ລັດ ຈະສຸມໃສ່ປະຕິບັດ 9 ຄາດໝາຍ ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

13/06/2024 13:59
Email Print 1140
ຂປລ ຂປລ. ໃນປີ 2024 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດຕາມ 6 ທິດນຳ ແລະ 12 ທິດທາງ-ໜ້າທີ່ຈຸດສຸມ ທີ່ກຳນົດໄວ້ໃນຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 097/ກມສພ, ໂດຍສຸມໃສ່ຈັດຕັ້ງປະຕິບັດ 9 ຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ



ຂປລ. ໃນປີ
2024 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດຕາມ 6 ທິດນຳ ແລະ 12 ທິດທາງ-ໜ້າທີ່ຈຸດສຸມ ທີ່ກຳນົດໄວ້ໃນຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 097/ກມສພ, ໂດຍສຸມໃສ່ຈັດຕັ້ງປະຕິບັດ 9 ຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນຕົ້ນ ສ້າງຄອບຄົວພົ້ນທຸກ ໃຫ້ໄດ້ 35.000 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 500 ບ້ານ, ສ້າງເມືອງພົ້ນທຸກ ໃຫ້ໄດ້ 15 ເມືອງ, ສ້າງຄອບຄົວພັດທະນາໃຫ້ໄດ້ 33.000 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 500 ບ້ານ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງ ໃນຊົນນະບົດໃຫ້ໄດ້ 4 ຈຸດ, ສ້າງເມືອງ ເຂັ້ມແຂງຮອບດ້ານໃຫ້ໄດ້ 4 ເມືອງ, ຈັດສັນພູມລຳເນົາ ແລະ ບ່ອນຢູ່ອາໄສໜັ້ນຄົງຖາວອນ ໃຫ້ປະຊາຊົນໃຫ້ໄດ້ 400 ກວ່າຄອບຄົວ, ຈັດສັນເຂດທຳການຜະລິດ ໃຫ້ປະຊາຊົນໃຫ້ໄດ້ 1.000 ກວ່າຄອບຄົວ ແລະ ຈັດສັນອາຊີບໝັ້ນຄົງຖາວອນໃຫ້ປະຊາຊົນ ໃຫ້ໄດ້ 6.000 ຄົນ ແລະ ຂະຫຍາຍກອງທຶນ ພັດທະນາບ້ານ ບ້ວງ 500 ລ້ານກີບ ຕໍ່ເມືອງທຸກຍາກ ໃຫ້ໄດ້ 14 ບ້ານ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້  ​ໄດ້​ໃຫ້​ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນາ 2024 ວ່າ: ເພື່ອໃຫ້ບັນລຸ ຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດ ບາງວຽກງານຕົ້ນຕໍ ເປັນຕົ້ນ ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ການຜະລິດ ແລະ ການດຳລົງຊີວິດ ຂອງປະຊາຊົນ ໄປພ້ອມກັບການຈັດສັນພູມລຳເນົາ ແລະ ອາຊີບ; ປັບປຸງຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດຊົນນະບົດ, ຫ່າງໄກສອກຫລີກ, ເຂດລຽບ ຕາມຊາຍແດນ, ເຂດພື້ນຖານການປະຕິວັດເກົ່າ ໂດຍສະເພາະ ເສັ້ນທາງຄົມມະນາຄົມ ແລະ ສິ່ງສາທາລະນຸປະໂພກຕ່າງໆ; ປັບປຸງ ແລະ ຂະຫຍາຍລະບົບຕາຂ່າຍໄຟຟ້າ ແລະ ລະບົບໄຟຟ້າແສງຕາເວັນ ໄປສູ່ເຂດ ຊົນນະບົດ ໃນບ່ອນທີ່ມີເງື່ອນໄຂ, ພ້ອມກັບການສ້າງເງື່ອນໄຂດ້ານຕ່າງໆ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າ ເຂົ້າໃນການຜະລິດ ແລະ ການດຳລົງຊີວິດ ຢ່າງມີປະສິດທິຜົນ; ປັບປຸງຕະຫລາດ ແລະ ການແລກປ່ຽນຊື້-ຂາຍສິນຄ້າ ຢູ່ເຂດຊົນນະບົດໃຫ້ເປັນລະບົບ; ຊຸກຍູ້ສົ່ງເສີມການເປີດຕະຫລາດນັດ ແລະ ການຊື້-ຂາຍ ແລກປ່ຽນສິນຄ້າ ຢູ່ເຂດຊຸມຊົນ ແລະ ເຂດຊາຍແດນໃຫ້ຫລາຍຂຶ້ນ; ສືບຕໍ່ຍູ້ແຮງ ການຜະລິດກະສິກຳ ຢູ່ເຂດຊົນນະບົດ ເປັນຕົ້ນ ການປູກ-ການລ້ຽງ ຂອງປະຊາຊົນໃຫ້ເປັນຂະບວນຟົດຟື້ນ ເພື່ອຮັບປະກັນດ້ານສະບຽງອາຫານ ແລະ ການທົດແທນການນໍາເຂົ້າ ໄປຄຽງຄູ່ກັບ ການປັບປຸງ ພື້ນຖານໂຄງລ່າງດ້ານກະສິກຳ ເຊັ່ນ: ຊົນລະປະທານ, ສູນບໍລິການເຕັກນິກ. ພ້ອມທັງຫັນພະນັກງານວິຊາການລົງຊ່ວຍປະຊາຊົນ ປູກ-ລ້ຽງ ໃນເຂດທີ່ມີຄວາມຈໍາເປັນ; ປັບປຸງກຸ່ມການຜະລິດ ແລະ ສະຫະກອນຈຳນວນໜຶ່ງໃຫ້ມີຄວາມເຂັ້ມແຂງ; ສຳຫລວດຈັດສັນທີ່ດິນ 3 ປະເພດປ່າ ແລະ ແບ່ງເຂດການຜະລິດກະສິກຳ ໃຫ້ຈະແຈ້ງກວ່າເກົ່າ; ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ສັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ ແລະ ຍືນຍົງ.

