ປະເທດ ບຣາຊິນ

12/06/2024 11:16
Email Print 1606
ຂປລ ປະເທດ ບຣາຊິນ ຫລືຊື່ທາງການວ່າ: ສະຫະພັນ ສາທາລະນະລັດ ບຣາຊິນ (Federal Republic of Brazil) , ມີນະຄອນຫລວງ ຊື່ວ່າ: ບຼາຊີເລັຍ; ເປັນປະເທດ ທີ່ໃຫຍ່ທີ່ສຸດ ທັງໃນທະວີບ ອາເມລິກາໃຕ້ ແລະ ພາກພື້ນ ອາເມລິກາ ລາຕິນ, ດ້ວຍເນື້ອທີ່ 8,5 ລ້ານກິໂລຕາແມັດ; ມີອານາເຂດ ທິດເໜືອຕິດກັບ ເວເນຊູເອລາ; ທິດຕາເວັນຕົກ ຕິດກັບ ໂບລີວີ ແລະ ເປຣູ; ທິດຕາເວັນອອກຕິດກັບ ມະຫາສະໝຸດ ອັດລັງຕິກເໜືອ ແລະ ມະຫາສະໝຸດ ອັດລັງຕິກໃຕ້;

ປະເທດ ບຣາຊິນ ຫລືຊື່ທາງການວ່າ: ສະຫະພັນ ສາທາລະນະລັດ ບຣາຊິນ (Federal Republic of Brazil) , ມີນະຄອນຫລວງ ຊື່ວ່າ: ບຼາຊີເລັຍ; ເປັນປະເທດ ທີ່ໃຫຍ່ທີ່ສຸດ ທັງໃນທະວີບ ອາເມລິກາໃຕ້ ແລະ ພາກພື້ນ ອາເມລິກາ ລາຕິນ, ດ້ວຍເນື້ອທີ່ 8,5 ລ້ານກິໂລຕາແມັດ; ມີອານາເຂດ ທິດເໜືອຕິດກັບ ເວເນຊູເອລາ; ທິດຕາເວັນຕົກ ຕິດກັບ ໂບລີວີ ແລະ ເປຣູ; ທິດຕາເວັນອອກຕິດກັບ ມະຫາສະໝຸດ ອັດລັງຕິກເໜືອ ແລະ ມະຫາສະໝຸດ ອັດລັງຕິກໃຕ້; ທິດໃຕ້ຕິດກັບ ອຸຣຸກວາຍ; ທິດຕາເວັນຕົກ ສຽງເໜືອຕິດກັບ ໂກໂລມບີ ແລະ ທິດຕາເວັນຕົກ ສຽງໃຕ້ ຕິດກັບ ອາກຊັງຕິນ ແລະ ປຣາກວາຍ. ບຣາຊິນ ມີປະຊາກອນ 215,3 ລ້ານຄົນ (ໃນປີ2022) ຈຶ່ງເປັນປະເທດ ທີ່ມີເນື້ອທີ່ ຫລາຍທີ່ສຸດ ອັນດັບ 5 ແລະ ມີປະຊາກອນ ຫລາຍທີ່ສຸດ ອັນດັບ 6 ຂອງໂລກ. ໃຊ້ພາສາ ປອກຕຸຍການ ເປັນພາສາທາງການ; ນັບຖືສາສະໜາ ຄຣີສນິກາຍ ໂຣມັນຄາທໍລິກ 50%, ສາສະໜາ ຄຣີສນິກາຍ ໂປຣເຕສ ແຕນ 31% ແລະ ສາສະໜາອື່ນໆ; ໃຊ້ສະກຸນເງິນ ເຮອັລ(real/BRL). ສ່ວນວັນຊາດແມ່ນ ວັນທີ 7 ກັນຍາ. ປະເທດ ບຣາຊິນ ແລະ ປະເທດ ສປປລາວ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ທາງ​ການ​ ທູດ​ຮ່ວມ​ກັນ​ ນັບ​ແຕ່​ວັນ​ທີ 12.6.1995 ເປັນ​ຕົ້ນ​ມາ ຫລັງ​ຈາກນັ້ນ ສອງ​ປະ​ເທດ ກໍໄດ້ຮ່ວມມືກັນ ພັດທະນາເສີມສ້າງ ສາຍພົວພັນຂອງສອງຝ່າຍໃຫ້ນັບມື້ ຂະຫຍາຍຕົວຂື້ນ ເລື້ອຍໆ.

