ຈຳປາສັກ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 5 ແສນຄົນ ໃນປີ 2024

27/02/2024 09:42
Email Print 1866
ຂປລ ແຂວງຈໍາປາສັກ ຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ບໍ່ຕໍ່າກວ່າ 5 ແສນຄົນພາຍໃນປີ 2024 ຂະນະທີ່ປີ 2023 ຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມພາຍໃນແຂວງເຖິງ 3 ແສນຄົນ.

     *ແຂວງຈໍາປາສັກ ຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ບໍ່ຕໍ່າກວ່າ 5 ແສນຄົນພາຍໃນປີ 2024 ຂະນະທີ່ປີ 2023 ຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມພາຍໃນແຂວງເຖິງ 3 ແສນຄົນ. ດັ່ງທີ່ຮູ້ນໍາກັນ, ແຂວງຈໍາປາສັກ ເປັນໜຶ່ງໃນບັນດາແຂວງພາກໃຕ້ ຂອງ ສປປ ລາວ ທີ່ເປັນຈຸດໃຈກາງທາງຜ່ານ ແລະ ມີແຫລ່ງທ່ອງທ່ຽວຂຶ້ນຊື່ໂດ່ງດັງອັນດັບຕົ້ນຂອງປະເທດເຮົາເຊັ່ນ: ຫລີຜີຄອນພະເພງ, ຕາດຟານ, ຕາດເຍືອງ ແລະ ອື່ນໆ. ຫລ້າສຸດໃນວັນທີ 24 ກຸມພາ 2024, ຄະນະພັກ - ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດງານເປີດປີທ່ອງທ່ຽວລາວ 2024 ແລະ ງານມະຫາກໍາຄອນເສີດຂຶ້ນຢູ່ສະໜາມກິລາແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ, ທ່ານ ກິແກ້ວ ສິງ ນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທຸຕານຸທູດ, ການນໍາແຂວງ,ການນໍາເມືອງ ແລະ ການນໍາພະແນກການອ້ອມຂ້າງແຂວງ, ນັກທລະກິດ, ຜູ້ປະກອບການເຂົ້າຮ່ວມຢ່າງຫລວງຫລາຍ.

    ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງ ຈໍາປາສັກ ໄດ້ກ່າວວ່າ: ການຈັດງານເປີດປີທ່ອງທ່ຽວລາວ 2024 ເພື່ອເປັນການໂຄສະນາການທ່ອງທ່ຽວຂອງແຂວງ ເຊິ່ງເປັນເຫດການໜ່ຶງທີ່ມີຄວາມໝາຍສຳຄັນຂອງຂະແໜງການທ່ອງທ່ຽວລາວ, ການທ່ອງທ່ຽວ ເປັນຂະແໜງການເສດຖະກິດໜຶ່ງ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງ, ໃນຫລາຍປີທີ່ຜ່ານມາພັກ-ລັດ ຖະບານລາວ ກໍຄືຄະນະພັກ- ອົງການປົກຄອງ ແຂວງຈໍາປາສັກ ຍາມໃດກໍໃຫ້ຄວາມສໍາຄັນ ເເລະ ເອົາໃຈໃສ່ນໍາພາ- ຊ້ີນຳ, ສ້າງເງ່ືອນໄຂອຳນວຍ ຄວາມສະດວກໃຫ້ເເກ່ຂະເເໜງການທ່ອງທ່ຽວ ໂດຍກຳນົດນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ແລະ ກະສິກຳ ເພື່ອເປັນທ່າແຮງດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວແຂວງຈຳປາສັກ ນັບມື້ເພີ່ມຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ຊຸກຍູ້ການຜະລິດກະສິກຳ, ຫັດຖະກຳ ແລະ ທຸລະກິດປີ່ນອ້ອມ.ທ່ານ ວິໄລວົງ ບຸດດາຄໍາ ກ່າວຕື່ມວ່າ: ງານເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງຈໍາປາສັກປະກອບມີຫລາຍກິດຈະກໍາ ຄື: ບູດວາງສະແດງຜະລິດຕະພັນສີນຄ້າກະສີກຳ, ຫັດຖະກຳ ແລະ ຜະລິດຕະພັນການທ່ອງທ່ຽວ, ໃນງານຈະມີການວາງສະແດງສິນຄ້າທີ່ຫລາກຫລາຍເປັນຕົ້ນ ແມ່ນສິນຄ້າທີ່ເປັນທ່າແຮງ, ເປັນເອກະລັກຂອງບັນດາເມືອງ, ນະຄອນປາກເຊ ແລະ ສະມາຄົມຫັດຖະກໍາແຂວງ, ສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ, ຜະລິດຕະພັນກະສິກໍາ, ຜະລິດຕະພັນອຸດສາຫະກໍາປຸງແຕ່ງ, ຜະລິດຕະພັນຫັດຖະກໍາ, ການຄ້າ, ການບໍລິການຂອງ ທະນາຄານພັດທະນາລາວ, ໂຄສະນາແຫລ່ງທ່ອງທ່ຽວ, ເຮືອນພັກ, ໂຮງແຮມຕ່າງໆ.