ພ້ອມກັນ​ນີ້, ຈະແກ້ໄຂບັນຫາຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ຈາກການຈັດຕັ້ງປະຕິບັດໂຄງການຕ່າງໆ; ສຸມໃສ່ພັດທະນາຮອບດ້ານ ຢູ່ 45 ຈຸດສຸມພັດທະນາ ທີ່ເປັນບຸລິມະສິດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໄປພ້ອມກັບການສືບຕໍ່ຈັດຕັ້ງປະຕິບັດ ໂຄງການຕ່າງໆ ຢູ່ຈຸດສຸມກຸ່ມບ້ານພັດທະນາ ລຽບຕາມຊາຍແດນ ແລະ ຈຸດສຸມຍຸດທະສາດ ຂອງລັດຖະບານ ເປັນຕົ້ນ ຈຸດສຸມກຸ່ມບ້ານຜາແດງ ເມືອງກວນ ແຂວງຫົວພັນ; ຈຸດສຸມກຸ່ມບ້ານລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ; ຈຸດສຸມກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ; ຈຸດສຸມກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ; ຈຸດສຸມຜາເຈຍ ເມືອງນານ ແຂວງຫລວງພະບາງ; ຈຸດສຸມກຸ່ມບ້ານຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ; ຈຸດສຸມກຸ່ມບ້ານສົມບູນ ເມືອງພູວົງ ແຂວງອັດຕະປື ແລະ ຈຸດສຸມອື່ນໆ. ພ້ອມທັງຈະພັດທະນາສີມືແຮງງານ ຕາມຄວາມຕ້ອງການ ຂອງຕະຫລາດແຮງງານ; ແກ້ໄຂບັນຫາການຂາດແຄນແຮງງານ ຢູ່ເຂດຊົນນະບົດ ແລະ ການຫລັ່ງໄຫລເຂົ້າຢູ່ຕົວເມືອງໃຫຍ່ ແລະ ໄປອອກແຮງງານ ຢູ່ຕ່າງປະເທດ; ແກ້ໄຂບັນຫາຄູອາສາສະໝັກ ດ້ວຍການໃຫ້ເງິນເດືອນຄືກັບ ພະນັກງານລັດຖະກອນ; ປັບປຸງ ແລະ ຂະຫຍາຍໂຮງໝໍນ້ອຍ, ສຸກສາລາ, ຖົງຢາປະຈຳບ້ານ ໃຫ້ສາມາດຮັບ ປະກັນການບໍລິການ ສາທາລະນະສຸກຂັ້ນພື້ນຖານ ແລະ ສືບຕໍ່ຈັດຕັ້ງປະຕິບັດ ປະຕິບັດນະໂຍບາຍ ການລົບລ້າງການກືກໜັງສື ແລະ ຢຸດຕິການຖ່າຍແບບຊະຊາຍ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top