ການປູກພືດຜັກປອດສານພິດຂາຍ ສາມາດສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ປີ

11/06/2024 10:17
Email Print 905
ຂປລ ປັດຈຸບັນການປະກອບອາຊີບກະສິກໍາ ດ້ວຍການປູກພືດຜັກຂາຍເປັນສິນຄ້າແມ່ນອາຊີບໜຶ່ງ ທີ່ສາມາດສ້າງລາຍຮັບໃຫ້ບຸກຄົນ ແລະ ຄອບຄົວ.

    *ປັດຈຸບັນການປະກອບອາຊີບກະສິກໍາ ດ້ວຍການປູກພືດຜັກຂາຍເປັນສິນຄ້າແມ່ນອາຊີບໜຶ່ງ ທີ່ສາມາດສ້າງລາຍຮັບໃຫ້ບຸກຄົນ ແລະ ຄອບຄົວ, ຄອບຄົວທ່ານ ນາງ ຄູນ ອົດສຸດິນຍົງ ອາຍຸ 26 ປີ ອາຊີບ ປະຊາຊົນ ຢູ່ບ້ານທົ່ງຂວາເມືອງ ແລະ ແຂວງຫລວງນໍ້າທາ ເປັນຄອບຄົວໜຶ່ງມີຄວາມດຸໝັ່ນ, ອົດທົນໃນການເຮັດກະສິກຳ ໂດຍສະເພາະການປູກພືດຜັກປອດສານພິດຂາຍໄດ້ 50 ລ້ານກວ່າກີບຕໍ່ປີ.

   ທ່ານ ນາງ ຄູນ ອົດສຸດິນຍົງ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຄອບຄົວຂອງຕົນ ໄດ້ເລີ່ມເຮັດທຸລະກິດການປູກພືດຜັກປອດສານພິດມາແຕ່ ປີ 2015 ໃນເນື້ອທີ່ 2.000  ກວ່າຕາແມັດ ແລະ ມີແຮງງານຕົ້ນຕພຽງ 2 ຄົນ ເພື່ອປູກພືດຜັກປະເພດໃຫ້ໝາກ ແລະ ພືດລົ້ມລຸກເປັນຕົ້ນ ໝາກນອຍ, ໝາກເລັ່ນ, ໝາກນ້ຳເຕົ້າ, ໝາກເຜັດ, ໝາກເຂືອ, ໝາກອື, ໝາກຖົ່ວ, ກະຈຽບ, ຜັກຫອມປ້ອມ, ຜັກຊີ, ຜັກສະລັດ, ຜັກກາດ, ຜັກປັງ, ຜັກຫຸມ, ຜັກບົ້ງ ແລະ ຜັກອີ່ຕູ່ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ 50 ລ້ານກວ່າກີບຕໍ່ປີ ໄດ້ສົ່ງອອກຂາຍສ່ວນຫລາຍຢູ່ຕະຫລາດອິນຊີ ແລະ ມີພໍ່ຄ້າ, ແມ່ຄ້າຄົນກາງມາ ເກັບຊື້ຢູ່ກັບສວນ.

   ທ່ານ ນາງ ຄູນ ອົດສຸດິນຍົງ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນຕົນເອງມີຄວາມພາກພູມໃຈທີ່ສາມາດບັນລຸ ໄດ້ຕາມຈຸດປະສົງເປົ້າໝາຍພາຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ມີຊີວິດການເປັນຢູ່ທີ່ດີຂຶ້ນ ເປັນຕ້ົນມີເຮືອນຖາວອນ 1 ຫລັງ ພ້ອມເຄື່ອງໃຊ້ໃນຄົວເຮືອນ, ລົດໄຖນາ 1 ຄັນ, ລົດຈັກ 1 ຄັນ, ມີທຶນໝູນວຽນ ແລະ ມີເງິນຝາກທະນາຄານຈໍານວນໜຶ່ງ. ໃນປີ 2024 ມີແຜນຈະຂະຫຍາຍເນື້ອທີ່ປູກຜັກປອດສານພິດເພີ່ມຕື່ມ 1.000 ຕາ ແມັດ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຜູ້ບໍລິໂພກໃນສັງຄົມ ກໍຄືໃນຕະຫລາດໃຫ້ພຽງພໍເພື່ອ ເຮັດໃຫ້ມີລາຍຮັບເພີ່ມຂຶ້ນ, ເຮັດໃຫ້ຄອບຄົວໄດ້ມີຊີວິດການເປັນຢູ່ນັບມື້ດີຂຶ້ນທັງໝົດນັ້ນແມ່ນຍ້ອນຄວາມດຸໝັ່ນ, ອົດທົນໂດຍການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ປະກົດຜົນເປັນຈິງ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top