ຮ້ານ ພະນົມພອນ ຊຸບເປີສະຕໍ ເປີດໃຫ້ບໍລິການທຸກວັນ

22/02/2024 16:14
Email Print 3741
ຂປລ ຂປລ. ຮ້ານພະນົມພອນ ຊຸບເປີສະຕໍ ຫລື ຕະຫລາດພະນົມພອນ ສະຕໍ ຕັ້ງຢູ່ ເສັ້ນທາງໄປ ພະທາດສີໂຄດຕະບອງ ບ້ານເລົ່າໂພຄໍາ ເມືອງທ່າແຂກ ແຂວງຄໍາມ່ວນ ເປັນບ່ອນຊື້-ຂາຍ ແລກປ່ຽນຜົນຜະລິດ ທາງການກະເສດ, ສິນຄ້າອຸປະໂພກ-ບໍລິໂພກ ເພື່ອໃຫ້ບໍລິການພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວເມືອງທ່າແຂກ ມີຄວາມສະດວກສະບາຍຫລາຍຂຶ້ນໃນການຈັບຈ່າຍຊື້ຂອງ ເລີ່ມແຕ່ປີ 2014 ເປັນຕົ້ນມາ ບໍລິສັດໄດ້ສ້າງບົດວິພາກເສດຖະກິດ ແລະ ໄດ້ສະເໜີຂໍສໍາປະທານທີ່ດິນຂອງລັດ ເພື່ອລົງທຶນສ້າງຕະຫລາດ.


ຂປລ. ຮ້ານພະນົມພອນ ຊຸບເປີສະຕໍ ຫລື ຕະຫລາດພະນົມພອນ ສະຕໍ ຕັ້ງຢູ່ ເສັ້ນທາງໄປ ພະທາດສີໂຄດຕະບອງ ບ້ານເລົ່າໂພຄໍາ ເມືອງທ່າແຂກ ແຂວງຄໍາມ່ວນ ເປັນບ່ອນຊື້-ຂາຍ ແລກປ່ຽນຜົນຜະລິດ ທາງການກະເສດ, ສິນຄ້າອຸປະໂພກ-ບໍລິໂພກ ເພື່ອໃຫ້ບໍລິການພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວເມືອງທ່າແຂກ ມີຄວາມສະດວກສະບາຍຫລາຍຂຶ້ນໃນການຈັບຈ່າຍຊື້ຂອງ ເລີ່ມແຕ່ປີ 2014 ເປັນຕົ້ນມາ ບໍລິສັດໄດ້ສ້າງບົດວິພາກເສດຖະກິດ ແລະ ໄດ້ສະເໜີຂໍສໍາປະທານທີ່ດິນຂອງລັດ ເພື່ອລົງທຶນສ້າງຕະຫລາດ. ພາຍຫລັງໄດ້ຮັບອະນຸມັດຈາກອົງການປົກຄອງແຂວງຄໍາມວ່ນ ໃນປີ 2015 ບໍລິສັດໄດ້ເລີ່ມດໍາເນີນການກໍ່ສ້າງຕະຫລາດ ຈົນມາຮອດປີ 2017 ກໍ່ໄດ້ສຳເລັດ ແລະ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການນັບແຕ່ປີ 2018 ເປັນຕົ້ນມາ ແຕ່ຍ້ອນໃນໄລຍະທ້າຍປີ 2020-2022 ມີການລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ຢຸດກິດຈະການຊົ່ວຄາວ ແລະ ໄດ້ບໍລິສັດກໍ່ໄດ້ປະກອບສ່ວນໃນການຊ່ວຍເຫລືອສັງຄົມ ໂດຍໃຫ້ລັດສາມາດນຳໃຊ້ຕະຫລາດເປັນບ່ອນກັກກັນ ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ພາຍຫລັງທີ່ລັດສາມາດຄວບຄຸມສະຖານະການການລະບາດຂອງພະຍາດໂຄວິດ-19 ໄດ້ ໃນທ້າຍປີ 2022 ບໍລິສັດຈຶ່ງໄດ້ຂໍອະນຸຍາດລົງທຶນໃໝ່ ໂດຍປ່ຽນຈາກຕະຫລາດທຳມະດາ ມາເປັນ ຮ້ານຊັບພະສິນຄ້າຂະໜາດໃຫຍ່ ຫລື ຊຸບເປີສະຕໍ ຢ່າງເປັນທາງການ ດ້ວຍມູນຄ່າການລົງທຶນເບື້ອງຕົ້ນ 70 ຕື້ກວ່າກີບ.

ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານບໍລິສັດ ພະນົມພອນກຣຸບ ການຄ້າ ຈໍາກັດ ໄດ້ໃຫ້ສໍາພາດ ຕໍ່ສໍານັກຂ່າວສໍານັກຂ່າວສານປະເທດລາວ ໃນວັນທີ 3 ກຸມພາ 2024 ຜ່ານມານີ້ວ່າ: ບໍລິສັດ ພະນົມພອນກຣຸບ ການຄ້າ ຈໍາກັດ ມີບໍລິສັດຢູ່ໃນເຄືອ 7 ບໍລິສັດ, ໃນນັ້ນ, ບໍລິສັດທີ່ໃຫຍ່ກວ່າໝູ່ ແມ່ນ ບໍລິສັດ ພະນົມພອນ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ ຊຶ່ງເປັນບໍລິສັດທີ່ເປັນຕົວແທນຈຳໜ່າຍປູນ SCG ແຕ່ພຽງຜູ້ດຽວ ແລະ ຍັງ ຂາຍເຄື່ອງກໍ່ສ້າງທົ່ວໄປອີກດ້ວຍ. 

