ເຮັດທຸລະກິດຮ້ານອາຫານສ້າງລາຍຮັບໄດ້ 300 ລ້ານກີບຕໍ່ປີ

13/06/2024 10:32
Email Print 830
ຂປລ ທຸລະກິດຮ້ານອາຫານ ເປັນອີກທຸລະກິດໜຶ່ງທີ່ຫລາຍຄົນຖືເອົາເປັນອາຊີບໜຶ່ງ ເພື່ອສ້າງລາຍຮັບເຂົ້າຄອບຄົວ ແຕ່ກ່ໍບໍ່ແມ່ນເລື່ອງງ່າຍທີ່ທຸລະກິດນີ້ຈະປະສົບຜົນສໍາເລັດໄດ້ສະເໝີໄປ ເພາະມັນກໍມີຄວາມສ່ຽງເຊັ່ນກັນ ອີກຢ່າງໜຶ່ງຕ້ອງສຶກສາດ້ານການຕະຫລາດຢ່າງເໝາະສົມ ເລື່ອງ ສະຖານທີ່ ເພາະທຸລະກິດດ້ານນີ້ ແມ່ນລົງທຶນຫລາຍ ແລະ ມີຄວາມສ່ຽງສູງໃນຫລາຍໆດ້ານ.

    *ທຸລະກິດຮ້ານອາຫານ ເປັນອີກທຸລະກິດໜຶ່ງທີ່ຫລາຍຄົນຖືເອົາເປັນອາຊີບໜຶ່ງ ເພື່ອສ້າງລາຍຮັບເຂົ້າຄອບຄົວ  ແຕ່ກ່ໍບໍ່ແມ່ນເລື່ອງງ່າຍທີ່ທຸລະກິດນີ້ຈະປະສົບຜົນສໍາເລັດໄດ້ສະເໝີໄປ ເພາະມັນກໍມີຄວາມສ່ຽງເຊັ່ນກັນ ອີກຢ່າງໜຶ່ງຕ້ອງສຶກສາດ້ານການຕະຫລາດຢ່າງເໝາະສົມ ເລື່ອງ ສະຖານທີ່  ເພາະທຸລະກິດດ້ານນີ້ ແມ່ນລົງທຶນຫລາຍ ແລະ ມີຄວາມສ່ຽງສູງໃນຫລາຍໆດ້ານ.  ແນວໃດກໍດີສໍາລັບຜູ້ປະກອບການທີ່ມີໃຈມັກ, ກ້າເຮັດ, ກ້າຕັດສິນໃຈ ເມື່ອເຫັນເຖິງຄວາມເປັນໄປໄດ້ແລ້ວ ທຸລະກິດນ້ີກໍເປັນທຸລະກິດໜຶ່ງທ່ີສາມາດສ້າງລາຍຮັບໄດ້ເປັນກອບເປັນກໍາ  ເໝືອນດັ່ງ ຄອບຄົວ ນາງ ວິລະພົນ ທອງສະຫວັນ  ເຈົ້າຂອງຮ້ານອາຫານ ສົມວິໄລ ທີ່ໄດ້ຈັບ 300 ລ້ານກີບຕໍ່ປີ ມາແລ້ວ.

