລາຍ ອີງຕາມລະບົບ ມູນຄ່າຂອງຕົນ, ຍ້ອນຍັງບໍ່ທັນ ເຊື່ອມຕໍ່ ກັບບັນດາ ວິສາຫະກິດ ທ້ອງຖິ່ນໄດ້. ສ.ເກົາຫລີ ໃຫ້ຄຳໝັ້ນສັນຍາ ຈະສ້າງເງື່ອນໄຂ ໃຫ້ແກ່ ບັນດາ ວິສາຫະກິດ ຂະໜາດກາງ-ນ້ອຍ ຢູ່ທ້ອງຖິ່ນ ເຂົ້າຮ່ວມ ລະບົບ ສະໜອງ ສິນຄ້າ ຢ່າງຕໍ່ເນື່ອງ ແລະ ຜູ້ປະສານງານ, ຮັບປະກັນ ບັນດາບໍລິສັດ ສ.ເກົາຫລີ ປະຕິບັດ ຖືກຕ້ອງ ຕາມກົດໝາຍ ຂອງບັນດາ ປະເທດ ອາຊຽນ ເພື່ອຜົນປະໂຫຍດ ຂອງທັງສອງຝ່າຍ ແລະ ຫວັງວ່າ ລັດຖະບານບັນດາ ປະເທດ ອາຊຽນ ຈະຊຸກຍູ້ ການຮ່ວມມືກັບ ລັດຖະບານ ກໍ່ຄື ວິສາຫະກິດ ສ.ເກົາຫລີ ເພື່ອສ້າງ ລະບົບ ສະໜອງ ແບບຍືນຍົງ, ມີໄຫວພິບ ໃນພາກພື້ນ ໃນໄລຍະໃໝ່. ສຳລັບ ການຟື້ນຟູ ເສດຖະກິດ ພວມຊຸກຍູ້ ຜູ້ຊົມໃຊ້ ໃນຕະຫລາດ ທີ່ມີປະຊາກອນ ເກືອບ 700 ລ້ານຄົນນີ້ ຂອງ ອາຊຽນ. ອາຊຽນ ກໍ່ເປັນກຳມະສິດ ອັດຕາ ໂປແກລມ ດີຈີຕອນ ສູງທີ່ສຸດໃນໂລກ, ໃນຂະນະນັ້ນ ການຄ້າເອເລັກໂຕນິກ ມີລາຍຮັບ ລື່ນກາຍ ຕົວເລກ 100 ຕື້ໂດລາສະຫະລັດ ໃນປີ 2023. ບັນດາ ປະເທດ ສະມາຊິກ ອາຊຽນ ໄດ້ ແລະ ພວມສືບຕໍ່ ຜັນຂະຫຍາຍຫລາຍ ນະໂຍບາຍ ໜູນຊ່ວຍ ໃຫ້ແກ່ ບັນດານັກລົງທຶນ ຕ່າງປະເທດ, ມຸ່ງໄປເຖິງ ການສ້າງສະພາບ ແວດລ້ອມ ແຫ່ງການດຳເນີນ ທຸລະກິດ ທີ່ມີສະຖຽນ ລະພາບ, ລະບົບ ກົດໝາຍ ທີ່ມີຄວາມສະເໝີພາບ ແລະ ປະສິດທິຜົນ. ນີ້ແມ່ນບັນດາ ເງື່ອນໄຂ ຊ່ວຍໃຫ້ ແຫລ່ງທຶນ FDI ຈະສືບຕໍ່ ຫລັ່ງໄຫລ ເຂົ້າພາກພື້ນ ໃນຊຸມປີ ຈະມາເຖິງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມອາຊຽນ ASEAN

      ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມ

      9/27/2024 7:10:42 PM

      ຂປລ. ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບ ງາມ ໃນຕອນບ່າຍຂອງວັນທີ 26 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະປະເທດ ຕີມໍ​ແລັດສະເຕ, ຮອງເລຂາທິການອາຊຽນ, ກອງເລຂາອາຊຽນ, ສູນພະລັງງານຂອງອາຊຽນເຂົ້າຮ່ວມ.

    • ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນອາຊຽນ ASEAN

      ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນ

      9/26/2024 4:50:29 PM

      ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ພິຈາລະ ນາຮັບຮອງ ຫລື ຮັບຊາບ.

    • ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນອາຊຽນ ASEAN

      ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນ

      9/26/2024 4:10:05 PM

      ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ

    • ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ

      9/26/2024 3:58:35 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ (ADSOM-Plus​) ຈັດຂຶ້ນໃນວັນທີ 26 ກັນຍາ 2024 ຢູ່ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາ ຊຽນ, ​ຕີ​ມໍ​​ແລັດສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

    • ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນອາຊຽນ ASEAN

      ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ

      9/26/2024 3:48:56 PM

      ຂປລ. ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF-24) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການ​ເປັນ​ປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ, ປະ ເທດ ຕີມໍ​ແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8( ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top