ມາເລເຊຍ ປະກາດປັບຂຶ້ນນ້ຳມັນກາຊວນຂຶ້ນອີກ50%

11/06/2024 14:23
Email Print 322
ຂປລ ມາເລເຊຍ ປະກາດ ປັບຂຶ້ນ ລາຄາ ນ້ຳມັນ ກາຊວນ ອີກ 50%ໃນຫລາຍພື້ນທີ່ ເລີ່ມໃນວັນທີ10 ມິຖຸນານີ້ ເນື່ອງຈາກ ລັດຖະບານ ປ່ຽນແນວທາງ ການໃຊ້ມາດຕະການ ອຸດໜູນ ລາຄານ້ຳມັນ ​ທີ່​ມີ​ລາຄາ​ສູງ ໄປເປັນການກຳນົດ ກຸ່ມເປົ້າໝາຍ ເພື່ອຊ່ວຍເຫລືອ ກຸ່ມທີ່ໄດ້ຮັບ ຜົນກະທົບ ຕົວຈິງ

ຂປລ.ສຳນັກຂ່າວChannel News Asia,ລາຍງານວ່າ: ມາເລເຊຍ ປະກາດ ປັບຂຶ້ນ ລາຄາ ນ້ຳມັນ ກາຊວນອີກ 50%ໃນຫລາຍພື້ນທີ່  ເລີ່ມໃນວັນທີ10 ມິຖຸນານີ້ ເນື່ອງຈາກ ລັດຖະບານ ປ່ຽນແນວທາງ ການໃຊ້ມາດຕະການ ອຸດໜູນ ລາຄານ້ຳມັນ​ທີ່​ມີ​ລາຄາ​ສູງ  ໄປເປັນການກຳນົດ ກຸ່ມເປົ້າໝາຍ ເພື່ອຊ່ວຍເຫລືອ ກຸ່ມທີ່ໄດ້ຮັບ ຜົນກະທົບ ຕົວຈິງ ເພື່ອກຳນົດ ລາຄານໍ້າມັນ ກາຊວນ ໃຫ້ສອດຄ່ອງກັບ ລາຄາ ຕະຫລາດ ໃຫ້ຫລາຍຂຶ້ນ ໂດຍປັບຂຶ້ນ ເປັນ 3,35 ຣິງກິດຕໍ່ລິດ ໃນພື້ນທີ່ ອ້ອມຮອບ ຄາບມະຫາສະມຸດ ມາເລເຊຍ(Peninsular Malaysia)ສຳລັບ ລັດອື່ນໆ ແລະ ດິນແດນ ຂອງມາເລເຊຍ ເທິງພື້ນທີ່ເກາະ ບໍນຽວ ລາຄາ ນ້ຳມັນ ຈະຍັງຄົງຢູ່ ລິດລະ 2,15 ຣິງກິດ ໂດຍລັດຖະບານ ຍັງຄົງຄວບຄຸມ ລາຄານ້ຳມັນ ສຳລັບ ກຸ່ມຂົນສົ່ງ ໂລຈີສຕິກ ທີ່ເຂົ້າເກນ ການອຸດໜູນ ລາຄານ້ຳມັນ ກາຊວນ ຂອງລັດຖະບານ ລວມທັງ ກຸ່ມປະມົງ ແລະ ກຸ່ມຂົນສົ່ງ ສາທາລະນະ ບາງສ່ວນ ເປັນຕົ້ນ ລົດໂຮງຮຽນ ແລະ ລົດໂຮງໝໍ. ຕາມ​ມາດ​ຕະການ​ ສະໜັບ ສະໜູນ​ ລາຄາ​ນ້ຳມັນລາຄາ ກາຊວນ ໃນປະເທດ ມາເລເຊຍ ແມ່ນຂາຍໃນລາຄາ ທີ່ແຕກຕ່າງກັນ ແບ່ງອອກເປັນ 4 ກຸ່ມ ສໍາລັບ ກຸ່ມປະມົງ ແມ່ນ 1,65 ຣິງກິດຕໍ່ລິດ, ກຸ່ມຂົນສົ່ງ ສາທາລະນະ 1,88 ຣິງກິດຕໍ່ລິດ, ກຸ່ມພາຫະນະ ການຄ້າ ແລະ ສ່ວນບຸກຄົນ 2,15 ຣິງກິດຕໍ່ລິດ, ແລະ ກຸ່ມຂະແໜງ ການຄ້າ ທີ່ຂາຍໃນລາຄາຕະຫລາດ ທີ່ບໍ່ໄດ້ຮັບ ການອຸດໜູນ ລາຄາແມ່ນ3,60ຣິງກິດຕໍ່ລິດ.ດັ່ງນັ້ນ ແຜນປັບຫລຸດ ການອຸດໜູນ ລາຄາ ນ້ຳມັນ ກາຊວນ ໃນປີນີ້ ຄາດວ່າ ຈະຊ່ວຍປະຢັດ ງົບປະມານ 4ພັນຕື້ນຣິງກິດ (ປະມານ 853 ລ້ານໂດລາສະຫະລັດ) ແລະ ຈະນຳງົບປະມານ ເຫລົ່ານີ້ ໄປຊ່ວຍເຫລືອ ຜູ້ທີ່ມີລາຍໄດ້ຕ່ຳ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top