ບໍລິສັດພະນົມພອນ ການຄ້າ ຂາເຂົ້າ-ຂາອອກ ພ້ອມນີ້ຍັງມີບໍລິການເຊັ່ນ ໃຫ້ບໍລິການ ຊິບປີ້ງນຳເຂົ້າ ແລະ ສົ່ງອອກຜະລິດຕະພັນທຸກຊະນິດ ແລະ ມີບໍລິການ ສາງພາງ ຫລື ສາງເກັບມ້ຽນເຄື່ອງນຳເຂົ້າ ສາມາດໄວ້ເຄື່ອງໄດ້ 6 ເດືອນ ກ່ອນເສຍພາສີແລະລານກ່ຽນຖ່າຍສີນຄ້າ ຂະຫນາດໃຫຍ່ ທີ່ໄດ້ຮັບອະນຸຍາດຈາກລັດທະບານຂອງ ສປປ ລາວ ສ່ວນ ບໍລິສັດ ພະນົມພອນ ຊຸບເປີສະຕໍ ຈຳກັດ ຜູ້ດຽວ ຫລື ຮ້ານພະນົມພອນ ຊຸບເປີສະຕໍ ໃນເບື້ອງຕົ້ນ ຄິດວ່າ ຈະເຮັດເປັນຕະຫລາດທໍາມະດາ ແຕ່ເນື່ອງຈາກວ່າຕະຫລາດທຳມະດາແມ່ນມີຫລາຍແລ້ວ, ກໍເລີຍມີແນວຄິດຢາກສ້າງເປັນຮ້ານສະດວກຊື້ທີ່ໃຫຍ່ທີ່ສຸດໃນຕົວເມືອງທ່າແຂກ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າມາຊົມໃຊ້ ຢ່າງສະດວກສະບາຍ ຄືກັບຮ້ານປະເທດເພື່ອນບ້ານ, ມີສິ່ງອໍານວຍຄວາມສະດວກຫລາຍຢ່າງ ເປັນຕົ້ນ ແມ່ນມີເດີ່ນຈອດລົດທີ່ກວ້າງຂວາງສະດວກສະບາຍ ແລະ ມີການວາງຂາຍສິນຄ້າອຸປະໂພກ-ບໍລິໂພກຫລາກຫລາຍປະເພດ ທີ່ສັ່ງມາຈາກໂຮງງານໂດຍກົງ ເຂົ້າມາບ່ອນນີ້ຄົບຈົບໃນບ່ອນດຽວ ແລະ ຜູ້ໃດສົນໃຈສິນຄ້າໄປຂາຍຕໍ່ ຫລື ເປີດຮ້ານ ພວກເຮົາຈະມີທີມງານໃຫ້ຄຳປຶກສາ ຮັບປະກັນວ່າ ທ່ານຈະໄດ້ຮັບຄວາມເພິ່ງພໍໃຈຢ່າງແນ່ນອນ.

ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ຍັງໄດ້ກ່າວອີກວ່າ: ຕະຫລາດ ຊຸບເປີສະຕໍ ແຫ່ງນີ້ ນອກຈາກຈະເປັນ ສະຖານທີ່ເປີດຂາຍສິນຄ້າ ແລະ ເປັນບ່ອນນໍາເອົາສິນຄ້າຫລາກຫລາຍມາວາງຂາຍແລ້ວ. ໃນມໍ່ໆນີ້ຈະເປີດຮ້ານກາ ເຟອິນທະນິນ, ຮ້ານອາຫານ ແລະ ໂຮງແຮມຕື່ມອີກ. ພ້ອມນີ້, ຍັງເປັນການປະກອບສ່ວນຊ່ວຍເຫລືອສັງຄົມ  ແລະ ທີ່ສໍາຄັນແມ່ນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ໃນຊຸມຊົນ ກໍຄື ປະຊາຊົນພາຍໃນ ແຂວງຄໍາມ່ວນ ໄດ້ຫລາຍຕໍາແໜ່ງງານ, ທັງເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນ ທີ່ເປັນຜະລິດຕະພັນຂອງລາວ ໃນຂອບເຂດທົ່ວປະເທດ ເຂົ້າມາວາງຂາຍໄດ້. ປັດຈຸບັນ, ຍັງມີຫ້ອງວ່າງໃຫ້ເຊົ່າ 30 ກວ່າຫ້ອງ, ແຕ່ລະຫ້ອງມີຫ້ອງນໍ້າ ໃນໂຕ, ໃນປີທຳອິດ ແມ່ນຈະໃຫ້ຂາຍຟຣີ ໂດຍບໍ່ເກັບຄ່າເຊົ່າ, ພຽງແຕ່ເກັບຄ່ານໍ້າ ແລະ ຄ່າໄຟຟ້າ ເທົ່ານັ້ນ.

ໃຜທີ່ສົນໃຈ ສາມາດຕິດຕໍ່ ຮ້ານພະນົມພອນ ຊຸບເປີສະຕໍ ເບີໂທ: 020 78969423

ອີເມວ:phanomphonesuperstore@gmail.com.

ເວລາ ເປີດ 8:00-20:00 ໂມງ

KPL

ຂ່າວອື່ນໆ

    • 6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ

      7/17/2025 5:48:15 PM

      ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top