ສຳເລັດກອງປະຊຸມໃຫຍ່ຄັ້ງທີ I ໜ່ວຍພັກກອງພັນນັກຮຽນທີ 2

28/03/2024 13:35
Email Print 626
ຂປລ ຂປລ. ວັນທີ 28 ມີນາ 2024 ນີ້, ໜ່ວຍພັກກອງພັນນັກຮຽນທີ 2 ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໜອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ອວງສີ ສີແສນພົນ ເລຂາໜ່ວຍພັກກອງພັນນັກຮຽນທີ 2, ຄະນະໜ່ວຍພັກ 4 ຫ້ອງການ, 1 ກອງພັນນັກຮຽນ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຂປລ. ວັນທີ 28 ມີນາ 2024 ນີ້, ໜ່ວຍພັກກອງພັນນັກຮຽນທີ 2 ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໜອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ອວງສີ ສີແສນພົນ ເລຂາໜ່ວຍພັກກອງພັນນັກຮຽນທີ 2, ຄະນະໜ່ວຍພັກ 4 ຫ້ອງການ, 1 ກອງພັນນັກຮຽນ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.


ສະຫາຍ ພັນໂທ ອວງສີ ສີແສນພົນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ແລະ ບົດສຳຫລວດ ການນຳພາ-ຊີ້ນໍາ ຂອງຄະນະໜ່ວຍພັກກອງພັນທີ 2 ຕະຫລອດໄລຍະຜ່ານມາ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ນຳພາສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບ, ນັກຮຽນໃຫ້ຮັບຮູ້ເຊື່ອມຊຶມຕໍ່ ແນວທາງນະໂຍບາຍຂອງພັກ-ລັດ, ກົດໝາຍຂອງລັດ, ວິ​ໄນຂອງກອງທັບ ຮ່ຳຮຽນທິດສະດີມາກ-ເລນິນ, ຄຸນສົມບັດສິນທຳປະຕິວັດ ເຮັດໃຫ້ພະນັກງານ-ສະ ມາຊິກພັກ ມີແຜນດຳລົງຊີວິດທີ່ປອດໃສ, ມີທັດສະນະຫລັກໝັ້ນຊົນຊັ້ນ ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ເດັດດ່ຽວໜຽວແໜ້ນ ຕໍ່ອຸດົມການສັງຄົມນິຍົມຕະຫລອດ. ປັດຈຸບັນ, ໜ່ວຍພັກກອງພັນທີ 2 ມີ 3 ຈຸພັກ, ມີສະມາຊິກພັກທັງໝົດ 15 ສະຫາຍ ແລະ ສະມາຊິກພັກສຳຮອງ 1 ສະ ຫາຍ, ຄະນະໜ່ວຍພັກ ໄດ້ຖືສໍາຄັນໃນການຮັກສາແໜ້ນ ລະບອບແບບແຜນເຮັດວຽກ ແບບລວມສູນປະຊາທິປະໄຕ, ຕົກລົງບັນຫາເປັນໝູ່ຄະນະ ແລະ ມີການແບ່ງຄວາມຮັບຜິດຊອບກັນຢ່າງລະ ອຽດຈະແຈ້ງ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນໍາ ພະນັກງານ-ສະມາຊິກພັກ ແລະ ນັກຮຽນ ອອກ ແຮງງານເພີ່ມພູນສ້າງຜົນຜະລິດ ໂດຍປະຕິບັດຕາມຄຳຂວັນທີ່ວ່າ “ກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ເລັ່ງໃສ່ການເພິ່ມພູນ ປູກຝັງເພື່ອກາຍເປັນສິນຄ້າ, ເປັນແຫລ່ງລາຍຮັບ ແລະ ແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ບຸກຄົນໃຫ້ດີຂຶ້ນເປັນກ້າວໆ ຕາມທ່າແຮງຕົວຈິງຂອງໜ່ວຍພັກ ແລະ ສະມາຊິກພັກ. ນອກນັ້ນ, ຍັງຍົກໃຫ້ເຫັນຈຸດພິເສດດ້ານດີ-ດ້ານອ່ອນ ຂໍ້ຄົງຂ້າງ ແລະ ບົດຮຽນທີ່ຖອດຖອນໄດ້.


ຈາກນັ້ນ, ບັນດາສະຫາຍສະມາຊິກພັກ ກໍໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍງານ ແລະ ບົດສຳຫລວດການນຳພາ-ຊີ້ນຳ ຂອງຄະນະໜ່ວຍພັກ ຢ່າງກົງໄປກົງມາ. ໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກໂຮງ ຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຕາມລະດັບ ຄາດໝາຍ.

ໂອກາດນີ້, ສະຫາຍ ພັນເອກ ເພັດສະໜອນ ວິລະວອນ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມຫລາຍບັນຫາສໍາຄັນ, ພ້ອມທັງເນັ້ນໃຫ້ຄະນະໜ່ວຍພັກກອງພັນທີ 2 ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອ ສາມັກຄີພາຍໃນໜ່ວຍພັກ, ປັບປຸງກໍ່ສ້າງພັກໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ, ປອດໃສ, ຂາວສະອາດ, ຮັກສາແໜ້ນລະບອບແບບແຜນ ການນໍາພາຂອງພັກ, ບົນພື້ນຖານຫລັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ພ້ອມກັນເຮັດສໍາເລັດໜ້າທີ່ຕາມຄໍາສັ່ງຂອງຂັ້ນເທິງ ໃຫ້ໄດ້ຮັບຜົນສຳເລັດສູງ.

KPL

ຂ່າວອື່ນໆ

ads
ads

Top