ບຣາຊິນ ເປັນປະເທດ ທີ່ມີເສດຖະກິດ ຂະໜາດໃຫຍ່ ເປັນອັນດັບທີ 11 ຂອງໂລກ, ເປັນຜູ້ສົ່ງອອກ ສິນຄ້າ ກະສິກຳລາຍໃຫຍ່ ຂອງໂລກໄດ້ແກ່: ຖົ່ວເຫລືອງ, ນໍ້າຕານ, ຊິ້ນງົວ, ກາເຟ. ລວມທັງເປັນແຫລ່ງ ອຸດສາຫະກຳ ຍານພາຫະນະ ທີ່ສຳຄັນ ຂອງອາເມລິກາລາຕິນ.ໂດຍລວມຍອດ ຜະລິດຕະພັນ ພາຍໃນປະເທດ (GDP) 2,12 ພັນຕື້ ໂດລາສະຫະລັດ(ໃນປີ 2023); ລາຍໄດ້ສະເລ່ຍ ຕໍ່ຫົວຄົນ 10 ພັນກວ່າໂດລາ ສະຫະລັດຕໍ່ປີ; ອັດຕາການຈະເລີນເຕີບໂຕ ທາງເສດຖະກິດ 2,6% ຕໍ່ປີ. ມູນຄ່າການ ສົ່ງອອກສິນຄ້າ 308.800 ລ້ານໂດລາ ສະຫະລັດ; ສິນຄ້າທີ່ສົ່ງອອກ ປະເພດ ເຄື່ອງອາໄຫລ່ລົດ, ແຮ່ເຫລັກ , ຖົ່ວເຫລືອງ, ກາເຟ ແລະ ລົດໃຫຍ່. ມູນຄ່າການ ນໍາເຂົ້າ 250.800 ລ້ານໂດລາ ສະຫະລັດ , ສິນຄ້າປະເພດ ເຄື່ອງກົນຈັກ, ອຸປະກອນ ເອເລັກໂຕຣນິກ, ຊິ້ນສ່ວນຜະລິດຕະພັນ ເຄມີ, ນໍ້າມັນ, ເຄື່ອງໃຊ້ໄຟຟ້າ. ສ່ວນປະເທດ ຄູ່ການຄ້າ ທີ່ສຳຄັນເຊັ່ນ: ສປຈີນ, ສ.ອາເມລິກາ, ອາກຊັງຕິນ,​ໂຮນລັງ, ຊີເລ, ສິງກະໂປ, ເຢຍລະມັນ, ອິຍເດຍ ແລະ ຣັດເຊຍ ຕາມລຳດັບ.

ນອກຈາກນີ້ ບຣາຊິນ ຍັງມີສະຖານທີ່ທ່ອງທ່ຽວ ທີ່ສວຍງານ ຫລາຍແຫ່ງ ຕິດອັນດັບໂລກເຊັ່ນກັນເປັນຕົ້ນແມ່ນ: ທ່ຽວຊົມຮູບັ້ນພະເຍຊູ ຄຣີສ(Christ the Redeemer Christ the Redeemer) ທີ່ມີຂະໜາດໃຫຍ່ ແລະ ມີຊື່ສຽງ ຫລາຍທີ່ສຸດໃນໂລກ, ເປັນໜຶ້ງໃນ 7 ສິ່ງມະຫັດສະຈັນ ຂອງຍຸດໃໝ່ ຕັ້ງຢູ່ເທິງຍອດພູ ສູງໃຈກາງເມືອງຣີ; ທ່ຽວຍອດພູຊູກາຣໂລຟ(Sugarloaf Mountain)  ພູມະຫັດສະຈັນ ເປັນອີກໜຶ່ງ ຈຸດໝາຍປາຍທາງ ຍອດນິຍົມ ຂອງນັກທ່ອງທ່ຽວ ຕັ້ງຢູ່ກາງອ່າວ ກົວນາບາຣ່າ ເມືອງຣີໂອເດີ ຈາເນໂຣ ມີຄວາມສູງ 1.300 ແມັດ; ນອກນີ້ ຍັງມີ ຊາຍຫາດ, ນໍ້າຕົກຕາດ, ພູຜາປ່າດົງ ທີ່ສວຍສົດງົດງາມ ອີກຫລາຍແຫ່ງ ອີກດ້ວຍ.

ໂດຍ:ດາວັນ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top