ຟີລິບປິນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ຫລາຍກວ່າ 2 ລ້ານເທື່ອຄົນ

29/04/2024 17:59
Email Print 262
ຂປລ ຟີລິບປິນ ຮອງຮັບ ນັກທ່ອງທ່ຽວ ຈາກ ຕ່າງປະເທດ 2. 010.522 ລ້ານເທື່ອຄົນ ໃນປີນີ້ (1 ມັງກອນ-24 ເມສາ) .

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້: ສຳນັກງງານ ປະຊາສຳພັນ ຂອງປະທານາທິບໍດີ  ຟີລິບປິນ ໄດ້ອ້າງອິງຕາມຂໍ້ມູນ ຈາກ ກະຊວງ ການທ່ອງທ່ຽວ ເປີດເຜີຍວ່າ:​ ຟີລິບປິນ ຮອງຮັບ ນັກທ່ອງທ່ຽວ ຈາກ ຕ່າງປະເທດ  2. 010.522  ລ້ານເທື່ອຄົນ ໃນປີນີ້ (1 ມັງກອນ-24 ເມສາ) .​ ສິ່ງດັ່ງກ່າວນີ້ ໄດ້ສະແດງ ໃຫ້ເຫັນວ່າ  ຟິລິບປີນ ສ້າງລາຍໄດ້ ຈາກ ການທ່ອງທ່ຽວ ບັນລຸຕົວເລກ ເຖິງ 1,58 ແສນລ້ານເປໂຊ ໃນໄລຍະໄຕມາດ ທຳອິດ (ເດືອນມັງກອນ-ເດືອນມີນາ) ຂອງ ປີນີ້. ໃນຈຳນວນນັ້ນ ແບ່ງເປັນ ນັກທ່ອງທ່ຽວ ຕ່າງປະເທດ ລວມມີ 94,21 ຫລື 1.894.076 ເທື່ອຄົນ ແລະ ເປັນຊາວ ຟີລິບປິນ ທີ່ອາໄສຢູ່ ຕ່າງປະເທດ 5,79 % 7 ຫລື 116.446 ເທື່ອຄົນ. ໂດຍຈຳນວນ ນັກເດີນທາງ ຈາກຕ່າງປະເທດ ໃນປີນີ້ ເພີ່ມຂຶ້ນ ຫລາຍກວ່າ ຕົວເລກ 1.746.630 ເທື່ອຄົນ ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ ຢູ່ທີ 15,11%.

 

ໃນຂະນະທີ່ ສ.ເກົາຫລີ  ຍັງສືບຕໍ່ເປັນ ຕະຫລາດນັກທ່ອງທ່ຽວ ອັນດັບຕົ້ນຂອງ ຟີລິບປິນ ກວມເອົາ 27,19 % ຫລື 546.726 ເທື່ອຄົນ,​ ຖັດມາແມ່ນ ສ.ອາເມລິກາ 315 .816 ເທື່ອຄົນ ຫລື 15,71% ແລະ ຈີນ130.574 ເທື່ອຄົນ ຫລື 6,49% ຂອງ ຈຳນວນ ນັກທ່ອງທ່ຽວ ທັງງໝົດ./

 

KPL

ຂ່າວອື່ນໆ

ads
ads

Top