ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີແຂ່ງຂັນກິລາຍິງປືນ

25/03/2024 14:18
Email Print 2571
ຂປລ ຂປລ. ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961 ຫາ 5 ເມສາ 2024), ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີແຂ່ງຂັນກິລາຍິງປືນ ຊີງຂັນທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນຕອນເຊົ້າວັນທີ 23 ມີນາ 2024 ທີ່ສະໜາມກິລາຍິງປືນ 5 ເມສາ, ນະຄອນຫຼວງວຽງຈັນ



ຂປລ. ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ
63 ປີ (5 ເມສາ 1961 ຫາ 5 ເມສາ 2024), ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີແຂ່ງຂັນກິລາຍິງປືນ ຊີງຂັນທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນຕອນເຊົ້າວັນທີ 23 ມີນາ 2024 ທີ່ສະໜາມກິລາຍິງປືນ 5 ເມສາ, ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ພົນເອກ ວິໄລ ຫລ້າຄຳຟອງ,​ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ບັນດາການນໍາຂັ້ນສູງອ້ອມຂ້າງສູນກາງ, ຄະນະນຳກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນຕຳຫລວດ, ແຂກຮັບເຊີນ ແລະ ຄະນະຮັບຜິດຊອບ ຈັດການແຂ່ງຂັນກິລາ ເຂົ້າຮ່ວມ.




ໃນໂອກາດກ່າວເປີດພິທີ
, ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບໄດ້ໃຫ້ຮູ້ວ່າ: ການແຂ່ງຂັນກິລາຍິງປືນຊີງຂັນທ່ານ ນາຍົກລັດຖະມົນຕີ ຄັ້ງນີ້ ເປັນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນວັນ ສ້າງຕັ້ງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ ແລະ ວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ໃຫ້ມີຄວາມໝາຍສຳຄັນ, ເລິກເຊິ່ງ ແລະ ໃຫ້ເປັນຂະບວນການຟົດຟື້ນ ໂດຍສະເພາະ ເປັນການຝຶກດ້ານເຕັກນິກ ແລະ ທັກສະຕ່າງໆ ກ່ຽວກັບການນຳໃຊ້ປືນ ໃຫ້ມີຄວາມຊຳນິຊຳນານ. ພ້ອມນັ້ນ, ກໍເປັນການຮັດແໜ້ນຄວາມສາມັກຄີພາຍໃນ ກຳລັງປ້ອງກັນຄວາມສະຫງົບ, ລວມທັງ ກຳລັງປ້ອງກັນຄວາມສະຫງົບ ກັບບັນດາອົງການຈັດຕັ້ງຂອງພັກ ແລະ ລັດ ອ້ອມຂ້າງສູນກາງ ຕະຫລອດຮອດພາກທຸລະກິດທີ່ກ່ຽວຂ້ອງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.




ການແຂ່ງຂັນກິລາຍິງປືນຄັ້ງນີ້
, ປະກອບມີ 6 ສາຍ ຄື: ສາຍການນຳຂັ້ນສູງພັກ-ລັດອ້ອມຂ້າງສູນກາງ, ສາຍການນຳກະຊວງປ້ອງກັນຄວາມສະຫງົບ, ສາຍກົມກອງອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ, ສາຍອະດີດການນຳປະຕິວັດ, ສາຍຊາຍທົ່ວໄປ ແລະສາຍຍິງທົ່ວໄປ. ສຳລັບຜົນຂອງການແຂ່ງຂັນ: ສາຍການນຳຂັ້ນສູງພັກ-ລັດອ້ອມຂ້າງສູນກາງ ໄດ້ລາງວັນທີ 1 ແມ່ນທ່ານ ໄກ່ສັກສີ ບົວໃບອ່ອນ ທີ່ປຶກສາບໍລິສັດ IHC, ລາງວັນທີ 2 ແມ່ນທ່ານ ພອນສອນ ວິໄລເມັ້ງ ຮອງປະທານຄະນະ ບໍລິຫານສູນກາງ ກຳມະບານລາວ, ລາງວັນທີ 3 ແມ່ນທ່ານ ລາວປ່າວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ສາຍການນຳກະຊວງ ປ້ອງກັນຄວາມສະຫງົບ ລາງວັນທີ 1 ແມ່ນທ່ານ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ, ລາງວັນທີ 2 ແມ່ນທ່ານ ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການກະຊວງ, ລາງວັນທີ 3 ແມ່ນທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ 502; ສາຍກົມກອງອ້ອມຂ້າງກະຊວງ ປກສ ລາງວັນທີ 1 ແມ່ນທ່ານ ພັອ ອັດສະຈັນ ວົງສາລາດ ຈາກກົມ 509, ລາງວັນທີ 2 ແມ່ນທ່ານ ພັອ ພູພອນ ວົງພະໄຕ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ລາງວັນທີ 3 ແມ່ນທ່ານ ພັອ ລິນທອງ ແກ້ວປະພັນ ຮອງຜູ້ອຳນວຍການວິທະຍາຄານ ສັນຕິບານປະຊາຊົນ (ວສປ); ສາຍອະດີດການນຳປະຕິວັດ ລາງວັນທີ 1 ແມ່ນທ່ານ ພົຕ ສົມຫວັງ ທໍາມະສິດ ອະດີດຮອງລັດຖະມົນຕີກະຊວງ ປກສ, ລາງວັນທີ 2 ແມ່ນທ່ານ ພັອ ລໍາພຽງ ພົມມະກອງ ອະດີດຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ລາງວັນທີ 3 ແມ່ນທ່ານ ພັອ ບຸນພາ ນັນທະວົງ ອະດີດຫົວໜ້າຄຸ້ມຄອງທຸລະກິດ, ກົມໃຫຍ່ຕໍາຫຼວດ; ສາຍຊາຍທົ່ວໄປ ລາງວັນທີ 1 ແມ່ນທ່ານ ພັຕ ສົມໄຊ ສົມພູວັນ ຈາກກົມ 504, ລາງວັນທີ 2 ແມ່ນທ່ານ ຮອ ໂຍວາທີ ສີສົມບັດ ຈາກ ວສປ, ລາງວັນທີ 3 ແມ່ນທ່ານ ອາພາຍະກອນ ແກ້ວໄຊຍະຈັກ ແລະ ສາຍຍິງທົ່ວໄປ ລາງວັນທີ 1 ແມ່ນ ພັຕ ນາງ ສຸກສາຄອນ ລາດຊະວົງ ຈາກກົມ 504, ທີ 2 ແມ່ນທ່ານ ວທ ນາງ ສາຍຝົນ ຈາກ ວສປ, ທີ 3 ແມ່ນທ່ານ ຮທ ນາງ ວຽງສະຫວັນ ພົມມະກອງ ຈາກກົມ 501.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top