    ນາງ ວິລາພົນ ທອງສະຫວັນ ອາຍຸ 50 ປີ  ເຈ້ົາຂອງຮ້ານອາຫານ ສົມວິໄລ  ເວົ້າໃຫ້ຟັງວ່າ: ໃນເບື້ອງຕົ້ນການໃຊ້ຊີວິດຂອງຄອບຄົວພົບຄວາມຫຍຸ້ງຍາກຫລາຍດ້ານ ອາໃສແຕ່ເງິນເດືອນກໍ່ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການໃນການໃຊ້ຈ່າຍຊີວິດປະຈຳວັນ, ດັ່ງນັ້ນຈຶ່ງໄດ້ປຶກສານຳຜູ້ຄອບຄົວເພື່ອຊອກຫາອາຊີບເສີມ ຈົນໄດ້ມາເຮັດຮ້ານອາຫານ ຍ້ອນວ່າຕົນເອງມັກຮັກທາງດ້ານການບໍລິການ, ອີກຢ່າງໜຶ່ງໃນໄລຍະນັ້ນ ຮ້ານອາຫານກໍ່ມີໜ້ອຍຢູ່ໃນເທສະບານເມືອງ ເພາະວ່າເປັນເມືອງສ້າງຕັ້ງໃໝ່ ແລະ ກຳລັງໄດ້ຮັບການພັດທະນາຕົກມາ ຮອດປີ 2015 ຈື່ງໄດ້ຕັດສິນໃຈສ້າງຮ້ານອາຫານຂື້ນ ໂດຍມີຊື່ວ່າຮ້ານອາຫານ ສົມວິໄລ  ຂາຍປະເພດອາຫານແບບພື້ນບ້ານຂອງລາວ ເປັນຕົ້ນແມ່ນປະເພດກ້ອຍ, ແກງ, ທອດ, ຂົ້ວ, ເສັ້ນ ແລະ ເຄື່ອງດື່ມ, ນອກນັ້ນ ຍັງມີອາຫານຕາມສັ່ງ ແລະ ບໍລິການນອກສະຖານທີ່, ຮັບຈັດງານລ້ຽງ, ງານດອງ, ງານສ້າງສັນຕ່າງໆ ຕື່ມອີກ ຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ, ລາຄາອາຫານເລິ່ມຕົ້ນແມ່ນ 50 ພັນ- 180 ພັນກີບ ສຳລັບເມນູທີ່ລູກຄ້ານິຍົມຊົມຊອບ ແລະ ເປັນເອກະລັກຂອງຮ້ານແມ່ນປະເພດກ້ອຍປາ, ແກງປາ, ເອາະອ່ອມ, ຕົ້ມໄກ່ຢາພື້ນເມືອງ ແລະ ອາຫານຕາມສັ່ງແບບພື້ນບ້ານທ້ອງຖິ່ນຂອງພວກເຮົາ, ນອກນັ້ນຍັງມີເຝີ, ເຂົ້າປຽກ ແລະ ອື່ນໆ  ເຊິ່ງບອກໄດ້ເລີຍວ່າຮ້ານເຮົາມີເອກະລັກສະເພາະທ່ີບໍຄືໃຜ ຈົນສາມາດຍາດໄດ້ລາງວັນທີ 2, 3 ໃນງານເທສະການອາຫານ ແຂວງໄຊສົມບູນ ປີ 2022 ຈົນໄດ້ຮັບໃບຍ້ອງຍໍເປັນຄອບຄົວຕົວແບບ, ຄອບຄົວວັດທະນະທຳ, ຄອບຄົວ ປ້ອງກັນຊາດເຂັ້ມແຂງ, ຄອບຄົວປອດຄະດີ ແລະ ໃບຍ້ອງຍໍປະເພດຕ່າງໆຈຳນວນໜຶ່ງ.

    ນາງ ວິລາພົນ ທອງສະຫວັນ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າທາງຮ້ານອາຫານ ສົມວິໄລ ຈະມີແຜນປັບປຸງສະຖານທີ່ຮ້ານອາຫານ ໃຫ້ກວ້າງຂວາງກວ່າເກົ່າ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ ແລະ ຈະເນັ້ນການບໍລິການ ບໍ່ວ່າຈະເປັນເມນູອາຫານຕ່າງໆໃຫ້ວ່ອງໄວ, ເນັ້ນສະອາດ ລົດຊາດແຊບຖືກໃຈລູກຄ້າ. ນາງ ວິລາພົນ ທອງສະຫວັນ ຍັງໄດ້ເຊີນຊວນແຂກທັງພາຍໃນ ແລະ ຕ່າງປະເທດທີ່ເດີນທາງຜ່ານ ແຂວງໄຊສົມບູນ ກໍ່ມາສາມາດມາແວ່ຊິມລົດຊາດອາຫານສົມວິໄລໄດ້, ຮ້ານຕັ້ງຢູ່ບ້ານຜາສະຫງົບ ເມືອງອານຸວົງ ແຂວງໄຊສົມບູນ ເຊິ່ງເປີດບໍລິການທຸກໆວັນ ນັບແຕ່ວັນຈັນ-ວັນທິດ ເລິ່ມເວລາ 7:00 ໂມງເຊົ້າ ຫາ 23:00 ໂມງກາງຄືນ ຫລື ຢາກໂທສັ່ງຈ່ອງອາຫານໄວ້ລ່ວງໜ້າສາມາດຕິດຕໍ່ໄດ້ທີ່ເບີ: 020 2224 0983 - 020 2225 9588.

ບົດໂດຍ: ມາລີດາ
ຂໍ້ມູນຈາກ: ບິກໄຊ ສົມພູ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top