     ຈາກນັ້ນກໍ ເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງ ຈໍາປາສັກຢ່າງເປັນທາງການ. ນອກນີ້, ຍັງມີງານສະແດງມະຫາກໍາຄອນເສີດ (Music festival) ເຊິ່ງມີນັກຮ້ອງທີ່ມີສື່ສຽງຈາກລາວ ແລະ ຕ່າງປະເທດມາຮ່ວມສະແດງຢ່າງຫລວງຫລາຍ ເຮັດໃຫ້ງານມີບັນຍາກາດຄຶກຄື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ. ແຂວງຈໍາປາສັກ ມີທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງ ຈໍາປາສັກ, ແຫລ່ງທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ເຊິ່ງທົ່ວແຂວງມີແຫລ່ງທ່ອງທ່ຽວທັງໝົດ 244 ແຫ່ງ, ໃນນັ້ນ ແຫລ່ງທ່ອງທ່ຽວທໍາມະຊາດ 139 ແຫ່ງ, ແຫລ່ງທ່ອງທ່ຽວວັດທະນະທໍາ 62 ແຫ່ງ ແລະ ແຫລ່ງທ່ອງທ່ຽວປະຫວັດສາດ 43 ແຫ່ງ ແລະ ມີສະຖານທີ່ທ່ອງທ່ຽວ ທີ່ເປີດບໍລິການແລ້ວ 50 ກວ່າແຫ່ງ. ໃນການພັດທະນາການທ່ອງທ່ຽວ ໄດ້ແບ່ງເຂດການທ່ອງທ່ຽວອອກເປັນ 4 ເຂດ ຄື: ເຂດມະຫານະທີ ສີທັນດອນ (ເມືອງໂຂງ) ເຊິ່ງມີສະຖານທີ່ທ່ອງທ່ຽວສໍາຄັນ ຄື: ນໍ້າຕົກຕາດຄອນພະເພັງ, ນໍ້າຕົກຕາດສົມພະມິດ, ເສັ້ນທາງລົດໄຟເກ່ົາ-ລາງລົດໄຟ-ຫົວລົດໄຟ-ຂົວຂ້າມລົດໄຟ, ທ່າຂຶ້ນ-ລົງກົງປັ່ນທີ່ບ້ານດອນຄອນ- ບ້ານດອນເດດ ແລະ ວິຖີຊີວິດທີ່ຜູກພັນກັບສາຍນ້ຳຂອງ.

     ເຂດວັດທະນະທໍາມໍລະດົກໂລກຈໍາປາສັກ ລວມມີ 4 ເມືອງ ຄື : ເມືອງຈໍາປາສັກ, ເມືອງປະທຸມພອນ, ເມືອງສຸຂຸມາ ແລະ ເມືອງມຸນລະປາໂມກ ມີສະຖານທີ່ທ່ອງທ່ຽວສໍາຄັນແມ່ນ ວັດເມືອງກາງ, ເມືອງເກ່ົາຈຳປາສັກ, ວັດພູຈຳປາສັກ ມໍລະດົກ ໂລກແຫ່ງທີ 2 ຂອງລາວ, ທາດສາມປາງເມືອງສຸຂຸມາ, ທາດບ້ານໂດນ- ທາດນາງອີງ ເມືອງມຸນລະປາໂມກ, ພູອາສາ - ສະຖານບູຮານໂຕະໂໝະ, ຫາດຊາຍຂາວດອນແດງ ເມືອງປະທຸມພອນ. ເຂດພູພຽງບໍລະເວນເມືອງປາກຊ່ອງທີ່ມີອາກາດເຢັນສະບາຍຕະຫລອດປີ ທັງມີຊື່ສຽງດ້ານກາເຟ-ຊາ ທີ່ມີລົດຊາດແຊບເປັນເອກະລັກ ເພາະເກີດຈາກດິນຟູໄຟເກົ່າຫລາຍລ້ານປີ; ພ້ອມນີ້ ຍັງມີນໍ້າຕົກຕາດຫລາຍແຫ່ງທີ່ສຳຄັນ ເປັນຕົ້ນຕາດຟານ, ຕາດເຍືອງ, ຕາດເຈັດຊັ້ນ, ຕາດຕາເຢີກເສືອ, ຕາດຈໍາປີ ແລະ ຕາດອື່ນໆອີກຫລາຍແຫ່ງທີ່ສວຍງາມ. ນອກນີ້ ຍັງມີສະຖານທີ່ທ່ອງທ່ຽວໃໝ່ທາງດ້ານກະສິກຳ ຄື: ສວນຜັກອາໂກຣ ເຊິ່ງກຳລັງໄດ້ຮັບຄວາມນິຍົມໄປທ່ຽວຊົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ເຂດວັດທະນະທໍາ ແລະ ທໍາມະຊາດລວມມີ 4 ເມືອງ ຄື: ນະຄອນປາກເຊ, ເມືອງໂພນທອງ, ເມືອງຊະນະສົມບູນ ແລະ ເມືອງບາຈຽງຈະເລີນສຸກ. ສະຖານ ທີ່ທ່ອງທ່ຽວສໍາຄັນມີ ວັດຫລວງ ປາກເຊ, ວັດພະບາດ, ວັດຈອມເພັດ, ວັດພູສ່າເຫລົ້າ, ພູຫີນຂ້ອງ-ຫີນຫລັກຄອນ, ນໍ້າຕົກຕາດຜາສ້ວມ ແລະ ອື່ນໆ. ດ້ານສິ່ງຮອງຮັບ ແລະ ອຳນວຍຄວາມສະດວກແກ່ນັກທ່ອງທ່ຽວມີໂຮງແຮມ 76 ແຫ່ງ, ມີ2.762 ຫ້ອງ; ເຮືອນພັກ 221 ແຫ່ງ, ມີ 2.310 ຫ້ອງ; ຣີສອດ 7 ແຫ່ງ, ມີ 258 ຫ້ອງ, ຮ້ານອາຫານ 233 ແຫ່ງ, ມີບໍລິສັດນໍາທ່ຽວ 33 ບໍລິສັດ, ມີພະນັກງານນຳທ່ຽວ 249 ຄົນ, ມີລົດໂດຍສານ ແລະ ລົດບໍລິການທ່ອງທ່ຽວທັງໝົດ 1.360 ຄັນ, ໃນນັ້ນ ລົດບໍລິການທ່ອງທ່ຽວ 374 ຄັນ. ນອກນີ້ ຍັງມີສິ່ງອຳນວຍຄວາມສະດວກທີ່ຈຳເປັນສາມາດຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວຊົມໄດ້ເປັນຢ່າງດີ.ປີ 2023 ຜ່ານມາ, ແຂວງຈໍາປາສັກ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມພາຍໃນແຂວງປະມານ 3-4 ແສນຄົນ ແລະ ຄາດວ່າປີ 2024 ນີ້ຈະມີນັກທ່ອງທ່ຽວເຂົ້າມາພາຍໃນແຂວງບໍ່ຕໍ່າກວ່າ 5 ແສນຄົນ ໃນນັ້ນສ່ວນໃຫຍ່ຈະເປັນນັກທ່ອງທ່ຽວຈາກອາຊຽນໂດຍສະເພາະຊາວໄທ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນວ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 8 ແສນຄົນ ໃນປີນີ້ທ່ອງທ່ຽວ

      ນວ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 8 ແສນຄົນ ໃນປີນີ້

      7/25/2024 10:03:22 AM

      ນະຄອນຫລວງວຽງຈັນ ຕັ້ງເປົ້າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 8 ແສນຄົນ ເຂົ້າມາທ່ຽວພາຍໃນນະຄອນ ຫລວງວຽງຈັນ ສໍາລັບປີ 2024 ຂະນະທີ່ພະແນກແຜນການ ແລະ ການລົງທຶນນະຄອນຫລວງວຽງຈັນ ລາຍງານຫລ້າສຸດວ່າພຽງ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທເຂົ້າມາລົງທຶນດ້ານທີ່ພັກໂຮງແຮມ ຢູ່ ນວ ເພີ່ມຂຶ້ນ ແລະ ບັນລຸຈຳນວນ 16 ແຫ່ງ.

    • ບໍ່ແກ້ວ ເລັ່ງພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດໃໝ່ທ່ອງທ່ຽວ

      ບໍ່ແກ້ວ ເລັ່ງພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດໃໝ່

      7/23/2024 5:46:22 PM

      ຂປລ. ແຂວງບໍ່ແກ້ວ ເລັ່ງພັດທະນາການທ່ອງທ່ຽວ ໃຫ້ເປັນຂະແໜງເສດຖະກິດໃໝ່ ໂດຍຈະສຸມໃສ່ການພັດທະນາ ແຫລ່ງທ່ອງທ່ຽວທຳມະຊາດ, ວັດທະນະທໍາ-ປະຫວັດສາດ ຄຽງຄູ່ກັບຍູ້ແຮງພັດ ທະນາຜະລິດຕະພັນ ສິນຄ້າພື້ນບ້ານທີ່ເປັນເອກະລັກ ແລະ ຜະລິດຕະພັນດ້ານການບໍລິການ ທີ່ຫລາກຫລາຍຮັບໃຊ້ການທ່ອງທ່ຽວ.

    • ທ່ອງທ່ຽວຜົ້ງສາລີ ຊິມຊາ 400 ປີທ່ອງທ່ຽວ

      ທ່ອງທ່ຽວຜົ້ງສາລີ ຊິມຊາ 400 ປີ

      7/23/2024 10:28:08 AM

      ດັ່ງທີ່ໄດ້ຟັງໄດ້ຍິນນໍາກັນວາລີທີ່ເປັນເລື່ອງໜ້າຕື່ນເຕັ້ນວ່າ “ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງວິມານດ່ານແດນພູດອຍ ເປັນດິນແດນວິລະຊົນຮັກຄອນພົງພັນ ເຊື້ອງາມເຫລືອຫລາຍພູຟ້າທະເລໝອກໃຫຍ່ ເຊີນຊີມຊາພູຟ້າ ດື່ມເຫລົ້າຂຽວເອ່ວສະຖານທີ່ເບິ່ງຮີດຄອງປະເພນີເອກະລັກຫລາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ” ແມ່ນຄໍາຂວັນຂອງ ແຂວງຜົ້ງສາລີ.

    • ໄຂປິດສະໜາພູເທວະດາ ກຳເນີດແຫລ່ງນໍ້າຕົກຕາດ 42 ແຫ່ງໃນລາວທ່ອງທ່ຽວ

      ໄຂປິດສະໜາພູເທວະດາ ກຳເນີດແຫລ່ງນໍ້າຕົກຕາດ 42 ແຫ່ງໃນລາວ

      7/18/2024 9:44:39 AM

      *ໄຂປິດສະໜາປ່າສະຫງວນ ດົງຫົວສາວ ເຊື່ອງຊ້ອນແຫລ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຫລາຍທີ່ສຸດໃນປະເທດລາວມີເຖິງ 40 ກວ່າແຫ່ງ, ຕັ້ງຢູ່ເຂດພູໄຟເກົ່າໃນ ເມືອງປາກຊ່ອງ ແຂວງຈໍາປາສັກ.

    • ຈຳປາສັກ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 5-6 ແສນຄົນປີນີ້ທ່ອງທ່ຽວ

      ຈຳປາສັກ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 5-6 ແສນຄົນປີນີ້

      7/17/2024 10:27:13 AM

      ນະຄອນຈໍາປາສັກ ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 5-6 ແສນຄົນພາຍປີ 2024 ນີ້ ໂດຍເຊື່ອວ່າແຫລ່ງທ່ອງທ່ຽວເຂດເມືອງປາກຊ່ອງ, ເມືອງໂຂງ, ເມືອງຈໍາປາສັກ ຈະເປັນຈຸດເດັ່ນສ້າງຄວາມຄຶກຄື້ນໃຫ້ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ.

ads
ads

Top