ສປ ຈີນ ເປັນປະເທດອັນດັບໜຶ່ງໃນດ້ານການຄ້າສິນຄ້າ ເປັນເວລາ 7 ປີລຽນຕິດ

13/04/2024 15:50
Email Print 749
ຂປລ ປີ 2023, ສປ ຈີນ ກວມອັດຕາສ່ວນ 14,2% ໃນຕະຫລາດ ການສົ່ງອອກ ຂອງສາກົນ ໄດ້ເປັນອັນດັບໜຶ່ງ ໃນດ້ານການຄ້າສິນຄ້າ ເປັນເວລາ 7 ປີ ຢ່າງລຽນຕິດແລ້ວ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ຜູ້ຮັບຜິດຊອບ ກົມການຄ້າ ກັບຕ່າງປະເທດ ຂອງກະຊວງ ການຄ້າຈີນ ກ່າວວ່າ: ປີ 2023,  ສປ ຈີນ ກວມອັດຕາສ່ວນ 14,2% ໃນຕະຫລາດ ການສົ່ງອອກ ຂອງສາກົນ ໄດ້ເປັນອັນດັບໜຶ່ງ ໃນດ້ານການຄ້າສິນຄ້າ ເປັນເວລາ 7 ປີ ຢ່າງລຽນຕິດແລ້ວ. ພາຍໃຕ້ ເບື້ອງຫລັງ ທີ່ເສດຖະກິດໂລກ ຟື້ນຟູ ຢ່າງລຳບາກ, ສປ ຈີນ ໄດ້ຮັກສາ ກວມອັດ ຕາສ່ວນ ໃນຕະຫລາດສາກົນ ຢ່າງໝັ້ນທ່ຽງ ໂດຍລວມ ເຊິ່ງສະແດງໃຫ້ເຫັນເຖິງ ຄວາມເຂັ້ມແຂງ ໃນດ້ານການພັດທະນາ. ສຳລັບ ການຄ້າຂອງ ສປ ຈີນ ໃນປີ 2024 ເປັນຕາຄອງຄອຍ. ອົງການ ການຄ້າໂລກ ຫລື WTO ຄາດວ່າ: ຈັງຫວະ ການເຕີບໂຕ ຂອງການຄ້າ ທົ່ວໂລກ ໃນປີ 2024 ແມ່ນ 2,6%, ເພີ່ມຂຶ້ນ 3,8% ເມື່ອທຽບກັບປີ 2023,ໃນໄຕມາດທີ 1 ຂອງປີ 2024, ໃນຂົງເຂດ ການຄ້າ ໄດ້ເກີດມີທ່ວງທ່າ ການຟື້ນຟູຂຶ້ນ. ພ້ອມກັນນັ້ນ, ອົງການ WTO ກໍ່ໄດ້ແຈ້ງອີກວ່າ: ລັກສະນະ ບໍ່ແນ່ນອນຕ່າງໆ ເຊັ່ນ: ການປະທະກັນ ໃນພາກພື້ນ ແລະ ລັດທິປົກປັກການຄ້າ ເປັນຕົ້ນ ຍັງເພີ່ມຂຶ້ນ ຢ່າງເດັ່ນຊັດ, ການຄ້າທົ່ວໂລກ ຍັງອາດຈະຫລຸດລົງໄດ້ ເພື່ອຮັບມືກັບ ສະພາບແວດລ້ອມ ພາຍນອກ ທີ່ຂ້ຽວຂາດ ແລະ ສັບສົນ, ກະຊວງການຄ້າຈີນ ພວມຮ່ວມກັບ ທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆຄົ້ນຄວ້າ ຈັດນະໂຍບາຍ ແລະ ມາດຕະການ ທີ່ຕິດແທດຕົວຈິງ ຈຳນວນໜຶ່ງ ໂດຍອີງຕາມ ການຕັດສິນຂອງສູນກາງ ພັກກອມມູນິດຈີນ ແລະ ລັດຖະບານຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top