ເຜີຍແຜ່ ວັນຄ້າຍວັນເກີດ ປະທານ ກິມ ອິນ ຊຸງ

11/04/2024 14:06
Email Print 770
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ຮ່ວມກັບ ແຂວງຫລວງພະບາງ ແລະ ສະ ຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາ ແລະ ວາງສະ ແດງຮູບພາບ, ສາຍວິດີໂອ ກ່ຽວກັບຊີວິດການເຄື່ອນໄຫວປະຕິວັດ, ຜົນງານບົດບາດການນໍາພາຂອງ ປະທານ ກິມ ອິນ ຊຸງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫລີ ໃນໄລຍະຜ່ານມາ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ຮ່ວມກັບ ແຂວງຫລວງພະບາງ ແລະ ສະ ຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາ ແລະ ວາງສະ ແດງຮູບພາບ
, ສາຍວິດີໂອ ກ່ຽວກັບຊີວິດການເຄື່ອນໄຫວປະຕິວັດ, ຜົນງານບົດບາດການນໍາພາຂອງ ປະທານ ກິມ ອິນ ຊຸງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫລີ ໃນໄລຍະຜ່ານມາ  ເນື່ອງໃນໂອກາດວັນຄ້າຍວັນເກີດຂອງ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫລີ ຄົບຮອບ 112 ປີ (15/4/1912-15/4/2024) ທີ່ ແຂວງຫລວງພະບາງ.




ໃນໂອກາດນີ້
, ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນຜົນງານ ແລະ ຊີວິດການເຄື່ອນໄຫວປະຕິວັດ, ການນໍາພາ-ຊີ້ນໍາ ຂອງ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫລອດການຂອງປະຊາຊົນ ສປປ ເກົາຫລີ ໃນພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫລີ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫລີ ເຮັດໃຫ້ ສປປ ເກົາຫລີ ມີການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກ ແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫລີ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ອັນໄດ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການພັດທະນາ ຂອງ ສປປ ເກົາຫລີ ກໍຄື ຜົນສໍາເລັດອັນໃຫຍ່ຫລວງທີ່ປະຊາຊົນຍາດມາໄດ້ ພາຍໃຕ້ການນໍາພາຂອງ ພັກແຮງງານເກົາຫລີ. ພ້ອມ ກັນນີ້, ທ່ານ ເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫລີ ໃນໄລຍະຜ່ານມາ.

 

ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ
, ປະທານສະພາປະຊາຊົນແຂວງຫລວງພະບາງ ໄດ້ສະແດງຄວາມ ເຊື່ອໝັ້ນວ່າ: ພາຍໃຕ້ການນຳພາອັນຖືກຕ້ອງ, ເດັດດ່ຽວ, ເຂັ້ມແຂງ ຂອງພັກແຮງງານເກົາຫລີ, ອັນມີ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫລີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ ແຫ່ງ ສປປ ເກົາ ຫລີ ນັ້ນ, ປະຊາຊົນ ສປປ ເກົາຫລີ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາປະເທດສັງຄົມນິຍົມ ໃຫ້ມີຄວາມມັ່ງຄັ່ງ ແລະ ເຂັ້ມແຂງ.

ໃນໂອກາດດຽວກັນ, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ຍັງໄດ້ມອບອຸປະກອນເຄື່ອງສຽງຈໍານວນໜຶ່ງ ໃຫ້ແຂວງຫລວງພະບາງ ເພື່ອປະກອບໃສ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ,  ລວມມູນຄ່າ ທັງໝົດ 131 ລ້ານກີບ, ຕາງໜ້າມອບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ແລະ ຮັບໂດຍ ສະຫາຍ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫລວງພະບາງ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

    • ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງການເມືອງ

      ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ

      7/26/2024 6:33:55 PM

      ຂປລ. ໃນວັນທີ 26 ກໍລະກົດ 2024, ຢູ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ທີ່ນະ ຄອນຫລວງວຽງຈັນ ພາກສ່ວນຕ່າງໆ ເປັນຕົ້ນ ບັນດາກະຊວງ, ທູຕານຸທູດ, ອົງການກວດສອບແຫ່ງລັດ, ສູນກາງສະຫະພັນແມ່ຍິງ, ສູນກາງສະຫະພັນກຳມະບານ, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ອະດີດນັກຮຽນທີ່ເຄີຍສຶກສາຢູ່ ສສ ຫວຽດນາມ, ບັນດານັກທຸລະກິດຫວຽດນາມ ແລະ ພາກສ່ວນອື່ນໆ ຍັງສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ.

    • ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:21:46 PM

      ຂປລ. ໃນວັນທີ 26 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວິນສະເຕີນ ພີເຕີ (Rt Hon Winston PETERS) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.

    • ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:15:15 PM

      ຂປລ. ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

    • ແຈ້ງການຂອງກະຊວງການຕ່າງປະເທດການເມືອງ

      ແຈ້ງການຂອງກະຊວງການຕ່າງປະເທດ

      7/26/2024 6:04:01 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ຈະເດີນທາງຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງ ວັນທີ 28-30 ກໍລະກົດ 2024 ເພື່ອຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ.

    • ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດການເມືອງ

      ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດ

      7/26/2024 6:02:27 PM

      ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນເກີດປະ ທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024), ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ (18 ກໍລະກົດ 1977-18 ກໍລະກົດ 2024), ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ (5 ກັນຍາ 1962-5 ກັນຍາ2024) ໃນວັນທີ 25 ກໍລະກົດ 2024

ads
ads

Top