ອາຟຣີກາໃຕ້ ສະເຫລີມສະຫລອງ 30 ປີແຫ່ງພື້ນຖານປະຊາທິປະໄຕ

29/04/2024 17:14
Email Print 219
ຂປລ ທ່ານ ໄຄຣິລ ຣາມາໂຟສາ(Cyril Ramaphosa), ປະທານາທິບໍດີ ອາຟຣີກາໃຕ້ ໄດ້ຍ້ອງຍໍ ຊົມເຊີຍ ບັນດາຜົນງານຂອງ ປະເທດຊາດ ພາຍໃຕ້ ການນຳພາຂອງພັກ ກອງປະຊຸມໃຫຍ່ ປະຊາຊົນ ອາຟຣີກາ (ANC) ກຳອຳນາດ ໃນຕະຫລອດ 30 ປີ ປະຊາທິປະໄຕ ນັບແຕ່ ເວລາ ຢຸດຕິລະບອບ ຈຳແນກ ເຊື້ອຊາດ ຜິວພັນ” ໃນວັນເສລີ 2024

    ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້,  ທ່ານ ໄຄຣິລ ຣາມາໂຟສາ(Cyril Ramaphosa), ປະທານາທິບໍດີ ອາຟຣີກາໃຕ້ ໄດ້ຍ້ອງຍໍ ຊົມເຊີຍ ບັນດາຜົນງານຂອງ ປະເທດຊາດ ພາຍໃຕ້ ການນຳພາຂອງພັກ ກອງປະຊຸມໃຫຍ່ ປະຊາຊົນ ອາຟຣີກາ (ANC) ກຳອຳນາດ ໃນຕະຫລອດ 30 ປີ ປະຊາທິປະໄຕ ນັບແຕ່ ເວລາ ຢຸດຕິລະບອບ ຈຳແນກ ເຊື້ອຊາດ ຜິວພັນ ໃນວັນເສລີ 2024, ສະເຫລີມ ສະຫລອງ 30 ປີ ແຫ່ງວັນ ການເລືອກຕັ້ງ ປະຊາທິປະໄຕ ທຳອິດ ໃນປີ 1994, ທ່ານ ປະທານາທິບໍດີ ອາຟຣິກາ ໄດ້ຫວນຄືນ ບັນດາຜົນງານ ທຸກດ້ານ ຂອງປະເທດຊາດ ພາຍໃຕ້ ການນຳພາ ຂອງພັກ ANC ໃນຂະນະທີ່  ເດີນຕາມ ການປະຕິຮູບ ທີ່ດິນ, ກໍ່ສ້າງເຮືອນຢູ່, ຖະໜົນຫົນທາງ ແລະ ຫລາຍກິດຈະກຳອື່ນໆ ຢູ່ ອາຟຣີກາໃຕ້ ພາຍຫລັງ  ພັກ ANC ບັນລຸໄດ້ ຫລາຍຄວາມ ກ້າວໜ້າ  ແລະ ຄວາມຕັດສິນໃຈ ຫລາຍກ່ວາອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top