ເກືອບ 70% ຂອງນັກທ່ອງທ່ຽວມາລາວ ໃຊ້ລົດໄຟລາວ-ຈີນ

12/06/2024 10:38
Email Print 1482
ຂປລ ຕາມແຫລ່ງຂ່າວສະຖິຕິໃໝ່ຈາກຜູ້ປະກອບການທຸລະກິດຂົນສົ່ງໂດຍສານ ແລະ ບຸກຄົນໃຫ້ເປີດເຜີຍໃນຕົ້ນເດືອນມິຖຸນາ 2024 ນີ້ວ່ານັກທ່ອງທ່ຽວສ່ວນໃຫຍ່ສະເລ່ຍເກືອບ 70% ເລືອກຈະເດີນທາງຜ່ານລົດ ໄຟລາວ-ຈີ.

    *ຕາມແຫລ່ງຂ່າວສະຖິຕິໃໝ່ຈາກຜູ້ປະກອບການທຸລະກິດຂົນສົ່ງໂດຍສານ ແລະ ບຸກຄົນໃຫ້ເປີດເຜີຍໃນຕົ້ນເດືອນມິຖຸນາ 2024 ນີ້ວ່ານັກທ່ອງທ່ຽວສ່ວນໃຫຍ່ສະເລ່ຍເກືອບ 70% ເລືອກຈະເດີນທາງຜ່ານລົດ ໄຟລາວ-ຈີນ ເນື່ອງຈາກມີຄວາມສະດວກສະບາຍ, ປອດໄຟສູງ, ປະຢັດເງິນໄດ້ຫລາຍ, ປະຢັດເວລາ ຍິ່ງກວ່ານັ້ນຍັງໄດ້ລິ້ມລົດເຟີດເຟີນໄປກັບທໍາມະຊາດ ແລະ ວິຖີວິດຂອງຊາວລາວຕາມເສັ້ນທາງອີກດ້ວຍ.

   ແຫລ່ງຂ່າວດັ່ງກ່າວຍັງລະບຸຕື່ມອີກວ່າ: ນັກທ່ອງທ່ຽວທີ່ມາໃຊ້ບໍລິການຫລາຍທີ່ສຸດແມ່ນຊາວໄທ, ຈີນ, ເອີຣົບ ແລະ ຊາດອື່ນໆ. ຫລ້າສຸດກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງ ໃຫ້ຮູ້ວ່າ: ແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ພຶດສະພາ ຜ່ານມານີ້, ເສັ້ນທາງລົດໄຟຈີນ- ລາວ ໄດ້ແລ່ນລົດໂດຍສານລວມທັງໝົດ 10,642 ຂະບວນ, ໄດ້ຂົນສົ່ງຜູ້ໂດຍສານເຖິງ 8,723,000 ເທ່ືອຄົນ, ເພ່ີມຂຶ້ນ 17.5% ເມ່ືອທຽບໃສ່ໄລຍະດຽວກັນຂອງປີ 2023 ໂດຍໄດ້ເພີ່ມແຮງຂັບເຄື່ອນຢ່າງຫລວງຫລາຍໃຫ້ແກ່ການພັດທະນາຂອງພາກພື້ນ.  ກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງຍັງກ່າວວ່າ: ຂະບວນລົດໄຟໂດຍສານຕາມເສັ້ນທາງລົດໄຟຈີນ-ລາວ ມີຈຸດພິເສດຄືລາຄາຖືກ, ວ່ອງໄວ ແລະ ສະດວກສະບາຍຈຶ່ງໄດ້ກາຍເປັນທາງເລືອກຕົ້ນຕໍຂອງປະຊາຊົນທັງຫລາຍ ທ່ີຢູ່ລຽບຕາມເສັ້ນທາງລົດໄຟເພື່ອໄປທ່ອງທ່ຽວ, ສຶກສາຮ່ຳຮຽນ, ເຮັດທຸລະກິດ ແລະ ແລກປ່ຽນທາງດ້ານວັດທະນະທຳເຊິ່ງໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງດ້າເສດຖະກິດຢູ່ພາກພື້ນ.

   ແຕ່ເຖິງແນວໃດ ສປປ ລາວ ແມ່ນໜຶ່ງໃນ 10 ປະເທດສະມາຊິກອາຊຽນ ຍອມຮັບວ່າການມີເສັ້ນທາງລົດໄຟລາວ-ຈີນ ໄດ້ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ ບໍ່ທັງການສ້າງລາຍຮັບໂດຍການກົງ ແລະ ທາງອ້ອມ ໂດຍສະເພາະພາກອຸດສາຫະກໍາທ່ອງທ່ຽວ, ຂົນສົ່ງຜູ້ໂດຍສານ, ທຸລະກິດບໍລິການ, ການຜະລິດເປັນສິນຄ້າ ແລະ ອື່ນໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top