ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກ

22/01/2025 15:56
Email Print 5098
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການລະດົມຂອງ 6 ພາກສ່ວນຈາກ ສປ ຈີນ ໃຫ້ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ລວມມູນຄ່າ 90 ລ້ານກວ່າກີບ ເພື່ອນໍາໄປມອບຕໍ່ໃຫ້ບັນດາ ສະຖານການສຶກສາ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫລີກ ແລະ ພາກສ່ວນທີ່ຖືກຜົນກະທົບ ໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການລະດົມຂອງ
6 ພາກສ່ວນຈາກ ສປ ຈີນ ໃຫ້ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ລວມມູນຄ່າ 90 ລ້ານກວ່າກີບ ເພື່ອນໍາໄປມອບຕໍ່ໃຫ້ບັນດາ ສະຖານການສຶກສາ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫລີກ ແລະ ພາກສ່ວນທີ່ຖືກຜົນກະທົບ ໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ, ຕາງໜ້າມອບໂດຍ ທ່ານ ນາງ ພູຄໍາ ວົງວິຈິດ ປະທານມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ແລະ ຮັບ​ໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ພະແນກການ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.




ໂອກາກນີ້, ທ່ານ ພຸດ ສິມມາລາວົງ  ໄດ້ສະແດງຄວາມຂອບໃຈ ຕໍ່ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ທີ່ໄດ້ລະດົມທຶນຈາກ 6 ພາກ​ສ່ວນ ຄື: ໂຮງຮຽນມິງທົງ ຄຸນໝິງ
, ຢູບີເທັກ ໂລໂບທິກ ຄັອບ, ຫ້ອງທົດລອງການອະນຸລັກຊີວະພາບ ແລະ ການຟື້ນຟູລະບົບນິເວດ ມະຫາວິທະຍາໄລຄຸນໝິງ, ທະນາ ຄານ ຫົວເຊ່ຍ (ສາຂາຄຸນໝິງ), ບໍລິສັດ ເຕັກໂນໂລຊີຂໍ້ມູນຂ່າວສານ ຢູນນານ ຈົວຢູນ ຈໍາກັດ, ມູນນິທິປົກປັກຮັກສາສິ່ງແວດລ້ອມພູພຽງຢູນນານ ສປ ຈີນ ໃນຄັ້ງນີ້, ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການສະໜັບສະໜູນ ຊ່ວຍເລືອຂະແໜງການສຶກສາ.

ສໍາລັບ​ເຄື່ອງ​ຊ່ວຍ​ເຫລືອ​ ທີ່​ນໍາ​ມາ​ມອບ​ໃນຄັ້ງນີ້  ປະກອບມີ: ແລັບທັອບ 2 ໜ່ວຍ,  ເສື້ອກັນໜາວ, ຜ້າຫົ່ມ  ແລະ ອຸປະກອນການຮຽນ ເປັນຕົ້ນ ປຶ້ມ, ບິກ, ສໍ ລວມມູນຄ່າປະມານ 90 ລ້ານກວ່າກີບ.

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top