ຂປລ
ໃນປິ 2024 ນີ້, ເພື່ອສົ່່ງເສີມປີທ່ອງທ່ຽວລາວ 2024 ແລະ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ສະບັບໃໝ່ ທີ່ສອງຊາດໄດ້ລົງ ນາມຮ່ວມກັນ ເມື່ອເດືອນ ຕຸລາ 2023 ໃຫ້ເປັນຮູບປະທຳມີຜົນສຳເລັດຕົວຈິງໃນທຸກຂົງເຂດວຽກງານ ແລະ ກາຍເປັນເຂັມຊີ້ທິດເຍືອງທາງ ແລະ ການວາງແຜນໃໝ່ ໃຫ້ແກ່ການຮ່ວມມືຍຸດ ທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ໃນຍຸກສະໄໝໃໝ່.
*ໃນປິ 2024 ນີ້, ເພື່ອສົ່່ງເສີມປີທ່ອງທ່ຽວລາວ 2024 ແລະ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ສະບັບໃໝ່ ທີ່ສອງຊາດໄດ້ລົງນາມຮວ່ມກັນ ເມື່ອເດືອນຕຸລາ 2023 ໃຫ້ເປັນຮູບປະທຳມີຜົນສຳເລັດຕົວຈິງ ໃນທຸກຂົງເຂດວຽກງານ ແລະ ກາຍເປັນເຂັມຊີ້ທິດເຍືອງທາງ ແລະ ການວາງແຜນໃໝ່ໃຫ້ແກ່ການຮ່ວມມືຍຸດ ທະສາດ ຮອບດ້ານ ລະຫວ່າງ ລາວ-ຈີນ ໃນຍຸກສະໄໝໃໝ່, ຂົງເຂດວຽກງານທ່ອງທ່ຽວ ກໍແມ່ນຂົງເຂດໜຶ່ງທີ່ສອງຝ່າຍ ລາວ-ຈີນ ໄດ້ເດີນໜ້າຮ່ວມກັນສົ່ງເສີມການທ່ອງທ່ຽວ ຂອງທັງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວ ບໍ່ສະເພາະແຕ່ສົ່ງເສີມ ປະຊາຊົນສອງຊາດເທົ່ານັ້ນ ຍັງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວທັງພາກພື້ນ ແລະ ສາກົນໄດ້ເຂົ້າມາທ່ຽວ ສປປ ລາວ ຜ່ານ ສປຈີນ ແລະ ໄປທ່ຽວສປຈີນ ຜ່ານ ສປປ ລາວ ດ້ວຍທາງລົດໄຟລາວ-ຈີນ, ທາງລົດ ແລະ ຜ່ານສາຍການບິນຂອງແຕ່ລະປະເທດຕື່ມອີກ.
ສະເພາະລົດໄຟ ລາວ-ຈີນ,ນອກຈາກມີການເພີ່ມຖ້ຽວຂົນສົ່ງ ແລະ ເພີ່ມຈຳນວນຕູ້ສິນຄ້າຂົນສົ່ງແລ້ວ, ຍັງໄດ້ເພີ່ມການຂົນສົ່ງຜູ້ໂດຍສານເປັນ 12 ຖ້ຽວຕໍ່ມື້ໃນປີ 2024 ແລະ ນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນມາ, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດໄດ້ເພີ່ມຈຸດຈອດສະຖານີ 2 ຈຸດ ສຳລັບລົດໄຟສາກົນຖ້ຽວ C88/7 ຄື ສະຖານີເມືອງໄຊ (ເບື້ອງລາວ) ແລະ ສະຖານີຢູ້ຊີ (ເບື້ອງຈີນ). ນອກນີ້, ຍັງໄດ້ເພີ່ມຈຸດຈອດສະຖານີໂພນໂຮງ ສໍາລັບຂະບວນລົດໄຟຖ້ຽວ C84 ແລະ ປັບເວລາເດີນທາງຂອງຖ້ຽວ C85,C92,C84,K12 ແລະ K11 ໃນບາງສະຖານີອີກດ້ວຍ. ໃນດ້ານການຊື້ປີ້ລົດໄຟກໍສາມາດຊື້ໄດ້ໂດຍກົງ ແລະ ຊື້ຜ່ານອອນລາຍໄດ້ຢ່າງສະດວກສະບາຍ. ເວົ້າໄດ້ວ່າລົດໄຟລາວ-ຈີນ ໄດ້ກາຍເປັນຂີດໝາຍອັນສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດນະໂຍ ບາຍເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນຂອງ ສປປ ລາວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີບັນຍາກາດໃໝ່ ໃຫ້ແກ່ການພົວພັນ ລາວ-ຈີນ ຍິ່ງໄດ້ຮັບການເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ ທັງເປັນການຢືນຢັນວ່າ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງ ສປ ຈີນ ບໍ່ສະເພາະແຕ່ໄດ້ນຳເອົາຜົນປະໂຫຍດມາສູ່ຈີນ ແລະ ລາວເທົ່ານັ້ນ, ຫາກຍັງໄດ້ຕອບສະໜອງ ຄວາມມຸ່ງມາດປາຖະໜາ ແລະ ສ້າງຜົນປະໂຫຍດ ແກ່ປະເທດເພື່ອນບ້ານໃກ້ຄຽງ, ບັນດາປະເທດໃນພາກພື້ນ ແລະ ສາກົນຕື່ມອີກ. ໃນນັ້ນ, ເມື່ອວັນທີ 10 ມີນາ 2024 ທີ່ສະຖານີລົດໄຟ ລາວ-ຈີນ ເມືອງໄຊ ແຂວງອຸດົມໄຊ ໄດ້ມີພິທີເປີດການຂົນສົ່ງ ຜູ້ໂດຍສານສາກົນຢ່າງເປັນທາງການ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຈ່າງເຊີ້ຜິ່ງຫົວ ໜ້າກົງສຸນໃຫຍ່ ສປ ຈີນ ປະຈໍາບັນດາແຂວງພາກເໜືອ ຂອງ ລາວ ທີ່ມີສຳນັກງານຕັ້ງຢູ່ແຂວງຫລວງພະບາງ ແລະທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ. ການເປີດບໍລິການຂົນສົ່ງຜູ້ໂດຍສານສາກົນ ຢູ່ສະຖານີເມືອງໄຊ ແມ່ນຜົນຂອງຄວາມພະຍາຍາມຮ່ວມຂອງຈີນ ແລະ ລາວ ເພື່ອຈຸດປະສົງຍົກສູງ ສະຖານະພາບພາກພື້ນ, ເພີ່ມທະວີການແລກປ່ຽນບຸກຄະລາກອນ ແລະ ການຮ່ວມມື ດ້ານເສດຖະກິດການຄ້າກັບຈີນ. ພ້ອມກັບການພັດທະນາສັງຄົມ, ຂະຫຍາຍການໂຄສະນາ, ຊຸກຍູ້ການເຊື່ອມຈອດດ້ານອຸດສາຫະກຳ ຂອງແຫລງຊັບພະຍາກອນທີ່ດີກວ່າເກົ່າ ເພື່ອໃຫ້ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດຮ່ວມກັນ.ໃນນັ້ນ, ສປປ ລາວ ຈະຖືໂອກາດນີ້ ເພື່ອຮຽນຮູ້ປະສົບການຂອງຈີນ, ເພີ່ມທະວີການດຶງດູດການລົງທຶນ, ຊຸກຍູ້ການພັດທະນາການທ່ອງທ່ຽວ, ການຂົນສົ່ງ ແລະ ກະສິກຳ ໃຫ້ກ້າວເຂົ້າສູ່ລະດັບໃໝ່.ໃນນັ້ນ, ລົດໄຟຂົນສົ່ງຜູ້ໂດຍສານ ລະຫວ່າງ ປະເທດແມ່ນຈະແລ່ນສອງຖ້ຽວຕໍ່ມື້ໄປ-ກັບ ເຊິ່ງຈະມີສອງຂະບວນຄື: ຂະບວນ D88 ຖ້ຽວເຊົ້າແມ່ນຈາກນະຄອນຫລວງວຽງຈັນ ໄປຍັງຄຸນໝິງໃຕ້, ເດີນທາງຮອດເມືອງໄຊ ເວລາ 10:41.ນາທີ, ຂະບວນ D87 ຖ້ຽວຕອນບ່າຍແມ່ນຈາກຄຸນໝິງ ມາຍັງນະຄອນຫລວງວຽງຈັນ, ເດີນທາງ ມາຮອດເມືອງໄຊເວລາ 13:58 ນາທີໂດຍໄດ້ເລີ່ມເປີດບໍລິການຮັບຜູ້ໂດຍສານ ນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນມາ.
ອີງຕາມການລາຍງານຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃນໄລຍະ 3 ເດືອນຕົ້ນປີ2024 ມີນັກທ່ອງທ່ຽວຕ່າງປະເທດ 1,1 ລ້ານຄົນເຂົ້າມາທ່ອງທ່ຽວລາວ ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ເວົ້າສະເພາະໄລຍະສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2567 ແຂວງຫລວງພະບາງ ໄດ້ຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ລວມທັງໝົດ 110 ພັນກວ່າຄົນ, ທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ ເພີ່ມຂຶ້ນ 366,44%. ໃນນັ້ນ,ນັກທ່ອງທ່ຽວທີ່ມາທ່ຽວຫລວງພະບາງ ອັນດັບໜຶ່ງແມ່ນນັກທ່ອງທ່ຽວຈາກ ສປ ຈີນບັນລຸ 10.497 ເທື່ອຄົນ. ນອກນັ້ນ, ໂຄງການລົດໄຟລາວ-ຈີນ ໄດ້ກາຍເປັນສູນກາງການຂົນສົ່ງຂອງພາກພື້ນ ຕາມແບບໂລຈີສຕິກ (Logistic) ທາງລົດໄຟຈະບໍ່ພຽງ ແຕ່ຫລຸດ ຄ່າ ໃຊ້ຈ່າຍ ໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໄປສູ່ຕະຫລາດສາກົນເທົ່ານັ້ນ ແຕ່ຍັງເຮັດໃຫ້ທຸລະກິດລາວ ໄດ້ເຂົ້າເຖິງຕະຫລາດຈີນ ທີ່ມີຜູ້ບໍລິໂພກຫລາຍກວ່າ 1,4 ຕື້ຄົນ. ທາງລົດໄຟ ລາວ-ຈີນ ໄດ້ຕອບໂຈດການເດີນທາງທີ່ວ່ອງໄວ, ການຂົນສົ່ງສິນຄ້າທີ່ສະດວກ ແລະ ລາຄາຕໍ່າຈະຊ່ວຍຍູ້ດັນ ໃຫ້ອຸດສາຫະກຳທ່ອງທ່ຽວ ມີການຂະຫຍາຍຕົວສູງ. ຄາດວ່າຈະມີນັກທ່ອງທ່ຽວຈີນ ເຂົ້າ ມາລາວນັບມື້ເພີ່ມຂຶ້ນ, ເພາະປະຊາຊົນຈີນ ມີກຳລັງຊື້ທີ່ສູງ. ນອກຈາກນີ້,ນັກທ່ອງທ່ຽວໄທ ຫລື ອາຊຽນ ກໍຈະນໍາໃຊ້ລົດໄຟ ລາວ-ຈີນ ໃນການເດີນທາງໄປຈີນເຊັ່ນດຽວກັນ.
ໃນດ້ານສາຍການບິນ ນອກຈາກມີສາຍການບິນ ລະຫວ່າງ ນະຄອນຫລວງວຽງຈັນ ກັບ ຄຸນມິງແລ້ວ, ເມື່ອວັນທີ 19 ພຶດສະພາ 2024 ສະໜາມບິນສາກົນປາຍຢູນ ສປ ຈີນ ກໍໄດ້ມີພິທີເປີດຖ້ຽວບິນຕົງຈາກນະຄອນປາກເຊ ແຂວງຈຳປາສັກ ຂອງ ສປປ ລາວ ຫາ ກວາງໂຈ ສປ ຈີນ ແລະ ກວາງໂຈ-ປາກເຊ ຊຶ່ງເຮັດໃຫ້ຖ້ຽວບິນຕົງທີ່ບິນຈາກ ສປປ ລາວ - ນະຄອນກວາງໂຈ ເພີ່ມ ຂຶ້ນເປັນ 2 ເສັ້ນທາງການບິນ ເປັນການອຳນວຍຄວາມສະດວກ ໃຫ້ແກ່ຜູ້ໂດຍສານ ທີ່ຈະເດີນທາງເຂົ້າມາພາກໃຕ້ຂອງລາວ ອັນເປັນການສົ່ງເສີມ ໃຫ້ມີການເຊື່ອມໂຍງເຊື່ອມຈອດ ທັງຍູ້ແຮງປີທ່ອງທ່ຽວລາວ 2024 ໃຫ້ມີນັກທ່ອງທ່ຽວມາທ່ຽວລາວຫລາຍຂຶ້ນ ໂດຍສະເພາະທີ່ແຂວງຈໍາປາສັກ ທີ່ມີແຫລ່ທ່ອງທ່ຽວຫລາກຫລາຍກວ່າ 244 ແຫ່ງ. ການເປີດຖ້ຽວບິນຕົງຄັ້ງນີ້ ບໍ່ພຽງ ແຕ່ຍົກ ລະດັບການເຊື່ອມໂຍງເຊື່ອມຈອດ ເສັ້ນທາງຄົມມະນາຄົມທາງອາກາດ ລະຫວ່າງ 2 ນະຄອນ, ກໍຄື 2 ແຂວງຂອງລາວ ແລະ ຈີນ ເທົ່ານັ້ນ, ແຕ່ຍັງເປັນການຊຸກຍູ້ສົ່ງເສີມ ວຽກງານທ່ອງທ່ຽວຂອງ 2 ປະເທດ; ພ້ອມທັງ, ເປັນການເປີດເສັ້ນທາງ ໃຫ້ແກ່ນັກທ່ອງທ່ຽວປະເທດທີ 3 ເດີນທາງມາຢ້ຽມຢາມລາວ ແລະ ຈີນອີກຊ່ອງທາງໜຶ່ງ. ດັ່ງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງ ຈໍາປາສັກ ໄດ້ກ່າວໃຫ້ຮູ້ວ່າ: ການເປີດຖ້ຽວບິນຕົງນີ້, ຈະເປັນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບງອກງາມ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຈໍາປາສັກ ແລະ ກວາງໂຈ, ທັງໄດ້ເຊື່ອມຕໍ່ດ້ານການທ່ອງທ່ຽວ ແລະ ວັດທະນະທໍາ ໃຫ້ນັບມື້ກວ້າງຂວາງ. ແຂວງຈໍາປາສັກ, ເປັນແຂວງໜຶ່ງ ທີ່ ເໝາະແກ່ການກະສິກຳ ແລະ ທ່ອງທ່ຽວ ຊຶ່ງປັດຈຸບັນມີ 18 ປະເທດທີ່ມາລົງທຶນຢູ່ແຂວງນີ້; ໃນນີ້, ສປ ຈີນ ຈັດຢູ່ໃນອັນດັບຕົ້ນ ຂອງການລົງທຶນຕ່າງປະເທດ ຢູ່ແຂວງດັ່ງກ່າວ. ການເປີດຖ້ຽວບິນຕົງນີ້, ຍັງເປັນການຜັນຂະຫຍາຍ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຢ່າງເປັນຮູບປະທໍາ.
ໃນໂອກາດທ່ານ ຮູ ເຈີ ມິງ (Hu Zhi Min) ປະທານບໍລິຫານກຸ່ມບໍລິສັດ ລົງທຶນການທ່ອງທ່ຽວ ຈີນ ແລະ ການຄຸ້ມຄອງຊັບສິນຈໍາກັດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມື່ອທ້າຍເດືອນ ພຶດສະພາ 2024 ຜ່ານມາ, ທັງສອງຝ່າຍ ກໍໄດ້ພົບປະສົນທະນາຮ່ວມກັນ ໃນການສືບຕໍ່ຮ່ວມມືໃນຂົງເຂດ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.ໃນນັ້ນ,ກຸ່ມບໍລິສັດ ລົງທຶນການທ່ອງທ່ຽວຈີນ ຍິນດີສະໜັບສະໜູນ ໂຄສະນາການທ່ອງທ່ຽຂອງ ສປປ ລາວ ເພື່ອໃຫ້ນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ ແລະ ພ້ອມຈະສຶກສາຂໍ້ມູນຊອກຫາຊ່ອງ ທາງການສ້າງແຜນລົງທຶນການຮ່ວມມື ດ້ານທ່ອງທ່ຽວ ແນໃສ່ດຶງດູດນັກທ່ອງທ່ຽວຈີນ ໃຫ້ມາທ່ອງທ່ຽວ ສປປ ລາວ ຜ່ານທາງລົດໄຟ ລາວ-ຈີນ ໃຫ້ເພີ່ມຂຶ້ນ.
ໂດຍລວມແລ້ວ, ການສົ່ງເສີມການທ່ອງທ່ຽວຮ່ວມກັນ ຂອງສອງຊາດ ລາວ ແລະ ຈີນ ແມ່ນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງນັກທ່ອງທ່ຽວຕ່າງປະເທດ ທີ່ສົນໃຈຢາກມາທອງທ່ຽວລາວ ແລະ ຈີນ ຫລື ຜ່ານລາວ ແລະ ຈີນໄປຍັງປະເທດທີ 3. ຜູ້ຂຽນເຊື່ອແນ່ວ່າພາຍຫລັງທັງສອງປະເທດ ລາວ ແລະ ຈີນ ໄດ້ມີການເປີດການທ່ອງທ່ຽວ ແບບຄົບທຸກເສັ້ນທາງ ຈະສາມາດບັນລຸໄດ້ຄາດໝາຍທີ່ວາງໄວ້ ຄືໃຫ້ນັກທອ່ງທ່ຽວຈີນ ມາທ່ຽວ ສປປ ລາວ ບໍ່ຫລຸດ 8 ແສນກວ່າເທື່ອຄົນ ໃນປີ 2024.
ໂດຍ: ດວງຈິດ ສະຫວັດບຸນມີ
KPL