ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

08/04/2024 11:20
Email Print 1457
ຂປລ ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

     *ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ  ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍ ໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່. ດັ່ງນັ້ນ, ໄຂ່ໄກ່ຈຶ່ງເປັນທີ່ຕ້ອງການຂອງຕະຫລາດຢ່າງຫລວງຫລາຍ ຈົນກາຍເປັນທ່າແຮງ ແລະ ເງື່ອນໄຂໃຫ້ປະຊາຊົນທີ່ເຮັດອາຊີບລ້ຽງໄກ່ພັນໄຂ່ຂາຍ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ເປັນກອບເປັນກໍາ ເໝືອນດັ່ງ ທ່ານ ໄມສີຈັນ ອາຍຸ 53 ປີຢູ່ ບ້ານຄອນຄໍາ ກຸ່ມພັດທະນາທີ 3 ເມືອງປາກອູ ແຂວງຫລວງພະບາງ ທີ່ຖືເອົາອາຊີບລ້ຽງສັດປີກ ໂດຍສະເພາະໄກ່ພັນໄຂ່ສາມາດສ້າງລາຍຮັບໄດ້ປະມານ 900 ລ້ານກີບຕໍ່ປີ.

     ທ່ານ ໄມສີຈັນ ອາຍຸ 53 ປີຢູ່ ບ້ານຄອນຄໍາ ກຸ່ມພັດທະນາທີ 3 ເມືອງປາກອູ ແຂວງຫລວງພະບາງ ໄດ້ໃຫ້ຮູ້ວ່າ: ໃນຄອບຄົວມີທັງໝົດ 6 ຄົນ, ຍິງ 3 ຄົນ, ລວມມີ 6 ແຮງງານ, ໃນເມື່ອກ່ອນຄອບຄົວຂອງຕົນໄດ້ ຖືອາຊີບເຮັດໄຮ່, ເຮັດນາ ເຫັນວ່າຊີວິດການເປັນຢູ່ພໍແຕ່ກຸ້ມກິນ, ເລີຍຫັນມາຊື້ລົດໂດຍສານແລ່ນ, ແຕ່ການໃຊ້ຈ່າຍສົ່ງລູກຮຽນຍັງບໍ່ພຽງພໍ; ມາຮອດປີ 2012 ໄດ້ຊື້ລົດ 12 ລໍ້ແລ່ນສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 100-200 ລ້ານກີບຕໍ່ປີ, ເລີ່ມເຮັດໃຫ້ຄອບຄົວດີຂຶ້ນ ຕໍ່ມາເນື່ອງຈາກມີລົດໂດຍ ສານແລ່ນຫລາຍຂຶ້ນ, ເຮັດໃຫ້ການແລ່ນລົດຂອງຕົນບໍ່ຄ່ອຍໄດ້ດີທັງມີຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຢູ່ນໍາຄອບຄົວ.

    ໃນປີ 2015 ຈຶ່ງຕັດສິນໃຈຫັນປ່ຽນອາຊີບມາລ້ຽງສັດປີກ ໂດຍສະເພາະລ້ຽງໄກ່ພັນໄຂ່ ເຊິ່ງໄດ້ຕັ້ງຟາມໄກ່ພັນໄຂ່ຊຸດທໍາອິດ 1 ຟາມ ແລະ ໄດ້ນໍາໄກ່ພັນໄຂ່ເຂົ້າມາຈໍານວນ 1.200 ໂຕ  ມາເຖິງ ປີ 2016 ມີໄກ່ພັນໄຂ່ເພີ່ມຂຶ້ນມາເປັນ 9.500 ໂຕ ເຫັນວ່າການລ້ຽງ ໄກ່ພັນໄຂ່ໄດ້ຮັບຜົນດີ ຈຶ່ງໄດ້ຂະຫຍາຍຟາມ ແລະ ຊື້ໄກ່ເຂົ້າອີກຈໍານວນໜຶ່ງ ໃນປີ 2017 ທັງໄດ້ໄປຖອດຖອນບົດຮຽນນໍາໝູ່ເພື່ອນ ຜູ້ທີ່ມີປະສົບການເພື່ອມາພັດທະນາ ແລະ ປັບປຸງຟາມຂອງຕົນ.ປັດຈຸບັນ ຄອບຄົວຂອງທ່ານ ໄມສີຈັນ ມີຟາມໄກ່ພັນໄຂ່ທັງໝົດ 5 ຟາມ, ມີໄກ່ພັນໄຂ່ 16.500 ໂຕ, ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 900 ລ້ານກີບຕໍ່ປີ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນກວ່າເກົ່າ. ສຳລັບແຜນໃນຕໍ່ໜ້າແມ່ນຈະສືບຕໍ່ຂະຫຍາຍຟາມໄກ່ໃຫ້ໄດ້ຕື່ມ 1 ຟາມ ແລະ ນໍາໄກ່ເຂົ້າເພີ່ມອີກ 3.000 ໂຕ ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ໄດ້ 1 ຕື້ກວ່າກີບຕໍ່ປີ ພ້ອມທັງຈະຈ້າງແຮງງານເພີ່ມຕື່ມອີກໂດຍຈະຮັບເອົາຊາວໜຸ່ມ- ຍິງໜຸ່ມ ແລະ ປະຊາຊົນ ທີ່ວ່າງງານຢູ່ພາຍໃນບ້ານ ແລະ ເຂດໃກ້ຄຽງເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ເຂົາເຈົ້າຕື່ມອີກ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top