ສຽງຈາກໄວໜຸ່ມເພື່ອຢຸດຕິຄວາມບໍ່ສະເໝີພາບທາງເພດ

11/06/2024 13:20
Email Print 604
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ອົງແພລນສາກົນ ປະຈຳ ສປປ ລາວ ແລະ ບໍລິສັດລາວນິວເວບຊິເນມາ ຮ່ວມມືກັນ​ເພື່ອຢຸດຕິພຶດຕິກຳ ທີ່ສົ່ງຜົນຮ້າຍຕໍ່ສັງຄົມ ແລະ ຄວາມບໍ່ສະເໝີພາບທາງເພດ ໃນ ສປປ ລາວ ​ໂດຍ​ເລິ່ມມາແຕ່ປີ 2021. ຜ່ານການແຂ່ງຂັນວິດີໂອສົ່ງເສີມສັງຄົມ ຫລື PSA ໄດ້ເສີມສ້າງຄວາມເຂັ້ມແຂງ ແລະ ທັກສະການຜະລິດວີດີໂອໃຫ້ແກ່ໄວໜຸ່ມ ແລະ ນັກສ້າງຮູບເງົາທີ່ໜຸ່ມນ້ອຍ ເພື່ອຂັບເຄື່ອນປ່ຽນແປງທາງສັງຄົມ ແລະ ສ້າງຄວາມຮັບຮູ້ກ່ຽວກັບບັນຫາຄວາມບໍ່ສະເໝີພາບທາງເພດ.

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ອົງແພລນສາກົນ ປະຈຳ ສປປ ລາວ ແລະ ບໍລິສັດລາວນິວເວບຊິເນມາ ຮ່ວມມືກັນ​ເພື່ອຢຸດຕິພຶດຕິກຳ ທີ່ສົ່ງຜົນຮ້າຍຕໍ່ສັງຄົມ ແລະ ຄວາມບໍ່ສະເໝີພາບທາງເພດ ໃນ ສປປ ລາວ ​ໂດຍ​ເລິ່ມມາແຕ່ປີ 2021. ຜ່ານການແຂ່ງຂັນວິດີໂອ ສົ່ງເສີມສັງຄົມ ຫລື PSA ໄດ້ເສີມສ້າງຄວາມເຂັ້ມແຂງ ແລະ ທັກສະການຜະລິດວີດີໂອໃຫ້ແກ່ໄວໜຸ່ມ ແລະ ນັກສ້າງຮູບເງົາທີ່ໜຸ່ມນ້ອຍ ເພື່ອຂັບເຄື່ອນປ່ຽນແປງທາງສັງຄົມ ແລະ ສ້າງຄວາມຮັບຮູ້ກ່ຽວກັບບັນຫາຄວາມບໍ່ສະເໝີພາບທາງເພດ.

ການແຂ່ງຂັນ PSA ທີ່ລິເລີ່ມໂດຍ ອົງແພລນສາກົນ ປະຈຳ ສປປ ລາ ວແລະ ບໍລິສັດລາວນິວເວບຊິເນມາ ໄດ້ກາຍມາເປັນເວທີສໍາລັບໄວໜຸ່ມ ຜູ້ທີ່ມີພອນສະຫວັນ ແລະ ຄວາມຮັກໃນການສ້າງວິດີໂອ ໃນທົ່ວປະເທດ ເພື່ອແກ້ໄຂບັນຫາຄວາມບໍ່ສະເໝີພາບທາງເພດ, ຄວາມຮຸນແຮງໃນຄອບຄົວ ແລະຄວາມຮຸນແຮງທາງເພດ, ການລ່ວງລະເມີດຜ່ານສື່ອອນລາຍ, ການຖືກບັງຄັບໃຫ້ ແຕ່ງງານກ່ອນໄວອັນຄວນ ຫລື ຢູ່ກ່ອນແຕ່ງ ແລະ ການຖືພາໃນໄວໜຸ່ມ. ຜູ້ເຂົ້າຮ່ວມແຂ່ງຂັນສ້າງວິດີໂອສົ່ງເສີມສັງຄົມ ບໍ່ພຽງແຕ່ໄດ້ຮັບການຝຶກອົບຮົມ ກ່ຽວກັບບັນຫາດັ່ງກ່າວ, ແຕ່ຍັງໄດ້ຮັບການເສີມສ້າງເຕັກນິກການເລົ່າເລື່ອງ ແລະ ທັກສະໃນການໂນ້ມນ້າວ ໂດຍຜ່ານຜົນງານວິດີໂອຂອງພວກເຂົາ.

ທ່ານນາງ ແຄໂຣລ ມໍເທັນສັນ ຜູ້ອໍານວຍການ ອົງແພລນາກົນ ປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງກິດຈະກຳດັ່ງກ່າວ ເພື່ອຂັບເຄື່ອນປ່ຽນແປງໃນສັງຄົມ ​ໂດຍທ່ານໄດ້ກ່າວວ່າ "ພວກເຮົາທຸກຄົນຕ້ອງ ສະໜັບສະໜູນຄວາມຕັ້ງໃຈຂອງເດັກນ້ອຍ ແລະ ໄວໜຸ່ມ ເພື່ອໃຫ້ບັນລຸໄດ້ເຖິງ ຄວາມສະເໝີພາບທາງເພດ, ເພາະວ່າສັງຄົມຈະເຂັ້ມແຂງ ໄດ້ກໍ່ຕໍ່ເມື່ອສັງຄົມນັ້ນ ມີຄວາມຫລາກຫລາຍ. ມາຮ່ວມມືກັບ ອົງການແພລນສາກົນ ໃນການຊຸກຍູ້ໃຫ້ມີຄວາມປ່ຽນແປງ, ພວກເຮົາຈະບໍ່ຢຸດຈົນກວ່າ ພວກເຮົາທັງໝົດສະເໝີພາບກັນ"

ທ່ານນາງ ວັນນະພອນ ສິດທິລາດ, ຜູ້ຮ່ວມກໍ່ຕັ້ງຂອງ ບໍລິສັດລາວນິວເວບຊິເນມາ ​ໄດ້​ກ່າວ​ວ່າ: ໂຄງການນີ້, ມີຄວາມສຳຄັນບໍ່ສະເພາະ ແຕ່ເປັນການຜະລິດວິດີໂອ ສົ່ງເສີມສັງຄົມເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສາມາດ ໃຫ້ນັກຜະລິດຮູບເງົາຜູ້ໜຸ່ມນ້ອຍ ແລະ ໃຫ້ພວກເຂົາເຈົ້າມີຄວາມເຂົ້າໃຈ ຫລາຍຂຶ້ນກ່ຽວກັບປະເດັນ ຄວາມສະເໝີພາບທາງເພດ. ນີ້ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ເພື່ອເປັນຫະບອກສຽງ ແລະ ສ້າງການປ່ຽນແປງທີ່ດີຂຶ້ນ.

ອົງແພລນສາກົນປະຈຳ ສປປ ລາວ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດໂຄງການ ຢູ່ເຂດພາກເໜືອຂອງ ສປປ ລາວ ເພື່ອແນໃສ່ເສີມຂະຫຍາຍ ຄວາມເປັນຜູ້ນໍາຂອງເດັກຍິງ, ສຸຂະພາບຈະເລີນພັນ ແລະ ສິດທິຂອງໄວໜຸ່ມ ທັງຢູ່ພາຍໃນໂຮງຮຽນ ມັດທະຍົມ ແລະ ຜູ້ທີ່ອອກໂຮງຮຽນ. ໄວໜຸ່ມຜູ້ທີ່ໄດ້ຮັບຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງ ໄດ້ເປັນຜູ້ນໍາພາ ໃນການຈັດຕັ້ງປະຕິບັດ ກິດຈະກຳສົ່ງເສີມ ແລະ ຂັບເຄື່ອນການປ່ຽນແປງໃນໂຮງຮຽນ ແລະ ຊຸມຊົນຂອງພວກເຂົາ ໂດຍການຈັດຕັ້ງປະ ຕິບັດກິດຈະກໍາຕ່າງໆ ໃນໂອກາດທີ່ສໍາຄັນ ແລະ ວັນສຳຄັນຕ່າງໆຕະຫລອດປີ.

ການແຂ່ງຂັນ PSA ເປັນໜຶ່ງໃນຫລາຍກິດຈະກໍາ ທີ່ໄວໜຸ່ມໃຫ້ຄວາມສົນໃຈ ແລະ ອົງແພລນສາກົນ ປະຈຳ ສປປ ລາວ ໄດ້ລົງທຶນໃສ່ ເພື່ອສະໜັບສະໜູນ ແລະ ແນະນຳໄວໜຸ່ມ ໃນການສົ່ງເສີມການປ່ຽນແປງໃນສັງຄົມ. ນອກຈາກນັ້ນ, ວິດີໂອສົ່ງເສີມສັງຄົມ ທີ່ໜ້າສົນໃຈ ເຫລົ່ານີ້ຈະຖືກເຜີຍແຜ່ ຜ່ານສື່ສັງຄົມອອນລາຍຂອງອົງກອນ ​ເປັນ​ຕົ້ໜ ເຟສບຸກຂອງ ອົງແພລນສາກົນ ແລະ ເມີລິນພາຮູ້ ເພື່ອສື່ສານກັບໄວໜຸ່ມ ແລະ ຜູ້ທີ່ມີອຳນາດໃນການຕັດສິນໃຈ.

KPL

ຂ່າວອື່ນໆ

ads
ads

Top