ຂປລ
ເສດຖະກິດ ຂອງຍີ່ປຸ່ນ ຫົດຕົວ 1,8%ໃນໄຕມາດ ທຳອິດ ຂອງປີ2024 ຫລຸດລົງ ຈາກຄາດການ ກ່ອນໜ້ານີ້ 2% ເນື່ອງຈາກ ການໃຊ້ຈ່າຍທຶນ ຂອງອົງການ ຈັດຕັ້ງ ປັບຕົວ ຫລຸດໜ້ອຍລົງກວ່າ ທີ່ຄາດການໄວ້
ຂປລ.ເວັບໄຊKyodo News,ວັນທີ10ມິຖຸນາ, ເສດຖະກິດ ຂອງຍີ່ປຸ່ນ ຫົດຕົວ 1,8%ໃນໄຕມາດ ທຳອິດ ຂອງປີ2024 ຫລຸດລົງ ຈາກຄາດການ ກ່ອນໜ້ານີ້ 2% ເນື່ອງຈາກ ການໃຊ້ຈ່າຍທຶນ ຂອງອົງການ ຈັດຕັ້ງ ປັບຕົວ ຫລຸດໜ້ອຍລົງກວ່າ ທີ່ຄາດການໄວ້ ຖືກວ່າ ເປັນການຫົດຕົວ ຄັ້ງທຳອິດ ໃນຮອບ 2ໄຕມາດ ເນື່ອງຈາກ ຄວາມຕ້ອງການ ພາຍໃນປະເທດ ຫົດຕົວ ແລະ ຜົນກະທົບຈາກ ການປອມແປງ ຜົນທົດສອບ ຄວາມປອດໄພ ທີ່ກ່ຽວຂ້ອງກັບ ບໍລິສັດ ໃນກຸ່ມ ໂຕໂຍຕ້າ ມໍເຕີ ທີ່ສ້າງຄວາມເສຍຫາຍ ຕໍ່ການຜະລິດ ແລະ ສົ່ງອອກ ເມື່ອປັບຕາມ ອັດຕາເງິນເຟີ້ ພົບວ່າ ມູນຄ່າ ຂອງສິນຄ້າ ແລະ ບໍລິການ ໃນປະເທດ ຫລຸດລົງ 0,5% ຈາກໄຕມາດ ກ່ອນໜ້ານີ້ ເມື່ອທຽບໃສ່ກັບ ຕົວເລກ ປີກາຍນີ້ ແມ່ນລະດັບ 0,2%.ຂະນະທີ່ ດ້ານການລົງທຶນ ຫລຸດລົງ 08% ແລະ ປັດໄຈອື່ນໆອີກ ທີ່ເຮັດໃຫ້ ເສດຖະກິດ ຍີ່ປຸ່ນ ຂະຫຍາຍຕົວຊ້າລົງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL