ສິ່ງທີ່ບໍ່ຄວນເຮັດຫລັງກິນອາຫານອິ່ມ

26/02/2024 10:42
Email Print 2789
ຂປລ ດັ່ງທີ່ຫລາຍຄົນຮັບຮູ້, ບາງຄັ້ງເມື່ອຄົນເຮົາກິນອາຫານອີ່ມແລ້ວ ຮູ້ສຶກຢາກນອນ ເຊິ່ງອາການແບບນີ້ໂດຍສະເພາະໃນເວລາຕອນສວາຍມັກເປັນ ຖ້າເປັນຢູ່ບ້ານເຮົາອາດຈະໄປນອນຫລິ້ນໂທລະສັບພັກຜ່ອນຫລັບເທິງຕຽງ ແຕ່ວ່າເຮົາບໍ່ຄວນນອນເດັດຂາດຫລັງກິນອາຫານ ແລະ ຍັງມີອີກຫາຍຢ່າງທີ່ເຮົາບໍ່ຄວນເຮັດ.

    * ດັ່ງທີ່ຫລາຍຄົນຮັບຮູ້, ບາງຄັ້ງເມື່ອຄົນເຮົາກິນອາຫານອີ່ມແລ້ວ ຮູ້ສຶກຢາກນອນ ເຊິ່ງອາການແບບນີ້ໂດຍສະເພາະໃນເວລາຕອນສວາຍມັກເປັນ  ຖ້າເປັນຢູ່ບ້ານເຮົາອາດຈະໄປນອນຫລິ້ນໂທລະສັບພັກຜ່ອນຫລັບເທິງຕຽງ ແຕ່ວ່າເຮົາບໍ່ຄວນນອນເດັດຂາດຫລັງກິນອາຫານ ແລະ ຍັງມີອີກຫາຍຢ່າງທີ່ເຮົາບໍ່ຄວນເຮັດ.

1,ນອນ: ນອກຈາກຄົນທີ່ມີອາການກົດໄຫລຍ້ອນແລ້ວ ຈະສ່ຽງເກີດອາການອາຫານໄຫລອອກທາງປາກ ການກົ້ມໂຕລົງນອນທັນທີທີ່ກິນອາຫານອີ່ມໆ ຈະເຮັດໃຫ້ເກີດລົມ ຫລື ແກັດໃນກະເພາະອາຫານ ແລະ ລໍາໄສ້ ຈົນເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ບໍສະດວກອີກດ້ວຍ ເຊິ່ງຫາກມີິບັນຫາຕໍ່ໄປເລື້ອຍໆ ອາດຈະສ່ຽງເປັນກົົດໄຫລຍ້ອນເປັນປະຈຳ.

2,ອອກກຳລັງກາຍ: ອາການທຳອິດເມື່ອເຈົ້າອອກກຳລັງກາຍຫລັງກິນອາຫານທັນທີ່ ແມ່ນຈະເກີດອາການຈຸກທ້ອງ ນອກຈາກນັ້ນຍັງເຮັດໃຫ້ອາຫານບໍ່ຍ່ອຍ ແລະ ລໍາໄສ້ດູດຊຶມສານອາຫານທີ່ດີໄດ້ບໍ່ພຽງພໍ.

3,ກິນໝາກໄມ້: ຫລາຍຄົນອາດບໍ່ຮູ້ວ່າ ການກິນໝາກໄມ້ຫລັງອາຫານທັນທີ່ ສົ່ງຜົນເສຍຕໍ່ຮ່າງກາຍຢ່າງບໍ່ນຶກເຖິງ ເພາະນໍ້າຍ່ອຍໃນໝາກໄມ້ ຈະໄປຍ່ອຍອາຫານຈົນສະພາບນໍ້າຍ່ອຍເປັນກົດ ແລະ ເຮັດໃຫ້ໝາກໄມ້ຖືກຍ່ອຍ ແລະ ດູດຊຶມເຂົ້າລໍາໄສ້ໄດ້ຊ້າ ເຊິ່ງຫາກຍ່ອຍບໍ່ໝົດຈະເຮັດໃຫ້ເກີດການບູດເກີດແກັດໃນກະເພາະອາຫານຈົນເກີດອາການທ້ອງອືດແໜ້ນທ້ອງ. ດັ່ງນັ້ນ, ຫາກຢາກກິນໝາກໄມ້ ຄວນລໍຖ້າຫລັງມື້ອາຫານຢ່າງໜ້ອຍ 1-2 ຊົ່ງໂມງ.

4,ອາບນໍ້າ: ບໍ່ເຊື່ອກໍຕ້ອງເຊື່ອຫລັງກິນເຂົ້າ ບໍ່ຄວນອາບນໍ້າທັນທີ ເພາະການອາບນໍ້າອາດເຮັດໃຫ້ເກີດອາການຈຸກແໜ້ນທ້ອງ, ທ້ອງອືດລະບົບຍ່ອຍອາຫານເຮັດວຽກໄດ້ບໍ່ດີຄືເກົ່າດູດຊຶມສານອາຫານດີໆໄປໃຊ້ໄດ້ໜ້ອຍລົງອີກດ້ວຍ. ທາງທີ່ດີທີ່ສຸດຫລັງກິນອາຫານ ແມ່ນນັ່ງຢູ່ຊື່ໆ ຫລື ຍ່າງຊ້າໆ ເພື່ອຊ່ວຍໃຫ້ກະເພາະອາຫານເຮັດການຍ່ອຍອາຫານໄດ້ງ່າຍ ແລະ ສະດວກຂຶ້ນ ບໍ່ຄວນເຮັດກິດຈະກຳໜັກໆແຕ່ກໍບໍ່ຄວນນອນທັນທີ່ເຊັ່ນດຽວກັນ.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top