ກອງປະຊຸມສໍາມະນາທິດສະດີຄັ້ງທີ 7 ລະຫວ່າງ ພັກກອມມູນິດຈີນ-ພັກແຮງງານບຣາຊິນ

10/04/2024 13:10
Email Print 592
ຂປລ ກອງປະຊຸມ ສໍາມະນາ ທິດສະດີ ຄັ້ງທີ 7 ລະຫວ່າງ ພັກກອມມູນິດຈີນ-ພັກແຮງງານບຣາຊິນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 9 ເມສານີ້, ກອງປະຊຸມ ສໍາມະນາ ທິດສະດີ ຄັ້ງທີ 7 ລະຫວ່າງ ພັກກອມມູນິດຈີນ-ພັກແຮງງານບຣາຊິນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ. ກອງປະຊຸມ ໄດ້ຊີ້ໃຫ້ເຫັນວ່າ: ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊິນວາ ປະທານາທິບໍດີເບຣຊິນໄດ້ສົ່ງສານຊົມເຊີຍ ເຖິງກອງປະຊຸມຄັ້ງນີ້ ເຊິ່ງເປັນທິດ ຊີ້ນໍາ ພື້ນຖານ ໃຫ້ແກ່ ການຈັດກອງປະຊຸມ ຄັ້ງນີ້ໃຫ້ດີ. ປີນີ້ ເປັນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສາຍພົວພັນ ທາງການທູດຈີນ-ເບຣຊິນ, ທັງເປັນປີ ຄົບຮອບ 40 ປີແຫ່ງການສ້າງຕັ້ງ ສາຍພົວພັນ ລະຫວ່າງ ພັກກອມມູນິດຈີນ-ພັກແຮງງານເບຣຊິນ ນໍາອີກ. ພັກກອມມູນິດຈີນ ຍິນດີຮ່ວມກັບພັກແຮງງານເບຣຊິນ ຈັດຕັ້ງປະຕິບັດ ສັນຍາການແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ສອງພັກໃຫ້ດີ ເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມ ຍຸດທະສາດ ຮອບດ້ານຈີນ-ເບຣຊິນ ໃຫ້ກ້າວຂຶ້ນສູ່ ລະດັບໃໝ່. ພາຍໃຕ້ ສະພາບການໃໝ່, ພັກແຮງງານເບຣຊິນ ຍິນດີຮ່ວມກັບ ພັກກອມມູນິດຈີນ. ເພີ່ມທະວີ ການໄປມາ ຫາສູ່ກັນ, ລົງເລິກ ການແລກປ່ຽນ ແນວຄິດ ແລະ ບົດຮຽນ ເຊິ່ງກັນ ແລະ ກັນ ໃນດ້ານການຄຸ້ມຄອງພັກ ແລະ ການບໍລິຫານ ປະເທດ, ຮັດແໜ້ນ ຄວາມສາມັກຄີ ແລະ ການປະສານງານ ເພື່ອຮ່ວມກັນຮັບມື ກັບສິ່ງທ້າທາຍ ທົ່ວໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top